ໝາກລິ້ນຈີ່ຫວຽດນາມ ໄດ້ຮັບຄວາມນິຍົມຢູ່ມາເລເຊຍ

(VOVWORLD) -ວັນທີ 02 ກໍລະກົດ, ຕູ້ຄອນເທນເນີໝາກລິ້ນຈີ່ ທຳອິດຂອງຫວຽດນາມ ໃນລະດູເກັບກ່ຽວ 2018 ໄດ້ສົ່ງໄປຂາຍຢູ່ຕະຫຼາດມາເລເຊຍ ແລະ ຜູ້ບໍລິໂພກຢູ່ທີ່ນີ້ມີຄວາມນິຍົມຫຼາຍ.

ຕູ້ຄອນເທນເນີໝາກລິ້ນຈີ່ ດັ່ງກ່າວໂດຍບໍລິສັດ Billyan Global Resources ມີສຳນັກງານຕັ້ງຢູ່ ກົວລາລຳເປີ (ມາເລເຊຍ) ສົມທົບກັບຄູ່ຮ່ວມມືຫວຽດນາມ ແລະ ບໍລິສັດໃຫຍ່ການຄ້າຮ່າໂນ້ຍ (Hapro) ສົ່ງໄປຂາຍຢູ່ມາເລເຊຍ. ໂດຍຮັບຮູ້ໄດ້ການຈຳໜ່າຍທີ່ດີພໍສົມຄວນຂອງໝາກລິ້ນຈີ່ຫວຽດນາມ ໃນຊຸມມື້ທຳອິດ, ບໍລິສັດ Billyan Global Resources ຕົກລົງເພີ່ມຈຳນວນສິນຄ້ານຳເຂົ້າຈາກຫວຽດນາມ ເພື່ອໄປຂາຍຢູ່ ກົວລາລຳເປີ ແລະ ບັນດາລັດໃກ້ຄຽງຄື Selangor. ຄາດວ່າ, ໃນໄລຍະຈະມາເຖິງ, ໝາກລິ້ນຈີ່ ຫວຽດນາມ 20 ຕູ້ຄອນເທນເນີ, ແຕ່ຕູ້ຄອນເທນເນີມີນ້ຳໜັກ 10 ໂຕນ ຈະໄດ້ສົ່ງໄປຊາຍຢູ່ມາເລເຊຍ ເພື່ອຮັບໃຊ້ຜູ້ບໍລິໂພກ.

ຕອບກັບ

ຂ່າວ/ບົດ​ອື່ນ