ໝາກລໍາໄຍສົດຂອງຫວຽດນາມ ໄດ້ແນະນໍາຢ່າງເປັນທາງການຢູ່ຕະຫຼາດ ອົດສະຕາລີ

(VOVWORLD) - ຜະລິດຕະພັນໝາກລໍາໄຍສົດຂອງຫວຽດນາມໄດ້ວາງຂາຍຢູ່ຮ້ານສັບພະສິນຄ້າ ແລະ ຮ້ານຂາຍຍ່ອຍ 26 ແຫ່ງ ຢູ່ນະຄອນ Melbourne ແລະ ຮ້ານສັບພະສິນຄ້າຢູ່ນະຄອນ Adeilaide ຈໍານວນໜຶ່ງ.
ໝາກລໍາໄຍສົດຂອງຫວຽດນາມ ໄດ້ແນະນໍາຢ່າງເປັນທາງການຢູ່ຕະຫຼາດ ອົດສະຕາລີ - ảnh 1 ຜະລິດຕະພັນໝາກລໍາໄຍສົດຂອງຫວຽດນາມວາງຂາຍຢູ່ຮ້ານສັບພະສິນຄ້າ ແລະ ຮ້ານຂາຍຍ່ອຍ 26 ແຫ່ງ ຢູ່ນະຄອນ Melbourne ແລະ ຮ້ານສັບພະສິນຄ້າຢູ່ນະຄອນ Adeilaide ຈໍານວນໜຶ່ງ  (ພາບ: TTXVN)

ວັນທີ 9 ກັນຍາ, ສະຖານທູດຫວຽດນາມ ປະຈໍາ ອົດສະຕາລີ ໄດ້ສົມທົບກັບ ອົງການການຄ້າຫວຽດນາມ, ສະຫະສະມາຄົມນັກທຸລະກິດຫວຽດນາມ ປະຈໍາ ອົດສະຕາລີ ແລະ ບໍລິສັດ Green Path ຈັດຕັ້ງເຫດການ “ວັນໝາກລໍາໄຍສົດຫວຽດນາມ” ແລະ ພິທີ ຈໍາໜ່າຍໝາກລໍາໄຍອອກສູ່ຕະຫຼາດເປັນຄັ້ງທໍາອິດ ຢູ່ນະຄອນ Melbourne (ລັດ Victoria). ພາຍຫຼັງແນະນໍາໝາກລໍາໄຍໃຫ້ແກ່ບັນດາບໍລິສັດ ຍັງບໍ່ທັນຮອດ 1 ຊົ່ວໂມງ ປະລິມານໝາກລໍາໄຍສົດກວ່າ 500 kg ໄດ້ຖືກສັ່ງຊື້ໝົດໃນທັນທີ. ຜະລິດຕະພັນໝາກລໍາໄຍສົດຂອງຫວຽດນາມໄດ້ວາງຂາຍຢູ່ຮ້ານສັບພະສິນຄ້າ ແລະ ຮ້ານຂາຍຍ່ອຍ 26 ແຫ່ງ ຢູ່ນະຄອນ Melbourne ແລະ ຮ້ານສັບພະສິນຄ້າຢູ່ນະຄອນ Adeilaide ຈໍານວນໜຶ່ງ.

        ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຝູຮວ່າ ຫົວໜ້າອົງການການຄ້າຫວຽດນາມ ປະຈໍາ ອົດສະຕາລີ ເນັ້ນໜັກວ່າ ອົດສະຕາລີ ແມ່ນຕະຫຼາດຕ້ອງການສິ້ນຄ້າມີມາດຕະຖານສູງ ສໍາລັບບັນດາຜະລິດຕະພັນກະເສດ, ແຕ່ໄລ່ມາຮອດປັດຈຸບັນ ມີໝາກໄມ້ 4 ຊະນິດ ຂອງຫວຽດນາມ ໄດ້ນໍາເຂົ້າຕະຫຼາດດັ່ງກ່າວ. ທ່ານກ່າວວ່າ:

        “ເມື່ອເຫັນປະຈັກຕາໝາກລໍາໄຍຂອງພວກເຮົາໄດ້ຮັບຄວາມນິຍົມຈາກຕະຫຼາດ ອົດສະຕາລີນັ້ນ, ຂ້າພະເຈົ້າຮູ້ສຶກພາກພູມໃຈ ແລະ ຄໍານຶງເຖິງຊາວກະສິກອນຢູ່ພາຍໃນປະເທດ, ບຸກຄົນທີ່ມານະພະຍາຍາມອອກແຮງງານເພື່ອຜະລິດອອກບັນດາຜະລິດຕະພັນທີ່ຕອບສະໜອງໄດ້ຕາມບັນດາມາດຕະຖານສູງທີ່ສຸດໃນໂລກ. ສິ່ງດັ່ງກ່າວໄດ້ຢັ້ງຢືນໃຫ້ເຫັນວ່າ ຫວຽດນາມ ສາມາດສົ່ງອອກບັນດາຜະລິດຕະພັນທີ່ຕອບສະໜອງໄດ້ຕາມມາດຕະຖານສູງສຸດຂອງໂລກ. ໃນສະພາບສົງຄາມການຄ້າຄືປັດຈຸບັນ, ພວກເຮົາຍິ່ງຕ້ອງມານະພະຍາຍາມກວ່າອີກ ເພື່ອນໍາຜະລິດຕະພັນຂອງຫວຽດນາມ ອອກໄປຍັງຫຼາຍປະເທດກວ່າອີກ”.

        ກ່ອນໜ້ານັ້ນ, ຫວຽດນາມ ໄດ້ສົ່ງອອກໝາກລໍາໄຍສົດໄປຍັງຕະຫຼາດຫຼາຍແຫ່ງຄື ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ສະຫະພາບເອີຣົບ.

ຫວຽດງາ - ນັກຂ່າວ VOV ປະຈໍາ ອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ