ຮູບພາບບັນດາກົງພັກນ້ຳພວມໝູນຢ່າງສະເໝີຢູ່ຕາມຫ້ວຍນ້ຳ ໄດ້ກາຍເປັນຈຸດທີ່ເປັນເອກະລັກສະເພາະຂອງເຂດພູຜາປ່າໄມ້ທາງທິດຕາເວັນຕົກພາກເໜືອຫວຽດນາມ. ຢູ່ຕາແສງບ້ານບໍເມືອງ ຕາມເດືອງ, ແຂວງລາຍເຈົາ ແມ່ນໜຶ່ງໃນບັນດາແຫ່ງທີ່ມີກົງພັດນ້ຳຫຼາຍກ່ວາໝູ່ໃນເຂດທາງທິດຕາເວັນຕົກພາກເໜືອ. ຕະຫຼອດວັນ ແລະ ຄືນ, ບັນດາກົງພັດນ້ຳໄດ້ສົ່ງນ້ຳຈາກບໍ່, ຫ້ວຍນ້ຳລຳເຊຕ່າງໆມາຮັບໃຊ້ການຫົດນ້ຳຢູ່ຕາມທົ່ງໄຮ່ທົ່ງນາ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃນແຂວງລາຍເຈົາເພີ່ມຄວາມອີ່ມໜຳສຳລານຫຼາຍຂຶ້ນ.
ກົງພັດນ້ຳບ້ານບໍໃນແຂວງລາຍເຈົາ |
ໂດຍນອນຢູ່ຫ່າງຈາກນະຄອນລາຍເຈົາປະມານ 35 ກມ, ຕາແສງບ້ານບໍແມ່ນເຂດທີ່ມີພໍ່ແມ່ພີນ້ອງເຜົ່າເມື່ອງ, ຢ້າວ, ລາວ ດຳລົງຊີວິດຢູ່ຮ່ວມກັນ. ໂດຍຖືກກຳເນີດຂຶ້ນຍ້ອນຄວາມຕ້ອງການດ້ານຊົນລະປະທານຢູ່ເຂດພູສູງ, ກົງພັດນ້ຳຖືກຜະລິດອອກເພື່ອແນໃສ່ນຳໃຊ້ແຮງນ້ຳຈາກກະແສນ້ຳໄຫຼທຳມະຊາດເພື່ອສົ່ງນ້ຳມາຮັບໃຊ້ການຫົວນ້ຳຢູ່ຕາມເນື້ອທີ່ໄຮ່ນາຈຮົ້ວສວນໃນບ້ານ. ວົງຄະນະຍາດບັນດາເຜົ່າຢູ່ເຂດພູດອຍທາງທິດຕາເວັນຕົກພາກເໜືອ, ໃນນັ້ນ ມີບ້ານບໍ ນອນຢູ່ຂ້າງຫ້ວຍນ້ຳມູ ໄດ້ຮັບຖືວ່າ ແມ່ນບັນດາຜູ້ເຮັດກົງພັດນ້ຳທີ່ເກັ່ງກ່ວາໝູ່ ດ້ວຍບັນດາກົງພັດນ້ຳທີ່ມີຄົບທຸກຂະໜາດ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນທີ່ສຸດ.
ໂດຍຖືກອອກແບບຢ່າງຄ່ອງແຄ້ວຈາກບັນດາວັດຖຸດິບຂອງເຂດພູຜາປ່າໄມ້, ບັນດາກົງພັດນ້ຳຢູ່ບ້ານບໍສູງປະມານ 8 ແມດ, ຖືກຜະລິດດ້ວຍວັດຖຸດິບທີ່ເອົາມາຈາກທຳມະຊາດ. ຖ້າຫາກເຫັນປະຈັກຕາການກະກຽມວັດຖຸດິບ ແລະ ບັນດາຂັ້ນຕອນຜະລິດ ກົງພັດນ້ຳນັ້ນ, ຈຶ່ງສາມາດເຫັນໄດ້ເຖິງຄວາມຄ່ອງແຄ້ວຂອງປະຊາຊົນຢູ່ແຫ່ງນີ້. ລຸງລູ່ວັນຮຸ່ງ ຊາວເຜົ່າຜູ້ໄທຢູ່ ຕາແສງບ້ານບໍໃຫ້ຮູ້ວ່າ : (ເທບ)
“ ສຳລັບ ກົງພັດນ້ຳທີ່ມີລວງສູງປະມານ 5 ແມດ, ກໍມີກຳປະມານກວ່າ 40 ກຳ ດ້ວຍລວງຍາວຂອງກຳແມ່ນປະມານກວ່າ 2 ແມດ. ຫຼັງຈາກນັ້ນ ກໍເຈາະຮູໃສ່ເພົາຂອງກົງພັດນ້ຳເພື່ອເອົາກຳສຽບໃສ່. ສຳລັບບັນດາຮູ, ແມ່ນຕ້ອງເຈາະເລິກສະເໝີກັນ ແລະ ທໍກັບຈຳນວນກຳຂອງ ກົງພັດນ້ຳເພື່ອໃນເວລາເອົາກຳສຽບໃສ່ ກໍຕ້ອງຮັບປະກັນຄວາມກ້ຳເກີ່ງ ແລະ ສະເໝີກັນ. ຫຼັງຈາກນັ້ນ, ແມ່ນຮອດການສານບັນດາແຜ່ນໃບພັດເພື່ອຕິດໃສ່ຮອບນອກຂອງ ກົງພັດນ້ຳ ”
ເມື່ອເຮັດສຳເລັດ, ບັນດາແຜ່ນໃບພັດຖືກສານອ້ອມກົງພັດນ້ຳ ກໍປຽບເໝືອບັນດາໃບພັດຕວກບິນ, ເມື່ອນ້ຳໄຫຼຍູ້ບັນດາໃບພັດຈະພາໃຫ້ກົງພັດນ້ຳໝູນ. ຄືດັ່ງເຄື່ອງຈັກແລ່ນຕະຫຼອດວັນ ແລະ ຄືນ, ກົງພັດນ້ຳສາມາດແບກຫາບວຽກງານທີ່ໜັກໜາສ່ວນໜຶ່ງໃຫ້ແກ່ຊາວກະສີກອນຢູ່ແຫ່ງນີ້.
ເພື່ອຜະລິດ ກົງພັດນ້ຳໃຫ້ສຳເລັດນັ້ນ, ກໍຕ້ອງເຮັດຢ່າງລະອຽດລະອໍ, ຈາກການເລືອກເອົາໄມ້ມາເຮັດເພົາ, ເລືອກເອົາໄມ້ໄຜ່ໄມ້ເຮ້ຍມາເຮັດກຳ. ເມື່ອເຮັດສຳເລັດ, ກົງພັດນ້ຳແຕ່ລະກົງກໍໄດ້ກາຍເປັນກິດຈະກຳສະຖາປັດຕະຍະກຳທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງບັນດາເຜົ່າເຂດພູສູງ ກໍຄືຄວາມຄ່ອງແຄ້ວຂອງພວກນາຍຊ່າງເມື່ອຜະລິດອອກຜະລິດຕະພັນ. ນາງຮວ່າງເທີ, ແຂກທ່ອງທ່ຽວທີ່ມາຈາກນະຄອນໂຮ່ຈິມິນ ແບ່ງປັນວ່າ : (ເທບ)
“ ໃນບັນຊີລາຍຊື່ບັນດາສະຖານທີ່ທ່ອງທ່ຽວຢູ່ເຂດທາງທິດຕາເວັນຕົກພາກເໜືອຫວຽດນາມ, ຂ້າພະເຈົ້າຍາມໃດກໍຖືບັນດາກົງພັດນ້ຳຢູ່ບ້ານບໍແມ່ນຮູບພາບທີ່ສຳຄັນເພື່ອຄົ້ນຫາດິນແດນ ແລະ ຊາວທ້ອງຖິ່ນຢູ່ແຫ່ງນີ້. ຫຼຽວເບິ່ງຈາກໄກ, ບັນດາກົງພັດນ້ຳແມ່ນໃຫຍ່ໂຕ ແລະ ຂ້າພະເຈົ້າບໍ່ຄິດວ່າ ມັນພັດເຮັດຍາກເຊັ່ນນັ້ນ. ເມື່ອຍ່າງເຂົ້າໃກ້, ຈຶ່ງຈະເຫັນຄວາມຄ່ອງແຄ້ວ, ລະອຽດອ່ອນ ແລະ ມີຄວາມນິຍົມນັບຖືຕໍ່ຫົວຄິດປະດິດສ້າງຂອງຊາວທ້ອງຖິ່ນ. ມາຮອດບ້ານບໍ, ຂ້າພະເຈົ້າຍັງໄດ້ຮຽນວິທີເຮັດກົງພັດນ້ຳ, ພ້ອມທັງມີໂອກາດຢູ່ຮ່ວມກັບພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຫ່ງນີ້; ຂ້າພະເຈົ້າຍັງໄດ້ໄປຈັບປາຢູ່ຫ້ວຍ ແລະ ໄດ້ປຸງແຕ່ງອາຫານເຍື່ອງຕ່າງໆຂອງຊາວເຜົ່າຜູ້ໄທ”
ບັນດາກົງພັດນ້ຳຕັ້ງຢູ່ຫ້ວຍນ້ຳມູ, ບໍ່ພຽງແຕ່ໄດ້ສົ່ງນ້ຳເຖິງບັນດາທົ່ງໄຮ່ທົ່ງນາເທົ່ານັ້ນ, ຫາກຍັງແມ່ນບ່ອນນັດພົບຂອງບັນດາຄູ່ບາວສາວທີ່ໄດ້ກາຍເປັນຄູ່ຜົວ ເມຍຢູ່ແຫ່ງນີ້ອີກດ້ວຍ. ພ້ອມກັບບັນດາວາດຟ້ອນແຊ, ງານບຸນເຂົ້າໃໝ່ນັ້ນ, ກົງພັດນ້ຳປຽບເໝືອນຮູບພາບທີ່ຕິດພັນກັບຊີວິດວັດທະນະທຳ ແລະ ຈິດໃຈຂອງພໍ່ແມ່ປະຊາຊົນ, ອັນໄດ້ສ້າງຄວາມງາມທີ່ເປັນເອກະລັກສະເພາະໃຫ້ແກ່ ເຂດພູຜາປ່າໄມ້ທາງທິດຕາເວັນຕົກພາກເໜືອຫວຽດນາມ.