ກົນເຊີນ-ກຽບບາກ: ແຫ່ງເກັບຮັກສາມູນເຊື້ອວັດທະນະທຳ, ການເຫຼື້ອມໃສຂອງຊາດຫວຽດນາມ

ກົນ​ເຊີນ-ກຽບ​ບາກແມ່ນ​ກຸ່ມ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດທີ່​ຕິດ​ພັນ​ກັບ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາ​ພ​ຸດ, ສາ​ສະ​ໜາຂົງ​ຈື, ສາ​ສະ​ໜາຫຼາວ​ຈື ພ້ອມ​ກັບ​ບັນ​ດາ​ນັກ​ວິ​ລະ​ຊົນ​ແຫ່ງຊາດ, ນັກ​ວັດ​ທະ​ນະ​ທຳ​ທີ່​ມີ​ຊື່​ສຽງ​ໃນ​ປະ​ຫວັດ​ສາດ​ຫວຽດ​ນາມ. ໂດຍ​ນອນ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ແຂວງ​ຫາຍ​ເຢືອງ, ຂຶ້ນ​ກັບ​ເທດ​ສະ​ບານ​ຈີ້​ລິງ, ກົນ​ເຊີນ-ກຽບ​ບາກແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລືຊື່ ແລະ ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຄົ້ນ​ຫາ ແລະ ຊອກ​ຮູ້​ກ່ຽວ​ກັບຫວັດ​ສາດ, ຊີ​ວິດ, ສາ​ສະ​ໜາ​ຂອງ​ປະ​ເທດ​ຫວຽດ​ນາມ.

 

 ກົນເຊີນ-ກຽບບາກ: ແຫ່ງເກັບຮັກສາມູນເຊື້ອວັດທະນະທຳ,  ການເຫຼື້ອມໃສຂອງຊາດຫວຽດນາມ - ảnh 1
ກົນ​ເຊີນ-ກຽບ​ບາກແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລືຊື່ ແລະ ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​   (baomoi.com)

     ໂດຍ​ຫ່າງ​ຈາກ​ຮ່າ​ໂນ້ຍ​ປະ​ມານ 80 ກິ​ໂລ​ແມັດ, ເຂດປູ​ຊະ​ນີ​ຍະ​ສະ​ຖານ​ກົນ​ເຊີນ​ດ້ວຍ​ວັດ​ກົນ​ເຊີ​ນ ແມ່ນ​ໜຶ່ງ​ໃນ 3 ສູນ​ກາງ​ຂອງ​ສາ​ສະ​ໜາພຸດ​ນິ​ກາຍ​ຈຸກ​ເລີມຊຶ່ງ​ລວມ​ມີ ກົນ​ເຊີນ, ອຽນ​ຕື ແລະ ກີງ​ເລີມ(ແຂວງກວາງ​ນີງ) ໂດຍ​ເຈົ້າ​ຊີ​ວິດ ເຈີນ​ເຍີນ​ຕົງ ສ້າງ​ຕັ້ງ​ຂຶ້ນ​ດ້ວຍ​ພື້ນ​ຖານ​ທິດ​ສະ​ດີ, ຫຼັກ​ທຳ​ມະ​ສະ​ເພາະ​ຂອງ​ຊາດ​ຫວຽດ​ນາມ.

    ວັດ​ກົນ​ເຊີນ​ໄດ້​ຮັບ​ການກໍ່​ສ້າງ​ນັບ​ແຕ່​ສະ​ຕະ​ວັດ​ທີ 10 ແລະ ໄດ້​ຮັບ​ການ​ເປີດ​ກ້​ວາງ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ເຈີນ​ໃນ​ສະ​ຕະ​ວັດ​ທີ 13. ປີ 1329 , ພະ​ອາ​ຈານມະ​ຫາ​ ຟາບ​ລ​ວານ​ຊຶ່ງ​ແມ່ນ​ຜູ້ກໍ່​ຕັ້ງ​​ສາ​ສະ​ໜາພຸດ​ນິ​ກາຍ​ຈຸກ​ເລີມອົງ​ທີ 2 ໄດ້​ມາ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ ແລະ ເປີດ​ກ້​ວາງວັດ​ນີ້.ຫຼັງ​ຈາກນັ້ນ, ພະ​ມະ​ຫາ​ອາ​ຈານຮ່​ວຽນ​ກ​ວາງ​ຊຶ່ງ​ແມ່ນ​ຜູ້ກໍ່​ຕັ້ງ​ສາ​ສະ​ໜາພຸດ​ນິ​ກາຍ​ຈຸກ​ເລີມອົງ​ທີ 3​ ໄດ້ມານີ້​ເພື່ອ​ສອນ​ສາ​ສະ​ໜາ ພ້ອມ​ທັງ​ເປີດ​ກ້​ວາງ​ທັດ​ສະ​ນີ​ຍະ​ພາບ​ຂອງວັດ, ພິມ​ຄຳ​ພີ, ຫຼໍ່​ພະ​ພຸດ​ທະ​ຮູບ ແລະ ໄດ້​ນຳ​ກົນ​ເຊີນ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ສູນ​ກາງ​ຂອງ​ສາ​ສະ​ໜາພຸດ​ນິ​ກາຍ​ຈຸກ​ເລີມ. ທ່ານ​ເລ​ຢີ​ແມ້ງ ຮອງ​ຫົວ​ໜ້າ​ຄະ​ນະ​ຄ້​ຸມ​ຄອງ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ກົນ​ເຊີນ-ກຽບ​ບາກ ໃຫ້​ຮູ້​ວ່າ : 

    “ກົນ​ເຊີນ-ກຽບ​ບາກແມ່ນ​ໜຶ່ງ​ໃນ​ບັນ​ດາສູນ​ກາງ​ຂອງ​ສາ​ສະ​ໜາພຸດ​ນິ​ກາຍ​ຈຸກ​ເລີມຊຶ່ງ​ຕິດ​ພັນ​ກັບ​ຜູ້ກໍ່​ຕັ້ງສາ​ສະ​ໜາພຸດ​ນິ​ກາຍ​ຈຸກ​ເລີມ 3 ອົງ. ພິ​ເສດ, ຜູ້ກໍ່​ຕັ້ງ​ອົງ​ທີ 3 ແມ່ນພະ​​ອາ​ຈານມະ​ຫາ ຮ່​ວຽນ​ກ​ວາງ ເປັນ​ເຈົ້າ​ອະ​ທິ​ການ​ວັດ​ກົນ​ເຊີນ ແລະ ໄດ້​ເຖິງ​ແກ່​ມໍ​ລະ​ນະ​ພາບ​ຢູ່​ວັດ​ນີ້​ເມື່ອ​ວັນ​ທີ 23 ເດືອນຈຽງ​ປີ 1334. ວັນ​ໄຫວ້​ບູ​ຊາ ພະອາ​ຈານ​ມະ​ຫາ​ ຮ່​ວຽນ​ກ​ວາງ​ໄດ້​ກາຍ​ເປັນງານ​ບຸນ​ປະ​ເພ​ນີ​ຢູ່​ວັດ​ກົນ​ເຊີນ​ຍາມ​ລະ​ດູ​ບານ​ໃໝ່ ”

    ວັດ​ກົນ​ເຊີນ​ມີ​ສະ​ຖາ​ປັດ​ຕະ​ຍະ​ກຳ​ແບບ​ພະ​ລາດ​ຊະ​ວັງ, ທາງ​ໜ້າ​ວັດ​ແມ່ນ​ສະ​ນ້ຳ​ມີ​ຮູບ​ຊີກວົງ​ເດືອນ, ມີ​ປະ​ຕູ​ໂຂງ​ປະ​ກອບ​ດ້​ວຍ 3 ປະ​ຕູ(ປະ​ຕູ​ໃຫຍ່​ຢູ່​ກາງ ແລະ 2 ປະ​ຕູ​ນ້ອຍ​ຢູ່ 2 ເບື້ອງ). ເມື່ອຜ່ານ​ປະ​ຕູ​ໂຂງໄປ​ວັດ , ແຂກ​ທ່ອງ​ທ່ຽວ​ກໍ​ຕ້ອງ​ຜ່ານ​ທາດ​ລະ​ຄັງ, ແລ້ວ​ກ​ໍ​ຮອດວັງພະ​ພຸດ​ທະ​ຮູບ. ທາງຫຼັງ​ວັດ​ແມ່ນ​ທາດດອກ​ບົວ​ສູງ 9 ຊັ້ນ. ປີ 1962 , ວັດ​ກົນ​ເຊີນ​ຖືກ​ຈັດ​ອັນ​ດັບ​ແມ່ນປູ​ຊະ​ນີ​ຍະ​ສະ​ຖານລະ​ດັບ​ຊາດ. ຜ່ານ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນຫຼາຍ​ຄັ້ງ, ວັດ​ກົນ​ເຊີນ​ສາ​ມາດ​ຟື້ນ​ຟູໄດ້ເກືອບ ​ເໝ​ືອນເດີມ

    ຖ້າ​ຫາກວ່າ​ວັດ​ກົນ​ເຊີນບູ​ຊາພະ​ມະ​ຫາ​ອາ​ຈານຮ່​ວຽນ​ກ​ວາງ​ຊຶ່ງ​ແມ່ນ​ຜູ້ກໍ່​ຕັ້ງ​ສາ​ສະ​ໜາພຸດ​ນິ​ກາຍ​ຈຸກ​ເລີມອົງ​ທີ 3 ນັ້ນ, ພະ​ວິ​ຫານກຽບ​ບາກແມ່ນ​ບ່ອນບູ​ຊາເຈີນ​ຮຶງ​ດ້າວ - ນັກ​ການ​ທະ​ຫານ​ທີ່​ດີ​ເດັ່ນຂອງ​ຫວຽດ​ນາມ ເປັນ​ຕົວ​ແທນ​ໃຫ້​ສາ​ສະ​ໜາຫຼາວ​ຈື​ຢູ່​ຫ​ວຽດ​ນາມ. ຄຽງ​ຂ້າງນັ້ນ​ແມ່ນ​ວິ​ຫານ​ບູ​ຊາຈູ​ວັນ​ອານ ຊຶ່ງ​ແມ່ນ​ອາ​ຈານ​ຮັບ​ຖື​ເປັນ​ແບບ​ຢ່າງ​ຂອງ​ນັກ​ຮຽນ​ຫວຽດ​ນາມ ແລະ ເປັນ​ຕົວ​ແທນ​ໃຫ້​ແກ່​ສາ​ສະ​ໜາ​ຂົງ​ຈື. 3 ສາ​ສະ​ໜາ​ດັ່ງ​ກ່າວ​ໄດ້​ສ້າງ​ຂີດ​ໝາຍ​ຜ່ານ​ແຕ​່ລະກິດ​ຈະ​ກຳ​ກໍ່​ສ້າງ, ຜ່ານ​​ລາຍ​ລະ​ອຽດຂອງ​ສະ​ຖາ​ປັດ​ຕະ​ຍະ​ກຳ, ຮູບ​ແກະ​ຄວັດ​ສະຫຼັກ, ຜ່ານ​ແຜ່ນ​ສີ​ລາ, ຮູບຫຼໍ່, ແຜ່ນ​ຄຳ​ພະ​ຫຍາ. ທ່ານ​ເລ​ຢີ​ແມ້ງ ຮອງ​ຫົວ​ໜ້າ​ຄະ​ນະ​ຄ້​ຸມ​ຄອງ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ກົນ​ເຊີນ-ກຽບ​ບາກ ໃຫ້​ຮູ້​ອີກວ່າ :

   “ ກ່ຽວ​ກັບ​ສິ​ລະ​ປະ​ແກະ​ຄວັດ​ສະຫຼັກຢູ່​ວັດ​ກົນ​ເຊີນ ແມ່ນ​ມີ​ຄຸນ​ຄ່າ​ທີ່​ເປັນ​ເອກະ​ລັກຫຼາຍ​ຢ່າງ. ລະ​ບົບ​ຮູບ​ແກະ​ຄວັດ​ສະຫຼັກ​ໃນ​ວັດ​ກົນ​ເຊີນ​ແມ່ນ​ມີ​​ຮູບ​ມັງ​ກອນ, ສິງ​ໂຕ, ເຕົາ, ນົກ​ອີນ​ຊີຫຼືດອກ​ເໝີຍ, ດອກ​ກ້​ວຍ​ໄມ້, ດອກ​ເບັນ​ຈະ​ມາດ, ກົກ​ໄມ້​ໄຜ່. ນອກ​ຈາກ​ສັດ​ທີ່​ສັກ​ສິດ 4 ປະ​ເພດ​ດັ່ງ​ກ່າວ​ແລ້ວ, ຢູ່​ເທິ່ງຫຼັງ​ຄາ​ວັດກໍ​ປະ​ກົດ​ມີ​ຮູບ​ແກະ​ຄວັດ​ສະຫຼັກ​ສັດ​ປະ​ເພດ​ຕ່າງໆ​ທີ່​ມີ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເຊັ່ນ: ຮູບ​ກະ​ປູ, ປາ, ຟານ, ກວາງ. ໃນ​ບັນ​ດາ​ຮູບ​ແກະ​ຄວັດ​ສະຫຼັກ​ນັ້ນ, ສັດ​ປະ​ເພດ​ຕ່າງໆ​ລ້ວນ​ແຕ່​ມຸ່ງ​ໜ້າ​ສູ່​ວັງພະ​ພຸດ​ທະ​ຮູບ. ສິ່ງນີ້​ສະ​ແດງ​ໃຫ້​ເຫັນ​ການ​ເຫຼື້ອມ​ໃສ, ຄວາມ​ໝາຍ​ຂອງ​ທຳ​ມະ​ພຸດ​ທະ​ສາ​ສະ​ໜາ​ແມ່ນ​ສະ​ເໝີ​ພາບ, ບໍ່​ຈຳ​ແນກ​ລະ​ຫວ່າງ​ຜູ້​ຮັ່ງມີ ແລະ ທຸກ​ຍາກ  ”

        ຫ່າງ​ຈາກກົນ​ເຊີນປະ​ມານ 5 ກິ​ໂລ​ແມັດ​ແມ່ນ​​ພະວິ​ຫານ​ກຽບ​ບາກ ຊຶ່ງ​ແມ່ນ​ບ່ອນ​ບູ​ຊາເຈີນ​ຮຶງ​ດ້າວ - ນັກ​ການ​ທະ​ຫານ​ທີ່​ດີ​ເດັ່ນ. ໃນ​ສະ​ຕະ​ວັດ​ທີ 13, ເຈີນ​ຮຶງ​ດ້າວໄດ້​ສ້າງ​ຖານ​ທີ່​ໝັ້ນ​ຢູ່ນີ້ ເພື່ອ​ສະ​ສົມ​ທັນ​ຍາ​ຫານ, ຟຶກ​ຊ້ອມ​ພົນ​ທະ​ຫານ​ໃນ​ການ​ຕໍ່​ສູ້​ຕ້ານ​ພວກ​ທະ​ຫານ​ສະ​ໄໝສັກ​ດີ​ນາ​ມົງ​ກົນ. ປີ 1300, ເຈີນ​ຮຶງ​ດ້າວໄດ້​ເຖິງ​ແກ່ມ​ໍ​ລະ​ນະ​ກຳ​ຢູ່ວ້ານກຽບ ແລະ ປະ​ຊາ​ຊົນ​ໄດ້​ກໍ່​ຕັ້ງ​ພະ​ວິ​ຫານ​ເພື່ອ​ບູ​ຊາ​ຢູ່​ແຫ່ງນີ້. ທ່ານ​ນາງ ຫງວຽນ​ທິ​ທຸຍ​ລຽນ ຮອງ​ຫົວ​ໜ້າ​ຄະ​ນະ​ຄ້​ຸມ​ຄອງ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ກົນ​ເຊີນ-ກຽບ​ບາກ ໃຫ້​ຮູ້​ວ່າ :

    “ ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ວ້ານ​ກຽບ​ຊຶ່ງ​ໃນ​ນັ້ນ​ມີວິ​ຫານ​ບູ​ຊາເຈີນ​ຮຶງ​ດ້າວມີ​ເນື້ອ​ທີ່ທັງ​ໝົດ 4000 ຕາ​ແມັດ. ກິດ​ຈະກຳສະ​ຖາ​ປັດ​ຕະ​ຍະ​ກຳ​ທັງ​ໝົດ​ຂອງ​ພະວິ​ຫານ​ກຽບ​ບາກ​ແມ່ນ​ຖືກ​ກໍ່​ສ້າງ​ຕາມ​ແບບ​ພະ​ລາດ​ຊະ​ວັງ. ສະ​ຖາ​ປັດ​ຕະ​ຍະ​ກຳ​ໃນ​ປະ​ຈຸ​ບັນ​ຂອງ ພະວິ​ຫານ​ກຽບ​ບາກແມ່ນ​ຂອງ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ. ກິດ​ຈະ​ກຳ​ກ່ອນນັ້ນ​ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ເປັນຫຼາຍ​ຄັ້ງ​ແລ້ວ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ເລ ແລະ ລາດ​ຊະ​ວົງ​ຫວຽນ ”

      ​​ຊຸມມື້ນີ້, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ກົນ​ເຊີນ-ກຽບ​ບາກ ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຢ້ຽມ​ຊົມ ທັດ​ສະ​ນະ​ສຶກ​ສາຢ່າງຫຼວງຫຼາຍ. ທ່ານ ຢວນ ແຂກ​ທ່ອງ​ທ່ຽວມາ​ຈາກແອັ​ສ​ປາຍ ເວົ້າ​ວ່າ : 

   " ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຫວຽດ​ນາມ​ໄດ້​ຮັກ​ສາ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຂອງ​ຕົນ​ເປັນ​ຢ່າງ​ດີ. ພິ​ເສດ​ ວັດຖືກ​ປຸກ​ສ້າງ​ແບບ​ກົມ​ກ່ຽວ​ກັບ​ທັດ​ສະ​ນີ​ຍະ​ພາບ​ອ້ອ​ມແອ້ມ. ສິ່ງນີ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ​ "

      ຜ່ານຫຼາຍ​ຮ້ອຍ​ປີ, ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ກົນ​ເຊີນ-ກຽບ​ບາກ ຍາມ​ໃດ​ກໍ​ຮັກ​ສາ​ໄດ້​ບັນ​ດາ​ຄຸນ​ຄ່າ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່າ. ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ຢູ່​ດິນ​ແດນ​ແຫ່ງນີ້ ແມ່ນ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ​ເພື່ອ​ຖ່າຍ​ທອດ​ໃຫ້​ລູກຫຼານ​ສາ​ມາດ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ມູນ​ເຊື້ອ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ກ່ຽວ​ກັບ​ບັນ​ດາ​ແບ​ບຢ່າງ​ນັກ​ວິ​ລະ​ຊົນ​ແຫ່ງ​ຊາດ, ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ຈິດ​ວິນ​ຍານ, ​ເຈດ​ຈຳ​ນົງ, ສິ່ງຍອດ​ຍິ່ງ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ