(VOVWORLD) -ວັນມ້ຽວຊິກດັງໝາຍເຖິງໂຮງບູຊາຂົງຈື, ອາຈານຈູວັນອານ ຖືກປຸກສ້າງເມື່ອປີ 1832 ຢູ່ບໍລິເວນບ້ານຊິກດັງ, ຕາແສງ ລາມເຊີນ, ນະຄອນຮຶງອຽນ, ແຂວງຮຶງອຽນ
ປູຊະນີຍະສະຖານປະຫວັດສາດວັດທະນະທຳແຫ່ງນີ້ ຍັງແມ່ນສະຖານທີ່ຈັດຕັ້ງການສອບເສັງຄັ້ງຕ່າງໆ ແລະ ພິທີໄຫວ້ບູຊາບັນດາຜູ້ທີ່ມີຄຸນງາມຄວາມດີໃນສະໄໝສັກດີນາ, ເຊີດຊູພື້ນຖານການຮຽນ. ວັນມ້ຽວຊິກດັງແມ່ນໜຶ່ງໃນຈຳນວນ ວັນມ້ຽວ 6 ແຫ່ງໃນທົ່ວປະເທດທີ່ຍັງຄົງຕົວຈົນຮອດວັນນີ້ ແລະ ແມ່ນໜຶ່ງໃນຈຳນວນ ວັນມ້ຽວ 2 ແຫ່ງທີ່ມີມາແຕ່ດົນນານກ່ອນໝູ່, ຖັດຈາກ ວັນມ້ຽວກ໋ວກຕືຢ້າມຢູ່ຮ່າໂນ້ຍ.
ວັນມ້ຽວຊິກດັງ |
ໃນມື້ໜຶ່ງຢູ່ ວັນມ້ຽວຊິກດັງພາຍຫຼັງຝົນຕົກ, ແສງແດດຍາມເຊົ້າສາດສ່ອງລົງມາ ຍັງບໍ່ສາມາດເຮັດໃຫ້ປູຊະນີຍະສະຖານທີ່ໄດ້ເກົ່າແກ່ໄປຕາມວັນເວລາ ຮຸ່ງແຈ້ງຂຶ້ນ. ໃນທ່າມກາງບັນຍາກາດຢູ່ແຫ່ງນີ້, ມີນ້ອງສາວຄົນໜຶ່ງທີ່ມີຊື່ວ່າ ດາວແທງນາມ ເຮັດວຽກຢູ່ຮ່າໂນ້ຍ ພ້ອມກັບນາງ ດາວແທງຖຸຍ ຊຶ່ງແມ່ນເອື້ອຍຄີງຂອງຕົນທີ່ອາໄສຢູ່ເຢຍລະມັນມາເປັນເວລາເກືອບ 20 ປີແລ້ວ ພວມໂອ້ລົມກັບຜູ້ນຳທ່ຽວຢູ່ ວັນມ້ຽວຊິກດັງ ນັ້ນແມ່ນນາງ ຫງວຽນທິລຽນ. ສຽງໂອ້ລົມຂອງ 3 ຄົນປະສານເຂົ້າກັນ ອັນໄດ້ລື້ມຄືນອະນຸສອນທຸກຢ່າງທີ່ໄດ້ຕິດພັນກັບຄາວເຍົາໄວຂອງພວກເຂົາ ຈາກຕົ້ນໄມ້ໃບຫຍ້າ, ຫຼັງຄາ….ໃນບໍລິເວນປູຊະນີຍະສະຖານແຫ່ງນີ້.
ໃນມື້ນີ້, ສອງເອື້ອຍນ້ອງນາງ ດາວແທງຖຸຍໄດ້ກັບຄືນຢ້ຽມຢາມບ້ານເກີດເມືອງນອງ, ຢ້ຽມຢາມທຸກຢ່າງໃນວັນມ້ຽວຊິກດັງ. ນາງ ດາວແທງຖຸຍ ເວົ້າວ່າ :
“ສອງເອື້ອຍນ້ອງພວກເຮົາຖືກກຳເນີດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ, ແຕ່ບ້ານເກີດຂອງປູ່ຍ່າແມ່ນຢູ່ຊິກດັງ. ຄາວຍັງນ້ອຍ, ເຮົາມັກມາຫຼິ້ນຢູ່ນີ້. ເຮົາປີນຂຶ້ນທຸກອັນຄື ລະຄັງ, ປະຕູໂຂງ, ແລ້ວກໍຫຼົກເອົາຕົ້ນໄມ້ອ່ອນມາໃຫ້ແມ່. ເມື່ອກ່ອນນີ້, ເຮືອນຫຼັງນີ້ ແມ່ນສະຫະກອນຕ່ຳພົມປູພື້ນ. ຄາວນັ້ນຍັງຮົກເຮື້ອແທ້, ແຕ່ມາຮອດປະຈຸບັນແມ່ນງາມຫຼາຍ ແຕ່ຍັງຄົງສາມາດຮັກສາລັກສະນະເກົ່າແກ່ຂອງມັນ”
ວັນມ້ຽວຊິກດັງຖືກປຸກສ້າງໃນເນື້ອທີ່ດິນກ້ວາງ 6000 ຕາແມດ ຊຶ່ງລວມທັງບັນດາກິດຈະກຳສະຖາປັດຕະຍະກຳຄື: ປະຕູໂຂງ, ຫໍລະຄັງ, ເຂດບູຊາ….
ນາງ ຫງວຽນທິລຽນ ຜູ້ນຳທ່ຽວໃຫ້ຮູ້ວ່າ ກິດຈະກຳສະຖາປັດຕະຍະດຳພິເສດນີ້ ຍັງຄົງຮັກສາໄວ້ເໝືອນເດີມ ນັບແຕ່ເວລາກໍ່ສ້າງມາຮອດປະຈຸບັນ ແລະ ຖືກເອົາເປັນສັນຍາລັກຂອງແຂວງຮຶງອຽນ. ນາງ ຫງວຽນທິລຽນ ເວົ້າວ່າ :
“ ປະຕູໂຂງປະກອບດ້ວຍປະຕູໃຫຍ່ ແລະ 2 ປະຕູນ້ອຍຢູ່ 2 ຂ້າງ, ມີ 2 ຊັ້ນ ແລະ 8 ຫຼັງຄາ ຊຶ່ງສະແດງໃຫ້ເຫັນຄວາມຄາດຫວັງຂອງຊາວກະສີກອນຢາກມີຊີວິດທີ່ອີ່ມໜຳສຳລານ ແລະ ສົມບູນພູນສຸກ ”
ຫວນຄືນອະນຸສອນໃນຄາວເຍົາໄວ, ນາງ ດາວແທງນາມ ເລົ່າສູ່ຟັງວ່າ:
“ ໃນຍາມລະດູຮ້ອນເມື່ອກ່ອນນີ້, ຊາວບ້ານເຄີຍຕາກເຟືອງ ເປັນກອງສູງຮອດເຄິ່ງປະຕູໂຂງ, ຄາວນັ້ນ ເຮົາຂີ້ດື້ຫຼາຍ, ປີນຂຶ້ນເທິ່ງປະຕູ, ແລ້ວໂດດລົງກອງເຟືອງ ແລະ ກິ້ງ 2-3 ຮອບລົງໜ້າດິນ. ຮອດຍາມລະດູໝາກລຳໄຍ, ກໍມັກພາກັນໄປເດັດເອົາໝາກ ”
ເມື່ອຍ່າງຜ່ານເດີນກ້ວາງກໍຮອດເຂດບູຊາໃນ ວັນມ້ຽວຊິກດັງ ຊຶ່ງເປັນບ່ອນທີ່ມີບັນຍາກາດເຄັ່ງຂຶມ, ດ້ວຍລະບົບຮ້ານບູຊາ, ຄຳຜະຫຍາ, ລະບົບເສົາ, ຄານຖືກຟອກຄຳປິວ. ຢູ່ແຫ່ງນີ້ແມ່ນບ່ອນບູຊາຂົງຈື, ອາຈານຈູວັນອານຊຶ່ງແມ່ນອະທິການບໍດີຄົນທຳອິດຂອງວັນມ້ຽວກ໋ວກຕືຢ້າມ - ມະຫາວິທະຍາໄລແຫ່ງທຳອິດຂອງຫວຽດນາມ ແລະ ບັນດາຜູ້ທີ່ມີຄຸນງາມຄວາມດີໃນສະໄໝສັກດີນາ. ແມ່ຍິງ 2 ຄົນນີ້ປ່ຽມລົ້ນໄປດ້ວຍຄວາມເອກອ້າງທະນົງໃຈເມື່ອຜູ້ນຳທ່ຽວແນະນຳກ່ຽວກັບບັນດາແຜ່ນສີລາຢູ່ແຫ່ງນີ້.
“ ແຜ່ນສີລາ 8 ແຜ່ນນີ້ຖືກຕັ້ງຂຶ້ນເມື່ອປີ 1888 ແລະ ແຜ່ນສີລາສຸດທ້າຍແມ່ນຖືກຕັ້ງຂຶ້ນເມື່ອປີ 1943. ແຜ່ນສີລາ 9 ແຜ່ນຢູ່ ວັນມ້ຽວຊິກດັງໃນແຂວງຮຶງອຽນ ແມ່ນໄດ້ຈາລຶກຊື່ສຽງຮຽງນາມ, ບ້ານເກີດ, ຕຳແໜ່ງຂອງປະລິນຍາເອກ 168 ທ່ານໃນຍອດຈຳນວນປະລິນຍາເອກ 228 ທ່ານຂອງແຂວງຮຶງອຽນ. ໃນສະໄໝສັກດີນາ, ທົ່ວປະເທດມີປະລິນຍາເອກ 2898 ທ່ານ, ສະເພາະແຂວງຮຶງອຽນມີປະລິນຍາເອກ 228 ທ່ານ, ກວມເອົາ 1/10 ໃນທົ່ວປະເທດ, ທັງແມ່ນແຂວງຢືນອັນດັບ 4 ໃນທົ່ວປະເທດກ່ຽວກັບຈຳນວນຜູ້ເສັງໄດ້ຄະແນນດີ.”
ເມື່ອເດີນທາງອອກຈາກວັນມ້ຽວຊິກດັງ, ຜ່ານທົ່ງນາສຸກເຫຼືອງອາຮາມ, ບັນດາອະນຸສອນເມື່ອກ່ອນນີ້ ໄດ້ປະກົດຂຶ້ນໃນຄວາມຊົງຈຳ ຂອງສອງເອື້ອຍນ້ອງ ພ້ອມກັບຄວາມປະທັບໃຈໃນມື້ໜຶ່ງຢູ່ວັນມ້ຽວຊິກດັງ ພາຍຫຼັງຝົນຕົກ ຊຶ່ງຈະຝັງເລິກໃນດວງໃຈຂອງນາງ ດາວແທງຖຸຍ ເມື່ອກັບໄປອາໄສຢູ່ເຢຍລະມັນທີ່ຫ່າງໄກ.