(VOVWORLD) -ອ່າວຮະລອງ-ໝູ່ເກາະ ກ໊າດບ່າ ຫາກໍ່ຖືກສະຫະພັນວິທະຍາສາດທໍລະນີສາກົນ EUGS ຮັບຮອງແມ່ນມໍລະດົກທໍລະນີສາກົນ. ດ້ວຍເກາະດອນຫຼີນຫຼາຍໜ່ວຍພົ້ນຂຶ້ນຈາກໜ້ານ້ຳທະ, ໝູ່ເກາະ ກ໊າດບ່າ ທີ່ນະຄອນ ຫ໋າຍຟ່ອງ ຊ້ອນແຝງຖ້ຳຕ່າງໆ ທີ່ລຶກລັບມະຫັດສະຈັນ ເຊິ່ງຍາກຈະຫາໄດ້ຢູ່ແຫ່ງອື່ນ. ຈຸດທີ່ເປັນເອກະລັກຂອງຖ້ຳ ກ໊າດບ່າ ແມ່ນບັນດາກຸ່ມຖ້ຳຍາວຢຽດໄປທົ່ວເກາະ
ຖ້ຳ ກວນອີໃນໝູ່ເກາະ ກ໊າດບ່າ |
ຕາມການປະເມີນຂອງນັກວິທະຍາສາດ ໃນໝູ່ເກາະ ກ໊າດບ່າແລ້ວ, ມີຖ້ຳປະມານ 150 ແຫ່ງ ນອນກະແຈກກະຈາຍໃນທົ່ວໝູ່ເກາະ. ແຕ່ຍ້ອນຈຸດພິເສດທາງດ້ານພູມິສັນຖານທີ່ທຸລະກັນດານຂອງເກາະຕ່າງໆຢູ່ນອກຝັ່ງທະເລ ດັ່ງນັ້ນມາຮອດປັດຈຸບັນຈຶ່ງມີຖ້ຳເກືອບ 70 ແຫ່ງໄດ້ຮັບການສຳຫຼວດ ແລະ ຕັ້ງຊື່. ຮວາເກືອງ, ຈຸງຈາງ, ກວນອີ, ທຽນລອງ ກໍ່ແມ່ນຊື່ເອີ່ນຂອງຖ້ຳໃຫຍ່ຕ່າງໆຢູ່ ກ໊າດບ່າ. ແຕ່ລະຊື່ເອີ້ນກໍ່ລ້ວນແຕ່ຕິດພັນກັບຈຸດພິເສດທາງດ້ານທໍລະນີ ຫຼື ເລື່ອງລາວປະຫວັດສາດຂອງຖ້ຳແຕ່ລະແຫ່ງ. ທ່ານ ດິງວັນຕຸ່ງ ສັງກັດສູນສຶກສາ ແລະ ບໍລິການສິ່ງແວດລອ້ມ, ປ່າສະຫງວນແຫ່ງຊາດ ກ໊າດບ່າ ໃຫ້ຮູ້ວ່າ:
“ຖ້ຳຕ່າງໆທີ່ເປັນຮູບປະທຳຢູ່ທີ່ນີ້ກໍ່ແມ່ນເຂດສຳຄັນທີ່ສຸດຂອງລະບົບພູຫີນປູນ. ທີໜຶ່ງ ແມ່ນຍ້ອນເຫດໂລ່ ແລະຫລຸບລົງຂອງພື້ນດິນ. ທີສອງ ແມ່ນຍ້ອນຜົນກະທົບທາງດ້ານເຄມີຈາກປະຕິກິລິຍາໃນອາກາດ”.
ຍ້ອນຈຸດພິເສດແມ່ນຖ້ຳຢູ່ເກະຫີນປູນໃກ້ກັບທະເລ, ໃນບໍລິເວນອ້ອມຕີນພູຖືກຈຳກັດ ດັ່ງນັ້ນສັດປະເພດຕ່າງໆທີ່ມີຊີວິດໃນຖ້ຳຢູ່ເກາະ ກ໊າດບ່າ ກໍ່ມີຈຸດພິເສດ ແລະ ແຕກຕ່າງກັບຖ້ຳອື່ນໆ. ໂດຍມີຊີວິດໃນໝູ່ເກາະທີ່ມີແດດ ແລະ ພາຍຸລົມແຮງ, ດັ່ງນັ້ນ ເຈຍແມ່ນສັດປະເພດໜຶ່ງກວມເປັນສ່ວນຫຼາຍໃນຈຳນວນສັດປະເພດຕ່າງໆມີຊີວິດໃນຖ້ຳຢູ່ ກ໊າດບ່າ ແລະ ສັດປະເພດເຈຍ ທີ່ມີຊີວິດໃນຖ້ຳຢູ່ ກ໊າດບ່າ ກໍ່ແມ່ນປະເພດທີ່ຫາຍາກ ພຽງປາກົດຕົວຢູ່ເຂດທະເລແຫ່ງນີ້. ທ່ານ ຫງວຽນວັນທິ້ວ ຜູ້ອຳນວຍການປ່າສະຫງວນແຫ່ຊາດ ກ໊າດບ່າ ໃຫ້ຮູ້ວ່າ:
“ໃນຖ້ຳກໍ່ມີສັດບາງປະເພດ. ຖ້ຳຈຸງຈາງ ກໍ່ມີເຈຍບາງປະເພດພວມດຳລົງຊີວິດ, ນອກຈາກນັ້ນກໍ່ໍ່ຍັງມີສັດປະເພດເລືອຄານ, ກົບ…”
ຄວາມແຕກຕ່າງກ່ຽວກັບສັດປະເພດຫາຍາກ ແລະ ຄວາມແຕກຕ່າງທາງດ້ານໂຄງສ້າງກ່ຽວກັບຖ້ຳຕ່າງໆໃນເກາະ ກ໊າດບ່າ ແມ່ນປັດໄຈດຶງດູດແຂກທ່ອງທ່ຽວ. ຖ້ຳຢູ່ ກ໊າດບ່າ ຖືກແບ່ງເປັນສອງກຸ່ມ ນັ້ນແມ່ນກຸ່ມຖ້ຳມີປາກ ແລະ ກຸ່ມຖ້ຳມີແຕ່ສອງຫາສາມປາກ. ສຳລັບກຸ່ມຖ້ຳມີປາກກວ້າງປາກດຽວ ກໍ່ມີໂຄງປະກອບຫຼາຍຮູບຫຼາຍແບບມີລະບົບນົມຜາຫີນເປັນເອກະລັກຄື ຖ້ຳຮວາເກືອງຢູ່ຕາມແສງ ຢາລ້ວນ, ຖ້ຳທຽນລອງ ຢູ່ຕາແສງ ຝູ໋ລອງ. ທ່ານດິງວັນຕຸ່ງ ໃຫ້ຮູ້ຕື່ມອີກວ່າ:
“ຍ້ອນໂຄງປະກອບທາງດ້ານທໍລະນີ ຄວາມແຕກແຫງໄປຕາມທິດຮູບໂຄ້ງຂອງເນີນພູ ແລະ ຕາມໂຄງສ້າງທາງດ້ານທໍລະນີ ແລະ ກໍ່ຍ້ອນຊັ້ນທໍລະນີຂອງຕະກອນປ່ຽນແປງໂຄງປະກອນ ໃນແຕ່ໄລຍະທາງ. ເມື່ອອອກໄປທາງນອກ ພວກເຮົາຈະເຫັນປາກຖ້ຳໃຫຍ່ທີ່ສຸດ”.
ກຸ່ມຖ້ຳທີ່ມີສອງຫາສາມປາກຄືຖ່ຳຈຸງຈາງ ຖ້ຳຕຽນດຶກ ແລະ ຖ້ຳຮຸງເຊີນ ກໍ່ມີໂຄງປະກອບລອດພູ ມີລວງຍາວແຕ່ 200 ຫາ 400 ແມັດ ປະກອບດ້ວຍບັນດາກຸ່ມນົມຜາຫີນ ມີຮູບຮ່າງງາມຕາ ແລະ ລຶກລັບມະຫັດສະຈັນ. ທ່ານ ຕຸ່ງ ເປີດເຜີຍອີກວ່າ:
“ການປ່ຽນແປງທາງດ້ານສີສັນກໍ່ຂຶ້ນກັບການເປັນຮູບປະທຳຂອງລະບົບນ້ຳຝົນຊຶມ. ເຂດໃດມີນ້ຳຫຼາຍນັ້ນ, ໂຄງປະກອບກໍ່ເປັນຮູບປະທຳທີ່ມີຄວາມງາມ ແລະ ມະຫັດສະຈັນ”.
ຖ້າຫາກວ່າ ຖ້ຳຈຸງຈາງ ມີຄວາມງາມຂອງລະບົບນົມຜາຫີນ ຫຼື ລວງຍາວ ແລະ ຖ້ຳກວນອີ ກໍ່ເປັນເຂດທີ່ກວ້າງໃຫຍ່ຢູ່ທາງໃນຖ້ຳນັ້ນ ຖ້ຳທຽນລອງ ແລະ ຖ້ຳຮວາເກືອງ ກໍ່ເປັນຂີດໝາຍພິເສດດ້ວຍບັນດາຮ່ອງຮອຍສະຖານບູຮານ ຢັ້ງຢືນການປາກົດຕົວຂອງມະນຸດມາແຕ່ດົນນານ. ລະບົບຖ້ຳຢູ່ ກ໊າດບ່າ ໄດ້ຮັບຖືວ່າແມ່ນຫໍພິພິທະພັນທໍລະນີຂອງທຳມະຊາດ.
ການປາກົດຕົວຂອງຖ້ຳຢູ່ແຫ່ງນີ້ກໍ່ເປັນຫຼັກຖານຢັ້ງຢືນຂະບວນວິວັດແຫ່ງການເຄື່ອນເໜັງ ແລະ ຂະຫຍາຍຕົວທາງດ້ານທໍລະນີຢູ່ແຫ່ງນີ້