ການຟື້ນຕົວຢ່າງແຂງແຮງຂອງຂະແໜງທ່ອງທ່ຽວ ບາເຣັຍ - ຫວຸງເຕົ່າ

(VOVWORLD) - ຂະແໜງທ່ອງທ່ຽວແຂວງ ບາເຣັຍ - ຫວຸງເຕົ່າ ໄດ້ເລີ່ມຟື້ນຕົວຢ່າງແຂງແຮງ ໃນເດືອນ ຕຸລາ ປີ 2022. ບັນດາຕົວເລກເຕີບໂຕທີ່ໜ້າປະທັບໃຈ ກ່ຽວກັບຈຳນວນແຂກທ່ອງທ່ຽວ, ລາຍໄດ້ຈາກການທ່ອງທ່ຽວ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແມ່ນໝາກຜົນທີ່ມາຈາກຄວາມມານະພະຍາຍາມຟື້ນຟູ ພັດທະນາເສດຖະກິດສັງຄົມ ຂອງອຳນາດການປົກຄອງທ້ອງຖິ່ນ, ປະຊາຄົມວິສາຫະກິດໃນຂົງເຂດທ່ອງທ່ຽວ
ການຟື້ນຕົວຢ່າງແຂງແຮງຂອງຂະແໜງທ່ອງທ່ຽວ ບາເຣັຍ - ຫວຸງເຕົ່າ - ảnh 1ທັດສະນີຍະພາບນະຄອນ ວຸ້ງເຕົາ ໂດຍເບິ່ງຈາກບ່ອນສູງ
  ບາເຣັຍ - ຫວຸງເຕົ່າ ແມ່ນສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງ ຫວຽດນາມ. ແຂວງມີຝັ່ງທະເລລວມຄວາມຍາວ 300 ກິໂລແມັດ   ໃນນັ້ນປະມານ 156 ກິໂລແມັດ ແມ່ນບັນດາຫາດຊາຍທະເລທີ່ສວຍງາມ ດ້ວຍນ້ຳທະເລຂຽວໃສເຢັນ  ມີບັນດາທິວທັດທຳມະຊາດ ມີປ່າດົງດິບ ບິ່ງເຈົາ ຝຶກບິ໋ວ ປ່າສະຫງວນແຫ່ງຊາດ ກົນດ໋າວ, ມີຫ້ວຍນ້ຳອຸ່ນຢູ່ໃນປ່າດົງດິບ. ແຂວງກໍ່ຍັງມີພູສູງຄື ພູນຸ໊ຍຢິງ, ພູມິງດ້າມ. ທັງໝົດເຫຼົ່ານັ້ນກໍ່ເພື່ອຂຸດຄົ້ນໃຫ້ແກ່ການເຄື່ອນໄຫວທ່ອງທ່ຽວ. ເພື່ອດຶງດູດແຂກທ່ອງທ່ຽວ ກັບຄືນມາທ່ອງທ່ຽວພາຍຫຼັງໂຄວິດ - 19, ທາງແຂວງ ໄດ້ຈັດບັນດາເຫດການບັນເທີງ. ບັນດາຮາກຖານທ່ອງທ່ຽວກໍ່ໄດ້ຈັດບັນດາລາຍການສົ່ງເສີມການຄ້າ ອາຫານການກິນ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ນາງ ຫງວຽນທູເຮືອງ ແຂກທ່ອງທ່ຽວມາຈາກແຂວງ ບິ່ງເຝືອກ ແບ່ງປັນວ່າ:

   “ນີ້ແມ່ນເທື່ອທີ 5 ທີ່ຂ້າພະເຈົ້າໄດ້ມາທ່ອງທ່ຽວ, ໃນເທື່ອນີ້ກໍ່ໄດ້ໄປນຳໝູ່ເພື່ອນ, ທັດຊະນີຍະພາບຢູ່ແຫ່ງນີ້ເຢັນສະບາຍ ມີທິວທັດທຳມະຊາດງົດງາມແລະ ມີການບໍລິການທີ່ດີ”.

      ຮອດທ້າຍເດືອນ ຕຸລາ ປີ 2022 ພະແນກທ່ອງທ່ຽວແຂວງ ບາເຣັຍ - ຫວຸງເຕົ່າ ກໍ່ໄດ້ສຳເລັດການສຳຫຼວດປະມານ 60 ສະຖາທີ່ທ່ອງທ່ຽວໃໝ່, ຮາກຖານຜະລິດຢູ່ໝູ່ບ້ານອາຊີບຫັດຖະກຳ, ການຄ້າເພື່ອນຳເຂົ້າຮັບໃຊ້ການທ່ອງທ່ຽວ. ທ່ານ ຈິ້ງຫ່າງ ຫົວໜ້າພະແນກທ່ອງທ່ຽວແຂວງ ບາເຣັຍ - ຫວຸງເຕົ່າ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ດຳເນີນການສຳຫຼວດຊັບພະຍາກອນທັງໝົດກໍ່ຄືສະພາບທ່ອງທ່ຽວປັດຈຸບັນຢູ່ທ້ອງຖິ່ນ. ຜ່ານການສຳຫຼວດກໍ່ໄດ້ເຫັນວ່າ ການທ່ອງທ່ຽວຂອງແຂວງ ພຽງແຕ່ຂະຫຍາຍຕົວສ່ວນໜຶ່ງອັນນ້ອຍໆ ເມື່ອທຽບໃສ່ຊັບພະຍາກອນທ່ອງທ່ຽວທີ່ພວມມີຢູ່ແລ້ວ. ພວກຂ້າພະເຈົ້າຈະເຊື່ອມຕໍ່ບັນດາເຂດແຄ້ວນໃນທົ່ວປະເທດ,ກໍ່ສ້າງແຫຼ່ງຊັບພະຍາກອນມະມຸດ ເພື່ອກະກຽມບັນດາໂຄງການແຜນງານພັດທະນາເປັນຢ່າງດີ”.

     ສ່ວນທ່ານ ຫວໍ໊ເທ້ໝີ ຮອງປະທານສະຫະສະມາຄົມທ່ອງທ່ຽວແຂວງ ບາເຣັຍ - ຫວຸງເຕົ່າຖືວ່າ:

       “ໄດ້ຕ້ອນຮັບແຂກທ່ອງທ່ຽວແຕ່ 14 ຫາ 16 ລ້ານເທື່ອຄົນຕໍ່ປີ ສຳລັບແຂວງນ້ອຍໆຄື ບາເຣັຍ - ຫວຸງເຕົ່າ ກໍ່ແມ່ນຄວາມເອກອ້າງທະນົງໃຈແລ້ວ. ພວກເຮົາຄວນມີບັນດາສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກຕື່ມອີກ. ຂະແໜງທ່ອງທ່ຽວ ບາເຣັຍ - ຫວຸງເຕົ່າ ກໍ່ຕ້ອງມີສິ່ງທີ່ໃໝ່ອ່ຽມແລະ ເປັນເອກະລັກ ຈຶ່ງສາມາດດຶງດູດແຂກທ່ອງທ່ຽວມາເອງ”.

      ພາຍຫຼັງມານະພະຍາຍາມຢ່າງຫຼວງຫຼາຍນັ້ນ, ໃນ10 ເດືອນຕົ້ນປີ 2022  ແຂວງ ບາເຣັຍ - ຫວຸງເຕົ່າ ໄດ້ຕ້ອນຮັບແຂກທ່ອງທ່ຽວ 11 ລ້ານເທື່ອຄົນ ບັນລຸເກືອບ 350% ແຜນການປີ, ເພີ່ມຂຶ້ນປະມານ 250% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລາຍຮັບຈາກການທ່ອງທ່ຽວ ແມ່ນປະມານ 452 ລ້ານUSD ເພີ່ມຂຶ້ນເກືອບ 94% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ກ່ຽວກັບດຶງດູດແຂກທ່ອງທ່ຽວຢູ່ພາຍປະເທດ, ແຂວງ ບາເຣັຍ - ຫວຸງເຕົ່າ ພວມມານະພະຍາຍາມຟື້ນຟູຕະຫຼາດແຂກທ່ອງທ່ຽວສາກົນ. ໃນນັ້ນມີການເຂົ້າຮ່ວມບັນດາງານຕະຫຼາດນັດໂຄສະນາ, ຕ້ອນຮັບບັນດາຄະນະຟາມຈິບມາສຳຫຼວດການບໍລິການ, ໂຄສະນາທາງໂທລະພາບຕ່າງປະເທດ.ທ່ານນາງເຈິ່ນທິທູຮວ່ຽນ ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ບາເຣັຍ - ຫວຸງເຕົ່າ ໃຫ້ຮູ້ວ່າ:

    “ພວກຂ້າພະເຈົ້າຍູ້ແຮງເຕັກໂນໂລຊີ ດີຈີຕອນເພື່ອພັດທະນາການທ່ອງທ່ຽວ ນັ້ນແມ່ນສິ່ງທີ່ເປັນຕາຍ ຂອງຂະແໜງທ່ອງທ່ຽວ. ພວກເຮົາກໍ່ບໍ່ມີວິທີໃດດີກວ່າການຍູ້ແຮງໃນເຄືອຂ່າຍອິນເຕີເນັດ. ຖ້າຫາກບໍ່ນຳໃຊ້ເຕັກໂນໂລຊີດີຈີຕອນນັ້ນ ເຖິງວ່າຈະເຮັດດີຄືແນວໃດກໍ່ຕາມ ກໍ່ພຽງເຮັດໃນຂອບເຂດພາຍໃນແຂວງເທົ່ານັ້ນ ບໍ່ສາມາດເຮັດວຽກງານໂຄສະນາສົ່ງເສີມອອກສູ່ພາຍນອກໄດ້”.

      ບາເຣັຍ - ຫວຸງເຕົ່າ ກໍ່ພວມສືບຕໍ່ຍູ້ແຮງການຮ່ວມສຳພັນພັດທະນາເຂດທ່ອງທ່ຽວ. ຂະແໜງທ່ອງທ່ຽວແຂວງ ບາເຣັຍ - ຫວຸງເຕົ່າ ໄດ້ເຊັນສັນຍາການຮ່ວມມືພັດທະນາການທ່ອງທ່ຽວ ໄລຍະ 2020– 2025 ລະຫວ່າງ 6 ແຂວງ ນະຄອນພາຍໃນເຂດ; ລົງນາມໃນໂຄງການຮ່ວມສຳພັນຮ່ວມມືພັດທະນາການທ່ອງທ່ຽວກັບບັນດາແຂວງ ນະຄອນອື່ນໆຢູ່ພາກກາງ ແລະ ພາກໃຕ້. ທ່ອງທ່ຽວກໍ່ແມ່ນຂະແໜງເສດຖະກິດສັງລວມ ມີບົດບາດສຳຄັນພິເສດໃນໂຄງສ້າງພັດທະນາເສດຖະກິດຂອງແຂວງ ບາເຣັຍ - ຫວຸງເຕົ່າ. ຮ່າງມະຕິວ່າດ້ວຍທິດທາງໜ້າທີ່ພັດທະນເສດຖະກິດ - ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບປີ 2023 ຂອງແຂວງ ໄດ້ວາງເປົ້າໝາຍປີ 2023, ລາຍໄດ້ຈາກການບໍລິການພັກເຊົາເພີ່ມຂຶ້ນ 11,9%, ລາຍໄດ້ຈາກການທ່ອງທ່ຽວທາງໄກ ເພີ່ມຂຶ້ນ 12,5% ເມື່ອທຽບໃສ່ປີ 2022. ດ້ວຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ ພ້ອມກັບການປ່ຽນແປງໃໝ່ ໃນວິທີເຮັດທ່ອງທ່ຽວ, ຂະແໜງອຸດສາຫະກຳບໍ່ມີຄວັນຂອງແຂວງ ບາເຣັຍ - ຫວຸງເຕົ່າ ຈະສືບຕໍ່ຟື້ນຟູຢ່າງແຂງແຮງ ຮັກສາບົດບາດສຳຄັນໃນການພັດທະນາເສດຖະກິດທ້ອງຖິ່ນໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ