ການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນເອກະລັກ ຂອງສວນສາທາລະນະທໍລະນີກາວບັ່ງ

(VOVWORLD) -ວັນທີ 12 ເມສາ, ອົງການສະຫະປະຊາຊາດ ເພື່ອການສຶກສາວິທະຍາສາດ ແລະ ວັດທະນະທຳ ໄດ້ຮັບຮອງສວນສາທາລະນະ ທໍລະນີພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ ແມ່ນສວນສາທາລະນະ ທໍລະນີສາດທົ່ວໂລກ. ພ້ອມກັບບັນດາຄຸນຄ່າທັດສະນີຍະພາບທຳມະຊາດທີ່ໃຫຍ່ໂຕມະໂຫຖານນັ້ນ,ນາມມະຍົດສວນສາທາລະນະທໍລະນີສາດທົ່ວໂລກຈະກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ, ເປັນແຫ່ງເຕົ້າໂຮມບັນດາຄຸນຄ່າມໍລະດົກທຳມະຊາດ, ວັດທະນະທຳບັນດາເຜົ່າ, ທັງແມ່ນກາລະໂອກາດເພື່ອໃຫ້ແຂວງ ກາວບັ່ງພັດທະນາການທ່ອງທ່ຽວ.
ການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນເອກະລັກ ຂອງສວນສາທາລະນະທໍລະນີກາວບັ່ງ - ảnh 1 ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງໃນບໍລິເວນສວນສາທາລະນະທໍລະນີພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ

ສວນສາທາລະນະທໍລະນີພູຜາປ່າໄມ້ແມ່ນ້ຳລຳເຊ ກາວບັ່ງ ມີເນື້ອທີ່ກວ່າ 3000 ຕາລາງກິໂລແມັດ, ນອນຢູ່ທິດເໜືອຂອງ ຫວຽດນາມ, ຫ່າງຈາກ ຮ່າໂນ້ຍປະມານ 300 ກິໂລແມັດ. ສວນສາທາລະນະທໍລະນີພູຜາປ່າໄມ້ແມ່ນ້ຳລຳເຊກາວບັ່ງ ປະກອບດ້ວຍ 6 ເມືອງຄື: ຮ່າກວາງ, ຈ່າລິ້ງ, ກວາງອວຽນ, ຈູ່ງແຄ໋ງ, ຫ້າລາງ, ຟູກຮ່ວາ ແລະ ເນື້ອທີ່ສ່ວນໜຶ່ງຂອງບັນດາເມືອງ ຮ່ວາອານ, ງວຽນບິ່ນ ແລະ ແຈກອານ. ນີ້ແມ່ນແຫ່ງດຳລົງຊີວິດຂອງ 9 ຊົນເຜົ່າທີ່ແຕກຕ່າງກັນຄື: ໄຕ່, ນຸ່ງ, ມົ້ງ, ກິງ, ຢ້າວ, ຊ໋ານໄຈ…

ສວນສາທາລະນະທໍລະນີພູຜາປ່າໄມ້ແມ່ນ້ຳລຳເຊກາວບັ່ງໄດ້ກາຍເປັນ ສວນສາທາລະນະທໍລະນີທົ່ວໂລກແຫ່ງທີສອງຢູ່ ຫວຽດນາມ, ຖັດຈາກ ສວນສາທາລະນະທໍລະນີທົ່ວໂລກພູພຽງຫີນດົ່ງວັນ, ແຂວງ ຮ່າຢາງ. ທ່ານນາງ ເຈິ່ນທິຮ່ວາງມາຍ, ເອກອັກຄະລັດຖະທູດ - ຫົວໜ້າຄະນະປະຈຳການ ຫວຽດນາມຄຽງຂ້າງ UNESCO, ໃຫ້ຮູ້ວ່າ: 

“ຕາມຄວາມເຫັນຂອງບັນດານັກຊ່ຽວຊານ UNESCO ແລ້ວ, ຢູ່ທີ່ນີ້ໄດ້ເຕົ້າໂຮມບັນດາມາດຖານຢ່າງຄົບຖ້ວນເພື່ອໄດ້ຮັບການຮັບຮອງເປັນ ສວນສາທາລະນະທໍລະນີທົ່ວໂລກ. ກ່ອນອື່ນໝົດແມ່ນມີຄວາມກວ້າງຂວາງຢ່າງພຽງພໍ, ເພື່ອສົ່ງຜົນກະທົບທາງດ້ານເສດຖະກິດ, ສັງຄົມເຖິງທົ່ວເຂດໃນຕໍ່ໜ້າ. ທີສອງແມ່ນມີຄຸນຄ່າດ້ານທໍລະນີສາດ: ປັດຈຸບັນ, ຢູ່ສວນສາທາລະນະພູຜາປ່າໄມ້ແມ່ນ້ຳລຳເຊກາວບັ່ງມີມໍລະດົກທໍລະນີສາດກວ່າ 130 ແຫ່ງ, ໃນນັ້ນມີມໍລະດົກອັນລ້ຳຄ່າຫຼາຍແຫ່ງ. ນອກນັ້ນ, ຢູ່ທີ່ນີ້ຍັງມີບັນດາຄຸນຄ່າອື່ນໆອີກຄື: ທັດສະນີຍະພາບ, ຊີວະນາໆພັນ, ສີສັນວັດທະນະທຳ, ປະຫວັດຄວາມເປັນມາ.“

ຢູ່ສວນສາທາລະນະທໍລະນີພູຜາປ່າໄມ້ແມ່ນ້ຳລຳເຊກາວບັ່ງ, ບັນດານັກວິທະຍາສາດໄດ້ຄົ້ນພົບ, ຕີລາຄາ, ສະເໜີຈັດອັນດັບມໍລະດົກທໍລະນີທີ່ເປັນເອກະລັກສະເພາະ 130 ແຫ່ງ, ດ້ວຍພູມີປະເທດ, ທັດສະນີຍະພາບຫີນທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ. ສວນສາທາລະນະທໍລະນີສາດພູຜາປ່າໄມ້ແມ່ນ້ຳລຳເຊກາວບັ່ງ ມີຫຼາຍມໍລະດົກວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ, ພິເສດແມ່ນບັນດາປູຊະນີຍະສະຖານປະຕິວັດ, ໃນນັ້ນມີປູຊະນີຍະສະຖານລະດັບຊາດພິເສດ ປັກປໍ - ແຫ່ງທີ່ປະທານ ໂຮ່ຈີມິນ ກັບຄືນປະເທດເມື່ອປີ 1941 ພາຍຫຼັງໄປຊອກຫາເສັ້ນທາງກູ້ຊາດຢູ່ຕ່າງປະເທດມາເປັນເວລາ 30 ປີ ເພື່ອຊີ້ນຳຂະບວນການປະຕິວັດ; ປູຊະນີຍະສະຖານລະດັບຊາດພິເສດປ່າ ເຈິ່ນຮຶງດ້າວ - ແຫ່ງທີ່ປີ 1944 ທ່ານພົນເອກ ຫວໍງວຽນຢາບ ໄດ້ສ້າງຕັ້ງກອງທະຫານໂຄສະນາປົດປ່ອຍ ຫວຽດນາມ, ຕົ້ນກຳເນີດຂອງກອງທັບປະຊາຊົນ ຫວຽດນາມໃນປັດຈຸບັນ ແລະ ນ້ຳຕົກຕາດ ບານຢົກ - ເຊິ່ງແມ່ນໜຶ່ງໃນຈຳນວນນ້ຳຕົກຕາດເຂດຊາຍແດນທີ່ໃຫຍ່ ແລະ ສວຍງາມກວ່າໝູ່ຢູ່ໂລກ 4 ແຫ່ງ. ສວນສາທາລະນະທໍລະນີສາດພູຜາປ່າໄມ້ແມ່ນ້ຳລຳເຊກາວບັ່ງ ກໍ່ມີຊື່ສຽງດ້ວຍບັນດາຄຸນຄ່າຊີວະນາໆພັນພ້ອມກັບລະບົບຊີວະພາບ, ແນວພັນສັດ ແລະ ພືດພິເສດທີ່ອຸດົມສົມບູນ. ທ່ານ ຮ່ວາງຊວນແອ໋ງ, ປະທານຄະນະກຳມະການປະຊາຊົນແຂວງ ກາວບັ່ງ, ໃຫ້ຮູ້ວ່າ: 

“ພວກຂ້າພະເຈົ້າເອົາໃຈໃສ່ທີ່ສຸດເຖິງວຽກງານກໍ່ສ້າງ ແລະ ພັດທະນາ ສວນສາທາລະນະທໍລະນີທົ່ວໂລກ ຕິດພັນກັບການພັດທະນາເສດຖະກິດສັງຄົມແບບຍືນຍົງຂອງທ້ອງຖີ່ນ. ພວກຂ້າພະເຈົ້າຈະສຸມໃສ່ເຂົ້າໃນການສ້າງແຜນການຄຸ້ມຄອງໃຫ້ຖືກກັບຄວາມຮຽກຮ້ອງຕ້ອງການຂອງ UNESCO ແລະ ຕາໜ່າງ ສວນສາທາລະນະທໍລະນີສາດທົ່ວໂລກ, ສຸມໃສ່ກໍ່ສ້າງລະບົບພື້ນຖານດ້ານວັດຖຸ, ເພີ່ມທະວີການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນທ່ອງທ່ຽວ; ຍົກສູງຄຸນນະພາບລະບົບຄູ່ຮ່ວມມື ເພື່ອຂຸດຄົ້ນບັນດາມໍລະດົກທໍລະນີສາດຢ່າງມີປະສິດທິຜົນ; ເພີ່ມທະວີວຽກງານໂຄສະນາ, ຍົກສູງລະດັບຄວາມຮູ້ໃຫ້ປະຊາຊົນ; ຈັດຕັ້ງບັນດາກອງປະຊຸມສຳມະນາວິທະຍາສາດ, ແລກປ່ຽນບົດຮຽນທັງຢູ່ພາຍໃນ ແລະ ຕ່າງປະເທດເພື່ອເສີມຂະຫຍາຍຄຸນຄ່າຂອງສວນສາທາລະນະ“.

ດ້ວຍເລື່ອງ UNESCO ຮັບຮອງສວນສາທາລະນະພູຜາປ່າໄມ້ແມ່ນ້ຳລຳເຊກາວບັ່ງ ເປັນສວນສາທາລະນະທໍລະນີທົ່ວໂລກນັ້ນ ຈະຊ່ວຍໃຫ້ແຂວງ ກາວບັ່ງ ທັງປົກປັກຮັກສາສິ່ງແວດລ້ອມ, ອະນຸລັກຮັກສາທຳມະຊາດ, ນຳໃຊ້ຊັບພະຍາກອນໃນເຂດພູພຽງທໍລະນີສາດທຸກປະເພດຢ່າງເໝາະສົມ, ທັງຮັກສາບັນດາຄຸນຄ່າມໍລະດົກ, ຮັກສາ ແລະ ເສີມຂະຫຍາຍສີສັນ, ມູນເຊື້ອວັດທະນະທຳຂອງຊາດ. ພ້ອມທັງເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງຢ່າງມີປະສິດທິຜົນ, ປະກອບສ່ວນດຶງດູດການລົງທຶນເຂົ້າເຂດທ່ອງທ່ຽວຈຸດສຸມ ແນໃສ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນມາຢ້ຽມຢາມແຂວງກາວບັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ