ຂົວງ້ອຍ, ວັດເລືອງ, ສາລາ ຟອງຫຼາກ ຕັ້ງຢູ່ບໍລິເວນຕາແສງຫາຍແອງ, ເມືອງຫາຍເຫົ້າ ແຂວງນາມດີ້ງ, ມີສະຖາປັດຕະຍະກຳເກົ່າແກ່ເປັນເອກະລັກສະເພາະ, ເຂັ້ມຂົ້ນໄປດ້ວຍຂີດໝາຍຂອງບັນດານັກສີລະປະການທີ່ມີຄວາມເກັ່ງກ້າສາມາດຢູ່ແຫ່ງນີ້. ກຸ່ມປູຊະນີຍະສະຖານແຫ່ງນີ້ ໄດ້ຮັບການກໍ່ສ້າງໂດຍຕິດພັນກັບກິດຈະການບຸກເບີກພື້ນທີ່ ບຽດທະເລກ່ອນນີ້ 500 ປີຂອງບັນດາຜູ້ໄປບຸກເບີກພື້ນທີ່ ສ້າງເຂດດິນ ກວນແອງເມື່ອກ່ອນນີ້, ປະຈຸບັນແມ່ນເມືອງຫາຍເຫົ້າ. ຜ່ານໄລຍະເວລານັບຮ້ອຍປີ, ກຸ່ມປູຊະນີຍະສະຖານ ຂົວງ້ອຍ, ວັດເລືອງ, ສາລາ ຟອງຫຼາກ ຍັງຄົງຖືກຮັກສາເກືອບເໝືອນເດີມ.
ຂົວງ້ອຍຢູ່ບໍລິເວນຕາແສງຫາຍແອງ, ເມືອງຫາຍເຫົ້າ ແຂວງນາມດີ້ງ |
ໂດຍຖືກຕັ້ງບົນເສັ້ນທາງໄປວັດ, ຂົວງ້ອຍຫ່າງຈາກວັດເລືອງ, ສາລາ ຟອງຫຼາກປະມານ 100 ແມັດ, ກາຍເປັນກຸ່ມປູຊະນີຍະສະຖານທີ່ລື່ຊືຂອງດິນແດນແຫ່ງນີ້. ທັງ 3 ກິດຈະກຳນີ້ ລ້ວນແຕ່ມີອາຍຸຊ່ຳກັນ, ດັ່ງນັ້ນຊາວທ້ອງຖິ່ນເຄີຍເອີ້ນວ່າແມ່ນ ຂົວງ້ອຍ, ວັດເລືອງ, ສາລາ ຟອງຫຼາກ. ປ້າ ຫງວຽນທິເຍີມ ຢູ່ຕາແສງຫາຍແອງ ໃຫ້ຮູ້ວ່າ :
“ຂົວງ້ອຍ, ວັດເລືອງ, ສາລາ ຟອງຫຼາກແມ່ນ ກຸ່ມປູຊະນີຍະສະຖານປະຫວັດສາດຂອງຕາແສງຫາຍແອງ. ປູຊະນີຍະສະຖານທັງໝົດເຫຼົ່ານີ້ ລ້ວນແຕ່ຖືກຮັກສາໄວ້ເໝືອນເດີມ. ຂົວງ້ອຍນີ້ມີຮູບໂຄ້ງງາມອີ່ຫຼີ. ຮອດບຸນວັນເພັງເດືອນ 3, ແມ່ນວັນບຸນປະເພນີຂອງໝູ່ບ້ານ”
ຂົວງ້ອຍຖືກຕັ້ງຂ້າມແມ່ນ້ຳ ຈຸງຢາງ ຊຶ່ງແມ່ນແມ່ນ້ຳສາຍນ້ອຍໄຫຼລຽບຕາມຕາແສງຫາຍແອງ. ຂົວງ້ອຍມີ 9 ຫ້ອງຖືກຕັ້ງບົນ 18 ເສົາເຫີນສີ່ລຽມ. ຫຼັງຄາຂອງຂົວຖືກມຸງດ້ວຍດິນຂໍ, ມີຮູບຄ້າຍຄືກັບມັງກອນພວມບິນເລື່ອນລອຍ. ຂົວງ້ອຍບໍ່ພຽງແຕ່ແມ່ນກິດຈະກຳທາງຄົມມະນາຄົມເທົ່ານັ້ນ, ຫາກຍັງແມ່ນກິດຈະກຳວັດທະນະທຳ, ຄວາມເອກອ້າງທະນົງໃຈຂອງປະຊາຊົນຢູ່ຕາແສງຫາຍແອງອີກດ້ວຍ. ປ້າ ເຈີນທິຢິ້ວ ຢູ່ຕາແສງຫາຍແອງ ເວົ້າວ່າ :
“ ເມື່ອກ່ອນນີ້ ບໍ່ມີລົດໂອໂຕຫຼາຍຄືປະຈຸບັນ, ສ່ວນຫຼາຍແມ່ນຍ່າງຜ່ານນີ້. ກ່ອນໜ້ານີ້ ພື້ນທາງແມ່ນຕ່ຳກ່ວານີ້ຫຼາຍ, ຕ້ອງຂຶ້ນຂັ້ນໄດຫີນ 3 ຂັ້ນຈຶ່ງຂຶ້ນຂົວໄດ້. ປະຈຸບັນ, ພື້ນທາງຖືກປູສູງກວ່າຂົວ. ຂົວງ້ອຍນີ້ໄດ້ມີມາກ່ອນນີ້ 2-3 ຮ້ອຍປີແລ້ວ ”
ສຳລັບສ່ວນໄມ້ຂອງ ຂົວງ້ອຍຖືກແກະຄວັດສະຫຼັກບໍ່ລະອຽດລະອໍປານໃດ, ແຕ່ມັນສະແດງໃຫ້ເຫັນແຈ້ງທີ່ສຸດກ່ຽວກັບສະຖາປັດຕະຍະກຳຂອງຊາວຫວຽດນາມ. ສຳລັບປະຕູໂຂງຂອງຂົວຖືກເຮັດຕາມຮູບໂຄ້ງ, ທັງ 2 ຟາກແມ່ນມີເສົາ 2 ແຖວ. ໃນທຸກວັນນີ້, ພ້ອມກັບຂົວງ້ອຍ, ກໍມີຂົວຫີນຫຼາຍຂົວຖືກກໍ່ສ້າງ, ແຕ່ຊາວບ້ານຍັງຄົງຖືຂົວງ້ອຍເປັນຈຸດນັດພົບ. ນ້ອງຫງວຽນແທງເຟືອງ ນັກຮຽນຊັ້ນມັດທະຍົມຕອນປາຍຂອງຕາແສງ ຫາຍມິນ ຕິດກັບຕາແສງຫາຍແອງ ໃຫ້ຮູ້ວ່າ :
“ ຢູ່ຂົວແຫ່ງນີ້ ເຢັນສະບາຍ ແລະ ນີ້ແມ່ນປູຊະນີຍະສະຖານ, ດັ່ງນັ້ນພວກນ້ອງມັກມານີ້. ເມື່ອເລີກຮຽນ, ນ້ອງເຄີຍໄປນັ່ງຢູ່ຂົວ ແລະ ພ້ອມກັບໝູ່ເພື່ອນເຄີຍນັດກັນຢູ່ນີ້ເພາະສະຖານທີ່ແຫ່ງນີ້ມີຊື່ສຽງດົງດັງ. ຂົວເກົ່າແກ່ ແລະ ງາມຫຼາຍ"
ກ່ອນທີ່ຈະເຂົ້າຢ້ຽມຊົມສາລາ ຟອງຫຼາກ, ວັດເລືອງແມ່ນເຂດຕະຫຼາດບ້ານນາຊຶ່ງແມ່ນບ່ອນເຕົ້າໂຮມຊາວຕາແສງຫາຍແອງຢ່າງໜາແໜ້ນ. ສາລາ ຟອງຫຼາກໄດ້ຮັບການປຸກສ້າງນັບຕັ້ງແຕ່ບຸກເບີກພື້ນທີ່ເພື່ອສ້າງບ້ານແປງເມືອງ ແລະ ເປັນບ່ອນໂຮມປະຊຸມປຶກສາວຽກງານບ້ານເມືອງ.
ຢູ່ຂ້າງສາລາ ຟອງຫຼາກແມ່ນວັດເລືອງຫຼືເອີ້ນວ່າ ວັດຮ້ອຍຫ້ອງ ຊຶ່ງໄດ້ຮັບການກໍ່ສ້າງໃນທ້າຍສະຕະວັດທີ 15 ຫາຕົ້ນສະຕະວັດ 16. ວັດເລືອງໃນເບື້ອງຕົ້ນແມ່ນມີຂອບຂະໜາດນ້ອຍ, ແຕ່ຜ່ານການບູລະນະປະຕິສັງຂອນ ແລະ ເປີດກ້ວາງ, ພິເສດແມ່ນໃນ ການບູລະນະປະຕິສັງຂອນເມື່ອທ້າຍສະຕະວັດທີ 19 ຫາຕົ້ນສະຕະວັດ 20, ວັດເລືອງໃນປະຈຸບັນແມ່ນມີຂອບຂະໜາດໃຫຍ່ປະກອບດ້ວຍ 100 ຫ້ອງ ຖືກອອກແບບກໍ່ສ້າງດ້ວຍສະຖາປັດຕະຍະກຳຂອງຫຼາຍຍຸກສະໄໝ, ແຕ່ພົ້ນເດັ່ນກວ່າໝູ່ ຍັງຄົງແມ່ນການອອກແບບກໍ່ສ້າງໃນໄລຍະສະຕະວັດທີ 17 ແລະ 18. ປະຈຸບັນ, ວັດເລືອງຍັງເກັບຮັກສາຈຳນວນແຜ່ນສີລາຈາລຶກຄຸນງາມຄວາມດີໃນການກໍ່ສ້າງວັດ ແລະ ຂະບວນວິວັດແຫ່ງການບຸກເບີກພື້ນທີ່ ບຽດທະເລ ພ້ອມທັງສ່ອງແສງເຖິງຊີວິດທຸກດ້ານຂອງປະຊາຊົນຢູ່ແຫ່ງນີ້. ພໍ່ຕູ້ ດັ້ງວັນຟູ້ໃຫ້ຮູ້ວ່າ ພ້ອມກັບວັດເລືອງ, ຂົວງ້ອຍ, ສາລາ ຟອງຫຼາກ ໄດ້ສ້າງເປັນກຸ່ມປູຊະນີຍະສະຖານຈິດວິນຍານ ຊຶ່ງໄດ້ລົງເລິກເຂົ້າສູ່ຄຳຜະຫຍາ ສຸພະສິດ. ພໍ່ຕູ້ ດັ້ງວັນຟູ້ ເວົ້າວ່າ :
“ທຳອິດແມ່ນຮູບພາບທ່ານ້ຳ ແລະ ເຮືອ. ສຳລັບທັດສະນີຍະພາບນີ້ ມີຄຳຜະຫຍາທີ່ວ່າ : “ກວນແອງລື່ຊື່ແຕ່ດຶກດຳບັນ
ສາລາ ຟອງຫຼາກ ດົງດັງວັດຟຸກເລີມ
ແຂກມາກໍເລີຍມັກຖາມຂ່າວ
ນ້ຳຊາຂົວງ້ອຍ ແພໄໝຕະຫຼາດເລືອງ”
ໂດຍໄດ້ຄົງຕົວ ແລະ ເຕົົ້າໂຮມສິ່ງຍອດຍິ່ງດ້ານວັດທະນະທຳແຫ່ງຊາດນັບຮ້ອຍປີ, ວັດເລືອງ, ຂົວງ້ອຍ, ສາລາ ຟອງຫຼາກ ກໍແມ່ນບັນດາມໍລະດົກທີ່ຍອດຍິ່ງຂອງດິນແດນນາມດີ້ງແຫ່ງອະລິຍະທຳ. ບໍ່ຈັກວ່າເທົ່າໃດລຸ່ນຄົນຢູ່ແຫ່ງນີ້ ໄດ້ຖະໜຸຖະໜອມ, ອະນຸລັກຮັກສາບັນດາກິດຈະກຳວັດທະທະທຳທີ່ເປັນເອກະລັກນີ້ ໃຫ້ແກ່ຄົນລຸ່ນຫຼັງ ກ່ຽວກັບບັນດາຄຸນຄ່າສະຖາປັດຕະຍະກຳ, ວິຈິດຕະກຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດຫວຽດນາມ.