ຂົວລອງບຽນ ຜ່ານເອກະສານເກົ່າຂອງ ຝລ່ັງ ປະໄວ້

(vovworld)- ​ໂດຍ​ເລີ່​ມລົງມື​ກໍ່ສ້າງ​ເມື່ອ​ປີ 1898 ​ແລະ ສຳ​ເລັດ​ໃນ​ປີ 1902, ຂົວ​ລອງ​ບຽນ ຊື່​ງ​ແມ່ນ​ຂົວ​ເຫລັກຕັ້ງ​ຂ້າມ​ແມ່​ນຳ້​ແດງ ດ້ວຍຄວາມ​ຍາວ​ເກືອບ 2 ກິ​ໂລ​ແມັດ ​ໂດຍ​ນັກ​ປະມູນ Dayde & Pille  ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ. ນີ້​ແມ່ນ​ຂົວ​ແຫ່ງ​ໃຫຍ່​ກວ່າ​ໝູ່​ຢູ່ ອິນດູຈີນ ​ໃນ​ຄາວ​ນັ້ນ ​ແລະ ​ແມ່ນ​ຮ່ອງຮອຍ​ປະຫວັດສາດ ສຳລັບ​ປະຊາຊົນ​ຫວຽດນາມ ກ່ຽວ​ກັບ​ໄລຍະ​​ເປັນຫົວ​ເມືອງ​ຂຶ້ນ​ທີ່​ແກ່ຍາວ​ເກືອບ​ສັດຕະວັດ. ບັນດາ​ເອກະສານ​ກ່ຽວ​ກັບ​ການ​ອອກ​ແບບ, ກໍ່ສ້າງ ​ແລະ ບູລະນະ​ປະຕິສັງຂອນຂົວ​​ແຫ່ງນີ້ ມາ​ຮອດ​ປະຈຸ​ບັນ​ຍັງ​ໄດ້​ຮັບ​ການ​ຮັກສາ​ໄວ້​ເໝືອນ​ເດ​ີມ. ນີ້​ແມ່ນ​ບັນດາ​ເອກະສານ​ເຊື່ອມ​ຕໍ່​ພູມ​ປັນຍາ​ປະຫວັດສາດ​ລະຫວ່າງ ອະດີດຕະການ ​ແລະ ປະຈຸ​ບັນ​ຂອງ​ກິດຈະກຳ​ສະຖາປັດຕະຍະກຳ​ທີ່​ລື​ຊື່​ນີ້.

ຂົວລອງບຽນ ຜ່ານເອກະສານເກົ່າຂອງ ຝລ່ັງ ປະໄວ້  - ảnh 1
ຂົວລອງບຽນ
ພາບ:internet

           ​ແຕ່​ລະ​ມື້ ມີ​ຄົນ​​ໄປ​ໆ​ມາໆ​ ຜ່ານຂົວ ລອງ​ບຽນ ເປັນ​ຈຳ​ນວນ​ຫລວງ​ຫລາຍ ​ແລະ ​ໃນ​ນັ້ນ ​ມີ​ຫລາຍ​ຄົນ​ໄດ້​ຕັ້ງ​ຄຳ​ຖາມ​​ເອງວ່າ ຂົວ​ແຫ່ງ​ນີ້​​ໄດ້​ຮັບ​ການ​ກໍ່ສ້າງ​ຄື​ແນວ​ໃດ. ປີ 1898, ຜູ້ມ​ີ​ອຳ​ນາມ​ເຕັມ ​ແຫ່ງ ອິນດ​ູ​ຈີ​ນ ໄດ້​ຮັບ​ຮູ້​ວ່າ: ນີ້​ແມ່ນ​ຂົວ​ແຫ່ງ​ຫ​ນຶ່ງ​ໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​ເຫລັກ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ຄັດ​ເລືອກ ບໍ​ລິ​ສັດ Dayde& Pille ​ເປັນ​ຜູ້​ຮັບ​ເໝົາກໍ່​ສ້າງ​ຢ່າງ​ເປັນ​ທາງ​ການ ດ້ວຍ​ລາຍ​ຈ່າຍ 5.900.00 0 Franc (ສະ​ກຸນ​ເງີນຝ​ລັ່ງ). ແຕ່​ຄວາມ​ຈິງ​ລາຍ​ຈ່າຍ​ໃຫ້​ແກ່​ກິດ​ຈະ​ກຳ​ນີ້​ແມ່ນ​ຂຶ້ນ​ເຖິງ 6.200.000 Franc. ທ່ານ ເລ​ຮູຍ​ຕວນ, ສັງກັດສູ​ນ​ສຳ​ເນົາ​ເອ​ກະ​ສານ​ແຫ່ງ​ຊາດ 1 ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ກິດ​ຈະ​ກຳ​ສຳ​ຄັນ. ຜູ້ມ​ີ​ອຳ​ນາມ​ເຕັມ ​ແຫ່ງ ອິນດ​ູ​ຈີນ ເອົາ​ໃຈ​ໃສ່​ເຖິງ​ການ​ຂຸດ​ຄົ້ນຫົວ​ເມ​ືອງ​ຂຶ້ນ, ​ສະ​ນັ້ນ ພື້ນ​ຖານ​ໂຄງ​ລ່າງແມ່ນ​ຂົງ​ເຂດ​ທີ່​ເຂົາ​ເຈົ້າ​ຕ້ອງ​ສົນ​ໃຈ​ທີ່​ສຸດ. ໃນ​ຈຸ​ດ​ເວ​ລານັ້ນ ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຈາກ​ໃຈ​ກາງ​ທົ່ງ​ພຽງ​ພາກ​ເຫ​ນືອ​ລົງ​ຫາຍ​ຟ່ອງ ແລະ ຈາກ ຫາຍ​ຟ່ອງ​ໄປ​ເຖິງ ຮ່າ​ໂນ້ຍ ບໍ່​ທັນ​ມີ​ຂົວ​ແຫ່ງ​ໃດ ສ່ວນ​ຫລາຍ​ແມ່ນ​ຂົນ​ສົ່ງ​ດ້ວຍເຮືອ​ຂ້າມ​ແມ່​ນຳ້.ໃນ​ວິ​ວັດ​ການກໍ່​ສ້າງ, ທຳ​ອິດແມ່ນ​ອອກ​ແບບ​ໃຫ້​ທາງ​ລົດ​ໄຟ​ແຕ່​​ຍັງ​ມີ​ການຄິດ​ໄລ່​ເຖິງ​ການ​ພັດ​ທະ​ນາ​ທາງ​ບົກ. ມີ 6 ບໍ​ລິ​ສັດ​ເຂົ້າ​ຮ່ວມ​ການ​ປະ​ມ​ູນກໍ່​ສ້າງ​ຂົວ​ລອງບຽນ ແຕ່​ສຸດ​ທ້າຍ ບໍ​ລິ​ສັດ Dayde& Pille ເປັ​ນ​ຜູ້​ຊະ​ນະ​ການ​ປະ​ມູນ ແລະ ຮັບ​ເໝົາ​ກໍ່​ສ້າງ.”

        4 ປີ ພາຍ​ຫລັງ​ມື້​ລົງ​ມືກໍ່​ສາງ, ລົດ​ໄຟ​ ຖ້ຽວ​ທຳ​ອິດເລີ່ມ​​ເດີນທາງຈາກ ສະ​ຖານ​ນີ​ລົດ​ໄຟ ຮ່າ​ໂນ້ຍ ​ສົ່ງ ເຈົ້າ​ຊີ​ວິດ ແທງ​ທາຍ ແລະ ທ່ານ Paul Doumer ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ອິນ​ດູ​ຈີນ ມາ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຫລອງ ໂດຍ​​ຊ່ອງ​ຫ​ນ້າ​​ຊາວ​ຮ່າ​ໂນ້ຍ ນັບ​ພັນໆ​ຄົນ. ທີ່​ພິ​ທີນີ້ ຂົວ​ແຫ່ງ​ໃຫ​ຍ່ກວ່າ​ໝ​ູ່ ຢ​ູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ໄດ້​ຕັ້ງ​ຊື່​ຕາມ​ຊື່​ຂອງ​ຜູ້​ມີ​ຂໍ້​ລິ​ເລີ່ມກໍ່​ສ້າງ​ຂົວ​ນີ້ ນັ້ນ​ແມ່ນ ທ່ານ Paul Doumer ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງອິນ​ດູ​ຈີນ.  ແລະ ສາຍ​ທາງ​ລົດ​ໄຟ​ຈາກ​ຮ່າ​ໂນ້ຍ​ໄປ​ເຖິງ​ຊາຍ​ແດນ ຫວຽດ​ນາມ -ຈີນ, ຕອນ ຮ່າ​ໂນ້ຍ - ຢາ​ເລີມ ກໍ່​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ. ນັບ​ແຕ່ມື້​ນັ້ນ​ເປັນ​ຕົ້ນ​, ທ່າ​ເຮືອ​ບັກ​ຂອງ ຮ່າ​ໂນ້ຍ ຖືກ​ລົບ​ລ້າງ, ຄວາມ​ຕ້ອງ​ການ​ໄປ​ມາ​ແລກ​ປ່ຽນ​ຄ້າ​ຂາຍ​ສິນ​ຄ້າ​ຂອ​ງ ປະ​ຊາ​ຊົນ ພາກ​ເຫ​ນືອ​ຫວຽດ​ນາມ ເມື່ອຜ່ານ​ແມ່​ນ້ຳ​ແດງ​ໃນ​ຍາມ​ຝົນ, ນ້ຳ​ຖ້ວມ ບໍ່​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາ​ກ​ ​. ຂົວ Paul Doumer ໄດ້​ຊ່ວຍ​ໃຫ້​ແຜນ​ການ​ຂຸດ​ຄົ້ນ​ຫົວເມືອງ​ຂຶ້ນ​ຂອງ ຝ​ລັ່ງ ມີ​ຄວາມ​ສະ​ດວກ​ສະ​ບາຍກວ່າ ແລະ ກໍ​ຊ່ວຍ​ໃຫ້ການ​ຄົມ​ມະ​ນາ​ຄົມ​ເຊື່ອມ​ຕໍ່​ ຮ່າ​ໂນ້ຍ ກັບ​ບັນ​ດາ​ແຂວງ ພາກ​ເຫ​ນືອ​ຫວຽດ​ນາມ ສະ​ດວກກວ່າ. ຮອດ​ເດືອນ 7 ປີ 1945, ທ່ານ​ໝ​ໍ ເຈີນ​ວັນ​ລາຍ ໄດ້​ປ່ຽນ​ຊື່​ຂົວ​ແຫ່ງ​ນີ້ ແມ່ນ​ຂົວ​ລອງ​ບຽນ. ລຸງ ຫວ​ູ​ວັນ​ຖີ່ນ ຊາວ​ ຮ່າ​ໂນ້ຍ ຊື່ງ​ແມ່ນ​ຜູ້​ມີ​ອະ​ນຸ​ສອນ​ຫລາຍ​ຢ່າງ​​ທີ່ຕິດ​ພັນ​ກັບ​ຂົວ ລອງ​ບຽນ ໃຫ້​ຮູ້​ວ່າ:

        “ໃນ​ໄລ​ຍະ​ສົງ​ຄາມ, ຢູ່​ເທິງ​ຂົວ ໄດ້​ຕັ້ງ​ຖານປືນ​ໃຫ​ຍ່​ເພື່ອ​ຍິງ​ເຮືອ​ບິນ​ສັດ​ຕູ. ​ປີ 1971 ນ້ຳ​ຂຶ້​ນ​ສູງ​ກໍ​ໄດ້​ໄຫລຜ່ານ​ທາງ​ເດິ​ນເທິງ​ຂົວ​ແຫ່ງນີ້. ຂົວ​ແຫ່ງນີ້ ແມ່ນ​ງາມ​ຫລາຍ ເພາະ ມັນ​ໄດ້​ຮັບ​ການ​ອອກ​ແບບ​ຕາມ​ຮູບ​ມັງ​ກອນ, ຖ້າ​ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ, ຂົວ​ລອງ​ບຽນ​ ແມ່ນ​ແຫ່ງ​​ທີ່​ສວຍ​ງາມ ແລະ ເກົ່າ​ແກ່ ຢູ່ ອິນ​ດູ​ຈ​ີນ ແລະ ທັງ​ພາກ​ພື້ນ.”

ຂົວລອງບຽນ ຜ່ານເອກະສານເກົ່າຂອງ ຝລ່ັງ ປະໄວ້  - ảnh 2
ຂົວ ລອງບຽນ ໃນຍາມ ຄຳ່ຄືນ

         ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊ​ີ ແລະ ຈຳນວນ​ປະຊາກອນ​ເພີ່ມ​ຂຶ້ນ, ພາຍ​ຫລັງ ນຳ​ໃຊ້ມາເປັນ​ເວ​ລາ 20 ປີ, ບໍ​ລິ​ສັດ Dayde& Pille ສືບ​ຕໍ່​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ​ຕື່ມ​ອີກ 2 ​ເລນທາງ​ຢູ່​ລຽບ​ຕາມ 2 ຟາກ​ຂົວ, ແຕ່​ລະ​ລານ​ມີ​ລວງກວ້າງ 2 ແມັດ.

        ຫ​ນັງ​ສື​ພິມ​ລາຍ​ສັບ​ປະ​ດາ Eveil Economique ສະບັບເລກ​ທີ 387 ໃນ​​ຄາວ​ນັ້ນ ໄດ້​​ລົງ​ພິມຂ່າວ​ກ່ຽວ​ກັບ​ການ​ສ​ະ​ເຫ​ນີກໍ່​ສ້າງ​ຂົວ​ແຫ່ງ​ທີ 2 ຕື່ມ​ອີກ​ ຄ້າຍ​ຄື​ຂົວ ລອງບຽນ​ໃຫ້​ແກ່ ຮ່າ​ໂນ້ຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຝ່າຍ ຝ​ລັ່ງ ບໍໍ່​ປະ​ຕິ​ບັດ ຍ້ອນ​ກິດ​ຈະ​ການ​ຂ​ຸດ​ຄົ້ນ​ຫົວເມືອງ​ຂຶ້ນ​ຂອງ​ເຂົາ​ເຈົ້າ​ໄດ້​ສິ້ນ​ສຸດ​ໃນ​ປີ 1954 ແລະ ມີ​ຫລາຍ​ສາຍ​ເຫດ​ດ້ານ​ເສດ​ຖະ​ກິດ​ອື່ນ. ແນວ​ໃດ​ກໍ​ຕາມ, ບັນ​ດາ​ຂໍ້​ສະ​ເຫ​ນີນີ້ ແມ່ນ​ແນວ​ຄວາມ​ຄິດ​ດີ​ໃຫ້​ແກ່ບ​ັນ​ດາ​ນັກ​ວາງ​ແຜນ​ກຳ​ນົດ​ສະ​ຖາ​ປັດ​ຕະ​ຍະ​ກຳ ຮ່າ​ໂນ້ຍ. ທ່ານ ເລ​ຮູຍ​ຕວນ, ສັງກັດສູ​ນ​ສຳ​ເນົາ​ເອ​ກະ​ສານ​ແຫ່ງ​ຊາດ 1 ໃຫ້​ຮູ້​ວ່າ:

        “ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຂົວ​ແຫ່ງນີ້ ຝ​ລັ່ງ​ກໍ່​ສ້າງ​ເພື່ອ​ຂຸດ​ຄົ້ນຫົວ​ເມືອງ​ຂຶ້ນ ແຕ່​ດ້ານ​ຕັ້ງ​ຫ​ນ້າ​ແມ່ນ​ເປີດກວ້າງ​ຄົມ​ມະ​ນາ​ຄົມ​ໃຫ້​ຊາ​ວ​ຫວຽດ​ນາມ ແລະ ມາ​ຮອດ​ປະ​ຈຸ​ບັນ ພວກ​ເຮົາ​ຍັງຮັກ​ສາ​ໄວ້. ຜ່ານ​ບັນ​ດາ​ວິ​ວັດ​ການ, ນີ້​ແມ່ນ​ກິດ​ຈະ​ກຳ​ຈຸດ​ສຸມ ຊ່ວຍ​ໃຫ້​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ເປັນ​ຢ່າງ​ດີ.  ຫລັງ​ຈາກນັ້ນ ຂົວ​ແຫ່ງນີ້​ແມ່ນ​ກິດ​ຈະ​ກຳ​ປະ​ຫວັດ​ສາດ, ຄົງ​ຕົວ​ໃນ​ໄລ​ຍະ​ຍາວ​ນານ ສະ​ນັ້ນ ມີ​ຄວາມ​ໝາຍ​ດ້ານ​ວັດ​ທະ​ນະ​ທຳ​ອີກ. ນອກນັ້ນ ຂົວ​ແຫ່ງນີ້ ຍັງ​ແມ່ນ​ພ​ະ​ຍານ​ຫລັກ​ຖານປະ​ຫວັດ​ສາດ​ຂອ​ງ​ບັນ​ດາ​ໄລ​ຍະ, ປີ 1955 ພວກ​ລ່າ​ເມືອງ​ຂຶ້ນ ຝ​ລັ່ງ ຖອນ​ກຳ​ລັງ​ທະ​ຫານ​ກັບ​ຄືນ​ເມືອ​ປະ​ເທດ ​ຂີ່​ລົດ​ໄຟ​ໄປ​ເຖິງ ຫາຍ​ຟ່ອງ ກໍ​ຕ້ອງ​ໄປ​ຜ່ານ​ຂົວ​ແຫ່ງນີ້.”

        ມາ​ຮອດ​ປະ​ຈຸ​ບັນ, ຮ່າ​ໂນ້ຍ ມີ​ຂົວ​ທັ​ນ​ສະ​ໄຫມ​ຫລາຍ​ແຫ່ງ​ຕື່ມ​ອີກ ຄື ຂົວ ເຈືອງ​ເຢືອງ, ທັງ​ລອງ, ແທນ​ຈີ, ຫວີງ​ຕ​ູຍ, ເຍີດ​ເຕີນ. ແຕ່​ຂົວ​ລອງບຽນ ຄົງ​ຕົວ​​ມາ​ເປັນ​ເວ​ລາ ກວ່າ 1 ສັດ​ຕະ​ວັດ ແຕ່​ມັ​ນ​ຄ້າຍ​ຄື​ຊາວ​ຫວຽດ​ນາມ ດຸ​ໝັ່ນ​ຂະ​ຫ​ຍັນ​ພຽນ ແຕ່​ລະ​ມື້ ໄດ້​ຕິດ​ພັນ​ກັບ​ບັນ​ດາ​ຍານພາ​ຫະ​ນະ​ສັນ​ຈອນ​ໄປມາ ຄື​ລົດ​ໄຟ, ລົດ​ຖີບ, ລົດ​ຈັກ. ປະ​ຈຸ​ບັນ ເມື່ອ​ເວົ້າ​ເຖິງ ຂົວ ລອງ​ບຽນ ຊາວ​ຫວຽດ​ນາມ ​ຜູ້​ໃດ​ກໍ​ຄິດ​ເຖິງ​ຂົວ​ແຫ່ງ​ຫ​ນຶ່ງ​ທີ່​ເຊື່ອມ​ຕໍ່​ປະ​ຫວັດ​ສາດ ແລະ ​ໄລ​ຍະປະ​ຈຸ​ບັນ, ແມ່ນ​ຄຸນ​ຄ່າ​ດ້ານ​ຈິດ​ໃຈ​ທີ່​ຂາດບໍ່​ໄດ້​ໃນ​ຄວາມ​ນຶກຄິດ​ຂອງ ຊາວ​ຮ່າ​ໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ