ຄົ້ນພົບຄວາມງາມຢູ່ລູກນາມ ບັກຢາງ

(vovworld) – ​ໄປ​ລຽບ​ຕາມ​ຄວາມ​ຍາວ​ຂອງ​ປະ​ເທດ​ກໍ່​ເຫັນ​ວ່າ ຢູ່​ບ່ອນ​ໃດ​ກໍ່​ມີ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ. ພູຜາ​ປ່າ​ໄມ້, ​ແມ່​ນ້ຳ​ລຳ​ເຊ, ​​ຕາດນ້ຳ, ຫາດ​ຊາຍທະ​ເລ ຫຼື​ໝູ່​ບ້ານ​ສັນຕິ​ສຸກ… ​ແຕ່ລະ​ແຫ່ງ​ລ້ວນ​ແຕ່​ມີ​ຄວາມ​ງາມ​ສະ​ເພາະ, ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ສ້າງ​ເປັນຄວາມ​ງາມ​ຂອງປະ​ເທດຫວຽດນາມ. ​ໃນ​ລາຍການ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ ພາກ​ນີ້, ​ເຊີນ​ທ່ານ​ມາ​ຢ້ຽມຢາມ​ລູກ​ນາມ, ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ມີ​ເຂດ​ທ່ອງ​ທ່ຽວ​ຫ້ວຍເມິ້ (Suoi Mo) ທີ່​ມີ​ຊື່​ສຽງ, ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ ​ໂຕ​ຕ໋ວນ ທີ່​ມີ​ຊື່ວ່າ “ຄົ້ນ​ພົບ​ຄວາມ​ງາມ​ຢູ່​ລູກ​ນາມ ​ແຂວງບັກ​ຢາງ“.

ຄົ້ນພົບຄວາມງາມຢູ່ລູກນາມ ບັກຢາງ - ảnh 1

ຫ້ວຍ​ເ​ມິ້ຢູ່ລູກນາມ ບັກຢາ

(ພາບ: ອິນເຕີແນດ)

ລູກ​ນາມ ຕັ້ງ​ຢູ່​ລະຫວ່າງ​ກາງສາຍພູ​ໃຫຍ່​ສອງ​ໜ່ວຍ​ຢູ່​ພາກ​ເໜືອ​ຫວຽດນາມ ນັ້ນ​ແມ່ນບັກ​ເຊີນ ​ແລະ ດົງ​ຈ່ຽວ. ພູ​ສອງ​ໜ໋ວຍນີ້​ໄດ້​ສ້າງ​ເປັນ​ເຂດ​ລຸ່ມ​ແມ່​ນ້ຳລູກ​ນາມ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ​ຜູ້​ຄົນ​ທັງຫຼາຍ​ໄດ້​ຮູ້ຈັກ​ເຖິງ​ຄຳ​ສັບ​ທີ່​ວ່າແມ່​ນ້ຳ​ລູກ​- ພູ​ຮ່ວຽນ. ແມ່​ນ້ຳ​ລູກໝາຍ​ເຖິງ​ແມ່​ນ້ຳ​ລູກ​ນາມ ​ແມ່ນ​ແມ່​ນ້ຳທີ່​ສວຍ​ງາມ​ດັ່ງ​ໃນ​ຝັນ​​, ທັງ​ເປັນ​ແຫຼ່ງສະໜອງ​ນ້ຳ​ຫົດໃຫ້​​​​ທົ່ງ​ນາ​​ຢູ່​ເຂດ​ລຸ່ມ​ແມ່​ນ້ຳ. ​ສ່ວນພູ​ຮ່ວຽນ ໝາຍ​ເຖິງ​ພູ​ຮ່ວຽນ​ດິງ, ທີ່​ຂຶ້ນ​ກັບ​ສາຍພູ​ອຽນ​ຕື, ​ໃນ​ບໍລິ​ເວນ​ເມືອງ​ລູກ​ນາມ, ​ແມ່ນ​ແຫ່ງ​​ຕິດ​ພັນ​ກັບ​ບັນດາເລື່ອງ​ລາວມະຫັດສະຈັນ. ນັບ​ແຕ່​ສະ​ໄໝ​​ລາດ​ຊະ​ວົງ ຮຸ່ງ, ລາຊະ​ທິດາ ​ເກ​ວ໋ມິ​ເນືອງ (Que My Nuong) ​ໄດ້​ມາ​ແຫ່ງ​ນີ້​ເພື່ອ​ບຸກ​ເບີກ​ທີ່​ດິນ ຕັ້ງ​ບ່ອນຢູ່​ອາ​ໄສ, ຂຸດ​ຫ້ວຍ​ນ້ຳ​ເຢັນ, ສອນ​ວິທີ​ປູກ​ມັນ​ດາງ, ​ເຮັດ​ນາໃຫ້​ປະຊາຊົນ. ​ເພື່ອ​ຈາລຶກ​ບຸນ​ຄູນຂອງ​ລາຊະ​ທິດາ, ປະຊາຊົນ​ໃນ​ເຂດ​ໄດ້​ສ້າງ​ວິຫານ​ບູຊາ ​ແລະ ຕັ້ງ​ຊື່​ໃຫ້​ຫ້ວຍ​ດັ່ງກ່າວ​ແມ່ນ “ຫ້ວຍ​​ເມິ້“. ປະຈຸ​ບັນ,  ຢູ່​ລຽບ​ຕາມ​ຫ້ວຍ​ເມິ້​ ຍັງ​ມີ​ວິຫານ 3 ​ແຫ່ງ​ຄື: ວິຫານ​ຫ້າ, ວິຫານ​ຈູງ ​ແລະ ວິຫານ​ເທື້ອງ ​ເຊິ່ງ​ໄດ້​ຮັບ​ການ​ກໍ່ສ້າງ​ເທິງ​ພູ ​ໂຮ່ບັກ ນັບ​ແຕ່​ສະ​ໄໝ​ລາດ​ຊະ​ວົງ ​ເລ (​ແຕ່​ສະຕະວັດ​ທີ 15 – 16). ງານ​ບຸນ ຫ້ວຍ​ເມິ້ ​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ລູກ​ນາມ ​ແລະ ​ແຂວງ​ບັກ​ຢາງ. ​ແຕ່ລະ​ປີ​, ນັບ​ແຕ່​ວັນ​ທີ 30/3 ​ເຖິງ​ວັນ​ທີ 2/4 ​ໄລ່​ຕາມ​ຈັນທະ​ປະຕິທິນ, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ​ໄດ້​ພາກັນ​ໄປ​ນະມັດສະການ​ຢູ່​ຕາ​ແສງ​ເຫງັຍ​ເຟືອງ, ​ເມືອງ​ລູກ​ນາມ ​ເພື່ອ​ເຂົ້າ​ຮ່ວມ​ງານ​ບຸນຫ້ວຍ​ເ​ມິ້. ຄວາມ​ສັກສິດ ​ແລະ ຊື່​ສຽງ​ຂອງ​ວິຫານ​ເຫຼົ່າ​ນັ້ນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ນັບ​ໝື່ນ​ຄົນ​ມາ​ຖະຫວາຍ​ທູບ​ທຽນ ​ແລະ ຢ້ຽມ​ຊົມ​ທັດສະນີ​ຍະ​ພາບ. ​ເອື້ອຍ​ ກາວ​ທິ​ເວີນ, ຜູ້ນຳ​ທ່ຽວ​ແຂວງ​ບັກ​ຢາງ, ​ໃຫ້​ຮູ້​ວ່າ:

“ຢູ່​ເບື້ອງ​ຫຼັງວິຫານ​, ຫ້ວຍ​​ເມິ້ຖືກ​ແບ່ງ​ອອກເປັນ 2 ສາຍ, ສ່ວນ​ຢູ່​ເບື້ອງ​ໜ້າ​ວິຫານ, ທັງ 2 ສາຍ​ນີ້​ພັດ​ເຕົ້າ​ໂຮມ​ກັນ​ເປັນ​ສາຍ​ດຽວ. ດັ່ງ​ນັ້ນ​, ​ເມື່ອ​ສັງ​ເກດ​ຈາກ​ທາງ​ໄກ ​ກໍ່ເຫັນ​ວ່າ​ວິຫານ​ຄື​ດັ່ງ​ຖືກ​ຕັ້ງຢູ່ເທິ​ງ​ເກາະ​ ​ແລະ ທັດສະນີ​ຍະ​ພາບ​ຢູ່ວິຫານ​​ນີ້​ກໍ່​ແຕກ​ຕ່າງ​ກັບ​ວິຫານ​​ແຫ່ງອື່ນໆ, ມັນພຽງ​ແຕ່​ມີ​ສຽງ​ນຳ້​ຫ້ວຍ​ໄຫຼ, ສຽງ​ນົກ​ຮ້ອງ ​ແລະ ສີຂຽວ​ຂອງ​ຕົ້ນ​ໄມ້​ໃບ​ຫຍ້າ​ເທົ່າ​ນັ້ນ“

ຄົ້ນພົບຄວາມງາມຢູ່ລູກນາມ ບັກຢາງ - ảnh 2

ງານ​ບຸນຫ້ວຍ​ເ​ມິ້

(ພາບ: ອິນເຕີແນດ)

ປະຈຸ​ບັນ, ຖ້າ​ມາ​ຢ້ຽມຢາມ​ ”ແມ່​ນ້ຳ​ລູກ - ພູ​ຮ່ວຽນ” ນັກ​ທ່ອງ​ທ່ຽວ​ມັກ​ລ່ອງ​ເຮືອ​ໄປ​ທ່ຽວ​ຊົມ​ທັດສະນີ​ຍະ​ພາບ​ຢູ່ແມ່​ນ້ຳລູກ​ນາມ ​ກໍ່​ຄື​ໄປ​ຢ້ຽມຢາມ​ທຳ​ມະ​ຊາດ​​ທີ່ສວຍ​ງາມ​ແບບມະຫັດສະຈັນຂອງ​ຫ້ວຍ​ເມິ້. ຫ້ວຍ​ເລີ່​ມມາ​ຈາກ​ພູ​ອຽນ​ຕື ດ້ວຍ 5 ​​ຕາດ​ໃຫຍ່​ທີ່​ໄຫຼ​ລົງ​ໜອງ​ນ້ຳ​ ສ້າງ​ເປັນ​ແຫ່ງ​ອາບ​ນ້ຳ​ທີ່​ເຢັນ​ສະບາຍ ​ແລະ ​​ເປັນ​ບ່ອນ​ພັກຜ່ອນ​ດີ​ທີ່​ສຸດ. ມາ​ຢ້ຽມຢາມ​ເຂດ​ທ່ອງ​ທ່ຽວ​ຫ້ວຍ​ເມີ້, ບໍ່​ພຽງ​ແຕ່ຕອບ​ສະ​ໜອງ​​ຄວາມ​ຕ້ອງ​ການ​ດ້ານ​ວີນ​ຍານຂອງນັກ​ທ່ອງ​ທ່ຽວໄດ້​ເທົ່າ​ນັ້ນ​, ຫາກ​ຍັງ​ໄດ້​ທ່ຽວ​ຊົມ​ທີວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ໄດ້​ສູບ​ອາ​ກາດ​ທີ່​ປອດ​ໂປ່ງ ແລະ ເຢັນ​ສະ​ບາຍ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້. ປ້າ ຫງວຽນ​ທິ​ເຫົ້າ, ນັກ​ທ່ອງ​ທ່ຽວ​ຜູ້​ໜຶ່ງ, ໃຫ້​ຮູ້​ວ່າ:

“ມາ​ແຫ່ງນີ້, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ​ໄດ້​ກັບ​ມາ​ແຫ່ງ​ຈີດ​ວີນ​ຍານ. ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ອາ​ກາດ​ຢູ່​ທີ່ນີ້​ເຢັນ​ສະ​ບາຍ ແລະ ຮູ້​ສຶກວ່າສຸ​ຂະ​ພາບ​​ກໍ່ແຂງ​ແຮງກວ່າ ເມື່ອ​ກັບ​ເມືອ​ຜູ້​ໃດ​ກໍ່​ພາກ​ພູມ​ໃຈ ແລະ ຮູ້​ສຶກສະ​ຫວາດ​ສະ​ເຫວີຍທີ່​ສຸດ”.

ຄົ້ນພົບຄວາມງາມຢູ່ລູກນາມ ບັກຢາງ - ảnh 3

ຫ້ວຍ​ເ​ມິ້ຢູ່ລູກນາມ ບັກຢາ

(ພາບ: ອິນເຕີແນດ)

ພ້ອມ​ກັບ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ, ຢູ່​ເຂດ​ລູກ​ນາມ ຍັງ​ມີ​ບັນ​ດາງານ​ບຸນ​ວັດ​ທະ​ນະ​ທຳ, ​ງານ​ບຸນ​ແຫ່ງ​ຈິດ​ວີນ​ຍານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຄື: ງານ​ບຸນ​ໝູ່​ບ້ານ​ເຟືອງ​ລ້ານ, ງານ​ບຸນ​ຕ່ອງ​ເ​ລັ້ນ (Tong Lenh) ງານ​ບຸນ​ຫ້ວຍ​ເມິ້… ນັ້ນ​ແມ່ນ​ບັນ​ດາ​ປັດ​ໃຈ​ສະ​ດວກ ທີ່​ຢັ້ງ​ຢືນ​ໃຫ້​ເຫັນ​ທ່າ​ແຮງໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ທ່ານ ເຢືອງວັນ​ຫອກ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ເຂດ​ທ່ອງ​ທ່ຽວ ຫ້ວຍມິ້, ໃຫ້​ຮູ້​ວ່າ:

“ຫ້ວຍ​ເມິ້ ແມ່ນ​ໜຶ່ງ​ໃນ​ບັນ​ດາເຂດ​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ຂອງ​ແຂວງ​ບັກ​ຢາງ. ໃນ​ຊຸມ​ປີ​ຜ່ານ​ມາ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ແຫ່ງນີ້​ນັບ​ມື້​ນັບຫຼາຍ. ເພື່ອ​ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ, ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ, ໂຄ​ສະ​ນາ​ເຜີຍ​ແຜ່ ແລະ ຮຽກ​ຮ້ອງ​ການ​ລົງ​ທຶນ”.

ດ້ວຍ​ສີ​ຂຽວ​ອຸ່ມ​ທູ່ມ​ຂອງພູ​ຜາ​ປ່າ​ໄມ້, ຄວາມ​​ງາມຂອງ​ແມ່​ນ້ຳ​ລຳ​ເຊ, ຫ້ວຍ​ນ້ຳ…ຂອງ​ລູກ​ນາມ ເວົ້າ​ສະ​ເພາະ ແລະ ແຂວງ​ບັກ​ຢາງ ເວົ້າ​ລວມ ໄດ້​ສ້າງ​ເປັນ​ພາບ​ແຕ້ມ​ທີ່​​ງາມດັ່ງ​ໃນ​ຝັນ. ຄຸນ​ຄ່າ​ທັງ​ໝົດ​ກ່ຽວ​ກັບ​ທີວ​ທັດ​ທຳ​ມະ​ຊາດ ແລະ ການ​ທ່ອງ​ທ່ຽວ ​ພວມໄດ້​ຮັບ​ການ​ເສີມ​ຂະ​ຫ​ຍາຍ​ຢູ່​ບັກ​ຢາງ ໃນ​ປະ​ຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ