(vovworld)- ເມື່ອໄປຢ້ຽມຢາມ ແຂວງ ຮ່າຢາງ, ນັກທ່ອງທ່ຽວ ບໍ່ພຽງແຕ່ໄດ້ຊົມທິວທັດທຳມະຊາດສວຍງາມເທົ່ານັ້ນ ຫາກຍັງໄດ້ເຊື່ອມຕົວເຂົ້າກັບບັນຍາກາດຕະຫລາດນັດທີ່ຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍສີສັນວັດທະນະທຳຂອງບັນດາເຜົ່າຢູ່ເຂດພູສູງທາງພາກເຫນືອຫວຽດນາມ. ເມື່ອເຂົ້າຕະຫລາດ, ທ່ານຈະພົບເຫັນບັນດານາງສາວຊົນເຜົ່ານຸ່ງຊຸດພື້ນເມືອງທີ່ມີສີສັນຫລາກຫລາຍ ພ້ອມດ້ວຍສຽງເວົ້າສຽງຫົວມ່ວນຊື່ນຢ່າງເບີກບານມ່ວນຊື່ນ ກໍຄືບັນດາຈຸດວັດທະນະທຳທີ່ມີສີສັນສະເພາະຂອງຊາວຊົນເຜົ່າສ່ວນຫນ້ອຍຢູ່ທີ່ນີ້. ຕະຫລາດນັດເຂດພູສູງຮ່າຢາງ ບໍ່ພຽງແຕ່ມີການເຄື່ອນໄຫວຄ້າຂາຍສິນຄ້າເທົ່ານັ້ນ ຫາກຍັງແມ່ນບ່ອນພົບປະກັນ, ໂອ້ລົມສົນທະນານຳກັນຂອງບັນດາຄູ່ບ່າວສາວ.
ຕະຫລາດນັດ ຢູ່ ຮ່າຢາງ
|
ເມື່ອຮອດຍາມຮຸ່ງເຊົ້າ, ທົ່ວບໍລິເວນເມືອງ ແມ່ວວາກ ຖືກປົກຄຸມດ້ວຍນ້ຳມອກ. ເຈືອຈານເຂົ້າກັບບັນຍາກາດນັ້ນ ແມ່ນ ສຽງໂຮ່ຮ້ອງເອີ້ນກັນໄປຕະຫລາດ, ສຽງຮ້ອງຂອງສັດລ້ຽງ, ສັດປີກຫລາຍປະເພດ ໂດຍປະຊາຊົນຢູ່ທີ່ນີ້ນຳເອົາໄປຂາຍຢູ່ຕະຫລາດ. ຈາກສີ່ແຍກ ເສັ້ນທາງ ແຫ້ງຟຸກ ຂອງເທດສະບານ ເມືອງແມ່ວວາກ, ຊາວຊົນເຜົ່າສ່ວນຫນ້ອຍຄື: ຊົນເຜົ່ານຸ່ງ, ເຜົ່າຢ້າວ, ເຜົ່າມົ້ງ, ໄຢ ພາກັນຫລັ່ງໄຫລລົງຕະຫລາດເປັນຈຳນວນຫລວງຫລາຍ. ຕະຫລາດນັດ ແມ່ວວາກ ມີມາແຕ່ດົນນານແລ້ວ ແລະ ພຽງຈັດຂຶ້ນໃນວັນອາທິດຂອງທຸກສັບປະດາ. ຕະຫລາດນັດ ໄດ້ກາຍເປັນສູນ ຄ້າຂາຍ, ແລກປ່ຽນສິນຄ້າ ທີ່ຄັບຄາຫນາແຫນ້ນທີ່ສຸດຢູ່ເທດສະບານ ແມ່ວວາກ ແລະ ມີຄຸນຄ່າດ້ານເສດຖະກິດ, ວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ແຕກຕ່າງກັບຕະຫລາດນັດແຫ່ງອື່ນຢູ່ເຂດພູສູງໄຕບັກ.
ອາຫານຫລາຍເຍື່ອງຖືກວາງຂາຍຢູ່ຕະຫລາດຮ່າຢາງ
|
ສິນຄ້າທີ່ວາງຂາຍຢູ່ຕະຫລາດນີ້ແມ່ນອຸດົມສົມບູນຫລາຍຮູບຫລາຍແບບ. ພໍ່ແມ່ຊາວຊົນເຜົ່າຂາຍບັນດາຜະລິດຕະພັນກະເສດ, ອຸປະກອນການຜະລິດໂດຍຕົນເອງເຮັດດ້ວຍມື, ບັນດາປະເພດສິນຄ້າຫັດຖະກຳ. ກົງກັນຂ້າມ ເຂົາເຈົ້າພັດຊື້ບັນດາປະເພດສິນຄ້າໃຫ້ຕົນເອງ ແລະ ຄອບຄົວຄື: ເສື້ອກັນຫນາວ, ເກີບ ຫລືໂທລະສັບມືຖື… ນອກຈາກຄວາມຕ້ອງການໄປຕະຫລາດເພື່ອຊື້ເຄື່ອງຂອງຫລືຂາຍສິນຄ້າແລ້ວ, ຈຸດທີ່ເປັນເອກະລັກສະເພາະຂອງຕະຫລາດນັດ ແມ່ວວາກ ຍັງແມ່ນບ່ອນລະຫລິ້ນ, ພົບປະກັນ ແລະ ຮັບປະທານບັນດາເຍື່ອງອາຫານທີ່ຕົນເອງມັກອີກດ້ວຍ. ນາງ ຟານທິມູ່ຍ, ຊາວເຜົ່າຢ້າວແດງ ໃຫ້ຮູ້ວ່າ:
“ຂ້າພະເຈົ້າບໍ່ມີເງິນຫລາຍ ສະນັ້ນ ຕົນເອງພຽງແຕ່ຊື້ສິນຄ້າບາງປະເພດເທົ່ານັ້ນ. ມື້ນີ້ ຂ້າພະເຈົ້າເອົາເຂົ້າສານໄປຂາຍ ລາຍຮັບເກັບມາໄດ້ກວ່າ 1 ລ້ານດົ່ງ. ນອກຈາກຊື້ເຄື່ອງຂອງທີ່ຈຳເປັນແລ້ວ ຂ້າພະເຈົ້າຍັງຍາດເວລາພົບປະກັບໝູ່ເພື່ອນອີກ.”
ໄປຕະຫລາດແມ່ວວາກ, ຄວາມປະທັບໃຈທີ່ເຮັດໃຫ້ນັກທ່ອງທ່ຽວບໍ່ອາດຫລົງລືມໄດ້ ນັ້ນແມ່ນຮູບພາບຂາຍເຫລົ້າຂອງເອື້ອຍນ້ອງແມ່ຍິງ. ເຂົາເຈົ້າຢືນເປັນແຖວໃນຕະຫລາດ, ເບື້ອງຫນ້າແມ່ນກ່ານບັນຈຸເຫລົ້າສາລີລຽນກັນເປັນແຖວຍາວ ລູກຄ້າຜູ້ໃດຢາກຊື້ ກໍຕ້ອງໃຫ້ຊີມເຫລົ້າເສຍກ່ອນ. ມີນັກທ່ອງທ່ຽວຫລາຍຄົນ ພຽງແຕ່ຊີມເຫລົ້າຂອງບັນດານາງສາວເຜົ່າມົ້ງ 2-3 ຄົນ ກໍຖືກເມົາເຫລົ້າແລ້ວ. ອ້າຍ Malcro Cusani, ນັກທ່ອງທ່ຽວມາຈາກ ອີຕາລີ ແບ່ງປັນວ່າ:
“ພວກຂ້າພະເຈົ້າຊື້ ອາຫານໄດ້ບາງເຍື່ອງ ແລ້ວ ເພາະຢູ່ ອີຕາລີ ບໍ່ມີເຍື່ອງອາຫານແບບນີ້ ແລະ ຂ້າພະເຈົ້າຢາກຊີມອາຫານພິເສດຂອງຊາວຊົນເຜົ່າຢູ່ທີ່ນີ້. ນອກນັ້ນ ຢູ່ຕະຫລາດແຫ່ງນີ້ ຍັງມີຊຸດອາພອນພື້ນເມືອງຂອງບັນດາເຜົ່າກໍຄືເຄື່ອງທີ່ເປັນລະນຶກຫລາຍຢ່າງ ສະນັ້ນ ພວກຂ້າພະເຈົ້າຈະເລືອກຊື້ໄດ້ຫລາຍຢ່າງ.”
ບໍ່ຄືຢູ່ຕະຫລາດນັດ ແມ່ວວາກ, ປະຊາຊົນໄປຕະຫລາດ ເຄົາວາຍ ຢູ່ຕາແສງ ເຄົາວາຍ ດ້ວຍຈຸດປະສົງຕົ້ນຕໍ ແມ່ນຢາກໄດ້ພົບປະກັບຄົນຮັກ ເພື່ອແບ່ງປັນອາລົມຈິດ, ໂອ້ລົມນຳກັນ ສະແດງຄວາມຄິດຮອດຄິດເຖິງເມື່ອດຳລົງຊີວິດທີ່ຫ່າງໄກກັນ. ກວ່າ 100 ປີມານີ້, ປະຊາຊົນເຄີຍເອີ້ນຕະຫລາດ ເຄົາວາຍ ແມ່ນຕະຫລາດແຫ່ງຄວາມຮັກ. ຕາມການເລົ່າຂານສືບກັນມາ, ຕະຫລາດແຫ່ງຄວາມຮັກ ເຄົາວາຍແມ່ນເລີ່ມຕົ້ນເລື່ອງຄວາມຮັກຂອງອ້າຍບ່າວຊາວເຜົ່ານຸ່ງ ແລະ ນາງສາວຊາວເຜົ່າໄຢ. ຄວາມຮັກຂອງເຂົາເຈົ້າຖືກຄອບຄົວກີດກັ້ນ, ສະນັ້ນ ຈຶ່ງຈຳເປັນຕ້ອງໄດ້ພັດພາກຈາກກັນ, ແລະໄດ້ນັດກັນໄວ້ວ່າ ວັນທີ 27/3 ປະຈຳປີ ໄລ່ຕາມຈັນທະປະຕິທິນຈະມາພົບ ກັນ. ແລະ ຕາມການເວລາ, ຢູ່ຈອມພູນີ້ໄດ້ກາຍເປັນຈຸດນັດພົບກັນ. ແຕ່ລະປີ ຕະຫລາດພຽງຈັດຂຶ້ນໃນເທື່ອດຽວເທົ່ານັ້ນ, ກາຍເປັນບ່ອນພົບປະກັນຂອງບັນດາຄູ່ບ່າວສາວຮັກກັນ ແຕ່ບໍ່ໄດ້ເປັນຜົວເມຍ. ອ້າຍ ທໍ່ມີທ່າ, ຢູ່ ຕາແສງ ການຈູມີ່ ເມືອງ ແມ່ວວາກ ເວົ້າດ້ວຍຄວາມໃນໃຈວ່າ ຕະຫລອດປີ ອ້າຍພຽງລໍຖ້າຕະຫລາດນັດ ເຄົາວາຍ ເພື່ອພົບປະກັບນາງສາວທີ່ຕົນເອງຮັກ.
“ຕະຫລາດນັດແຫ່ງຄວາມຮັກນີ້ ບໍ່ອາດລົບລ້າງໄດ້. ກ່ອນນີ້ ເອົາຜົວເອົາເມຍ ສ່ວນຫລາຍແມ່ນປະຕິບັດຕາມ ພໍ່ແມ່, ປະຈຸບັນ ນ້ອງກໍມີແຟ່ນຜູ້ຫນຶ່ງ ອາຍຸນ້ອຍກວ່ານ້ອງ 5 ປີ. ສະນັ້ນ ມື້ລົງຕະຫລາດນັດ ນ້ອງຕ້ອງໄປຕະຫລາດເພື່ອພົບປະກັບຄົນຮັກຂອງຕົນ, ຖ້າບໍ່ໄດ້ພົບຄົນຮັກຈະບໍ່ກັບເມືອ.”
ໃນເຂດດິນທີ່ກວ້າງໃຫຍ່ຢູ່ໂນນພູ, ບັນດາຜູ້ທີ່ໄປຕະຫລາດເພື່ອຊອກຄົນຮັກຂອງຕົນ ແລະ ບັນດາເລື່ອງລາວແຫ່ງຄວາມຮັກຂອງຄູບ່າວສາວໄດ້ຢ້ຳຄືນຄືດັ່ງບັນດາອະນຸສອນທີ່ບໍ່ອາດຫລົງລືມໄດ້ ແລະກໍແມ່ນຄວາມເສຍດາຍຂອງແຕ່ລະຄົນ. ເຖິງວ່າ ຜູ້ບ່າວຜູ້ສາວນັ້ນ ໄດ້ສ້າງຄອບຄົວແລ້ວກໍຕາມ ແຕ່ເຂົາເຈົ້າຍັງຄົງມາຫາກັນເພື່ອສະແດງຄວາມຄິດຮອດຄິດເຖິງກັນ. ເຂົາເຈົ້າໂອ້ລົມກັນແຕ່ຍາມຮຸ່ງເຊົ້າຈົນຮອດເດິກຈຶ່ງກັບເມືອບ້ານ. ອ້າຍຖາ ໃຫ້ຮູ້ວ່າ:
“ໂດຍຫ່າງໄກຈາກນີ້ 10 ກິໂລແມັດ, ຂ້າພະເຈົ້າຂີ່ລົດຈັກມາຮອດຕະຫລາດແຫ່ງນີ້ແມ່ນຮອດ 6 ໂມງເຊົ້າ. ນັດກັນເຂົ້າໃນຕະຫລາດ ສະນັ້ນແນ່ນອນຕ້ອງໄດ້ພົບ ກັນ. ເຂົາເຈົ້າ ກໍມີຜົວເມຍແລ້ວ ສະນັ້ນ ພວກຂ້າພະເຈົ້າບໍ່ສາມາດໄປໃສໄດ້ ພຽງແຕ່ໄດ້ລົມກັນ ແບ່ງປັນຄວາມ ມ່ວນຊື່ນ, ຄວາມຫຍຸ້ງຍາກ ນຳກັນ ແລະ ກໍ່ເຄົາລົບເຊິ່ງກັນ ແລະ ກັນ “
ຄູ່ບ່າວສາວພາກັນໄປຕະຫລາດເຄົາວາຍ
|
ປະຈຸບັນ ຕະຫຼາດແຫ່ງຄວາມຮັກເຄົາວາຍ ບໍ່ພຽງແຕ່ເປັນຈຸດນັດພົບກັນຂອງຄູ່ບ່າວ-ສາວທີ່ໄດ້ພັດພາກຈາກກັນເທົ່ານັ້ນ ຫາກຍັງແມ່ນບ່ອນພົບປະ, ສ້າງຄວາມລື້ງເຄີຍຂອງຊາວໜຸ່ມຍິງ-ຊາຍອີກດ້ວຍ. ໂດຍຜ່ານຕະຫຼາດນັດແຫ່ງຄວາມຮັກເຄົາວາຍແຫ່ງນີ້ ໄດ້ມີຄູ່ບ່າວ-ສາວຫຼາຍຄູ່ ໄດ້ກາຍເປັນຄູ່ຜົວ-ເມຍກັນ.