(VOVWORLD) -ຫ໋າຍຟ່ອງ ເຊິ່ງແມ່ນນະຄອນທ່າກຳປັ່ນຢູ່ພາກເໜືອ ຫວຽດນາມ ປັດຈຸບັນຍັງຮັກສາບັນດາຄວາມດູດດື່ມທາງດ້ານສະຖາປັດຕະຍາກຳ ລວມມີ ສະຖາປັດຕະຍາກຳແບບພື້ນເມືອງ ແລະ ສະຖາປັດຕະຍາກຳຟື້ນຟູ ຄຣາດຊິກ ຝລັ່ງ ເຊິ່ງຕັ້ງຢູ່ຕາມຄຸ້ມຖະໜົນເກົ່າ. ສະຖາປັດຕະຍາກຳຂອງ ນະຄອນຫ໋າຍຟ່ອງ ແມ່ນການປະສົມປະສານຢ່າງກົມກຽວ ລະຫວ່າງສອງ ພື້ນຖານວັດທະນະທຳອາຊີ ແລະ ເອີລົບ. ການປະສົມປະສານນີ້ ໄດ້ສ້າງເປັນນະຄອນທີ່ມີຄວາມງາມຢູ່ເຂດຕົວເມືອງທີ່ເປັນເອກະລັກສະເພາະ.
ຖະໜົນ ຕາມບາກ |
ຫ໋າຍຟ່ອງ ເຄີຍແມ່ນນະຄອນທີ່ສຳຄັນອັນດັບໜຶ່ງຂອງ ຫວຽດນາມ ໃນສະໄໝ ຝລັ່ງ ຄອບຄອງ, ເປັນຊຸມທາງຄົມມະນາຄົມ ດ້ວຍທ່າກຳປັ່ນທະເລໃຫຍ່. ກໍ່ເຊັ່ນດຽວກັນກັບ ຮ່າໂນ້ຍ, ໄຊງ່ອນ ປັດຈຸບັນແມ່ນນະຄອນ ໂຮ່ຈີມິນ ຕົວເມືອງ ຫ໋າຍຟ່ອງ ເຂັ້ມຂົ້ນໄປດ້ວຍຂີດໝາຍ ການວາງແຜນຜັງສະຖາປັດຕະຍາກຳຂອງຊາວ ຝລັ່ງ. ທ່ານ ຫວໍກວັກຖາຍ ປະທານສະມາຄົມນັກສະຖາປະນິກນະຄອນ ຫ່າຍຟ່ອງ ໃຫ້ຮູ້ວ່າ:
“ນັບແຕ່ຊຸມປີ 40 ຂອງສະຕະວັດທີ XX ນັກສະຖາປະນິກຊາວ ຝລັ່ງ ໄດ້ຄົ້ນຄວ້າວາງແຜນຜັງ ນະຄອນຫ໋າຍຟ່ອງ ປະເພດໜຶ່ງ ເທົ່າທຽມກັບ ໄຊງ່ອນ ແລະ ຮ່າໂນ້ຍ. ເຂດຕົວເມືອງເກົ່າກໍ່ລ້ວນແຕ່ຮັກສາປະຕິສັງຂອນ ລວມມີລະບົບບັນດາກິດຈະກຳເກົ່າ ກັບລະບົບໂຄງລ່າງທີ່ຄົບຊຸດພໍສົມຄວນ. ທາງດ້ານສະຖາປັດຕະຍາກຳ ນະຄອນມີແຜນນະໂຍບາຍຈຳກັດການກໍ່ສ້າງເຮືອນຊັ້ນສູງໃນບໍລິເວນ ເພື່ອຮັກສາສະຖາປັດຕະຍາກຳທີ່ເກົ່າແກ່ຂອງ ຫ໋າຍຟ່ອງ”.
ເມືອງ ຮົ່ງບ່າງ ແລະ ເມືອງ ເລເຈິນ ໃນປັດຈຸບັນຍັງຮັກສາຕຶກອາຄານ, ເຮືອນເກົ່າຫຼາຍຫຼັງ ທີ່ເປັນມໍລະດົກສະຖາປັດຕະຍາກຳທີ່ມີມາແຕ່ສະໄໝ ຝລັ່ງ ຄອບຄອງ, ພິເສດຖະໜົນສອງສາຍຄື ຕາມບາກ ແລະ ຫຼີເທື່ອງກຽດ. ຜ່ານບັນດາໄລຍະປະຫວັດສາດ, ຕາມບາກ ຍັງຄົງຮັກສາບັນດາຈຸດທີ່ເກົ່າແກ່ ໃນສະຖາປັດຕະຍາກຳດ້ວຍບັນດາຕຶກອາຄານທີ່ມີອາຍຸນັບ 100 ປີ. ຖະໜົນ ຕາມບາກ ໄດ້ຮັບການສ້າງຕັ້ງນັບແຕ່ສະໄໝ ຝລັ່ງ ຄອບຄອງ ໃນເບື້ອງຕົ້ນລວມມີຖະໜົນສອງສາຍຄື Marésanne Proc ແລະ Gaull de Luis. ປີ 1953 ຖະໜົນຖືກປ່ຽນຊື່ເປັນ ແບັກຖາຍເບື໋ອຍ. ຫຼັງປີ 1954 ປ່ຽນເປັນນະຄອນຕາມບາກ. ຄຽງຄູູ່ກັບຖະໜົນ ຕາມບາກ ແມ່ນຖະໜົນ ຫຼີ້ເທື່ອງກຽດ ຍັງຮັກສາບັນດາສະຖາປັດຕະຍາກຳທີ່ເກົ່າແກ່. ບັນດາເຮືອນວິນລາທີ່ມີສະຖາປັດຕະຍາກຳ ໂວຕິກ ຂອງ ຝລັ່ງ ໄດ້ຮັບການກໍ່ສ້າງນັບແຕ່ຊຸມປີຕົ້ນສະວັດທີ XX ດ້ວຍບັນດາປ່ອງຢ້ຽມນ້ອຍໆ ຖືກເປີດຢູ່ໃກ້ຫຼັງຄາເຮືອນ ອັນໄດ້ສ້າງເປັນຄວາມງາມທາງດ້ານສະຖາປັດຕະຍາກຳ ໂດຍການປະສົມປະສານລະຫວ່າງຝ່າຍຕາເວັນອອກ ແລະ ຕາເວັນຕົກໃຫ້ແກ່ຖະໜົນ. ທ່ານ ຫງວຽນຕັກຫງຽບ ກຳມະການສັງກັດສະມາຄົມນັກສະຖາປະນິກ ນະຄອນຫ໋າຍຟ່ອງ ຖືວ່າ:
“ພາຍຫຼັງທີ່ຊາວ ຝລັ່ງ ເຂົ້າມາກໍ່ສ້າງນັ້ນ ກິດຈະກຳສະຖາປັດຕະຍາກຳ ແຕ່ລະແຫ່ງຂອງ ຫ໋າຍຟ່ອງ ລ້ວນແຕ່ມີຂີດໝາຍໄລຍະພັດທະນາໃໝ່. ເຖິງວ່າອາດຈະມີການປ່ຽນແປງຕາມວັນເວລາກໍ່ຕາມ ແຕ່ບັນດາກິດຈະກຳສະຖາປັດຕະຍາກຳເກືອບທັງໝົດກໍ່ລ້ວນແຕ່ຖືກຮັກສາໄວ້ເໝືອນເດີມຈົນຮອດວັນນີ້. ນອກຈາກການຮັບໃຊ້ຊີວິດຂອງມະນຸດໃນຂະບວນວິວັດແຫ່ງການອອກແຮງງານ ດຳເນີນຊີວິດ ເຮັດວຽກ ເທົ່ານັ້ນ, ສະຖາປັດຕະຍາກຳ ຍັງຕິດພັນກັບຊີວິດວັດທະນະທຳ ຢັ້ງຢືນປະຫວັດສາດພັດທະນາຂອງສັງຄົມໃນນະຄອນອີກດ້ວຍ”.
ໂຮງລະຄອນ ຫ໋າຍຟ່ອງ, ສະຖານີລົດໄຟ ຫ໋າຍຟ່ອງ, ຫໍພິພິທະພັນ ຫ໋າຍຟ່ອງ... ກໍ່ລ້ວນແຕ່ແມ່ນບັນດາປູຊະນີຍະສະຖານສະຖາປັດຕະຍາກຳ ວັດທະນະທຳທີ່ພົ້ນເດັ່ນຂອງໄລຍະສະຖາປັດຕະຍາກຳຂອງ ຫ໋າຍຟ່ອງ ເວົ້າສະເພາະ ແລະ ຫວຽດນາມເວົ້າລວມ. ທ່ານ ຫງວຽນວັນເຟືອງ ຜູ້ອຳນວຍການຫໍພິພິທະພັນ ຫ໋າຍຟ່ອງ ຢືນຢັນວ່າ:
“ມາຮອດປັດຈຸບັນ ຕຶກອາຄານນີ້ໄດ້ຄົງຕົວມາເປັນເວລາເກືອບ 100 ປີແລ້ວ ແຕ່ຂອບຂະໜາດສະຖາປັດຕະຍາກຳ ກໍ່ຄືຮູບນອກຂອງກິດຈະກຳ ກໍ່ຍັງຄົງໄດ້ຮັບການຮັກສາເກືອບເໝືອນເດີມ. ຍ້ອນຕຶກອາຄານນີ້ ເມື່ອກ່ອນນີ້ຖືກກໍ່ສ້າງເປັນທະນາຄານ ດັ່ງນັ້ນການປະດັບປະດາຢູ່ທາງນອກ ກໍ່ມີຂີດໝາຍຂອງຫົວໜ່ວຍດຳເນີນທຸລະກິດ ແລະ ໄດ້ກາຍເປັນສະຖານທີ່ດູດດື່ມຢູ່ໃຈກາງຕົວເມືອງ ຫ໋າຍຟ່ອງ”.
ສ່ວນທ່ານ ຮວ່າງຫວຽດ ປະທານສະມາຄົມວັນນະຄະດີສິລະປະ ຫ໋າຍຟ່ອງ ໃຫ້ຂໍ້ສັງເກດວ່າ:
“ຖ້າຫາກວ່າ ຮ່າໂນ້ຍມີຄວາມເອກອ້າງທະນົງໃຈຍ້ອນມີແມ່ນ້ຳແດງ, ຂົວລອງບຽນ ຕັ້ງຂ້າມແມ່ນ້ຳແດງນັ້ນ. ຖ້າຫາກ ໂຮ້ຍອານ ມີຄວາມເອກອ້າງທະນົງໃຈຍ້ອນມີ ແມ່ນ້ຳຮວ່າຍ ແລ່ນຜ່ານໃຈກາງຄຸ້ມຖະໜົນເກົ່ານັ້ນ, ນະຄອນຫ໋າຍຟ່ອງ ມີຄວາມເອກອ້າງທະນົງໃຈຍ້ອນມີ ແມ່ນ້ຳຕາມບາກ. ຊາວ ຫ໋າຍຟ່ອງ ຫຼາຍຄົນໄດ້ຕັ້ງຄຳຖາມວ່າ ຖ້າຫາກສະຖາປັດຕະຍາກຳ ຝລັ່ງ ບໍ່ປາກົດຕົວຢູ່ ຫ໋າຍຟ່ອງ ນັ້ນໂສມໜ້າສະຖາປັດຕະຍາກຳ ຫ໋າຍຟ່ອງ ຈະເປັນແນວໃດ. ເປັນທີ່ຈະແຈ້ງແລ້ວວ່າຈະຂາດຄວາມຫຼາຍຮູບຫຼາຍສີ ແລະ ອຸດົມສົມບູນ”.
ໂດຍແມ່ນນະຄອນໃຫຍ່ເປັນສູນກາງອຸດສາຫະກຳ ເປັນຊຸມທາງຄົມມະນາຄົມ ແຕ່ນະຄອນຫ໋າຍຟ່ອງ ພັດມີຄວາມເກົ່າແກ່ ບໍ່ຄັບຄາໜາແໜ້ນຟົດຟື້ນເນືອງນັນປານໃດ. ບໍລິເວນໃຈກາງນະຄອນ ມີຄວາມສະຫງົບງຽບ ແລະ ບັນດາຂີດໝາຍສະຖາປັດຕະຍາກຳທີ່ເກົ່າແກ່ຍັງຄົງຕົວ ອັນໄດ້ສ້າງຄວາມເປັນເອກະລັກສເພາະໃຫ້ແກ່ນະຄອນທ່າກຳປັ່ນ ຫ໋າຍຟ່ອງ.