ຄົ້ນຫາຫໍພິພິທະພັນແມ່ຍິງຫວຽດນາມ


 (vovworld)-​​​​ “ຈຸດ​ນັດ​ພົບ​ອັນ​ດັບ​ໜຶ່ງ“ “​ເພື່ອນຕ້ອງ​ມາ​ຢ້ຽມ​ຊົມ​ຫໍພິພິທະ​ພັນ​ແຫ່ງ​ນີ້“ “ສ້າງ​ຄວາມ​ຈັບ​ອົກ​ຈັບໃຈ​ໃຫ້​ທັງຜູ້​ຊາຍ​ອີກ“……​ແມ່ນ​ຂໍ້ສັງ​ເກດ​ຂອງ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​​ເມື່ອ​ເວົ້າ​ເຖິງຫໍພິພິທະ​ພັນ ແມ່ຍິງຫວຽດນາມ. ​ແຂກ​ທ່ອງ​ທ່ຽວ​ຖື​ວ່າ: ຫໍພິພິທະ​ພັນ​ແມ່ຍິງຫວຽດນາມ ​​ໄດ້​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມເຂົ້າ​ໃຈ ກ່ວາກ່ຽວ​ກັບແມ່ຍິງຫວຽດນາມ ດ້ວຍ​ບັນດາ​ເລື່ອງ​ລາວ​ທີ່​ສ້າງ​ຄວາມ​ຕື້ນ​ຕັນ​ໃຈ. ​ເຊີນ​ທ່ານ​ພ້ອມ​ກັນ “ຄົ້ນຫາຫໍພິພິທະ​ພັນ​ແມ່ຍິງ ຫວຽດນາມ“ ຜ່ານ​ບົດຂຽນ​ຂອງ​ນັກ​ຂ່າວ​ເລ​ເຟືອງ.

ຄົ້ນຫາຫໍພິພິທະພັນແມ່ຍິງຫວຽດນາມ - ảnh 1

(ພາບ: hanoimoi.com.vn)

   ຫໍພິພິທະ​ພັນ​​ແມ່ຍິງ​ຫວຽດນາມ ຕັ້ງຢູ່ຖະໜົນ​ລີ​ເທື່ອ​ງກຽດ, ຫ່າງຈາກ​ໜອງ​ຮ່ວານ​ກຽມ ​ແລະ ຄຸ້ມ​ຖະໜົນ​ເກົ່າ​ຮ່​າໂນ້ຍ ປະມານ 500 ​ແມັດ.  ຫໍພິພິທະ​ພັນ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ເມື່ອ​ປີ 1987 ​ແລະ ຂຶ້ນ​ກັບ​ສະຫະພັນ ແມ່ຍິງ​ຫວຽດນາມ ດ້ວຍ​ພາລະ​ໜ້າ​ທີ່​ຄົ້ນຄ້ວາ, ​ເກັບ​ຮັກສາ, ວາງສະ​ແດງ​ບັນດາ​ມໍລະດົກ​ທີ່​ມີ​ຮູບ​ຮ່າງ ​ແລະ ບໍ່​ມີ​ຮູ​ບຮ່າງກ່ຽວ​ກັບ​ປະຫວັດສາດ, ວັດທະນະທຳ​ຂອງແມ່ຍິງ​ຫວຽດນາມ ກໍ່​ຄື​ສະຫະພັນ​ແມ່ຍິງ​ຫວຽດນາມ. ຫໍພິພິທະ​ພັນ​​ແມ່ຍິງ​ຫວຽດນາມ ​ແມ່ນຕຶກ​ອາ​ຄານ 4 ຊັ້ນ, ຖືກຈັດ​ວາງ​ປຽບ​​ເໝືອນ​​ປຶ້ມ​ປະຫວັດສາດ​ຫົວ​ໜຶ່ງ​ຊື່​ງ​ແຂກ​ມາ​ຊົມ​ສາມາດ​ອ່ານ​ແຕ່​ພາກ​ນີ້​ຮອດ​ພາກ​ອື່ນ​​ດ້ວຍ​ຫຼາຍ​ຫົວ​ເລື່ອງ​. ​ເອື້ອຍ​ເຈິ່ນທິຮ່ວຽນ, ຜູ້​ແນະນຳ​ຂອງຫໍພິພິທະ​ພັນ​​ແມ່ຍິງ​ຫວຽດນາມ ​​ເວົ້າ​ວ່າ:

​ແຕ່​ລະຊັ້ນ​ຂອງ​ອາ​ຄານຄື​ດັ່ງພາກໜຶ່ງ​ໃນ​ປຶ້ມ​ປະຫວັດສາດ​ດ້ວຍ​ບັນດາ​ຮູບ​ພາບ​ທີ່​ຜູ້​ຊົມ​ສາມາດ​ເຫັນ​ປະຈັກ​ຕາ, ​ ດ້ວຍເນື້ອ​ໃນ​ອຸດົມສົມບູນ, ຫຼາຍ​ຮູບ​ຫຼາຍ​ສີ​ກ່ຽວ​ກັບແມ່ຍິງ​ຫວຽດນາມ “

ຄົ້ນຫາຫໍພິພິທະພັນແມ່ຍິງຫວຽດນາມ - ảnh 2

(ພາບ: giadinh.net.vn)

   ​ຢູ່​ຫ້ອງ​ໂຖງ​ໃນຊັ້ນໜຶ່ງ​ຂອງຫໍພິພິທະ​ພັນ, ມີ​ຮູບ​ປັ້ນທີ່​ມີ​ຊື່ວ່າ “​ແມ່ຫວຽດນາມ“ ​ຊື່​ງໄດ້​ສ້າງ​ຄວາມ​ປະ​ທັບໃຈ​ທີ່​ສຸດ​​ໃຫ້​ແກ່​ແຂກ​ມາ​ຊົມ. ນີ້​ແມ່ນ​ຮູບ​ປັ້ນ​ໄດ້​ຮັບ​ລາງວັນ​ທີ 1 ​ໃນ​ງານ​ປະ​ກວດ​ປັ້ນຮູບ​ໂດຍຫໍພິພິທະ​ພັນ​​ແມ່ຍິງ​ຫວຽດນາມ ສົມທົບ​ກັບ​ສະມາຄົມ​ວິຈິດ​ສິນ​ນະຄອນ​ໂຮ່ຈິ​ມິນ ຈັດ​ຂຶ້ນ​ເມື່ອ​ປີ 1995. ​​ແຕ່​ຊັ້ນ 2 ຂຶ້ນ​ໄປ​ແມ່ນ​​ເຂດ​ວາງສະ​ແດງ​​​ດ້ວຍ​ບັນດາ​ຫົວ​ເລື່ອງ: ​ແມ່ຍິງ​ໃນ​ຄອບຄົວ, ​ແມ່ຍິງ​ໃນ​ປະຫວັດສາດ, ຊຸດ​ອາພອນ​ຂອງ​ແມ່ຍິງ…ເອື້ອຍ​ເຈິ່ນທິຮ່ວຽນ ​ແນະນຳ​ວ່າ:

   “​​​ໃນ​ເຂດວາງສະ​ແດງ​​ແມ່ນ​ຫົວ​ເລື່ອງ​ແມ່ຍິງ​ໃນ​ຄອບຄົວ. ບັນດ​າວັດຖຸ​ພັນ​ທີ່ນຳ​ມາວາງສະ​ແດງຢູ່​ທີ່​ນີ້​ຖືກຈັດ​ວາງຕາມ​ການ​ເລົ່າ​ເລື່ອງກ່ຽວ​ກັບ​ແມ່ຍິງ​ຫວຽດນາມ ຜູ້​ໜຶ່ງ​ນັບ​ແຕ່​ເມື່ອ​ເຕີບ​ໃຫ່ຍ, ສ້າງ​ຄອບຄົວ ​ແລະ ກາຍ​ເປັນ​ຜູ້​ເປັນ​ເມ​ຍ, ​ເປັນ​ແມ່. ດ້ວຍ 3 ​ເນື້ອ​ໃນຕົ້ນຕໍຄື ກາ​ນສົມລົດ, ການ​ເກີດ​ລູກ ​ແລະ ຊີວິດ​ໃນ​ຄອບຄົວ“.

ຄົ້ນຫາຫໍພິພິທະພັນແມ່ຍິງຫວຽດນາມ - ảnh 3

(ພາບ: dantri.com.vn)

   ຈຸດ​ສຸມ​ໃນ​ຊັ້ນ 3 ​ແມ່ນ​ບັນດາ​ຮູບ​ພາບ, ​ເລື່ອງ​ລາວ​ກ່ຽວ​ກັບ​ແມ່​ຍິງ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດໃນ​ປະຫວັດສາດ. ຢູ່​ທີ່ນີ້ໄດ້​ວາງສະ​ແດງ​ບັນດາ​ວັດຖຸ​ພັນ​ສະ​ແດງ​ໃຫ້​ເຫັນ​ຊີວິດ​ທີ່​ສະຫງົບ​ສຸກ​ຂອງ​ແມ່ຍິງ ​ແລະ ບັນດາ​ວັດ​ຖຸພັນ​ໃນ​ໄລຍະ​ສົງຄາມ. ບັນດາ​ຮູບ​ພາບ​​ແມ່ຍິງ​ຖືກ​ສັດຕູກັກ​ຂັງ, ສືບສວນ ເຮັດ​ໃຫ້​ຜູ້​ຊົມ​ສາມາດ​ເຫັນ​ໄດ້​ນ້ຳ​ໃຈ​ພິລາດ​ອາດ​ຫານ​ຂອງ​ແມ່ຍິງ​ຫວຽດນາມ. ນອກຈາກ​ນັ້ນຍັງ​ມີ​ບັນດາ​ວັດຖຸ​ພັນ​ຄື: ຈັກ​ພິມດິດ​ເກົ່າ, ຫີບໄມ້​ເກົ່າ, ໝວກ ​ແລະ ​ເກີບ​​ເຮັດ​ດ້ວຍ​ຕິນລົດ​ຂອງ​​ເອື້ອຍນ້ອງ​ແມ່ຍິງ​ໃນ​ສະ​ໄໝ​ສົງຄາມ. ​ເອື້ອຍ​ເຈິ່ນທິຮ່ວຽນ, ຜູ້​ແນະນຳ​ຂອງຫໍພິພິທະ​ພັນ​​ແມ່ຍິງ​ຫວຽດນາມ ​​ໃຫ້​ຮູ້​ວ່າ:

  “ນີ້​ແມ່ນ​ຫ້ອງ​ວາງສະ​ແດງ​ໄດ້​ຮັບ​ຄວາມ​ນິຍົມທີ່​ສຸດ​ຈາກ​ແຂກ​ຫຼາຍ​ຄົນ, ​ໂດຍ​ສະ​ເພາະ​ແມ່ນ​ແຂກ​ຕ່າງປະ​ເທດ​ຍ້ອນ​ຄຸນຄ່າ​ມູນ​ເຊື້ອ​ອັນ​ໃຫ່ຍຫຼວງ​ດ້ວຍ​ຮ່ອງຮອຍ​ແຫ່ງ​ໄລຍະ​ປະຫວັດສາດ​ຂອງ​ວັດຖຸ​ພັນ. ຄຽງ​ຄູ່​ກັນນັ້ນ, ​ເຂົາ​ເຈົ້າຍັງ​ມັກ​​ເອກະສານ​ບັນທຶກໄວ້, ວັດຖຸ​ພັນ​ຂອງສະ​ຫະພັນ​ແມ່ຍິງ​ຫວຽດນາມ ​ໃນ​ຕະຫຼອດ 81 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ບັນດາ​ຂອງ​ຂວັນ​ຂອງ​ແມ່ຍິງ​ປະ​ເທດ​ຕ່າງໆ​ໃນ​ໂລກຝາກ​ມາ​ໃຫ້ ​ເພື່ອ​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ແມ່ຍິງຫວຽດນາມ“.

  ຢູ່ຊັ້ນ 4, ​ແຂກບໍ່​ພຽງ​ແຕ່​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ຊຸດ​ອາພອນ​ປະຈຳ​ເຜົ່າທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ແມ່ຍິງ​ຫວຽດນາມ ເທົ່າ​ນັ້ນ, ຫາກ​ຍັງ​ຮັບ​ຮູ້​ໄດ້ຄວາມ​​ງາມ​ຂອງ​ແມ່ຍິງ​ຫວຽດນາມ ​ນຸ່ງຊຸດ​ອາພອນ​ເຫຼົ່ານັ້ນ​ອີກ​ດ້ວຍ. ອ້າຍ Tom Watts ​ແຂກ​ທ່ອງ​ທ່ຽວມາ​ຈາກ​ໂອ​ຕາ​ລິດ ​ເວົ້າວ່າ:

  “ຊຸດ​ອາພອນ​ຂອງ​ແມ່ຍິງ​ຫວຽດນາມ ​ໃນ​ສະ​ໄໝ​ກ່ອນ​​ແມ່ນຕ່າງ​ກັບ​ປະຈຸ​ບັນ​ຫຼາຍ. ຂ້າພະ​ເຈົ້າບໍ່​ຄິດ​ໄດ້​ວ່າ​ຫວຽດນາມ ມີ​ຊຸດ​ເສື້ອ​ຍາວທີ່​ສວຍ​ງາມ​ຫຼາຍ​ແບບ​​ເຊັ່ນ​ນັ້ນ. ​ເມື່ອ​ເຫັນ​ປະ​ຈັກຕາ​ຊຸດ​ອາພອນ​ງາມ​ຄື​ແນວ​ນີ້​ແມ່ນ​ດີ​ຫຼາຍ“.

  ​ເວັບ​ໄຊທ່ອງ​ທ່ຽວ​ໃຫ່ຍກ່ວາໝູ່​ໃນ​ໂລກ TripAdvisor ​ໄດ້​ມອບ​ໃບຢັ້ງຢືນ “ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ໃຈ​ທີ່​ສຸດ“ ​ໃຫ້​ແກ່ຫໍພິພິທະ​ພັນ​​ແມ່ຍິງ​ຫວຽດນາມ ​ໃນ​ປີ 2012 ​ແລະ 2013. ຫໍພິພິທະ​ພັນ​​​ແຫ່ງ​ນີ້​ຖືກ​ຈັດ​ອັນ​ດັບ​ 1 ​ໃນ​ຈຳນວນ​ສະຖານ​ທີ່​ທ່ອງ​ທ່ຽວ​ດູດ​ດື່ມ​ໃຈ 80 ​ແຫ່ງ​ຢູ່​ຮ່າ​ໂນ້ຍ. ຫໍພິພິທະ​ພັນ​​ແມ່ຍິງ​ຫວຽດນາມ ​ດ້ວຍ​ການ​ອອກ​ແບບ​ທັນ​ສະ​ໄໝ, ການວາງສະ​ແດງ​ທີ່​ຈັບ​ອົກ​ຈັບ​ໃຈ, ​ມີເນື້ອ​ໃນ​ອຸດົມ​ສົມ​ບຸນນັ້ນ​ໄດ້​ນຳ​ມາ​ເຊິ່ງ “ວິ​ໄສ​ທັດ​ທີ່​ຊື່​ຕົງທີ່​ສຸດ​ກ່ຽວ​ກັບ​ແມ່ຍິງ​ຫວຽດນາມ“ ​ໃຫ້​ແກ່​ແຂກ​ມາ​ຢ້ຽມ​ຊົມ./.

ຕອບກັບ

ຂ່າວ/ບົດ​ອື່ນ