(VOVWORLD) -ເຂດພູພຽງຫີນດົງວັນໃນແຂວງຮ່າຢາງແມ່ນໜຶ່ງບັນດາໃນສະຖານທີ່ທີ່ໃຫ່ຍໂຕມະໂຫຖານທີ່ສຸດຢູ່ຫວຽດນາມ. ນີ້ແມ່ນແຫ່ງເຕົ້າໂຮມບັນດາສິ່ງມະຫັດສະຈັນທຳມະຊາດທີ່ມີຫຼາຍຮູບຫຼາຍສີ, ມີຄຸນຄ່າທາງດ້ານວິທະຍາສາດ ແລະ ມີບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງວົງຄະນະຍາດບັນດາເຜົ່າທີ່ດຳລົງຊີວິດຢູ່ເຂດພູສູງ. ໂດຍນອນຢູ່ເຂດແກນກາງຂອງພູພຽງຫີນດົງວັນ, ເມືອງແມ່ວວາກແມ່ນເຂດຮົກເຮື້ອທີ່ສຸດ, ແຕ່ພັດແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວຜະຈົນໄພເມື່ອມາຄົ້ນຫາ
ເຂດພູພຽງຫີນດົງວັນ |
ຈາກນະຄອນຮ່າຢາງ, ແຂກທ່ອງທ່ຽວເດີນຕາມທາງຫຼວງ 4C ດ້ວຍຄວາມຍາວ 43 ກິໂລແມັດ ກໍ່ຈະຮອດໃຈກາງເມືອງ ກວານບະ. ສືບຕໍ່ເດີນຕາມທາງຫຼວງເສັ້ນນີ້ຜ່ານກິ່ວກ໋ານຕີທີ່ທຸລະກັນດານ, ຜ່ານບັນດາເນື້ອທີ່ປ່າແປກທີ່ກວ້າງໃຫ່ຍໄພສານ, ບັນດາທາງຄ້ອຍລະອິດລະອ້ຽວ, ຄົງງໍປຽບເໝືອນແຖບຜ້າໄໝ, ແຂກທ່ອງທ່ຽວກໍ່ຈະຮອດເຂດສາມລ່ຽມດ້ວຍສາມສະຖານທີ່: ອຽນມິງ, ດົງວັນ ແລະ ແມ່ວວາກເພື່ອຄົ້ນຫາເຂດພູພຽງຫີນດົງວັນ. ໂດຍນອນຢູ່ຄວາມສູງສະເລຍ 1.400-1.600 ແມັດເມື່ອທຽບໃສ່ໜ້ານ້ຳທະເລໃນເນື້ອທີ່ເກືອບ 2.530 ຕະລາງກິໂລແມັດ, ເຂດພູພຽງຫີນດົງວັນດ້ວຍເຂດແກນກາງແມ່ວວາກແມ່ນໜຶ່ງໃນບັນດາເຂດຫີນປູນພິເສດຂອງທົ່ວປະເທດດ້ວຍບັນດາຂີດໝາຍທີ່ພົ້ນເດັ່ນກ່ຽວກັບປະຫວັດຄວາມເປັນມາ ແລະ ການຂະຫຍາຍຂອງຊັ້ນນອກໜ່ວຍໂລກ. ມາຮອດປັດຈຸບັນ, ບັນດານັກວິທະຍາສາດໄດ້ກຳນົດວ່າຢູ່ດົງວັນມີ 139 ມໍລະດົກທໍລະນີ, ໃນນັ້ນມີ 15 ມໍລະດົກທໍລະນີລະດັບສາກົນ, 68 ມໍລະດົກລະດັບຊາດ ແລະ 56 ມໍລະດົກລະດັບທ້ອງຖິ່ນ. ຄວາມມີຫຼາຍຮູບຫຼາຍສີທາງດ້ານທໍລະນີພ້ອມກັບການປ່ຽນແປງຂອງດິນຟ້າອາກາດຜ່ານໄລຍະນັບລ້ານປີໄດ້ສ້າງເປັນບັນດາ “ສວນຫີນ”, “ປ່າຫີນ” ທີ່ມີຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ. ພ້ອມກັບບັນດາປ່າຫີນ, ບັນດາສາຍພູສູງຊັນ, ຂ້າງພູຕິດຕໍ່ກັນໄດ້ສ້າງຄວາມໃຫ່ຍໂຕມະໂຫຖານໃຫ້ແກ່ເຂດພູພຽງຫີນແຫ່ງນີ້. ທ່ານ ໂຮ່ຕ໋ຽນຈຸງ, ນັກຄົ້ນຄວ້າທໍລະນີໃຫ້ຮູ້ວ່າ:
“ຕາມການສຳຫຼວດຂອງນັກວິທະຍາສາດທໍລະນີແຮ່ທາດຊຶ່ງໄດ້ສົມທົບກັບບັນດານັກຄົ້ນຄວ້າຖ້ຳວິທະຍາຂອງແບນຊິກທີ່ໄດ້ປະກາດເມື່ອບໍ່ດົນດົນມານີ້, ໃນເຂດນີ້ກໍຍັງມີຫຼາຍຈຸດຕ້ອງການຄົ້ນຄວ້າ, ໃນນັ້ນມີລະບົບຖ້ຳ, ດ້ວຍການຄົ້ນພົບຖ້ຳດ້ວຍຄວາມຍາວນັບພັນແມັດແມ່ນມີຄວາມໝາຍສຳລັບການຄົ້ນຄວ້າວິທະຍາສາດ ແລະ ພັດທະນາການທ່ອງທ່ຽວ”.
ໃນເຂດພູພຽງຫີນດົງວັນ, ແມ່ນເຂດຮົກເຮື້ອທີ່ສຸດ. ໄລຍະປີ 1965, ເສັ້ນທາງຂຶ້ນແມ່ວວາກພຽງແຕ່ແມ່ນທາງຊອຍເພື່ອໃຫ້ມ້າຕ່າງເຄື່ອງ ແລະ ໃຫ້ຄົນຍ່າງເທົ່ານັ້ນ. ໃນວັນນີ້, ທາງກີ່ວ ມ້າຕີແລງໄດ້ຖືກກໍ່ສ້າງຂຶ້ນ, ແຕ່ຈຸດລ້ຽວທີ່ຄົດງໍອ້ອມພູ, ເບື້ອງໜຶ່ງແມ່ນຜາຫີນສູງຊັນ, ເບື້ອງໜຶ່ງແມ່ນເຫວແມ່ນ້ຳຍໍເກ໋ວ ເບິ່ງຈາກໄກກໍ່ນອ້ຍໆຄືເສັ້ນໄໝຊຶ່ງເປັນການຢັ້ງຢືນເຖິງສີມືອັນຄ່ອງແຄ້ວ ແລະ ສະຕິປັນຍາຂອງມະນຸດໄດ້ສ້າງເປັນເສັ້ນທາງທີ່ທຸລະກັນດານ, ສວຍງາມ ແລະ ໃຫ່ຍໂຕມະໂຫຖານອັນດັບໜຶ່ງຢູ່ຫວຽດນາມ. ເມື່ອມຸ່ງສາຍຕາໄປທາງໄກກໍ່ເຫັນນ້ຳຕົກຕາດ, ນາຂັ້ນໄດ, ບັນດາໜູ່ບ້ານທີ່ສວຍງາມດ້ວຍເຮືອນຮ້ານຫຼັງຕ່າງໆຂອງພໍ່ແມ່ພີນ້ອງບັນດາເຜົ່າພວມລັບໆລໍໆຢູ່ທາງຫຼັງຝາດ້ວຍຫີນວາງກອງກັນ, ບັນດາສວນຕົ້ນຄາຍ, ດອກໝັ້ນຂາວພວມບານສະພັ່ງໃນທາມກາງເຂດພູຜາປ່າໄມ້ເມື່ອລະດູບານໃໝ່ວຽນມາ. ທັງໝົດເຫຼົ່ານັ້ນໄດ້ສ້າງເປັນຄວາມງາມດັ່ງໃນຝັນ ແລະ ຍາກທີ່ຈະພັນລະນາໄດ້. ອ້າຍ ເຈິ່ນແທັງຮວ່າງ ຜູ້ນຳທ່ຽວຢູ່ແຂວງ ຮ່າຢາງໃຫ້ຮູ້ວ່າ:
“ໃນວົງການນັກທ່ອງທ່ຽວກໍ່ໄດ້ເອີ້ນ ມ້າປີແລ່ງແມ່ນໜຶ່ງໃນສີ່ຍອດກີ່ວຂອງເຂດໄຕບັກ. ມ້າປີແລ່ງເຖິງວ່າບໍ່ຍາວທໍກັບບັນດາທາງກີ່ວອື່ນໆ ແຕ່ພັດແມ່ນກີ່ວທີ່ທຸລະກັນດານກວ່າໝູ່. ທາງກີ່ວສາຍນີ້ຖືກກໍ່ສ້າງດ້ວຍເຫື່ອແຮງ ແລະ ຝາມືຂອງມະນຸດ. ທ່ານປະທານໂຮ່ຈີມິນ ໄດ້ຕັ້ງຊື່ໃຫ້ເສັ້ນທາງນີ້ວ່າແມ່ນເສັ້ນທາງແຮ້ງຟຸກ ໝາຍເຖິງຄວາມສຸກໃຫ້ແກ່ພໍ່ແມ່ພີນ້ອງບັນດາເຜົ່າຢູ່ແຫ່ງນີ້”.
ພາຍຫຼັງທີ່ອົງການ UNESCO ຮັບຮອງເຂດພູພຽງຫີນດົງວັນເປັນ “ສວນສາທາລະນະທໍລະນີທົ່ວໂລກ” ເມືອເດືອນ ຕຸລາ ປີ 2013, ການພັດທະນາການທ່ອງທ່ຽວ, ວັດທະນະທຳໄດ້ກຳນົດແມ່ນທິດກ້າວເດີນໃໝ່ຂອງແມ່ວວາກ. ພື້ນຖານໂຄງລ່າງ, ເປັນຕົ້ນແມ່ນທາງຄົມະນາຄົມໄດ້ຮັບຄວາມເອົາໃຈໃສ່ລົງທຶນຈາກແຂວງ, ດັ່ງນັ້ນການໄປມາກໍ່ມີຄວາມສະດວກສະບາຍກວ່າເກົ່າ. ມີບັນດາງານບຸນ ແລະ ຕະຫຼາດນັດຢູ່ເຂດພູສູງກໍ່ໄດ້ຮັບການຮັກສາ ແລະ ຟື້ນຟູ. ບັນດາຮີດຄອງປະເພນີທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງບັນດາເຜົ່າພ້ອມກັບທິວທັດທຳມະຊາດທີ່ງົດງາມ, ໃຫ່ຍໂຕມະໂຫຖານ; ຜະລິດຕະພັນທ່ອງທ່ຽວ, ວັດທະນະທຳທີ່ມີຫຼາຍຮູບຫຼາຍສີ ແລະ ບັນດາເຍື່ອງອາຫານພິເສດຂອງທ້ອງຖິ່ນ… ໄດ້ ແລະ ພວມສ້າງພາບພົດຫຼາກຫຼາຍສີສັນໃຫ້ແກ່ດົງວັນແມ່ວວາກ, ທັງນີ້ກໍ່ເປັນການດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ.