ຄວາມເປັນເອກະລັກຂອງເຮືອນຍາວຢູ່ເຂດ ເຕິຍງວຽນ

(VOVWORLD) -ສຳລັບພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ເຂດ ເຕິຍງວຽນ, ພ້ອມກັບຄ້ອງນັ້ນ, ສາລາບ້ານ, ເຮືອນຍາວໄດ້ຮັບຖືວ່າ ແມ່ນວັດທະນະທຳ ແມ່ນກົກເຄົ້າເກງົ້າກໍ ແລະ ແມ່ນວິນຍານຂອງເຂົ້າເຈົ້າ. ເຮືອນຍາວແມ່ນສະຖານທີ່ຮ່ວມຊີວິດຂອງແຕ່ລະຄອບຄົວ ວົງຕະກຸນ ແລະ ທັງວົງຄະນາຍາດໃນບັນດາເຫດການທຳພິທີບູຊາ ຫຼື ງານບຸນຕ່າງໆ ທັງແມ່ນສະຖານທີ່ເກັບຮັກສາເຫຼົ້າໄຫພິເສດຂອງທ້ອງຖິ່ນ
ຄວາມເປັນເອກະລັກຂອງເຮືອນຍາວຢູ່ເຂດ ເຕິຍງວຽນ - ảnh 1ເຮືອນຍາວຂອງຊາວເຜົ່າເອເດ

     ຢູ່ເຂດເຕິຍງວຽນ ໃນຂະນະທີ່ຊາວເຜົ່າ ບານາ, ຢາລາຍ, ເຊີດັງຢູ່ໃນສາລາບ້ານນັ້ນ, ຊາວເຜົ່າ ເອເດ ເມີນົງ ພັດມີເຮືອນຍາວນັບຮ້ອຍແມັດ. ເຮືອນຍິ່ງຍາວເທົ່າໃດ ກໍຍິ່ງສະແດງໃຫ້ເຫັນຄວາມຈະເລີນຮຸ່ງເຮືອນຂອງຄອບຄົວ ແລະ ວົງຕະກຸນນັ້ນ. ຂະນະທີ່ລູກຫຼານສ້າງຄອບຄົວນັ້ນ ເຮືອນຈະຖືກເຮັດຕໍ່ກັນໃຫ້ຍາວອີກຫຼັງໜຶ່ງ. ແລະ ຜ່ານເຊັ່ນຄົນນີ້ສູ່ເຊັ່ນຄົນອື່ນ ເຮືອນນັບມື້ນັບຍາວອີກ. ທ່ານ ດ່າງນັງລອງ ຊາວເຜົ່າ ເມີນົງ ຢູ່ເມືອງ ລັກ ແຂວງ ດັກລັກ ໃຫ້ຮູ້ວ່າ:

 “ຄານໄມ້ຂອງເຮືອນແມ່ນວາງກອງກັນ ແຕ່ບໍ່ຕ້ອງຂຸດເຈາະຄືເຮືອນໄມ້ຂອງບາງເຜົ່າອື່ນໆ. ດັ່ງນັ້ນເມື່ອເຄື່ອນຍ້າຍເຮືອນ, ຄານ ແລະ ເສົາຖືກແກ້ອອກແລ້ວກໍ່ຕິດຕັ້ງຄືນໃໝ່”.

 ເພື່ອຂຶ້ນເຮືອນຍາວ, ທຸກໆຄົນຕ້ອງກ້າວຂຶ້ນຂັ້ນໄດ. ເຮືອນຍາວແຕ່ລະຫຼັງຂອງຊາວເຜົາເອເດ, ເມີນົງ ກໍ່ລ້ວນແຕ່ມີສອງຂັ້ນໄດຂຶ້ນລົງ. ສຳລັບຂັ້ນໄດຕັ້ງຢູ່ທາງໜ້າເຮືອນ ແມ່ນເພື່ອຮັບໃຊ້ແຂກ ແລະ ເພດຊາຍ. ສ່ວນຂັ້ນໄດຕັ້ງຢູ່ທາງຫຼັງເຮືອນແມ່ນຮັບໃຊ້ແມ່ຍິງ. ຈາກເດີ່ນເຮືອນທາງໜ້າຈະກ້າວເຂົ້າເຂດທີ່ສຳຄັນກວ່າໝູ່ຂອງເມືອງ ນັ້ນແມ່ນຫ້ອງຮັບແຂກ. ນີ້ແມ່ນບ່ອນຕ້ອນຮັບແຂກ ແລະ ຈັດພິທີກຳຕ່າງໆໃນແຕ່ລະປີຂອງເຈົ້າຂອງເຮືອນພ້ອມທັງແມ່ນສະຖານທີ່ຮ່ວມຊີວິດຂອງທຸກໆຄົນໃນຄອບຄົວ. ນັກສິລະປະການ ອີມາງ ຢູ່ເມືອງ ກືເມີກາ ແຂວງ ດັກລັກ ໃຫ້ຮູ້ວ່າ:

 “ພໍ່ແມ່ປະຊາຊົນ ກໍ່ລ້ວນແຕ່ທຳພິທີກຳໃນເຮືອນ ພຽງແຕ່ພິທີພົ້ນຂຸມຝັງສົບ ແມ່ນເຮັດຢູ່ກາງແຈ້ງ. ມີຕົ້ນໄມ້ໄຜ່ຢູ່ໃນເຮືອນ. ທຳມະດາພິທີກຳໜຶ່ງຂອງຊາວເຜົ່າ ເອເດ ຖືກຈັດຂຶ້ນໃນເວລາໜຶ່ງວັນ. ແລ້ວຊາວໜຸ່ມກໍ່ຮັບປະທານອາຫານຊຸມແຊວນຳກັນ.”

 ຢູ່ກາງຫ້ອງຮັບແຂກ, ທາງເບື້ອງຂວາຂອງເຮືອນຍາວກໍ່ມີຕັ່ງຫຼາຍໜ່ວຍຮັບໃຊ້ຜູ້ຕີຄ້ອງຖຶກແກະຄວັດສະຫຼັກຮູບເຮືອ, ວາງລຽບຕາມຝາເຮືອນ ເພື່ອໃຫ້ບັນດານັກສິລະປະການເມື່ອນັ່ງຕີຄ້ອງຈະປີ້ນຫຼັງໃສ່ທາງທິດຕາເວັນຕົກ ມຸ່ງໜ້າສູ່ທາງທິດຕາເວັນອອກ. ທ່ານ ດ່າງນັງລອງ ໃຫ້ຮູ້ອີກວ່າ:

 “ຕັ່ງກາປານຖືກເຂົ້າໃຈຕາມພາສາເຜົ່າກິງວ່າ ແມ່ນຕັ່ງຍາວເພື່ອນັ່ງ. ເມື່ອມີເຫດການ, ເຂົ້າເຈົ້າກໍ່ນັ່ງເປັນແຖວເພື່ອຕີຄ້ອງ. ມີນັກສິປະການ 10 ຕີຄ້ອງ ແລະ ໜຶ່ງຄົນຕີກອງ”.

ໃນເຮືອນຍາວຂອງກໍ່ຍັງມີຕັ່ງສະເພາະຂອງເຈົ້າຂອງເຮືອນເພື່ອຕ້ອນຮັບແຂກ, ເຕົາໄຟພ້ອມກັບໄຫຊະນິດຕ່າງໆ ແລະ ກີ່ຕ່ຳຫູກ, ສາດຊະນິດຕາງໆເພື່ອປູໃຫ້ແຂກ ແລະ ຊາວບ້ານນັ່ງເຂົ້າຮ່ວມພິທີກຳຕ່າງໆຂອງຄອບຄົວ ຫຼື ນັ່ງຮັບຟັງການເລົ່າກອນລຳ, ເລົ່າເລືອງນິທານ ຫຼື ຮັບຊົມການຂັບລຳທຳເພງ ຫຼື ຮ່ວມຊີວິດຊຸມຊົນ. ນັກສິລະປະການ ອີມາງ ໃຫ້ຮູ້ຕື່ມອີກວ່າ:

“ເມື່ອເລົ່າເລື່ອງຢູ່ຂ້າງເຕົາໄຟ, ຜູ້ເຖົ້າຜູ້ແກ່ຍັງເລົ່າໃຫ້ໄວໜຸ່ມຮູ້ຈັກກ່ຽວກັບວິທີການປະພຶດເມື່ອຂຶ້ນເຮືອນຍາວ ແລະ ແບ່ງປັນໃຫ້ເຂົາເຈົ້າຮູ້ບ່ອນນັ່ງຂອງຕົນຢູ່ໃສໃນເຮືອນຍາວ”.

ຊາວເຜົ່າເອເດ ເມີນົງ ມີຈິດໃຈຮັກແພງແຂກ, ເມື່ອມີແຂກມາຫຼິ້ນເຮືອນ, ເຂົາເຈົ້າກໍ່ຕ້ອນຮັບຢ່າງສະໜິດສະໜົມ. ເຕົາໄຟໃນເຮືອນຄົວຍາມໃດກໍ່ລຸກໄໝ້ ພ້ອມກັບຂອງກິນເຄື່ອງດື່ມຍາມໃດກໍ່ມີຄົບທຸກຢ່າງ ເພື່ອປຸງແຕ່ງບັນດາເຍື່ອງອາຫານທີ່ແຊບນົວພ້ອມກັບເຫຼົ້າໄຫ ເພື່ອເຊີນແຂກ. ດ້ວຍບັນດາຄວາມເປັນເອກະລັກສະເພາະ, ເຮືອນຍາວຂອງຊາເຜົ່າ ເອເດ ເມີນົງ ໄດ້ເຂົ້າສູ່ກອນລຳ,ເລື່ອງບູຮານ, ດົນຕີ, ກິດຈະກຳປຽບເໝືອນສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງສີສັນວັດທະນະທຳເຂດ ເຕິຍງວຽນ 

ຕອບກັບ

ຂ່າວ/ບົດ​ອື່ນ