ງານບຸນແຫ່ຊ້າງດາວຊ້າທີ່ເມືອງແທງຖຸຍແຂວງຟູ້ເຖາະ

(VOVWORLD) -ໂດຍບໍ່ພຽງແຕ່ດຶງດູດໃຈແຂກທ່ອງທ່ຽວດ້ວຍທິວທັດທຳມະຊາດພູຜາແມ່ນ້ຳລຳເຊທີ່ຈັບໃຈເທົ່ານັ້ນ, ເມືອງແທງຖຸຍ, ແຂວງຟູ້ເຖາະຍັງ ດຶງດູດໃຈແຂກທ່ອງທ່ຽວດ້ວຍບັນດາງານບຸນທີ່ເປັນເອກະລັກສະເພາະຂອງພື້ນຖານອະລິຍະທຳປູກເຂົ້ານາທາມອີກດ້ວຍ
ງານບຸນແຫ່ຊ້າງດາວຊ້າທີ່ເມືອງແທງຖຸຍແຂວງຟູ້ເຖາະ  - ảnh 1 ຊ້າງແມ່ນຈຸດພິເສດສະເພາະຂອງງານບຸນ ຊຶ່ງຖືກເຮັດດ້ວຍຮູບຮ່າງ, ຂະໜາດ, ສີສັນປຽບເໝືອກັບຊ້າງແທ້

ງານບຸນດາວຊ້າຫຼືເອີ້ນວ່າ ງານບຸນແຫ່ຊ້າງ ຖືກຈັດຂຶ້ນໃນ 3 ວັນ, ແຕ່ວັນທີ 27 ຫາວັນທີ 29 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ. ນັບແຕ່ຮຸ່ງເຊົ້າ, ຊາວບ້ານຫຼາຍຄົນໄດ້ມາເຕົ້າໂຮມກັນຢູ່ບໍລິເວນອ້ອມແອ້ມສາລາໝູ່ບ້ານດາວຊ້າ ເພື່ອທຳພິທີໄຫວ້ບູຊາ. ບັນດາພາໝາກໄມ້ 5 ຊະນິດ ແລະ ອາຫານໄດ້ຖືກກະກຽມຢ່າງລອບຄອບຖີ່ຖ້ວນ. ສະເພາະພາອາຫານມີເຍື່ອງຕົ້ນໄກ່ຜູ້, ເຂົ້າໜົມຫວານ ຖືກຈັດວາງຢ່າງງານຕາ. ລຸງ ຫງວຽນວັນຕຽດ ຢູ່ຄຸ້ມ 14, ຕາແສງດາວຊ້າ ໃຫ້ຮູ້ວ່າ : 

   “ ເພື່ອຈະມີໄກ່ງາມໂຕໜຶ່ງເພື່ອຖະຫວາຍບູຊານັ້ນ, ເວລາຕົ້ມໄກ່ບໍ່ຕ້ອງຕົ້ມໄວ, ຕ້ອງເຮັດໄຟອ່ອນໆ, ໄກ່ຈຶ່ງຈະງາມ ແລະ ແຊບ. ຕ້ອງຕົ້ມໄກ່ເປັນເວລາ 6-7 ຊົ່ວໂມງ. ຄວນຕົ້ມເຊັ່ນນັ້ນ, ໜັງໄກ່ຈຶ່ງຈະບໍ່ຂາດ ແລະ ເມື່ອນຳເອົາໄກ່ຂຶ້ນອອກຈາກໝໍ້,  ຈຶ່ງເຫັນນ້ຳໃສໄຫຼອອກ, ເວລານັ້ນ, ໄກ່ຈຶ່ງສຸກ ”

    ຂັ້ນຕອນຈັດພິທີ ຖືກຊາວບ້ານດາວຊ້າ ດຳເນີນຢ່າງເຄັ່ງຂຶມເພື່ອອາໄລຫາເຖິງຄຸນງາມຄວາມດີຂອງພະອໍລະຫັນ ຮຸ່ງຫາຍກົງ, ຜູ້ກໍ່ຕັ້ງໝູ່ບ້ານດາວຊ້າ. ຕາມເລື່ອງລາວເລົ່າຂານກັນມາວ່າ : ຮຸ່ງຫາຍກົງ ແມ່ນນ້ອງຊາຍຂອງເຈົ້າຊີວິດຮຸ່ງ ອົງທີ 18, ເປັນຜູ້ຄຸ້ມຄອງເຂດຕາມຢາງ ລວມມີ ຕາແສງດາວຊ້າ, ຮຶງຮ້ວາ ແລະ ເຖາະຊວຽນ, ເພິ່ນໄດ້ຊ່ວຍຊາວບ້ານຮູ້ວິທີທຳການຜະລິດໃຫ້ໄດ້ຮັບຜົນດີ. ເພິ່ນໄດ້ແຕ່ງານກັບຈາງຮວາ ແລະ ໄດ້ມີລູກນຳກັນທັງໝົດ 3 ຄົນ. ເມື່ອຈາງຮວາຈາກໄປ, ຮຸ່ງຫາຍກົງໄດ້ລ້ຽງດູ ແລະ ສິດສອນລູກເຕົ້າໃຫ້ເຕີບໃຫຍ່, ແລ້ວກໍມອບໃຫ້ພວກລູກຄຸ້ມຄອງເຂດດິນ, ສ່ວນຕົນເອງກັບເມືອຢູ່ເຂດແມ່ນ້ຳຍິ ທີ່ຂຶ້ນກັບແຂວງຫາຍເຢືອງຄືໃນວັນນີ້. ລຸງເຈີນວັນຊ່າງ ຜູ້ຮັບຜິດຊອບພິທີໄຫວ້ບູຊາໃນງານບຸນແຫ່ຊ້າວດາວຊ້າ ໃຫ້ຮູ້ວ່າ : 

    “ຮຸ່ງຫາຍກົງເມື່ອໄປຕີສັດຕູກັບມາ ກໍໄດ້ຮັບລາງວັນຈາກເຈົ້າຊີວິດຮຸ່ງ, ນັ້ນແມ່ນຊ້າງ 2 ຄູ່. ໄລຍະຕໍ່ມາ, ຊາວບ້ານດາວຊ້າໄດ້ຄິດເຖິງຄຸນງາມຄວາມດີຂອງ ຮຸ່ງຫາຍກົງ  ແລະ ໄດ້ເຊີດຊູເພິ່ນເປັນພະອໍລະຫັນ, ຜູ້ກໍ່ຕັ້ງໝູ່ບ້ານ ແລະ ທຳພິທີແຫ່ຊ້າງ 2 ຄູ່ໃນມື້ດຳເນີນງານບຸນ ”

    ພາຍຫຼັງຂັ້ນຕອນຈັດພິທີໄຫວ້ບູຊາຖືກສິ້ນສຸດລົງ, ກໍເລີ່ມດຳເນີນພິທີແຫ່ຊ້າງ. ຂະບວນແຫ່ຊ້າງລວມມີ 120 ຄົນເຂົ້າຮ່ວມ ຊຶ່ງເດີນໜ້າແມ່ນ ຊ້າງໃຫຍ່ ຄູ່ໜຶ່ງ, ເດີນຕໍ່ຈາກນັ້ນແມ່ນກອງດົນຕີປະກອບດ້ວຍ ຂຸ່ຍ, ຊໍ, ກອງ, ແລ້ວກໍຮອດກຸ່ມແຫ່ວໍ, ຕໍ່ຈາກນັ້ນ ແມ່ນຄະນະບູຊາ, ເດີນຕາມຫຼັງແມ່ນຊາວບ້ານ ແລະ ແຂກສາລະທິດ. ຊ້າງແມ່ນຈຸດພິເສດສະເພາະຂອງງານບຸນ ຊຶ່ງຖືກເຮັດດ້ວຍຮູບຮ່າງ, ຂະໜາດ, ສີສັນປຽບເໝືອກັບຊ້າງແທ້. ຊ້າງແຕ່ລະໂຕ ໂດຍແມ່ນຊາຍໜຸ່ມ 2 ຄົນເປັນຜູ້ບັນຊາ, ຜູ້ໜຶ່ງເຮັດເປັນ 2 ຂາໜ້າ, ທັງບັນຊາງວງຊ້າງ ແລະ ຫູຊ້າງ ແລະ ອີກຜູ້ໜຶ່ງເຮັດເປັນ 2 ຂາຫຼັງ, ທັງບັນຊາຫາງຊ້າງ. ຊ້າງຖືກພາໄປໂດຍຄວານຊ້າງ ແລະ ຜູ້ຕັດສິນການເດີນຂອງຊ້າງ. ລຸງ ຫງວຽນຊວນຄວາ ຜູ້ເປັນຄວານຊ້າງໃນງານບຸນດາວຊ້າ ໃຫ້ຮູ້ວ່າ : ຂະບວນແຫ່ຊ້າງຈະເດີນຈາກຈາກສາລາເຖິງວິຫານ, ແລ້ວກໍຈາກສາລາໄປວິຫານ. 

     “ ເມື່ອເລີ່ມເຄື່ອນຂະບວນແຫ່ຊ້າງ, ເພື່ອໃຫ້ຊ້າງເຄື່ອນເໜັງໄດ້ ແມ່ນຕ້ອງມີຄົນຢ່າງພຽງພໍ ແລະ ຕ້ອງລຸກຂຶ້ນ. ຜູ້ຢູ່ທາງໃນ ຕ້ອງເດີນແນວໃດໃຫ້ຊ້າງຕ້ອງມີວິນຍານ. ພາຍຫຼັງທຳພິທີໄຫວ້ບູຊາສຳເລັດ, ຊ້າງກໍສາມາດເລີ່ມມວ່ນຂື່ນພ້ອມກັບຊາວບ້ານ, ແຕ່ສຳຄັນແມ່ນການຊີ້ນຳຂອງຜູ້ເປັນຄວານຊ້າງ ”

         ພາຍຫຼັງຂັ້ນຕອນທຳພິທີ ແມ່ນຂັ້ນຕອນຈັດງານບຸນ ດ້ວຍບັນດາການລະຫຼິ້ນຕິດພັນກັບບັນດາຮີດຄອງປະເພນີຂອງທ້ອງຖິ່ນ ກໍເລີ່ມຂຶ້ນ. ໃນນັ້ນ ການແຂ່ງຂັນຫຸ້ງເຂົ້າແມ່ນການລະຫຼິ້ນທີ່ດູດດື່ມທີ່ສຸດ ອັນໄດ້ດຶງດູດຜູ້ມາຊົມຢ່າງຫຼວງຫຼາຍ. ລຸງ ຫງວຽນຈຸງຄວາ ທິມແຂ່ງຫຸ້ງເຂົ້າ ຄຸ້ມ 14 ຕາແສງດາວຊ້າ ໃຫ້ຮູ້ວ່າ:

   “ ໃນງານບຸນທຸກໆປີ, ຄຸ້ມຊຸມຊົນຂ້າພະເຈົ້າ ກໍລ້ວນແຕ່ແຕ່ງຕັ້ງທິມຫຸ້ມເຂົ້າເພື່ອເຂົ້າຮ່ວມການແຂ່ງກັນ. ທຸກໆຄົນໃນທິມ ລ້ວນແຕ່ມີຄວາມຕື່ນເຕັ້ນ ແລະ ເບີກບານໃຈເມື່ອໄດ້ເຂົ້າຮ່ວມການແຂ່ງຂັນ ”

     ງານບຸນສາລາໝູ່ບ້ານດາວຊ້າໄດ້ສ່ອງແສງບັນດາຄຸນຄ່າປະຫວັດສາດ, ການດຳເນີນຊີວິດວັດທະນະທຳ, ການເຫຼື້ອມໃສກະສີກຳ ຜະລິດເຂົ້ານາທາມ, ການເຫຼື້ອມໃສ ບູຊາເທວະດາຟ້າແຖນຂອງປະຊາຊົນເຂດແດນແຫ່ງບັນພະບຸລຸດ. ນີ້ແມ່ນໂອກາດເພື່ອໃຫ້ຊາວທ້ອງຖິ່ນອາໄລຫາບັນພະບຸລຸດ,ຄົນລຸ່ນກ່ອນໆທີ່ມີຄຸນງາມຄວາມດີໃນການສ້າງບ້ານແປງເມືອງ, ພ້ອມທັງພາວະນາໃຫ້ມີຄວາມຢູ່ເຢັນເປັນສຸກ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ, ປະເທດຊາດເຂັ້ມແຂງ, ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ສົມບູນພູນສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ