(vovworld)- 5 ປີກ່ອນນີ້, ຕະຫລາດນັດ ບັກຮ່າ ແຂວງ ລ່າວກາຍ ໄດ້ຮັບການຄັດເລືອກຈາກນັກທ່ອງທ່ຽວສາກົນວ່າ ແມ່ນຫນື່ງໃນຈຳນວນຕະຫລາດນັດ 10 ແຫ່ງທີ່ລືຊື່ຢູ່ ພາກພື້ນອາຊີຕາເວັນອອກສຽງໃຕ້ ຜ່ານວາລະສານ Serendib ຂອງສິລັງກາ. ປະຈຸບັນ, ໃນທ່າອ່ຽງຫັນບັນດາຕະຫລາດເຂດພູສູງເປັນສະຖານທີ່ແລກປ່ຽນຄ້າຂາຍສິນຄ້າ, ຕະຫລາດບັກຮ່າ ແມ່ນຫນຶ່ງໃນຈຳນວນຕະຫຼາດຍັງຄົງຮັກສາສີສັນຊົນເຜົ່າ, ຈຸດທີ່ເປັນເອກະລັກສະເພາະຂອງຕະຫລາດເດີມໄວ້ໄດ້. ໃນລາຍການຄົ້ນຫາຫວຽດນາມ ພາກນີ້ ເຊີນທ່ານພ້ອມກັບນັກຂ່າວ ຫວີງຟອງ ຄົ້ນຫາຕະຫລາດນັດບັກຮ່າ.
ຕະຫລາດບັກຮ່າ ດຶງດູດນັກທ່ອງທ່ຽວສາກົນມາຢ້ຽມຊົມເປັນຈຳນວນຫລວງຫລາຍ
ພາບ:internet
|
ຈາກນະຄອນຫລວງ ຮ່າໂນ້ຍ ໄປຕະຫລາດນັດ ບັກຮ່າ, ນັກທ່ອງທ່ຽວສາມາດໄປດ້ວຍລົດໂອໂຕ ຫລືລົດໄຟໄດ້. ແຂວງ ລ່າວກາຍ ຫ່າງຈາກນະຄອນຫລວງຮ່າໂນ້ຍ ປະມານ 350 ກິໂລແມັດ. ຖ້າໄປດ້ວຍລົດໄຟ, ທ່ານອາດຈະຂຶ້ນລົດໄຟໃນຕອນຄ່ຳວັນເສົາ ແລະ ຮອດ 5 ໂມງເຊົ້າວັນທິດກໍ່ໄປຮອດ. ຈາກນີ້ ທ່ານຈະໄປຕະຫລາດບັກຮ່າ ດ້ວຍລົດໂອໂຕ. ຕະຫລາດບັກຮ່າ ຖືກດຳເນີນໃນຕອນເຊົ້າທຸກວັນອາທິດ.
ບົນເສັ້ນທາງໄປ ບັກຮ່າ, ທ່ານຈະຊົມເຫັນພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ, ນາຂັ້ນໄດທີ່ສວຍງາມ, ພ້ອມດ້ວຍເຮືອນຮ້ານຫລາຍຫລັງຂອງປະຊາຊົນບັນດາເຜົ່າຢູ່ບັກຮ່າ. ຖ້າເປັນຜູ້ນິຍົມພະຈົນໄພ, ມັກຄົ້ນຫາ, ທ່ານຈະຮູ້ສຶກປະທັບໃຈຍ້ອນທິວທັດທຳມະຊາດທີ່ສວຍງາມຢູ່ທີ່ນີ້, ພ້ອມກັບບັນດາຮີດຄອງປະເພນີວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າ. ນັບົແຕ່ຮຸ່ງເຊົ້າ, ຢູ່ລຽບຕາມເສັ້ນທາງໄປເຖິງຕະຫລາດບັກຮ່າ, ຊາວຊົນເຜົ່ານຸ່ງຊຸດອາພອນປະຈຳເຜົ່າ, ເປ້ສິນຄ້າທາງຫລັງ, ຈູງງົວ, ແບ້, ມ້າ… ຟ້າວຟັ່ງໄປຕະຫລາດ. ບາງເທື່ອກໍ່ເຫັນລົດຈັກຂົນສົ່ງຄົນຫລືສິນຄ້າໄປຕະຫລາດໃຫ້ທັນເວລາ.
ເມືອງບັກຮ່າ ແຂວງ ລ່າວກາຍ ມີ 14 ຊົນເຜົ່າດຳລົງຊີວິດຮ່ວມກັນ, ໃນນັ້ນຊົນເຜົ່າທີ່ມີພົນລະເມືອງຫລາຍກວ່າໝູ່ແມ່ນຊົນເຜົ່າມົ້ງ, ຢາວ, ໄຕ, ນຸ່ງ. ເພາະສະນັ້ນ ຕະຫລາດນັດຢູ່ທີ່ນີ້ ບໍ່ພຽງແຕ່ແມ່ນສະຖານທີ່ແລກປ່ຽນຄ້າຂາຍສິນຄ້າເທົ່ານັ້ນ ຫາກຍັງແມ່ນບ່ອນພົບປະ, ແລກປ່ຽນວັດທະນະທຳຂອງບັນດາເຜົ່າໃນທ້ອງຖິ່ນອີກດ້ວຍ.
ອ້າຍ ຫລູ່ວັນຢ່າງ ຊົນເຜົ່ານຸ່ງ, ຜູ້ທີ່ໄດ້ກຳເນີດແລະ ເຕີບໃຫຍ່ຢູ່ເທດສະບານ ບັກຮ່າ ໃຫ້ຮູ້ວ່າ: ກ່ອນນີ້ ຕະຫລາດຖືກຈັດຂຶ້ນຢູ່ເນີນພູ, ໃຈກາງເທດສະບານ. ສອງສາມປີມານີ້ ຍ້ອນຄວາມຕ້ອງການຊື້ຂາຍສິນຄ້າ ແລະ ເພື່ອຮັບໃຊ້ນັກທ່ອງທ່ຽວ, ຕະຫລາດໄດ້ຮັບການກໍ່ສ້າງໃຫມ່ຢ່າງກວ້າງຂວາງບັນພື້ນທີ່ຕະຫລາດເກົ່າ. ເຖິງຢ່າງໃດກໍຕາມ ຕະຫລາດແຫ່ງນີ້ຍັງຄົງຮັກສາວັດທະນະທຳທີ່ເປັນເອກະລັກສະເພາະຂອງຕະຫລາດນັດເຂດພູສູງໄວ້ຢູ່. ອ້າຍ ຫລູ່ວັນຢາວ ໃຫ້ຮູ້ວ່າ:
“ຕະຫລາດນັດບັກຮ່າ ພຽງຈັດຂຶ້ນໃນຕອນເຊົ້າຂອງທຸກວັນອາທິດ, ເພາະວ່າ ທຸກມື້ໃນອາທິດ ປະຊາຊົນຍັງຕິດຄາກັບການອອກແຮງງານ, ທຳມາຫາກິນ. ຄອບຄົວຂ້າພະເຈົ້າ ຂາຍຊີ້ນງົວ, ຊີ້ນຄວາຍ, ຊີ້ນໝູ ແລະ ອາຫານຢູ່ຕະຫລາດ, ລາຍຮັບເກັບມາໄດ້ຈາກການຄ້າຂາຍແມ່ນຫລາຍກວ່າເມື່ອທຽບໃສ່ລາຍຮັບຈາກການເຮັດໄຮ່ເຮັດນາ. ປະຈຸບັນ ພວກຂ້າພະເຈົ້າເຮັດວຽກງານຄ້າຂາຍຢູ່ຕະຫລາດເປັນຕົ້ນ.”
ຕະຫລາດຖືກແບ່ງເປັນຫລາຍເຂດແຕກຕ່າງກັນຄື: ເຂດກິນດື່ມ, ເຂດຂາຍສັດລ້ຽງ, ສັດປີກ… ໃນນັ້ນເຂດທີ່ຄຶກໂຄມໜາແໜ້ນກວ່າໝູ່ແມ່ນເຂດກິນດື່ມ. ສຳລັບນັກທ່ອງທ່ຽວໄປຢ້ຽມຢາມ ບັກຮ່າ ຖ້າຜູ້ໃດບໍ່ທັນຮັບປະທານ” ທັງໂກ”, ເຊິ່ງແມ່ນອາຫານພິເສດຢູ່ທີ່ນີ້ ກໍ່ຖືກຖືວ່າ ບໍ່ທັນມາຢ້ຽມຢາມ ບັກຮ່າເທື່ອ. ທັງໂກ ແມ່ນ ອາຫານພື້ນເມືອງຂອງຊາວເຜົ່າມົ້ງ. ອາຫານເຍື່ອງນີ້ແມ່ນຕິດພັນກັບຊີວິດຂອງຊາວບັກຮ່າມາແຕ່ດົນແລ້ວ. ທັງໂກ ໄດ້ຮັບການປຸງແຕ່ງດ້ວຍເຄື່ອງໃນຂອງໂຕມ້າພ້ອມກັບໃບໄມ້ບາງຊະນີດມີກີ່ນຫອມພິເສດສະເພາະຂອງເຂດພູສູງ. ທ່າມກາງອາກາດຫນາວຈັດໃນຍາມເຊົ້າລະດູຫນາວ, ເມື່ອໄດ້ກິນທັງໂກ, ດື່ມເຫລົ້າສາລີທີ່ແຊບນົວ, ນັກທ່ອງທ່ຽວຈະຮູ້ສຶກປະທັບໃຈທີ່ສຸດ. ນອກຈາກ ” ທັງໂກ” ແລ້ວ, ນັກທ່ອງທ່ຽວຍັງໄດ້ຮັບປະທານອາຫານຫຼາຍເຍື່ອງຂອງເຂດພູສູງອີກຄື: ແປ້ງສາລີອ່ອນອົບ, ຊີ້ນໝູນ້ອຍໂດຍຊາວຊົນເຜົ່າລ້ຽງເອງ, ເຝີສົ້ມ, ຊີ້ນໄກ່ດຳ.. ອ້າຍຫລູ່ວັນຕີງ, ເຈົ້າຂອງຮ້ານອາຫານທັງໂກ ຢູ່ ຕະຫລາດ ບັກຮ່າ ໃຫ້ຮູ້ວ່າ:
ເຂດກິນດື່ມ ຢູ່ຕະຫລາດບັກຮ່າ
ພາບ:internet
|
“ທັງໂກນີ້ ໂດຍຂ້າພະເຈົ້າແຕ່ງເອງ ຈາກເຄື່ອງໃນຂອງໂຕມ້າຄື: ຫົວໃຈ, ກະເພາະ… ທັງໂກແຕ່ລະຖ້ວຍມີລາຄາ 40-50.000 ດົ່ງ.”
ຕະຫລາດບັກຮ່າ ຍັງແມ່ນສະຖານທີ່ແລກປ່ຽນ, ຊື້ຂາຍຄວາຍ, ມ້າຂອງຊາວຊົນເຜົ່າ ແລະ ລູກຄ້າມາຈາກທຸກສາລະທິດ. ຕາມປະເພນີແລ້ວ, ຊາວທ້ອງຖິ່ນ ເຄີຍໄປຕະຫລາດເພື່ອຊື້ມ້າໂຕແຂງແຮງ ເພື່ອຮັບໃຊ້ການຂົນສົ່ງສິນຄ້າ, ເຮັດກະສິກຳ ກໍຄືເລືອກເຟັ້ນມ້າໂຕແລ່ນໄວເພື່ອເຂົ້າຮ່ວມການແຂ່ງມ້າຂອງເມືອງ. ທ່ານ ທ່າວແຊວເກົາ, ຮອງປະທານຄະນະກຳມະການເມືອງ ບັກຮ່າ ໃຫ້ຮູ້ວ່າ:
“ຊາວເຜົ່າມົ້ງ ຖືໂຕມ້າຄືດັ່ງສະມາຊິກໃນຄອບຄົວ, ເພາະມັນໄດ້ຊ່ວຍໃຫ້ປະຊາຊົນເຮັດວຍກງານໄດ້ຫລາຍ. ຕົ້ນລະດູບານໃຫມ່ ບັນດາຊາຍຫນຸ່ມຊາວເຜົ່າມົ້ງ, ໄຕ, ຢາວ ເຄີຍສະແດງຄວາມອົງອາດກ້າຫານຂອງຕົນຜ່ານການແຂ່ງມ້າ ທັງລະຫລິ້ນ ແລະອວຍພອນປີໃຫມ່ໃຫ້ມີໂຊກມີໄຊ.”
ຢູ່ຕະຫລາດບັກຮ່າ ຍັງຂາຍບັນດາອຸປະກອນທີ່ຈຳເປັນຄື: ອຸປະກອນຮັບໃຊ້ການຜະລິດ, ເຄື່ອງໃຊ້ສອຍໃນຄອບຄົວ. ສ່ວນເຂດຂາຍເຄື່ອງສຳອາງ, ສີ້ນ, ເສື້ອ, ແຜ່ນແພຫັດຖະກຳ ກວມເນື້ອທີ່ສ່ວນໃຫຍ່ຂອງຕະຫລາດ. ຢູ່ທີ່ນີ້ ນັກທ່ອງທ່ຽວສາມາດເລືອກເຟັ້ນໃຫ້ຕົນບັນດາຜະລິດຕະພັນຄື: ເຄື່ອງຫັດຖະກຳຫລື ຊຸດສີ້ນເສື້ອຂອງຊາວເຜົ່າມົ້ງ, ຢາວແດງ, ນຸ່ງ. ເອື້ອຍ ຢ່າງທິຊາວ, ຢູ່ ຕາແສງ ນາໂຮ້ຍ, ເມືອງ ບັກຮ່າ ໃຫ້ຮູ້ວ່າ: ເອື້ອຍ ພວມເລືອກຊື້ ຊຸດສີ້ນ ໃຫ້ລູກສາວເພື່ອນຸ່ງໃນໂອກາດແຕ່ງງານ.
“ຂ້າພະເຈົ້າຢາກຊື້ສີ້ນຜືນນີ້ ເພາະເຫັນວ່າມັນງາມຫລາຍ. ປະຈຸບັນຍ້ອນຕິດຄາກັບວຽກໄຮ່ການນາຫຼາຍ, ບໍ່ມີເວລາຕ່ຳຜ້າແພອີກ. ສີ້ນຂາຍຢູ່ຕະຫລາດນີ້ ຜືນໃດກໍງາມ, ຫວັງວ່າ ລູກສາວຈະມັກ.”
ປະຈຸບັນ, ຕະຫລາດ ບັກຮ່າ ແມ່ນຫນຶ່ງໃນບັນດາສະຖານທີ່ຍັງຄົງຮັກສາສີສັນວັດທະນະທຳ, ຈຸດທີ່ເປັນເອກະລັກສະເພາະຂອງຕະຫລາດນັດເຂດພູສູງ. ມາຢ້ຽມຢາມຕະຫລາດ ບັກຮ່າ ກໍແມ່ນໂອກາດເພື່ອໃຫ້ນັກທ່ອງທ່ຽວຄົ້ນຫາຄວາມງາມແບບດັ້ງເດີມ, ເຕັມໄປດ້ວຍສີສັນວັດທະນະທຳບັນດາເຜົ່າຢູ່ເຂດ ໄຕບັກ ຫວຽດນາມ.