(VOVWORLD) -ດ້ວຍຈຳນວນວັດຖຸພັນກວ່າໜຶ່ງໝື່ນຢ່າງ ກ່ຽວກັບເຂດ ເຕິຍງວຽນ ໃນນັ້ນຫຼາຍກວ່າໝູ່ແມ່ນບັນດາປະເພດເຄື່ອງປັ້ນດິນເຜົາບູຮານ, ນັກສະສົມ ຫວໍມິງລວນ ຢູ່ນະຄອນ ບວມມາທ້ວດ ແຂວງ ດັກລັກ ພວມຝັກໃຝ່ຄວາມຫວັງສ້າງຊຸດສະສົມເຄື່ອງປັ້ນດິນເຜົາ ເພື່ອເກັບຮັກສາຄຸນຄ່າວັດທະນະທຳຂອງເຂດ ເຕິຍງວຽນ ໃຫ້ຄົນລຸ້ນຫຼັງ. ຫວໍມິງລວນ ຍັງມີຄວາມຫວັງຢາກສ້າງແຫ່ງນີ້ກາຍເປັນຫໍພິພິທະພັນກ່ຽວກັບເຂດ ເຕິຍງວຽນ ຜ່ານເຄື່ອງປັ້ນດິນເຜົາສິລະປະກຳ
ຫວໍມິງລວນ(ນຸ່ງເສື້ອຂາວ) ພວມແນະນຳວັດຖຸພັນ |
ເຮືອນຫຼັງໜຶ່ງຢູ່ຖະໜົນ ຫ໋າຍຈ່ຽວ ນະຄອນ ບວນມາທ້ວດ ແຂວງ ດັກລັກ ຖືກນັກສະສົມ ຫວໍມິງລວນ ສ້າງເປັນເຂດວາງສະແດງວັດຖຸພັນ. ຢູ່ພາຍໃນເຮືອນດ້ວຍເນື້ອທີ່ປະມານ 500 ຕາເມັດ, ຊຸດສະສົມເຄື່ອງປັ້ນດິນເຜົາ ໄດ້ຖືກຈັດສັນຕາມແຕ່ລະເຂດ ແຕ່ລະຊັ້ນດ້ວຍຕົ້ນກຳເນີດທີ່ແຕກຕ່າງກັນ. ຕາມ ຫວໍມິງລວນ ແລ້ວ ວັດຖຸພັນແຕ່ລະຢ່າງໄດ້ມາກັບລາວປຽບເໝືອນໂຊກວາດສະໜາ, ມີວັດຖຸພັນບາງຢ່າງລາວຕ້ອງຊອກຫາເປັນເວລາດົນນານ ແຕ່ກໍ່ມີວັດຖຸພັນບາງຢ່າງ ລາວໄດ້ຖືກບັນດານັກສະສົມທີ່ມີຊື່ສຽງມອບໃຫ້ເປັນຂອງຂວັນ, ຫວໍມິງລວນ ເວົ້າວ່າ:
“ປະເພດເຄື່ອງປັ້ນດິນເຜົາ ແທັ່ງເຫຼ໊ ແມ່ນໜຶ່ງໃນບັນດາເຄື່ອງປັ້ນດິນເຜົາ ທີ່ຂ້າພະເຈົ້າພວມເກັບກຳ, ເຄື່ອງປັ້ນດິນເຜົາປະເພດນີ້ ກໍ່ຍາກທີ່ຈະຊອກຊື້ໄດ້. ກະໂຕຂ້າພະເຈົ້າເອງໄດ້ເກັບກຳວັດຖຸພັນນັບແຕ່ປີ 2017 ມາຮອດປັດຈຸບັນ ແຕ່ມີວັດຖຸພັນບາງຢ່າງກໍ່ສາມາດຊື້ໄດ້ພຽງແຕ່ອັນດຽວເທົ່ານັ້ນ. ຖ້າຫາກວ່າເຮົາບໍ່ເກັບຮັກສາ, ບໍ່ເກັບກຳ ມັນກໍ່ຈະຖືກສູນຫາຍໄປ. ບັນດາວາດແຕ້ມດ້ວຍສີສັນ ເຕິຍງວຽນ ຢູ່ໂຖເຮັດດ້ວຍດິນເຜົາ ເຊິ່ງແມ່ນບັນດາປະເພດເຄື່ອງປັ້ນດິນເຜົາ ບຽນຮວ່າ, ຫຼາຍທຽວ ກໍ່ມີເຊັ່ນກັນ. ຢູ່ທີ່ນີ້ເຮົາກໍ່ໄດ້ເຫັນຫຼາຍງານບຸນຂອງເຂດ ເຕິຍງວຽນ ຖືກພັນລະນາຜ່ານເຄື່ອງປັ້ນດິນເຜົາຄື ງານບຸນແທງຄວາຍ, ງານບຸນຄ້ອງ, ລາເຊື້ອ, ພິນຕຣຶງ ຫຼື ງານບຸນລ່າຊ້າງກໍ່ມີຄົບທຸກຢ່າງ. ບັນດາເຄື່ອງປັ້ນດິນເຜົາເຊັ່ນນັ້ນ ແມ່ນມີຄ່າຫາຍາກຢູ່ຫວຽດນາມ. ຊ້ຳບໍ່ໜຳໃນປັດຈຸບັນບໍ່ມີອີກແລ້ວ”.
ດ້ວຍວັດຖຸພັນກວ່າໜຶ່ງໝື່ນຢ່າງ ເຊິ່ງແມ່ນບັນດາປະເພດເຄື່ອງປັ້ນດິນເຜົາສະໄໝດົງເຊີນ, ລາດຊະວົງຫຼີ, ຫລາດຊະວົງເຈິ່ນ, ລາດຊະວົງເລ, ມີໂຖບູຮານນັບ 100 ໜວ່ຍຂຶ້ນກັບບັນດາປະເພດເຄື່ອງປັ້ນດິນເຜົາ ບຽນຮວ່າ ຫຼາຍທຽວ ເຈົາໂອ… ແລະ ວັດຖຸພັນຫຼາຍຢ່າງທີ່ມີລວດລາຍ ຮູບຊົງກ່ຽວຂ້ອງເຖິງສີສັນເຂດ ເຕິຍງວຽນ. ນີ້ແມ່ນຊຸດສະສົມເຊິ່ງ ອ້າຍ ຫວໍມິງລວນ ໄດ້ສຸມຈິດສຸມໃຈສະຫງວນເວລາ ເພື່ອເກັບກຳໃນ 3 ປີທີ່ຜ່ານມາ. ທ່ານ ດັ້ງຢາຢ່ວນ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ດັກລັກ ໃຫ້ຮູ້ວ່າ ຊຸດສະສົມເຄື່ອງປັ້ນດິນເຜົາ ເຕິຍງວຽນ ປຽບເໝືອນຫໍພິພິທະພັນຮັດແຄບກ່ຽວກັບວັດທະນະທຳ ເຕິຍງວຽນ ເຊິ່ງມີພຽງແຕ່ໜຶ່ງບໍ່ມີສອງ ນັບແຕ່ກ່ອນເປັນຕົ້ນມາຢູ່ແຂວງ ດັກລັກ. ທ່ານ ດັ້ງຢາຢ່ວນ ເວົ້າວ່າ:
“ພວກຂ້າພະເຈົ້າໄດ້ພົບປະແລກປ່ຽນ ແລະ ລະດົມກຳລັງໃຈໃຫ້ແກ່ ຫວໍມິງລວນ ແລະ ຫວັງວ່ານີ້ຈະແມ່ນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງ. ຕ້ອງພະຍາຍາມ ແລະ ເຮັດແນວໃດ ເພື່ອຮອດໂອກາດງານບຸນກາເຟ ບວນມາທ້ວດ ຄັ້ງທີ 8 ປີ 2021 ກໍ່ຈະເປີດສະຖານທີ່ທ່ອງທ່ຽວແຫ່ງນີ້ ເພື່ອກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວຕ້ອນຮັບແຂກທ່ອງທ່ຽວ ເມື່ອມີໂອກາດມາຮ່ວມງານບຸນກາເຟ ບວນມາທ້ວດ. ທີສອງ ແມ່ນເພື່ອຍົກລະດັບສະຖານທີ່ທ່ອງທ່ຽວນີ້, ພວກຂ້າພະເຈົ້າກໍ່ພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອທາງດ້ານວິຊາສະເພາະ ວິຊາການ ເພື່ອລະດົມກຳລັງໃຈໃຫ້ແກ່ອ້າຍ ລວນ ເພື່ອຈະສ້າງແຫ່ງນີ້ກາຍເປັນຫໍພິພິທະພັນເອກະຊົນ,ສາມາດຮຽກຮ້ອງການຮ່ວມແຮງຮ່ວມໃຈ ຂອງບັນດາສ່ວນບຸກຄົນ ໝູ່ຄະນະ ຍິ່ງກວ່ານັ້ນແມ່ນອົງການສາກົນ ເພື່ອຂະຫຍາຍຊຸດສະສົມວັດຖຸພັນນີ້”.
ອ້າຍ ລວນ ໄດ້ເປີດເຜີຍວ່າ ລາວໄດ້ໄປຫຼາຍແຫ່ງ ແລະ ຊອກຮູ້ຢູ່ຫຼາຍບ່ອນ ລາວຍິ່ງຄົ້ນພົບຫຼາຍສິ່ງຫຼາຍຢ່າງ ທີ່ເປັນໜ້າຈັບໃຈ ຈາກບັນດາວັດຖຸພັນ ທີ່ຕົນເອງໄດ້ເກັບກຳມາໄດ້. ພ້ອມກັນນັ້ນລາວຍັງມີຄວາມເປັນຫວ່ງຫຼາຍຢ່າງ ເປັນຕົ້ນແມ່ນໄພຮົ່ວໄຫຼວັດຖຸບຮານ ແລະ ການສູນຫາຍໄປ ຂອງວັດຖຸພັນຫຼາຍຢ່າງ ໃນການດຳລົງຊີວິດຍຸກປັດຈຸບັນ. ຖ້າຫາກວ່າເຮົາບໍ່ຮູ້ຈັກເກັບຮັກສາ ແລະ ອະນຸລັກນັ້ນ ບັນດາວັດຖຸພັນທີ່ພວມມີຢູ່ນັ້ນ ອາດຈະຖືກສູນຫາຍໄປ. ປັດຈຸບັນອ້າຍ ລວນ ພວມຝັກໃຝ່ຄວາມຫວັງ ຢາກສ້າງຊຸດສະສົມ ເຄື່ອງປັ້ນດິນເຜົາໃຫ້ກາຍປັນຫໍພິພິທະພັນ ວັດທະນະທຳເຂດ ເຕິຍງວຽນ ເພື່ອເກັບຮັກສາບັນດາວັດຖຸພັນກ່ຽວກັບ ເຕິຍງວຽນ ໄດ້ຢ່າງເຕັມສ່ວນກວ່າ. ຫວໍມິງລວນ ໃຫ້ຮູ້ອີກວ່າ:
“ເຮົາມີຄວາມຫວັງຢາກເຮັດແນວໃດ ເພື່ອເກັບກຳເຄື່ອງປັ້ນດິນເຜົາ ວັດຖຸພັນຂອງ ຫວຽດນາມ ໝົດທຸກຢ່າງທີ່ໄດ້ຮັບການຜະລິດບົນດິນແດນ ຫວຽດນາມ ເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້. ເຮົາຢາກສ້າງແຫ່ງນີ້ ກາຍເປັນເຂດສິລະປະ ເຕິຍ ງວຽນ ແລະ ອາດຈະສ້າງແຫ່ງນີ້ກາຍເປັນຫໍພິພິທະພັນ ວັດທະນະທຳ ເຕິຍງວຽນ ເພື່ອໃຫ້ທົ່ວໂລກຮູ້ຈັກເຖິງວັດທະນະທຳ ເຕິຍງວຽນ ສວຍສົດງົດງາມ ແລະ ເປັນເອກະລັກເຊັ່ນນີ້”.
ໃນຊຸດສະສົມວັດຖຸພັນ ເຕິຍງວຽນ ໃນປັດຈຸບັນມີຮູບແຕ້ມຫຼາຍແຜ່ນ ຂອງບັນດາຈິດຕະກອນທີ່ມີຊື່ສຽງຢູ່ແຂວງ ດັກລັກ ແລະ ໄດ້ຮັບລາງວັນສູງລະດັບເຂດ ແລະ ລະດັບຊາດ ແລະ ໄດ້ຖືກນຳມາວາງສະແດງຢູ່ບັນດາງານວາງສະແດງຮູບແຕ້ມສາກົນ. ມີຮູບແຕ້ມຫຼາຍແຜ່ນໃນຈຳນວນດັ່ງກ່າວ ໂດຍຈິດຕະກອນຜູ້ຜະລິດ ໄດ້ມອບໃຫ້ ລວນ ເປັນຂອງຂວັນ ດ້ວຍຄວາມຫວັງຮູບແຕ້ມນີ້ຈະຖືກເກັບຮັກສາ ຢູ່ດິນແດນ ເຕິຍງວຽນ ຕະຫຼອດກາລະນານ.