(vovworld) – ເຖິງວ່າຈະບໍ່ມີດອກຄາຍ, ບໍ່ໄດ້ໄປທ່ຽວລະດູບານໃໝ່ໃນຍາມຝົນຝອຍທີ່ໜາວເຢັນກໍ່ຕາມ. ແຕ່ຊາວຮ່າໂນ້ຍ ຢູ່ເມືອງເລິມດົ່ງ, ແຂວງ ເລິມດົ່ງ ຍັງຄົງຕ້ອນຮັບບຸນປີໃໝ່ປະຈຳຊາດຕາມວິທີສະເພາະຂອງຊາວຈ່າງອານ. ຕ້ອນຮັບບຸນປີໃໝ່ໃນແສງແດດຂອງເຂດພູພຽງ, ຍາມໃດຈິດໃຈຂອງຊາວຮ່າໂນ້ຍ ກໍ່ມຸ້ງໄປສູ່ນະຄອນຫຼວງ, ແລະ ຄິດຮອດດິນຟ້າອາກາດທີ່ໜາວເຢັນໃນບຸນປີໃໝ່ຢູ່ພາກເໜືອ. ໃນໂອກາດຕົ້ນລະດູບານໃໝ່, ພວກເຮົາຂໍແນະນຳບົດຂອງນັກຂ່າວ ລານແອງ ດ້ວຍຫົວຂໍ້ວ່າ: “ຊາວຮ່າໂນ້ຍ ຢູ່ເລິມດົ່ງ ຄິດຮອດບຸນປີໃໝ່ຢູ່ພາກເໜືອ”.
ພາເຂົ້າໃນບຸນປີໃໝ່ປະເພນີຂອງຫວຽດນາມ
(ພາບປະກອບ)
30 ປີທີ່ຕິດພັນກັບເຂດດິນເລິມຮ່າ, ແຕ່ປ້າ ຫວູທິຕວຽກກວີ່ນ ພັດບໍ່ຊິນເຄີຍກັບການຕ້ອນຮັບບຸນປີໃໝ່ໃນແສງແດດຈ້າຂອງເຂດໄຕງວຽນ. ປ້າຄິດຮອດຄິດເຖິງບັນຍາກາດຕ້ອນຮັບບຸນປີໃໝ່ຢູ່ພາກເໜືອ ແລະ ຢາກໄດ້ໄປທ່ຽມຊົມຄຸ້ມຖະໜົນຮ່າໂນ້ຍ ໃນຄ່ຳຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່
“ເມື່ອຫາກໍ່ມາແຫ່ງນີ້, ວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຂ້າພະເຈົ້າຄິດຮອດບ້ານເກີດ, ຄິດຮອດພໍ່, ແມ່ຈົນນ້ຳຕາໄຫຼຫຼັ່ງ. ໃນຊຸມປີຕົ້ນແມ່ນຄິດຮອດຫຼາຍ, ຄິດຮອດແຕ່ລະຮ່ອມບ້ານ. ປະຈຸບັນຍັງຄົງຄິດຮອດບ້ານເກີດຢູ່. ອ້າຍນ້ອງ, ຍາດຕິພີ່ນ້ອງຂອງຂ້າພະເຈົ້າຍັງຢູ່ຮ່າໂນ້ຍ. ຄ່ຳຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ຂ້າພະເຈົ້າເຄີຍໂທໄປຍັງຮ່າໂນ້ຍ ເພື່ອອວຍພອນປີໃໝ່”.
ຕະຫຼອດປີເມົາມົວກັບວຽກງານບົວລະບັດສວນກາເຟ, ໝາກພິກໄທ, ການເຄື່ອນໄຫວທັງໝົດກໍ່ລຶງເຄີຍແລ້ວ, ແຕ່ຮອດບຸນປີໃໝ່ປະຈຳຊາດ, ປ້າຍັງຄົງຈັດພິທີຕາມວິທີສະເພາະ ເພື່ອໃຫ້ລູກຫຼານຂອງຕົນຈື່ໄດ້ວ່າ ຕົນເອງແມ່ນຊາວຮ່າໂນ້ຍ.
“ຂ້າພະເຈົ້າຄິດວ່າຕົນເອງແມ່ນພໍ່ແມ່, ແມ່ນລຸ້ນກ່ອນ ຕ້ອງແນະນຳໃຫ້ລູກຫຼານເຮັດແນວໃດໃຫ້ຖືກຕ້ອງກັບແບບແຜນດຳລົງຊີວິດຂອງຕົນ. ວັນທີ 26/12 ໄລ່ຕາມຈັນທະປະຕິທິນຫວຽດນາມ, ຂ້າພະເຈົ້າເຄີຍຕັກເຕືອນພວກຫຼານລ້າງໃບຕອງ, ຫໍ່ເຂົ້າຕົ້ມ. ຮອດວັນທີ 30/12 (ເຊິ່ງແມ່ນວັນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ແມ່ນຈັດພິທີບູຊາບັນພະບຸລຸດ ໂດຍມີເຂົ້າໜຽວ ແລະ ໄກ່ລວກ”.
ຫໍ່ເຂົ້າຕົ້ມ (ພາບປະກອບ)
ໂດຍແມ່ນລູກກົກໃນຄອບຄົວ, ອ້າຍ ຫງວຽນແມ້ງຮຸ່ງ ເຂົ້າໃຈໄດ້ແນວຄິດຈິດໃຈຂອງແມ່. ເຖິງວ່າອາກາດຢູ່ເລິມດົ່ງ ຈະຮ້ອນກໍ່ຕາມ ແຕ່ບຸນປີໃໝ່ ອ້າຍຍັງຊື້ເຄື່ອງຂອງຢ່າງຄົບຖ້ວນຄື: ຢໍ່, ໄກ່ລວກ, ແກງໜໍ່ໄມ້… ເພື່ອບູຊາບັນພະບຸລຸດ.
“ຕົ້ນໄມ້ມີກົກ, ນ້ຳມີບໍ່, ປູຍາຕາຍາຍ, ບັນພະບຸລຸດແມ່ນເສຍຊີວິດຢູ່ ຮ່າໂນ້ຍ, ດັ່ງນັ້ນຕອນບ່າຍວັນທີ 30/12 ເມື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ຂ້າພະເຈົ້າກໍ່ເຊື້ອເຊີນບັນພະບຸລຸດຂອງຕົນກັບມາ. ເມື່ອຂ້າພະເຈົ້າສວດມົນ, ພວກລູກຟັງກໍ່ເຂົ້າໃຈ ແລະ ມຸ່ງໄປສູ່ກົກເຄົ້າເຫງົ້າກໍ, ບ້ານເກີດເມືອງນອນ. ຂ້າພະເຈົ້າຢາກເຮັດໄດ້ຄືແນວນັ້ນ”.
ອ້າຍ ຫງວຽນວັນຫາຍ, ບ້ານເກີດຢູ່ເມືອງແທງຈີ່, ຮ່າໂນ້ຍ ເວົ້າວ່າ, ເຖິງວ່າຈະຕິດຄາກັບວຽກໄຮ່ການນາກໍ່ຕາມ, ແຕ່ບຸນປີໃໝ່ຕ້ອງຫໍ່ເຂົ້າຕົ້ມເອງ, ນັ້ນແມ່ນຄວາມຊິນເຄີຍທີ່ຂາດບໍ່ໄດ້.
“ນັບແຕ່ຍ້າຍໄປເລິມດົ່ງ ມາຮອດປະຈຸບັນ, ວັນທີ 29 /12 ປີໃດກໍ່ຕ້ອງມີໝໍ້ເຂົ້າຕົ້ມ ເພື່ອສ້າງບັນຍາກາດຂອງບຸນປີໃໝ່. ເມື່ອຫໍ່ເຂົ້າຕົ້ມເອງ, ພວກຂ້າພະເຈົ້າຈຶ່ງຮູ້ສຶກໄດ້ວ່າມີບັນຍາກາດຂອງບຸນເຕັດ”.
ສ່ວນພໍ່ເຖົ້າ ຟ້າມວັນຈ້ອງ, ອາຍຸ 82 ປີ, ແມ່ນຊາວຮ່າໂນ້ຍ ລຸ້ນທຳອິດທີ່ຍ້າຍໄປດຳລົງຊີວິດຢູ່ເລິມດົ່ງ ພັດຄິດວ່າ, ບັນດາຮີດຄອງປະເພນີທີ່ດີແມ່ນຕ້ອງຮັກສາໄວ້, ສ່ວນອັນໃດທີ່ຫຍໍ້ທໍ້, ບໍ່ເໝາະສົມແມ່ນຕ້ອງລົບລ້າງໄປ. ສິ່ງສຳຄັນແມ່ນຕ້ອງບູຊາບັນພະບຸລຸດ, ໄປອວຍພອນປີໃໝ່ ພໍ່ຕູ້, ແມ່ຕູ້, ຍາດຕິພີ່ນ້ອງ.
“ບຸນປີໃໝ່ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ວ່າ, ເຖິງວ່າຈະຕິດຄາກັບວຽກງານຄືແນວໃດ ກໍ່ຢຸດຕິໄວ້ເພື່ອກະກຽມຈັດບຸນປີໃໝ່. ພວກລູກຫຼານກໍ່ລໍຖ້າຮອດບຸນປີໃໝ່ເພື່ອໄປຢື້ຢາມຖາມຂ່າວ, ອວຍພອນພໍ່ເຖົ້າແມ່ເຖົ້າ, ອ້າຍນ້ອງ, ເພື່ອນມິດ ເພື່ອເພີ່ມຄວາມສະໜິດຕິດພັນນຳກັນກວ່າ”.
ອວຍພອນປີໃໝ່ຍາດຕິພີ່ນ້ອງ
(ພາບປະກອບ)
ເລິມດົ່ງ ແມ່ນແຫ່ງດຳລົງຊີວິດຂອງປະຊາຊົນທີ່ມາຈາກແຂວງ, ນະຄອນຕ່າງໆຂອງຫວຽດນາມ. ເຖິງວ່າຈະມາຈາກທຸກສາລະທິດກໍ່ຕາມ, ແຕ່ເຂົາເຈົ້າຍັງຄົງຮັກສາສີສັນສະເພາະຂອງແຕ່ລະເຂດແຄວ້ນໄວ້ໄດ້. ອ້າຍ ຫງວຽນແມ້ງຮຸ່ງ ເວົ້າວ່າ, ເຖິງວ່າຊີວິດຂອງເຂົາເຈົ້າຈະຕິດພັນກັບເຂດດິນພູພຽງນີ້ຕະຫຼອດໄປກໍ່ຕາມ, ແຕ່ໃນຈິດໃຈຂອງຕົນ ຍາມໃດເຂົາເຈົ້າກໍ່ຄິດຮອດ ຮ່າໂນ້ຍ.
“ຍ້ອນທຳມາຫາກິນ, ເພື່ອການດຳລົງຊີວິດ, ພວກຂ້າພະເຈົ້າຈຶ່ງຍ້າຍອອກຈາກບ້ານເກີດຂອງຕົນ, ແຕ່ຂ້າພະເຈົ້າຍັງຄິດວ່າ, ເຖິງວ່າຈະບໍ່ໄດ້ກັບມາບ້ານເກີດກໍ່ຕາມ, ແຕ່ຍັງຄົງຮັກສາສີສັນສະເພາະຂອງແຫ່ງກຳເນີດໄວ້ ເພື່ອເຮັດໃຫ້ບຸນປີໃໝ່ທັງມີຄວາມອົບອຸ່ນ, ແລະ ລູກຫຼານກໍ່ຮ່ຳຮຽນນຳ”.
ດອກໄມ້ແຕ່ລະກີບ, ຕົ້ນໄມ້ແຕ່ລະແຖວ ພາຍໃຕ້ແສງແດດເລິມດົ່ງ ລ້ວນແຕ່ມີຮູບພາບຂອງຮ່າໂນ້ຍທີ່ແສນຮັກ… ເນື້ອໃນບົດເພງຂອງນັກດົນຕີ ຊວນກວີ່ນ ໄດ້ເວົ້າເຖິງຈິດໃຈຂອງຊາວຮ່າໂນ້ຍ ຢູ່ເລິມດົ່ງ ສ່ວນໃດສ່ວນໜຶ່ງ. ເຖິງວ່າຈະຢູ່ໄກຈາກບ້ານເກີດມາຫຼາຍປີແລ້ວກໍ່ຕາມ, ແຕ່ເມື່ອລະດູບານໃໝ່, ບຸນປີໃໝ່ແຕ່ລະປີວຽນມາ, ຊາວຮ່າໂນ້ຍ ຢູ່ເລິມດົ່ງ ຍາມໃດກໍ່ຄິດຮອດຄິດເຖິງດິນແດນແຫ່ງອະລິຍະທຳນັບພັນປີຂອງຕົນ.