(vovworld)- ບໍ່ວ່າມື້ແດດຮ້ອນ ຫລື ຝົນຕົກ ກໍຕາມ, ຕອນເຊົ້າທຸກໆວັນອາທິດ ຕະຫລາດນັດ ບັກຮ່າ ແຂວງ ລາວກາຍ ລ້ວນແຕ່ດຳເນີນມາແຕ່ຍາມຮຸ່ງເຊົ້າຈົນຮອດກາງຄືນ. ຕະຫນາດນັດ ບັກຮ່າ ຕັ້ງຢູ່ໃຈກາງເທດສະບານ ບັກຮ່າ, ແມ່ນສະຖານທີ່ແລກປ່ຽນຄ້າຂາຍສິນຄ້າຂອງພໍ່ແມ່ຊາວຊົນເຜົ່າສ່ວນຫນ້ອຍທີ່ດຳລົງຊີວິດຢູ່ ບັກຮ່າ ແລະ ບັນດາເຂດໃກ້ຄຽງ. ຕະຫລາດນັດນີ້ ຄ້າຂາຍສິນຄ້າທີ່ຈຳເປັນທຸກປະເພດຄື: ໂສ້ງເສື້ອ, ຈົກ, ຊ້ວານ ຫລືເຄື່ອງໃຊ້ສອຍໃນຄອບຄົວ.
ຕະຫລາດນັດໄລຍະຕົ້ນປີຍິ່ງມີຄວາມຟົດຟື້ນກວ່າ. ແຕ່ຍາມຮຸ່ງເຊົ້າ, ພໍ່ແມ່ຊາວຊົນເຜົ່າໄດ້ພາກັນຫລັ່ງໄຫລລົງຕະຫລາດ ບັກຮ່າ ດ້ວຍສຽງຫົວ, ສຽງເອີ້ນໃສ່ກັນຢ່າງເບີກບານມ່ວນຊື່ນ. ເມື່ອຟ້າແຈ້ງສະຫວ່າງ, ຕະຫລາດນັດບັກຮ່າ ງາມຄືດັ່ງສວນດອກໄມ້ ຍ້ອນສີສັນຫລາກຫລາຍຈາກຊຸດອາພອນພື້ນເມືອງຂອງບັນດານາງສາວຊົນເຜົ່າມົ້ງ.
ຕະຫລາດນັດແຫ່ງນີ້ ບໍ່ພຽງແຕ່ແມ່ນບ່ອນຊື້ຂາຍ ແລກປ່ຽນສິນຄ້າເທົ່ານັ້ນ ຫາກຍັງແມ່ນສະຖານທີ່ເພື່ອໃຫ້ຜູ້ບ່າວຜູ້ສາວຊົນເຜົ່າຕ່າງໆທີ່ດຳລົງຊີວິດຢູ່ ບັກຮ່າ ໄດ້ພົບປະກັນ. ສຳລັບເຂົາເຈົ້າແລ້ວ ຕະຫລາດນັດຄືດັ່ງວັນບຸນພື້ນເມືອງຕ່າງໆ. ສະນັ້ນ ຜູ້ໃດໄປຕະຫລາດກໍຢາກນຸ່ງຊຸດພື້ນເມືອງທີ່ສວຍງາມ ດ້ວຍສີສັນຫລາກຫລາຍ, ຢາກໃຫ້ຕົນເອງແມ່ນຜູ້ງາມກວ່າໝູ່.
ພາຍຫລັງພັກຜ່ອນເພື່ອຕ້ອນຮັບບຸນໃຫມ່ປະຈຳຊາດມາເປັນເວລາຫລາຍວັນ, ພໍ່ແມ່ຊາວຊົນເຜົ່າໄປຕະຫລາດກໍເພື່ອຊື້ເຄື່ອງຂອງຮັບໃຊ້ການດຳລົງຊີວິດໃນຄອບຄົວ ກໍຄືອຸປະກອນການຜະລິດ. ຫວ່າງວັນໂລ່, ຊາວຊົນເຜົ່າໄຕ ຢູ່ ນາໂຮ້ຍ ພວມຕໍ່ລາຄາຄັນໄຖ.
“ໄຖອັນນີ້ ລາຄາ 300.000 ດົງ, ແພງຫລາຍ ແຕ່ມັນໃຊ້ໄດ້ດີ. ຊື້ໄຖໃຫມ່ເມືອເຮັດໄຮ່ເຮັດນາຈຶ່ງຈະໄດ້ຮັບຜົນດີ.”
ບັກຮ່າ ແມ່ນແຫ່ງທີ່ມີຊື່ສຽງດ້ວຍງານບຸນແຂ່ງມ້າ, ສະນັ້ນ ໃນຕະຫລາດນັດເຂົາເຈົ້າຍັງຂາຍອານມ້າ, ເລັບຕີນເຫລັກອີກດ້ວຍ. ເມື່ອໂອ້ລົມກັບລຸງ ໂຕກູຍ, ຊາວຊົນເຜົ່າ ຟູລາ ຢູ່ຕາແສງ ນາໂຮຍ ຈຶ່ງຮູ້ໄດ້ວ່າ: ບໍ່ພຽງແຕ່ແມ່ຍິງມີສີມືອັນຄ່ອງແຄ້ວເທົ່ານັ້ນ ຫາກຜູ້ຊາຍຊົນເຜົ່າຟູລາ ກໍມີຄວາມເກັ່ງກ້າໃນອາຊີບຜະລິດອານມ້າ. ຕະຫລາດນັດຕົ້ນປີໃຫມ່ນີ້ ລຸງ ກູຍ ນຳເອົາອານມ້າ 4 ຊຸດໄປຂາຍເພື່ອເອົາເງິນຊື້ອາຫານມາໃຫ້ຄອບຄົວ.
“ຂາຍອານມ້າ, ຊຸດລະ 150.000 ດົງ. ອາທິດຫນຶ່ງສາມາດເຮັດໄດ້ 4 ຊຸດ. ຕະຫລາດນັດນີ້ ແນ່ນອນວ່າຈະຂາຍໝົດ. ເດືອນ 7,8 ຂາຍໄດ້ຫລາຍກວ່າ, ແຕ່ລະຄັ້ງໄປຕະຫລາດນັດລ້ວນແຕ່ຂາຍໄດ້ກວ່າ 20 ຊຸດ.”
ຕະຫລາດບັກຮ່າ ຖືກແບ່ງເປັນຫລາຍເຂດນ້ອຍໆ, ແຕ່ລະເຂດແມ່ນຂາຍປະເພດສິນຄ້າແຕກຕ່າງກັນຄື: ເຂດຂາຍແພພື້ນເມືອງ, ເຂດຂາຍອາຫານການກິນ, ເຂດຂາຍມ້າຫລືເຂດຂາຍງົວ,ຄວາຍ, ສັດລ້ຽງ, ນົກ, … ທີ່ເຕັມໄປດ້ວຍສີສັນຊົນເຜົ່າຂອງທ້ອງຖິ່ນ.
ເຂດຂາຍງົວຄວາຍ ແລະ ເຂດຂາຍມ້າ ແມ່ນເຂດທີ່ມີພໍ່ຄ້າຊາວຂາຍແວ່ຢາມຫລາຍກວ່າໝູ່ຢູ່ຕະຫລາດນັດບັກຮ່າ. ບໍ່ພຽງແຕ່ປະຊາຊົນ ຢູ່ ບັກຮ່າ ມາຊື້ງົວ, ຄວາຍ, ມ້າ ເທົ່ານັ້ນ ຫາກພໍ່ຄ້າຊາວຂາຍຢູ່ເຂດທົ່ງພຽງກໍໄປຕະຫລາດນັດນີ້ເປັນຈຳນວນຫລວງຫລາຍອີກດ້ວຍ.
ຕະຫລາດບັກຮ່າດຶງດູດນັກທ່ອງທ່ຽວສາກົນມາຢ້ຽມຢາມ
ເປັນຈຳນວນຫລວງຫລາຍ
ພາບ:internet
|
ສິ່ງທີ່ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວເມື່ອໄປຕະຫລາດນັດໃນຄັ້ງທຳອິດ ນັ້ນແມ່ນເຂດຂາຍຜະລິດຕະພັນແພພື້ນເມືອງ ໂດຍ ຊາວຊົນເຜົ່າຢູ່ທີ່ນີ້ເຮັດເອງ. ບັນດາຊຸດພື້ນເມືອງທີ່ມີສີສັນຫລາກຫລາຍ, ລວດລາຍທີ່ເປັນເອກະລັກສະເພາະ ຂອງຊາວເຜົ່າຢ້າວ, ເຜົ່າມົ້ງ ພ້ອມດ້ວຍເຄື່ອງເອ້ຍ້ອງຕ່າງໆຄື: ແຫວນ, ປອກແຂນ, ປອກຄໍຜະລິດດ້ວຍເງິນ, ທອງ ເຕັມໄປດ້ວຍສີສັນວັດທະນະທຳຂອງ 14 ຊົນເຜົ່າອ້າຍນ້ອງທີ່ດຳລົງຊີວິດຢູ່ເຂດພູສູງ ບັກຮ່າ. ເຂດຂາຍເຄື່ອງນີ້ ແມ່ນບ່ອນທີ່ແມ່ຍິງໝົດທຸກຄົນແວ່ຢາມເມື່ອໄປຕະຫລາດນັດ ບັກຮ່າ. ບັນດາຮ້ານຂາຍເຄື່ອງກໍດຶງດຸດຄວາມສົນໃຈນັກທ່ອງທ່ຽວຕ່າງປະເທດຫລາຍຄົນ. ທ່ານນາງ Jenny ມາຈາກ ການາດາ ໃຫ້ຮູ້ວ່າ:
“ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄປຕະຫລາດນັດໃນວັນອາທິດ ແລະ ກໍເປັນຄັ້ງທຳອິດຂ້າພະເຈົ້າໄດ້ເຫັນຫລາຍສິ່ງຫລາຍຢ່າງຊື່ງບໍ່ທັນໄດ້ເຫັນຈັກເທື່ອ. ນີ້ກໍເປັນສິ່ງສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວເມື່ອມາຢ້ຽມຢາມ ບັກຮ່າ, ພິເສດ ແມ່ນບັນດາຜະລິດຕະພັນໂດຍຊາວຊົນເຜົ່າເຮັດເອງດ້ວຍມື ຫາກບໍ່ແມ່ນບັນດາຜະລິດຕະພັນທີ່ຜະລິດດ້ວຍເຄື່ອງຈັກ.”
ພໍ່ແມ່ຊາວຊົນເຜົ່າເຂດພູດອຍເຄີຍເວົ້ານຳກັນວ່າ ໄປຕະຫລາດແມ່ນໄປຫລິ້ນ. ສະນັ້ນ ວິທີ ຊື້ຂາຍເຄື່ອງຂອງຂອງປະຊາຊົນຢູ່ທີ່ນີ້ກໍສະດວກສະບາຍທີ່ສຸດ, ຜູ້ຊື້ຜູ້ຂາຍເບິ່ງສິນຄ້າ, ເລືອກເຟັ້ນ ຫລືຕໍ່ລາຄາໄດ້ຕາມສະບາຍ. ຕະຫລາດນັດ ບັກຮ່າ ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອໃຫ້ພໍ່ແມ່ຊາວຊົນເຜົ່າ ຊື້ເຄື່ອງຂອງເທົ່ານັ້ນ ຫາກແມ່ນບ່ອນພົບປະແລກປ່ຽນກັບໝູ່ເພື່ອນ, ຍາດຕິພີ່ນ້ອງກໍຄືໄດ້ຊີມອາຫານພິເສດຂອງເຂດພູສູງອີກດ້ວຍ.
ຄວາມງາມເປົ່າຫວ່າງດັ້ງເດີມຂອງທຳມະຊາດ, ຄວາມສະຫນິດສະຫນົມຮັກແພງແຂກຄົນຂອງຊາວຊົນເຜົ່າຢູ່ຕະຫລາດນັດ ບັກຮ່າ ແມ່ນສິ່ງທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຢາມບັກຮ່າເທື່ອຫນຶ່ງແລ້ວ ຍັງຢາກກັບມາອີກ.