(vovworld)- ຮ່າຢາງ ແມ່ນແຂວງ ພູດອຍ ຢູ່ກ້ຳເຫນືອສຸດຂອງປະເທດຫວຽດນາມ ບໍ່ພຽງແຕ່ແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວດ້ວຍຄວາມງາມທີ່ໃຫຍ່ໂຕມະໂຫຖານຂອງພູຫີນເທົ່ານັ້ນ ຫາກຍັງສ້າງຄວາມດູດດື່ມດ້ວຍ ຕະຫລາດນັດທີ່ເຂັ້ມຄົ້ນໄປດ້ວຍສີສັນຂອງປະຊາຊົນບັນດາເຜົ່າຢູ່ທີ່ນີ້ອີກດ້ວຍ. ໃນບັນດາຕະຫລາດນັດຂາຍຜະລິດຕະພັນພິເສດຂອງທ້ອງຖິ່ນ, ຕະຫລາດຂາຍງົວຂອງເມືອງ ແມ່ວວາກ ເຄີຍຈັດຂຶ້ນໃນວັນອາທິດແມ່ນຕະຫຼາດນັດທີ່ເປັນເອກະລັກສະເພາະຂອງຊາວເຜົ່າມົ້ງ, ຢາວ, ໂລໂລ, ໄຕ່. ບົດຂຽນຂອງນັກຂ່າວ ລານແອງ ທີ່ພາດຫົວເລື່ອງວ່າ: ຕະຫລາດນັດຂາຍສັດລ້ຽງທີ່ເປັນເອກະລັກສະເພາະຢູ່ ເມືອງແມ່ວວາກ ແຂວງ ຮ່າຢາງ.
ຕະຫລາດຂາຍສັດລ້ຽງຢູ່ ແມ່ວວາກ ຮ່າຢາງ
ພາບ:internet
|
ເຖິງວ່າບໍ່ທັນໄປຮອດ ຕະຫລາດຜູ້ຄົນທັງຫຼາຍກໍສາມາດຍີນສຽງມ່ວນໆທີ່ດັງອອກຈາກກະດິງທີ່ມັດໃສ່ຄໍ ຝູງໂຕງົວ. ທຸກໆວັນອາທິດ, ຜູ້ຊື້ຜູ້ຂາຍງົວລ້ວນແຕ່ມີຫນ້າໃນຍາມຮຸ່ງເຊົ້າ. ຜູ້ໃດກໍຢາກໃຫ້ການຊື້ຂາຍດຳເນີນໄປຢ່າງສະດວກ, ວ່ອງໄວ ເພາະວ່າ ງົວກໍແມ່ນຊັບສິນອັນລ້ຳຄ່າຂອງປະຊາຊົນຢູ່ທີ່ນີ້. ອ້າຍ ຫວ່າງມີຢີງ ຢູ່ບ້ານ ຈູງປາອາ, ເທດສະບານ ແມ່ວວາກ ໄປຮອດຕະຫລາດມາແຕ່ 6 ໂມງເຊົ້າໃຫ້ຮູ້ວ່າ:
“ມື້ນີ້ຂ້າພະເຈົ້າ ນຳເອົາງົວ 4 ໂຕມາຂາຍ ແລະ ຂາຍໄດ້ 3 ໂຕແລ້ວ. ຢູ່ທີ່ນີ້ ກໍມີການຕໍ່ລາຄາແຕ່ບໍ່ຫລາຍ. ຂາຍງົວໄດ້ໂຕຫນຶ່ງແມ່ນຫາກຳໄລໄດ້ກວ່າ 1 ລ້ານດົ່ງ. ງົວເຫຼົ່ານັ້ນຂ້າພະເຈົ້າ ຊື້ຢູ່ບ່ອນອື່ນແລ້ວນຳມາຂາຍ.”
ອ້າຍຢີງ ພວມແລກປ່ຽນກັບອ້າຍ ຫວື່ມີປໍ ກ່ຽວກັບໂຕງົວທີ່ຍັງເຫລືອຂອງຕົນ. ອ້າຍ ຫວືມີປໍ ຢູ່ ຕາແສງ ຢ່າງ ເມືອງແມ່ວວາກ ຢາກຊື້ໄດ້ງົວໂຕງາມ ສະນັ້ນ ອ້າຍເລືອກເຟັ້ນຢ່າງລະອຽດ. ອ້າຍ ຫວ່າງມີຢີງ ແມ່ນຜູ້ເຮັດ ອາຊີບ ຄ້າຂາຍງົວ . ທຸກມື້ອ້າຍໄປເຖິງບັນດາເມືອງຢູ່ ຮ່າຢາງ, ບັນດາແຂວງ ໃກ້ຄຽງເພື່ອຊື້ງົວ. ເມື່ອຊື້ງົວໂຕໃດຈ່ອຍຜອມ ອ້າຍຈະນຳເມືອຄອບຄົວລ້ຽງຕື່ມໄລຍະຫນຶ່ງໃຫ້ຕຸ້ຍຈຶ່ງນຳໄປຂາຍຢູ່ຕະຫລາດ. ອ້າຍຢີງ ໃຫ້ຮູ້ວ່າ ຢູ່ ຕະຫລາດງົວແມ່ວວາກ ຜູ້ຄ້າຂາຍງົວເຊັ່ນດຽວກັບອ້າຍ ກວມ 80% , ສ່ວນຍັງເຫລືອແມ່ນປະຊາຊົນເອົາງົວຂອງຕົນໄປຂາຍ.
ສ່ວນ ອ້າຍຢ່າງແຊວຊີງ ພວມໂອ້ລົມກັບຜູ້ຊື້ງົວ. ໃນຕະຫລາດນັດນີ້ ອ້າຍຢີງ ໄດ້ນຳເອົາງົວໂຕຫນຶ່ງຂອງຄອບຄົວໄປຂາຍ. ນັບແຕ່ເຊົ້າ ມີຫລາຍຄົນມາຖາມຢາກຊື້ເອົາງົວຂອງອ້າຍ ແຕ່ເຂົາເຈົ້າຍັງຄິດໄລ່ຊັ່ງຊາກ່ຽວກັບລາຄາຢູ່ ອ້າຍຊີງ ຂາຍໂຕງົວນີ້ກໍຮູ້ສຶກເສຍດາຍຫລາຍ ແຕ່ຄອບຄົວອ້າຍພວມຕ້ອງການເງິນຈຳນວນຫນຶ່ງເພື່ອເບິກຈ່າຍໃຫ້ຊີວິດການເປັນຢູ່. ອ້າຍຊີງ ເວົ້າວ່າ:
“ ງົວໂຕນີ້ ຄອບຄົວຂ້າພະເຈົ້າພວມລ້ຽງ ແຕ່ຕ້ອງການເງິນ ຈຶ່ງນຳໄປຂາຍສະນັ້ນຕ້ອງຂາຍໃຫ້ໄດ້ລາຄາ ກວ່າ 14 ລ້ານດົ່ງ. ແລະ ຈຳນວນເງິນເກັບມາໄດ້ ຂ້າພະເຈົ້າຈະຊື້ຟຸ່ນເຄມີເພື່ອຮັບໃຊ້ການປູກຝັງ ກໍຄືຊື້ເຄື່ອງຂອງທີ່ຈຳເປັນຮັບໃຊ້ຊີວິດປະຈຳວັນ”
ອ້າຍຫວືອາຈູ ໄດ້ເບິ່ງ ງົວທັງໝົດຢູ່ຕະຫລາດແລ້ວ ແຕ່ອ້າຍພຽງແຕ່ມັກ ງົວຂອງອ້າຍຊີງ ເທົ່ານັ້ນ. ອ້າຍຈູໃຫ້ຮູ້ວ່າ:
“ນີ້ແມ່ນ ງົວໂດຍຄອບຄົວ ລ້ຽງເອງ. ງົວໂຕນີ້ບໍ່ງາມປານໃດ ແຕ່ຂ້າພະເຈົ້າຢາກຊື້ງົວໂດຍປະຊາຊົນລ້ຽງເອງໃຫ້ມີຄຸນນະພາບກວ່າ. ງົວທີ່ປະຊາຊົນລ້ຽງເອງແມ່ນເຕີບໃຫຍ່ໄວກວ່າງົວໄປຊື້ຢູ່ບ່ອນອື່ນ.”
ສຳລັບປະຊາຊົນຢູ່ເຂດພູສູງ, ຕະຫລາດນັດຄ້າຂາຍງົວກໍ່ແມ່ນສະຖານທີ່ສະແດງໃຫ້ເຫັນຄວາມຊຳນານໃນການລ້ຽງສັດອີກດ້ວຍ. ບັນດາຕະຫລາດນັດນີ້ ບໍ່ຖືການຊື້ຂາຍເປັນສຳຄັນ ຫາກປະຊາຊົນໄປຕະຫລາດກໍ່ແມ່ນໂອກາດເພື່ອພົບປະ, ໂອ້ລົມນຳກັນ, ພ້ອມກັນດື່ມເຫລົ້າພາຍຫລັງຊຸມມື້ອອກແຮງງານຢ່າງອິດເມື່ອຍ. ໃນຕະຫລາດແຕ່ລະນັດ ມີງົວນັບຮ້ອຍໂຕຖືກນຳໄປຂາຍຢູ່ທີ່ນີ້, ພໍ່ຄ້າມາຊື້ງົວສ່ວນຫລາຍແມ່ນມາຈາກເຂດທົ່ງພຽງ. ຕະຫລາດນັດນີ້ກໍແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວຕ່າງປະເທດມາຢ້ຽມຊົມເປັນຈຳນວນຫລວງຫລາຍ. ຜົວເມຍ ທ່ານ Marco ນັກທ່ອງທ່ຽວມາຈາກ ອີຕາລີ ມາຢ້ຽມຢາມ ຮ່າຢາງ ເປັນຄັ້ງທຳອິດ ມີຄວາມຮູ້ສຶຶກປະທັບໃຈຍ້ອນຈຸດທີ່ເປັນເອກະລັກສະເພາະຂອງຕະຫລາດນັດນີ້. ທ່ານ Marco ເວົ້າວ່າ:
“ສິ່ງສຳຄັນຢູ່ຕະຫລາດນັດ ຮ່າຢາງ ແມ່ນທຸກຄົນມາແຫ່ງນີ້ເພື່ອຊື້ຂາຍສັດລ້ຽງຄື: ງົວ, ແບ້, ໄກ່... ນີ້ແມ່ນຕະຫລາດນັດພິເສດທີ່ສຸດ ເພາະຢູ່ ອີຕາລີ ບ້ານເກີດເມືອງນອນຂອງຂ້າພະເຈົ້າບໍ່ ມີຕະຫລາດນັດຄືແນວນີ້, ສະນັ້ນ ຂ້າພະເຈົ້າເຫັນວ່າ ຮີດຄອງປະເພນີນີ້ແມ່ນພິເສດທີ່ສຸດ, ຂ້າພະເຈົ້າມັກຫລາຍ.”
ໃນຕະຫລາດແຕ່ລະນັດຢູ່ ແມ່ວວາກ ແມ່ນຊື້ຂາຍ ງົວໄດ້ປະມານ 400 ໂຕ. ງົວນັບຮ້ອຍໂຕນັ້ນຖືກຈັດໃຫ້ຢືນເປັນແຖວຢ່າງງາມຕາ, ການຊື້ຂາຍກໍເປັນລະບຽບຮຽບຮ້ອຍ. ນີ້ກໍແມ່ນຮູບພາບສະແດງໃຫ້ເຫັນຈຸດວັດທະນະທຳວົງຄະນາຍາດທີ່ດີງາມຂອງຊາວຊົນເຜົ່າຢູ່ເຂດພູສູງ ຮ່າຢາງ.