(VOVWORLD) - ຮອດຕອນເຊົ້າວັນເສົາໃນແຕ່ລະອາທິດ, ຢູ່ແຄມທາງຫຼວງ 153 ຂຶ້ນກັບຕາແສງກ໊ານເກົ່າເມືອງສິມາກາຍແຂວງລ່າວກາຍພັດມີຄວາມຟົດຟື້ນມ່ວນຊື່ນຍ້ອນມີຕະຫຼາດນັດຂາຍຄວາຍໃຫຍ່ກວ່າໝູ່ໃນບັນດາແຂວງເຂດພູດອຍທາງພາກເໜືອ. ບໍ່ພຽງແຕ່ມີພວກພໍ່ຄ້າຊາວຂາຍມາຂາຍຄວາຍເທົ່ານັ້ນ ຫາກຍັງມີພໍ່ແມ່ພີ່ນ້ອງບັນດາເຜົ່າ ແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດມາຕະຫຼາດເພື່ອຢ້ຽມຊົມ ເຊື່ອມຕົວເຂົ້າກັບບັນຍາກາດຮົກເຮື້ອເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳບັນດາເຜົ່າທີ່ໄດ້ມີມາແຕ່ດົນນານຢູ່ເຂດພູສູງເຕິຍບັກອີກດ້ວຍ
ຕະຫຼາດນັດກ໊ານເກົ່າຂາຍຄວາຍໃຫຍ່ກວ່າໝູ່ຢູ່ເຂດເຕິຍບັກ
|
ຈາກເທດສະບານເມືອງບັກຮ່າໄປຕາມທາງຫຼວງ 153 ປະມານ 30 ກິໂລແມັດກໍ່ຈະຮອດຕະຫຼາດນັດຂາຍຄວາຍກ໊ານເກົ່າຕາແສງກ໊ານເກົ່າເມືອງສີມາກາຍແຂວງລ່າວກາຍ. ກ໊ານເກົ່າແມ່ນນອນຢູ່ບໍລິເວນຖືກອ້ອມຮອບໄປດ້ວຍເນື້ອທີ່ນາຄັນໄດຕິດຕໍ່ກັນໄປຕາມເນີນພູ. ມຸ່ງໜ້າສູ່ທາງໄກ ແມ່ນພູຜາປ່າໄມ້ເຕິຍບັກທີ່ໃຫຍ່ໂຕມະໂຫຖານຈົນສຸດສາຍຕາ. ວັດຖຸເຄື່ອງຂອງຄົບທຸກຢ່າງໄດ້ຖືກພີ່ນ້ອງນຳມາທີ່ນີ້ນັບແຕ່ເຄື່ອງນຸ່ງຫົ່ມແຜ່ນແພຕ່າງໆຕະຫຼອດຮອດສັດປະເພດຕ່າງ, ໜໍ່ໄມ້ຫຼືເຄື່ອງອຸປະກອບຮັບໃຊ້ການຜະລິດກະສິກຳຄືຈົກ, ກ່ຽວຊວ້ານ... ສະເພາະຢູ່ເຂດແລກປ່ຽນ ຊື້ຂາຍຄວາຍຖືກຕັ້ງຢູ່ຕ່າງຫາກບົນເນື້ອທີ່ດິນທີ່ກວ້າງໃຫຍ່. ຢູ່ຫັ້ນມີຄວາຍນັບ 100 ໂຕໂດຍປະຊາຊົນໄດ້ນຳມາຂາຍຈາກແຂວງລ່າວກາຍແລະຮ່າຢາງ.ບັນຍາກາດຊື້ຂາຍຄວາຍກໍ່ຄຶກຄື້ນມ່ວນຊື່ນທີ່ສຸດ.
“ໂຕນີ້ຂາຍໃນລາຄາ 40 ລ້ານດົ່ງແມ່ນຂາຍໄດ້ແລ້ວ.
ບໍ່ໄດ້, ໂຕນີ້ຕ້ອງ 50 ລ້ານຈຶ່ງຂາຍ
50 ລ້ານດົ່ງບໍ່ເອົາດອກ, 40 ລ້ານດົ່ງໄດ້ບໍ.
ຄວາຍງາມເຊັ່ນນັ້ນ, ຕ້ອງ 50 ລ້ານດົ່ງ ຂ້າພະເຈົ້າຈຶ່ງຂາຍລຸງເອີຍ”.
ໂດຍໄດ້ນຳຝຸງຄວາຍຈາກຕາແສງນາໂຮ່ຍເມືອງບັກຮ່າມາຂາຍຢູ່ຕະຫຼາດນັດກ໊ານເກົ່າແຕ່ 4 ໂມງເຊົ້າ, ລຸງ ລູ່ວັນຢ່າວໃຫ້ຮູ້ວ່າລຸງໄດ້ຄ້າຂາຍຄວາຍເປັນເວລາ 20 ປີແລ້ວ. ຕະຫຼາດນັດແຕ່ລະຄັ້ງລຸງກໍ່ໄດ້ເອົາຄວາຍຫຼາຍກວ່າ 10 ໂຕມາຂາຍ. ພໍ່ແມ່ພີ່ນ້ອງບັນດາເຜົ່າກໍ່ເຄີຍຂາຍຄວາຍເມື່ອຄອບຄົວມີວຽກສຳຄັນຄື ປຸກເຮືອນ, ທຳພິສູ່ຂໍໃຫ້ແກ່ລູກເຕົ້າຫຼືຕ້ອງການເງິນຊື້ລົດ. ລຸງລູ່ວັນຢ່າວເວົ້າວ່າ:
“ປີນີ້ຍ້ອນໂລກລະບາດໂຄວິດ -19, ດັ່ງນັ້ນຈຳນວນຄວາຍນຳມາຊື້ຂາຍກໍ່ຫຼຸດລົງ. ແຕ່ຕົ້ນປີມານີ້ ຕະຫຼາດນັດກໍ່ມີຄວາມຄຶກຄື້ນມ່ວນຊື່ນທີ່ສຸດ. 20 ປີທີ່ຜ່ານມາ ເກືອບຄືວ່າຕະຫຼາດນັດຄັ້ງໃດໆ ຂ້າພະເຈົ້າກໍ່ໄດ້ມີໜ້າຢູ່ທີ່ນີ້. ພໍ່ແມ່ພີ່ນ້ອງທີ່ດຳລົງຊີວິດຢູ່ເຂດນີ້ກໍ່ລ້ວນແຕ່ຖືຄວາຍແມ່ນຊັບສົມບັດອັນລ້ຳຄ່າ ແຕ່ຍ້ອນຕ້ອງການເງິນເຂົາເຈົ້າຈຶ່ງນຳມາຂາຍ”.
ຕະຫຼາດນັດກ໊ານເກົ່າ ມີຊື່ສຽງຍ້ອນວ່າຍັງຄົງສາມາດຮັກສາບັນດາຈຸດວັດທະນະທຳພື້ນເມືອງທີ່ມີມານັບ 100 ປີຂອງຊາວເຜົ່າມົ້ງ, ຢ້າວດຳ, ໄຕ, ນຸ່ງແລະເຜົ່າໃຢ໊, ເຖິງວ່າໄດ້ຈັດຂຶ້ນໃນແຕ່ລະວັນເສົາປະຈຳອາທິດແຕ່ເວລາ 6 ໂມງເຊົ້າຫາຕອນທ່ຽງແຕ່ຕະຫຼາດນັດກ໊ານເກົ່າກໍ່ແມ່ນເຂດວັດທະນະທຳບັນດາເຜົ່າຍາມໃດກໍ່ໄດ້ຄວາມລໍຄອຍຈາກພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ. ນາງເຈິ່ນແທັງລິງຢູ່ແຂວງຫ໋າຍເຢືອງແບ່ງປັນວ່າ:
“ຕະຫຼາດນັດກ໊ານເກົ່າບໍ່ຄຶກຄື້ນມ່ວນຊື່ນຄືຕະຫຼາດນັດບັກຮ່າແຕ່ພັດມີຄວາມເປັນເອກະລັກສະເພາະ,ບໍ່ເນືອງນັນແລະສາມາດຮັກສາຄວາມລຽບງ່າຍສະເພາະຂອງຕົນ. ຂ້າພະເຈົ້າໄປຕະຫຼາດກໍ່ແມ່ນເພື່ອຄວາມມ່ວນຊື່ນເປັນຕົ້ນຕໍ ແລະກໍ່ແມ່ນເພື່ອຮັບຊົມພວກນາງສາວຊົນເຜົ່ານຸງສິ້ນງາມຫຼາຍ. ເຮົາບໍ່ຊື້ງົວຄວາຍ, ດັ່ງນັ້ນມັກໄປຢ້ຽມຊົມ, ໂດຍສະເພາະແມ່ນມັກຮັບປະທານອາຫານຢູ່ທີ່ນີ້. ຂ້າພະເຈົ້າມານີ້ກໍ່ໄດ້ກິນທັງໂກ໊,ແມ່ນແມນ ແລະໄດ້ດື່ມເຫຼົ້າຂອງປະຊາຊົນບັນດາເຜົ່າ”.
ສຳລັບບັນດາອ້າຍບ່າວນາງສາວແລ້ວ, ຕະຫຼາດນັດຍັງແມ່ນໂອກາດເພື່ອໃຫ້ເຂົາເຈົ້າໄດ້ມາຫາກັນ ໂອ້ລົມກັນ ສະແດງຄວາມຮັກພ້ອມທັງອວດຄວາມງາມດ້ວຍການນຸ່ງສິ້ນຫຼາກຫຼາຍສີສັນແລ້ວກໍ່ພ້ອມກັນຂັບລຳທຳເພງເປົ່າແຄນ... ຍ້ອນມີຕະຫຼາດນັດນີ້ຈຶ່ງມີບ່າວສາວຫຼາຍຄູ່ໄດ້ກາຍເປັນຄູ່ຜົວແກ້ວເມຍດີ.