ໂດຍປະສານເຂົ້າກັບສຽງແຄນ, ສຽງຂຸ່ຍທີ່ດັງກ້ອງກັງວານໄປທົ່ວເຂດພູຜາປ່າໄມ້ ກໍແມ່ນບັນຍາກາດຕະຫຼາດນັດເຂດພູສູງເຕັມໄປດ້ວຍສີສັນຫຼາກຫຼາຍ. ໃນມື້ທ້າຍປີ, ຊາວເຜົ່າມົ້ງ, ເຜົ່າຢ້າວ, ຊາວຮ່າຍີ່ຢູ່ຄຸ້ມ 8 ຕາແສງຢາວຊານເໜືອ, ເມືອງຟອງໂຖ, ແຂວງລາຍເຈົາ ໄດ້ພາກັນມາເຕົ້າໂຮມຢູ່ຕະຫຼາດນັດຢາວຊານເທິ່ງຈອມພູຈຸ່ງຊົ່ວຢັນເພື່ອພົບປະແລກປ່ຽນ, ຄ້າຂາຍສິນຄ້າ ເພື່ອສ້າງເປັນ ຕະຫຼາດນັດເຕັມໄປດ້ວຍສີສັນລະດູບານໃໝ່.
ຕະຫຼາດນັດຢາວຊານເທິ່ງຈອມພູຈຸ່ງຊົ່ວຢັນ
|
ບໍ່ຮູ້ຈັກວ່າ ຕະຫຼາດນັດນີ້ມີມາແຕ່ເວລາໃດ, ສຳລັບບັນດາຜູ້ເຖົ້າຜູ້ແກ່ແມ່ນບໍ່ຈື, ສ່ວນໄວໜຸ່ມກໍບໍ່ສົນໃຈເລີຍ. ພຽງແຕ່ຮູ້ວ່າ ເມື່ອກ່ອນນີ້, ຮອດວັນສັດທີ່ມີເຂົາໂດຍໄລ່ຕາມຈັນທະປະຕິທິນ, ພໍ່ແມ່ປະຊາຊົນບັນດາເຜົ່າໃນເຂດພັດພາກັນມາເຕົ້າໂຮມຢູ່ຕະຫຼາດເພື່ອພົບປະແລກປ່ຽນ, ຄ້າຂາຍສິນຄ້າ. ຊາວທ້ອງຖິ່ນມີຄວາມສຳນຶກວ່າ : ສັດມີເຂົາ 2 ປະເພດຄື ຄວາຍ ແລະ ແບ້ ສາມາດນຳມາເຊິ່ງຊີວິດການເປັນຢູ່ທີ່ອີ່ມໜຳສຳລານ ແລະ ສົມບູນພຸນສຸກ, ດັ່ງນັ້ນ ຮອດວັນນັດກັນພາຍໃນຮອບ 6 ວັນ, ເຂົາເຈົ້າພັດໄປຕະຫຼາດເທື່ອໜຶ່ງ. 2-3 ປີມໍ່ໆມານີ້, ເພື່ອເອື້ອອຳນວຍຄວາມສະດວກແກ່ການພົວພັນແລກປ່ຽນ, ຄ້າຂາຍສິນຄ້າ ແລະການລະຫຼິ້ນຂອງຊາວທ້ອງຖິ່ນໃນເຂດ, ທາງອຳນາດການປົກຄອງທ້ອງຖິ່ນໄດ້ປ່ຽນມື້ດຳເນີນຕະຫຼາດນັດໃນວັນທິດປະຈຳອາທິດ.
ຕະຫຼາດນັດລະດູບານໃໝ່ປີນີ້ແມ່ນມີຂຶ້ນໃນວັນທີ 25 ເດືອນ 12. ນັບແຕ່ຮຸ່ງເຊົ້າ, ຂະນະທີ່ໄກ່ເລີ່ມຂັນ, ດວງຕາເວັນຄ່ອຍໆເລີ່ມເຄື່ອນຂຶ້ນຈາກສາຍພູ, ກໍແມ່ນຈຸດເວລາທີ່ ຊາວເຜົ່າມົ້ງ, ເຜົ່າຢ້າວ ພາກັນໄປຍັງຕະຫຼາດນັດຢາວຊານເທິ່ງຈອມພູຈຸ່ງຊົ່ວຢັນ, ຂະບວນຄົນຍ່າງໄປຕະຫຼາດຍາວຢຽດປຽບເໝືອນແຖບຜ້າໄໝ. ພໍ່ແມ່ພີນ້ອງບັນດາເຜົ່າເວົ້ານົວຫົວມ່ວນ, ໃບໜ້າຍິ້ມແຍ້ມແຈ່ມໃສ. ຄົນຢູ່ແຫ່ງອື່ນມານີ້ ກໍຮູ້ສຶກປະຫຼາດໃຈເພາະຊາວເຜົ່າແຫ່ງນີ້ຖືໝົດທຸກຄົນເປັນເພື່ອນ, ແມ່ນຄົນໃນຄອບຄົວດຽວ. ວັດຖຸເຄື່ອງຂອງທີ່ເປ້ຢູ່ຫຼັງກໍມີລົດຊາດຂອງເຂດພູຜາປ່າໄມ້ເຊັ່ນ: ນ້ຳເຜີ້ງ, ເຂົ້າໜຽວ, ໝາກພີກໄທ, ໜໍ່ໄມ້ຫຼືງ່າດອກຄາຍ, ໃບຕອງຈິງ, ທູບທຽນຮັບໃຊ້ການບູຊາໃນວັນບຸນເຕັດ. ປ້າ ຟ່າງທິແກ ຜູ້ມາຈາກຕາແສງ ປາໄວສືໃຫ້ຮູ້ວ່າ :
“ ຕ້ອງລໍຖ້າຮອດວັນມີຕະຫຼາດນັດເປັນເວລາດົນນານ, ດັ່ງນັ້ນ, ນັບແຕ່ກ່ອນມື້ໄປຕະຫຼາດ, ໃຜໆກໍຕື້ນຕັນໃຈ. ຮູບພາບພວກຜູ້ຊາຍຂ້າໝູ, ຕັດໄປຕອງຈິງ ແລະ ງ່າດອກຄາຍເພື່ອຮອດຕອນເຊົ້າມື້ອື່ນນຳໄປຂາຍຢູ່ຕະຫຼາດ. ເອື້ອຍນ້ອງແມ່ຍິງໄດ້ເລືອກເອົາສິ້ນງາມເພື່ອນຸ່ງໄປຕະຫຼາດ. ພໍ່ແມ່ພີນ້ອງໃນບ້ານເຮົາ, ໃຜໆກໍມັກໄປຕະຫຼາດເພາະໄດ້ໄປຊື້ເຄື່ອງຂອງ, ໄດ້ພົບປະກັບໝູ່ເພື່ອນ, ມ່ວນຫຼາຍ ”
ຈຸດທີ່ເປັນເອກະລັກໃນຕະຫຼາດນັດຍາມທ້າຍປີ, ນັ້ນແມ່ນສຳລັບຜູ້ຂາຍກໍສະບາຍໃຈ, ຜູ້ຊື້ເຄື່ອງກໍມີຈິດໃຈສະປອດ, ເຂົາເຈົ້າເບິ່ງກັນຄືໄດ້ມີຄວາມເຂົ້າໃຈວ່າ ໄດ້ຄິດຫຍັງຕໍ່ກັນ. ເມື່ອຂາຍເຄື່ອງໝົດແລ້ວ, ທຸກຄົນກໍພາກັນໄປຊື້ເກືອ, ກິນທັ້ງໂກຫຼືດື່ມເຫຼົ້າສາລີພ້ອມກັບໝູ່ເພື່ອນ. ບັນດາຜູ້ເຖົ້າຜູ້ແກ່ພັດນັ່ງລໍຖ້າໝູ່ຢູ່ແຈຕະຫຼາດເພື່ອພ້ອມກັນຫວນຄືນຄາວເຍົາໄວ. ມີຜູ້ເຖົ້າຜູ້ແກ່, ຊາວໜຸ່ມອີກຈຳນວນໜຶ່ງພັດໄປຊອກບ່ອນຂັບກ້ຽວໃນທ່າມກາງສຽງແຄນດັງກ້ອງກັງວານໄປທົ່ວ. ລຸງ ຢີອາເຢຍ ເວົ້າຄວາມໃນໃຈສູ່ຟັງວ່າ :
“ ອາທິດໃດກໍເຊັ່ນດຽວກັນ, ພວກຂ້າພະເຈົ້າໄດ້ມານີ້ຟ້ອນແຄນໃຫ້ນັກທ່ອງທ່ຽວ ແລະ ໃຫ້ພໍ່ແມ່ພີນ້ອງເບິ່ງ. ບັນດາຜູ້ມີປະສົບການກໍສອນໃຫ້ບັນດາຜູ້ຍັງບໍ່ທັນຮູ້ຫຍັງ, ສີສັນບັນດາເຜົ່າຂອງພວກຂ້າພະເຈົ້າ ແມ່ນບໍ່ມີວັນຈະປະລະ. ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າເປົ່າແຄນໃຫ້ແຂກທ່ອງທ່ຽວຟັງ ແລະ ອີກອັນໜຶ່ງກໍແມ່ນເພື່ອໃຫ້ລູກຫຼານໃນອະນາຄົດຮູ້ຈັກແຄນຂອງເຜົ່າຕົນ ”
ເມື່ອດວງຕາເວັນຄ່ອຍໆຕົກດິນ, ກໍແມ່ນຍາມເລີກຕະຫຼາດນັດ, ພໍ່ແມ່ພີນ້ອງຊາວບ້ານກໍເລີ່ມກັບເມືອເຮືອນ. ຜູ້ຊື້ໄດ້ຄັນໄຖ, ຜູ້ແລກໄດ້ເຂົ້າສິບໂລ ແລະ ກໍຍັງມີບາງຄົນຊື້ບໍ່ໄດ້ຫຍັງ, ເມົາເຫຼົ້າ ແລະ ນັ່ງລໍຖ້າຮອດຕອນບ່າຍກັບບ້ານ. ເມື່ອອອກຈາກຕະຫຼາດນັດ, ກໍແມ່ນຍາມທີ່ພໍ່ແມ່ພີນ້ອງໄດ້ສ້າງຄວາມເຊື່ອໝັ້ນແກ່ຕົນກ່ຽວກັບປີໃໝ່, ລະດູການຜະລິດຈະໄດ້ຮັບຜົນດີກ່ວາ, ຊີວິດການເປັນຢູ່ມີຄວາມອີ່ມໜຳສຳລານ ແລະ ສົມບູນພຸນສຸກກວ່າ.
ຕະຫຼາດນັດຢາວຊານຖືກດຳເນີນຢູ່ເທິ່ງຈອມພູຈຸ່ງຊົ່ວຢັນ. ພໍ່ແມ່ພີນ້ອງຊາວບ້ານໄປຕະຫຼາດບໍ່ພຽງແຕ່ເພື່ອຊື້ຂາຍເຄື່ອງເທົານັ້ນ, ຫາກຍັງເພື່ອຊອກຫາຄວາມມ່ວນຊື່ນໃໝ່, ຊອກຫາເພື່ອນຄົນໃໝ່. ເມື່ອຮອດຍາມເລີກຕະຫຼາດ, ທຸກໆຄົນຕ່າງກໍຄິດຮອດຄິດເຖິງຕະຫຼາດນັດ ແລະ ພ້ອມກັນລໍຖ້າຮອດຕະຫຼາດນັດໃນປີໃໝ່ປີໜ້າເພື່ອຈະມີຄວາມມ່ວນຊື່ນຫຼາຍກ່ວາເກົ່າ.