ຖ້ຳເຊີນດ່ອງຢູ່ແຂວງກວາງບິ່ງ - ຖ້ຳໃຫຍ່ກວ່າໝູ່ຢູ່ໃນໂລກ

(vovworld) - ຖ້ຳ​ເຊີນ​ດ່ອງ, ​ຂຶ້ນ​ກັບ​ເຂດ​ມໍລະດົກ​ທຳ​ມະ​ຊາດ​ໂລກ ປ່າ​ສະຫງວນ​ຟອງ​ຍາ - ​ແກ​ບ່າງ, ​ແຂວງ​ກວາງ​ບິ່ງ ​ໄດ້​ຮັບ​ການ​ຄົ້ນ​ພົບ ​ແລະ​ຕີ​ລາຄາ​ຈາກ​ສະຫະ​ສະມາຄົມພະ​ຈົນ​ໄພ​ຖ້ຳ​ລາຊະ​ອານາຈັກ​ອັງກິດ​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຖ້ຳ​ທີ່ຊ້ອນ​ແຝງ​ຫຼາຍ​ຄູນ​ຄ່າ​ດ້ານທຳ​ມະ​ຊາດ, ​ແມ່ນ​ຮູບ​ແຕ້ມ ”​ມະຫັດສະຈັນ​, ສວຍ​ງາມ ​ແລະ​​ແປກ​ປະຫຼາດ”, ດ້ວຍ​ຫີນ​ນົມ​ຜາ​ທີ່​ມີ​ຮູບ​ຊົງແປກ​ປະຫຼາດຫຼາຍ​ຮູບ. ​ໃນ​ຖ້ຳ​ມີ​ປ່າ, ມີ​ເນື້ອ​ທີ່​ອັນກວ້າງໃຫຍ່​​ເພື່ອ​ສາມາດ​ບັນຈຸ​ອາຄານຫຼັງ​ໜຶ່ງ​ທີ່​ສູງ​ສຸດ​ຢູ່​ ນິວຢອກ ​ໄດ້. ນັ້ນ​ແມ່ນ​ການ​ຕີ​ລາຄາ​ກ່ຽວ​ກັບ​ຖ້ຳ​ເຊີນ​ດ່ອງ ທີ່​ລົງ​ພິມ​ໃນ​ວາລະສານ​ທີ່​ມີ​ຊື່​ສຽງ National Geographic.


ຖ້ຳເຊີນດ່ອງຢູ່ແຂວງກວາງບິ່ງ - ຖ້ຳໃຫຍ່ກວ່າໝູ່ຢູ່ໃນໂລກ - ảnh 1
ຖ້ຳເຊີນດ່ອງຢູ່ແຂວງກວາງບິ່ງ - ຖ້ຳໃຫຍ່ກວ່າໝູ່ຢູ່ໃນໂລກ
(ພາບ: google.com.vn)

ຖ້ຳ​ເຊີນ​ດ່ອງ ​ແມ່ນ​ໜຶ່ງ​ໃນ​ຈຳນວນຖ້ຳ​ 300 ​ແຫ່ງ ທີ່​ນອນ​ໃນ​ເຂດ​ ມໍລະດົກ​ທຳ​ມະ​ຊາດ​ໂລກ ປ່າ​ສະຫງວນ ຟອງ​ບາ - ​ແກ​ບ່າງ ຢູ່​ແຂວງ ກວາງ​ບິ່ງ, ​ໂດຍ​ຊາວ​ທ້ອງ​ຖີ່​ນຄົ້ນ​ພົບ​ເມື່ອ​ປີ 1990. ​ໂລກ​ໄດ້​ຮູ້ຈັກ​ເຖິງ​ຖ້ຳ​ແຫ່ງ​ນີ້ ພາຍຫຼັງ​ທີ່​ສະຫະ​ສະມາຄົມ​ພະ​ຈົນ​ໄພ​ຖ້ຳ ລາຊະ​ອານາຈັກ​ອັງກິດ​ມາພະ​ຈົນ​ໄພ​ເມື່ອ​ປີ 2009. ທ່ານ​ໂຮ່​ແຄງ, ຢູ່​ໝູ່​ບ້ານ 1 ຟອງ​ຍາ, ຕາ​ແສງ​ເຊີນ​ແຈ້ງ, ​ເມືອງ​ໂບ໋​ແຈກ, ​ແຂວງ​ກວາງ​ບິ່ງ, ​ແມ່ນ​ຜູ້​ທຳ​ອິດ​ທີ່​ໄດ້​ຄົ້ນ​ພົບ​ຖ້ຳ​ເຊີນ​ດ່ອງ, ​ໃຫ້​ຮູ້​ວ່າ:

”ຂ້າພະ​ເຈົ້າ​ຄົ້ນ​ພົບ​ຖ້ຳ​ເຊີນ​ດ່ອງ​ເມື່ອ​ປີ 1990, ​ເຖິງ​ປີ 2009 ຂ້າພະ​ເຈົ້າ​ໄດ້​ພາ​ທ່ານ Howat Limbir ​​ແລະ ​ສະຫະ​ສະມາຄົມ​ພະ​ຈົນ​ໄພ​ຖ້ຳ ລາຊະ​ອານາຈັກ​ອັງກິດ​ ໄປ​ສຳ​ຫຼວດຖ້ຳ​ແຫ່ງ​ນີ້. ປະຈຸ​ບັນ, ຖ້ຳ​ເຊີນ​ດ່ອງ​ໄດ້​ກາຍ​ເປັນ​ຖ້ຳ​ບັນລຸ​ມາດຕະຖານ​ສາກົນ​ແລ້ວ, ຂ້າພະ​ເຈົ້າ​ຫວັງ​ວ່າ, ​ໃນ​ຕໍ່ໜ້າ, ຖ້າ​​ອົງການ​ໃດ​ເຂົ້າ​ມາ​ລົງທຶນ​ຂຸດ​ຄົ້ນ​ການທ່ອງທ່ຽວ ຄວນ​ຮັກສາ​ທັດສະນີ​ຍະ​ພາບ​ທຳ​ມະ​ຊາດທີ່​ສວຍ​ງາມ​ຢູ່​ແຫ່ງ​ນີ້ໄວ້”


ຖ້ຳເຊີນດ່ອງຢູ່ແຂວງກວາງບິ່ງ - ຖ້ຳໃຫຍ່ກວ່າໝູ່ຢູ່ໃນໂລກ - ảnh 2
ຖ້ຳເຊີນດ່ອງຢູ່ແຂວງກວາງບິ່ງ - ຖ້ຳໃຫຍ່ກວ່າໝູ່ຢູ່ໃນໂລກ
(ພາບ: google.com.vn)

ໝາກຜົນ​ແຫ່ງ​ການ​ສຳ​ຫຼວດຂອງ​ສະຫະ​ສະມາຄົມ​ພະ​ຈົນ​ໄພ​ຖ້ຳ ລາຊະ​ອານາຈັກ​ອັງກິດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຖ້ຳ​ເຊີນ​ດ່ອງ ​​ເລີ່ມ​ມີ​ມາ​ກ່ອນ​ນີ້​ແຕ່ 2 - 5 ລ້ານ​ປີ. ຖ້ຳ​ກວ້າງ 200 ມ, ສູງ 150 ກວ່າ​ແມດ, ​ໃນ​ນັ້ນ​ທີ່​ບາງ​ບ່ອນ​ສູງ​ກວ່າ 250 ມ, ຄວາມ​ຍາວ​ຂອງ​ຖ້ຳ​ແມ່ນ​ປະມານ 6,5 ກມ. ຖ້ຳ​​ເຊີນດ່ອງ ມີ​ລະບົບ​ຫີນ​ນົມ​ຜາ ດ້ວຍ​ຮູບຊົງ​ທີ​​ແປກ​ປະຫຼາດຫຼາຍ​ຮູບ, ລະບົບ​ສັດສາ​ວາ​ສິ່ງ, ພືກ​ສາ​ຊາດ​ອຸດົມສົມ​ບຸນ​ ແລະ ຫຼາຍ​ຮູບ​ຫຼາຍ​​ແບບ. ​ໃນ​ນັ້ນ​ຍັງມີ​ປ່າ​ດົງ​ດິບເຂດ​ຮ້ອນອີກ​ດ້ວຍ. ດ້ວຍ​ຂະໜາດ ​ແລະ ​ລັກສະນະ​ອຸດົມສົມ​ບຸນ, ຫຼາຍ​ຮູບ​ຫຼາຍ​ແບບ​ນີ້, ຖ້ຳ​ເຊີນ​ດ່ອງ​ໄດ້​ລື່ນ​ກາຍ​ຖ້ຳ Deer ຢູ່​ປ່າ​ສະຫງວນ Gunung Mulu ຂອງ​ມາ​ເລ​ເຊຍ, ກາຍ​ເປັນ​ຖ້ຳ​ທຳ​ມະ​ຊາດ​ໃຫຍ່​ກວ່າ​ໝູ່​ຢູ່​​ໃນໂລກ.  ທ່ານ Howat Limbir, ​ສະຫະ​ສະມາຄົມ​ພະ​ຈົນ​ໄພ​ຖ້ຳ ລາຊະ​ອານາຈັກ​ອັງກິດ​, ຕີ​ລາຄາ​ວ່າ:

”ຄວາມ​ຮູ້ສຶກ​ຂອງ​ຂ້າພະ​ເຈົ້າ​ ​ແມ່ນຄົ້ນ​ພົບ​ຖ້ຳ​ເຊີນ​ດ່ອງ ​​ເຊິ່ງແມ່ນ​ໜຶ່ງ​ໃນ​ບັນດາ​ຖ້ຳ​ໃຫຍ່​ກວ່າ​ໝູ່​ຢູ່​ໂລກ ທີ່ເຊື່ອມ​ຕໍ່ຈາກ​​ແຂວງ​ກວາງ​ບິ່ງ​ຂອງ​ຫວຽດນາມ ກັບປະ​ເທດ​ລາວ. ນີ້​ແມ່ນ​ຖ້ຳ​ທີ່​ຍັງ​ມີ​ຄວາມ​ເລິກ​ລັບ​ຫຼາຍ​ຢ່າງ​ຄວນ​ສືບ​ຕໍ່​ໄດ້​ຮັບ​ການ​ຄົ້ນ​ພົບ ​ແລະ ຄົ້ນ​ຄ້ວາ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ຈະ​ສືບ​ຕໍ່​ຊອກ​ເຫັນ​ຫຼາຍ​ສິ່ງ​ມະຫັດສະຈັນ​ກວ່າ​ຢູ່​ຖ້ຳ​ເຊີນ​ດ່ອງນີ້”


ຖ້ຳເຊີນດ່ອງຢູ່ແຂວງກວາງບິ່ງ - ຖ້ຳໃຫຍ່ກວ່າໝູ່ຢູ່ໃນໂລກ - ảnh 3
ຖ້ຳເຊີນດ່ອງຢູ່ແຂວງກວາງບິ່ງ - ຖ້ຳໃຫຍ່ກວ່າໝູ່ຢູ່ໃນໂລກ
(ພາບ: google.com.vn)

ໃນ​ການ​ພະ​ຈົນ​ໄພ, ​ສຳ​ຫຼວດຫວ່າງ​ແລ້ວ​ນີ້​ ເມື່ອ​ທ້າຍ​ເດືອນ 2/2012, ທ່ານ Howat Limbir, ​ໄດ້​ຄົ້ຍພົບ​ຖ້ຳ​​ໃຫຍ່​​ແຫ່ງ​ໜຶ່ງ​ແມ່ນ​ຖ້ຳ​ແອ໋ນ ​ແລະ ຊອກ​ເຫັນ​ສາຍນ້ຳ​ໃຕ້​ດິນ​ຢູ່​ໃນ​ຖ້ຳ​ເຊີນ​ດ່ອງ. ນີ້​ແມ່ນ​ການ​ສຳ​ຫຼວດທີ່​ສຳຄັນ ​ເປັນ​ພື້ນຖານ​ດ້ານ​ວິທະຍາສາດ ​ເພື່ອ​ຊ່ວຍ​ໃຫ້​ແຂວງ​ກວາງ​ບິ່ງ ກຳນົດ​ບັນດາ​ທີ່​ຕັ້ງ​ສຳຄັນ ​ເພື່ອ​ຮຽກຮ້ອງ​ການ​ລົງທຶນ​ຈາກ​ພາຍ​ໃນ​​ແລະ ຕ່າງປະ​ເທດ ​​ເພື່ອຂຸດ​ຄົ້ນ​ທັດສະນີ​ຍະ​ພາບ​ໃໝ່​ນີ້​ໃນ​ອະນາຄົດ. ຜ່ານ​ນັ້ນ​ປະກອບສ່ວນ​ໂຄສະນາ​ພາບ​ພົດ​ຂອງ​ຖ້ຳ​ເຊີນ​ດ່ອງ ​ເວົ້າ​ສະ​ເພາະ ​ແລະ ຂະ​ແໜງການທ່ອງທ່ຽວກວາງ​ບິ່ງ ​ເວົ້າ​ລວມ ​ເຖິງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ​ຕ່າງປະ​ເທດ. ທ່ານ ຫງວຽນ​ວັນ​ຮວຽນ, ຮອງ​ຜູ້ອຳນວຍ​ການ​ປ່າ​ສະຫງວນ​ຟອງ​ຍາ - ​ແກ​ບ່າງ, ​ໃຫ້​ຮູ້​ວ່າ:

”​ເພື່ອ​ເຮັດ​ໃຫ້ຖ້ຳ​ເຊີນ​ດ່ອງ ກາຍ​ເປັນ​ຖ້ຳ​ໃຫຍ່​ກວ່າ​ໝູ່​ຢູ່​ໂລກ ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ຄົ້ນ​ພົບ, ຄົ້ນ​ຄ້ວາ ​ເພື່ອ​ຮຽກຮ້ອງ​ການ​ລົງທຶນ. ກ່ອນ​ອື່ນ​ໝົດ, ພວກ​ຂ້າພະ​ເຈົ້າ​ຈະ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ, ສົບ​ທົບ​ກັບ​ບັນດາ​ນັກວິທະຍາສາດ ສືບ​ຕໍ່​ຄົ້ນ​ພົບ, ຄົ້ນ​ຄ້ວາ ​ແລະ ຊອກ​ຫາ​ມາດ​ຕະການ​ດີ​ທີ່​ສຸດ ​​ແນ​ໃສ່ຄຸ້ມ​ຄອງ, ປົກ​ປັກ​ຮັກສາ ​ແລະ ຂຸດ​ຄົ້ນ​ຖ້ຳ​ເຊີນ​ດ່ອງນີ້”

ປະຈຸ​ບັນ, ສະຫະ​ສະມາຄົມ​ພະ​ຈົນ​ໄພ​ຖ້ຳ ລາຊະ​ອານາຈັກ​ອັງກິດ ພວມສືບ​ຕໍ່ພະ​ຈົນ​ໄພ​ລະບົບ​ແມ່​ນ້ຳ​ໃຕ້​ດິນ ​ແລະ​ ລະບົບ​ຊີວະ​ນາໆ​ພັນ​ຂອງ​ຖ້ຳ​ເຊີນ​ດ່ອງ. ຫວັງ​ວ່າ, ຜ່ານ​ການ​ພະ​ຈົນ​ໄພ​ຄັ້ງ​ນີ້, ຈະ​ສືບ​ຕໍ່​ຄົ້ນ​ພົບສິ່ງ​ມະຫັດສະຈັນ  ​ແລະ​ ສວຍ​ງາມ​ຂອງ​ຖ້ຳ​ເຊີນ​ດ່ອງ ຕື່ມ​ອີກ, ອັນ​ຈະ​ເປັນ​ພື້ນຖານ​ເພື່ອ​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ວ່າ ​ເຊີນ​ດ່ອງ ​ແມ່ນ​ຖ້ຳ​ທຳ​ມະ​ຊາດ​ໃຫຍ່​ກວ່າ​ໝູ່​ຢູ່​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ