(vovworld)- ກ່ອນນີ້ ກວ່າ 10 ສັດຕະວັດ, ເມື່ອເຈົ້າຊີວິດ ລີກົງອວນ (Lý Công Uẩn) ໄດ້ເລືອກເຟັ້ນເຂດດິນແດນ ທັງລອງ(ໝາຍເຖິງມັງກອນບິນຂຶ້ນທ້ອງຟ້າ) ເພ່ືອກໍ່ສ້າງເມືອງຫລວງ, ເຖິງວ່າຕ້ອງຜ່ານຜ່າການຜັນແປໃຫຍ່ຫຼາຍຢ່າງກໍ່ຄືຜ່ານຜ່າໄລຍະ ສົງຄາມອັນດຸເດືອດເພື່ອຮັກສາປະເທດຊາດກໍຕາມ ແຕ່ຮ່າໂນ້ຍ ຍາມໃດກໍແມ່ນໝາກຫົວໃຈຂອງທັງປະເທດ. ບັນດາຮ່ອງຮອຍຂອງພະລາຊະວັງ ທັງລອງ ໃນເມື່ອກ່ອນ ແລະ ຂອບຂະຫນາດແຫ່ງການພັດທະນາຢ່າງແຂງແຮງຂອງນະຄອນຫລວງ ຮ່າໂນ້ຍ ປະຈຸບັນ ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນທົ່ວປະເທດຫວຽດນາມ.
ຮ່າໂນ້ຍປະຈຸບັນ ມີຕືກອາຄານຊັ້ນສູງຫລາຍຫລັງ
ພາບ:tapchibaohiem.vn
|
ຕາມເລື່ອງລາວປະຫວັດສາດທີ່ເລົ່າຂານກັນມາແຕ່ບູຮານນະການແລ້ວ. ໃນລະດູໃບໄມ້ຫລົ່ນ ປີ 1010, ເມື່ອເຈົ້າຊີວິດ ລີກົງອວນ ( ລີທາຍໂຕ໋) ຍ້າຍເມືອງຫລວງຈາກ ຮວາລື, ແຂວງ ນີງບີງ ມາ ດ້າຍລາ. ເວລານັ້ນ, ເຈົ້າຊີວິດ ລີກົງອວນໄດ້ເຫັນເມກກ້ອນຫນຶ່ງທີ່ມີຮູບຄ້າຍຄືກັບຮູບມັງກອນພວມບິນຂຶ້ນທ້ອງຟ້າ. ສະນັ້ນ ພະອົງກໍ່ໄດ້ຕັ້ງຊື່ໃຫ້ເມືອງຫລວງໃຫມ່ນີ້ວ່າ ທັງລອງ. ການເລືອກເຟັ້ນເມືອງຫລວງ ຂອງເຈົ້າຊີວິດໄດ້ຮັບການຍ້ອງຍໍຈາກຊາວຫວຽດນາມຫລາຍລຸ້ນຄົນ. ເມືອງຫລວງ ທັງລອງ ແມ່ນເຂດດິນແດນມີທີ່ຕັ້ງສະດວກດ້ານຄົມມະນາຄົມທີ່ສຸດ, ເປັນຕົ້ນ ໃນການຂຶ້ນພູລົງນຳ້, ເຂົ້າພາກໃຕ້ໄປພາກເຫນືອ, ພ້ອມທັງມີທ່າໄດ້ປຽບໃນການພັດທະນາ. ໂດຍຖືກຕັ້ງຢູ່ໃຈກາງເຂດທົ່ງພຽງແມ່ນ້ຳແດງທີ່ອຸດົມສົມບູນ, ດິນແດນແຫ່ງນີ້ ໄດ້ກາຍເປັນສູນການເມືອງ ແລະ ສາສະຫນານັບແຕ່ໄລຍະທຳອິດແຫ່ງປະຫວັດສາດຂອງຫວຽດນາມ. ນີ້ກໍແມ່ນເຂດດິນທີ່ເຕົ້າໂຮມຜູ້ມີຄວາມປີຊາສາມາດທີ່ມາຈາກທຸກສາລະທິດຫຼາຍຄົນ, ແມ່ນສິ່ງຍອດຍິ່ງ ສ້າງເປັນເມືອງຫລວງທີ່ຈະເລີນຮຸ່ງແຮືອງ.
ໃນໄລຍະກວ່າ 10 ສັດຕະວັດຜ່ານມາ, ເມືອງຫລວງ ທັງລອງ ໃນເມ່ືອກ່ອນ ແລະ ຮ່າໂນ້ຍປະຈຸບັນກາຍເປັນສູນເສດຖະກິດ, ການເມືອງ, ວັດທະນະທຳຂອງທົ່ວປະເທດ. ເມື່ອປີ 2010, ກົງກັບໂອກາດ ນະຄອນຫລວງ ຮ່າໂນ້ຍ ສະເຫລີມສະຫລອງ 1000 ປີແຫ່ງທັງລອງ - ຮ່າໂນ້ຍ, ມີປູຊະນີຍະສະຖານປະຫວັດສາດສຳຄັນຫລາຍແຫ່ງໃນເຂດປູຊະນີຍະສະຖານ ພະລາຊະວັງ ທັງລອງ ໄດ້ຮັບການຄົ້ນພົບ. ສິ່ງດັ່ງກ່າວພິສູດໃຫ້ເຫັນວ່າ ທັງລອງ - ຮ່າໂນ້ຍ ແມ່ນສູນກາງຂອງບັນດາສະໄຫມສັກດີນາ. ດຣ ຫງວຽນວັນເຊີນ, ຜູ້ອຳນວຍການສູນປູຊະນີຍະສະຖານ ພະລາຊະວັງ ທັງລອງ ໃຫ້ຮູ້ວ່າ:
“ທັງລອງ ໄດ້ຜ່ານຜ່າໄລຍະປະຫວັດສາດແຫ່ງການພັດທະນາເກືອບ 1.300 ປີ ຈາກສະໄຫມ ກາວບຽນ, ຕະຫລອດຮອດສະໄຫມ ລີ, ເຈີນ, ເລ, ໝາກ ແລະ ສ່ວນຫນຶ່ງຂອງສະໄຫມລາຊະວົງ ຫງວຽນກໍ່ຄືຜ່ານຜ່າຊຸມປີທີ່ຖືກພວມລ່າເມືອງຂຶ້ນ ຝລ່ັງ ຮຸກຮານ. ເປັນອັນວ່າ ປະຫວັດສາດແຫ່ງການພັດທະນາຂອງ ເມືອງຫລວງ ທັງລອງ ແມ່ນກວ່າ 1000 ປີຢ່າງລຽນຕິດ, ໃນນັ້ນ ເກືອບ 1000 ປີແມ່ນເມືອງຫລວງຂອງປະເທດ ດ້າຍຫວຽດ ແລະ ປະຈຸບັນ ແມ່ນນະຄອນຫລວງ ຂອງປະເທດ ສສ ຫວຽດນາມ.”
ນະຄອນຫລວງຮ່າໂນ້ຍ
|
ໃນຕະຫລອດສະໄຫມສັກດີນາ ຈາກສະໄຫມລາດຊະວົງ ເລ, ລີ, ໝາກ, ເມືອງຫຼວງ ທັງລອງ ແມ່ນສະຖານທີ່ຄ້າຂາຍສິນຄ້າ, ແມ່ນສູນວັດທະນະທຳ, ການສຶກສາ ຂອງທັງພາກເຫນືອຫວຽດນາມ. ປີ 1902, ຮ່າໂນ້ຍ ໄດ້ກາຍເປັນນະຄອນຫລວງຂອງສະຫະພັນ ອິນດູຈີນ ໂດຍຊາວຝລ່ັງ ສ້າງຂຶ້ນ. ຮ່າໂນ້ຍ ໄດ້ຮັບການປົດປ່ອຍຈາກແອກຄອບຄອງຂອງພວກລ່າເມືອງຂຶ້ນ ຝລັ່ງເມື່ອ ປີ 1954 ຢ່າງສິ້ນເຊິງ ແລະ ກາຍເປັນນະຄອນຫລວງຂອງປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ. ປະຈຸບັນ ແມ່ນນະຄອນຫລວງຂອງປະເທດ ສສ ຫວຽດນາມ. ໃນພາລະກິດປ່ຽນແປງໃຫມ່ໃນປະຈຸບັນ, ຮ່າໂນ້ຍພວມມີການປ່ຽນແປງໃນແຕ່ລະມື້, ມູ່ງໄປເຖິງຕົວເມືອງທັນສະໄຫມ, ສີວິໄລ ແລະ ມີຄວາມຜາສຸກ. ເຫດການທີ່ມີຄວາມໝາຍສຳຄັນຍິ່ງໃນ ພາລະກິດແຫ່ງການພັດທະນາຂອງນະຄອນຫລວງ, ນັ້ນແມ່ນ ວັນທີ 1/8/2010, ມະຕິຕົກລົງຂອງ ສະພາແຫ່ງຊາດ ກ່ຽວກັບການເປີດກວ້າງເຂດປົກຄອງຂອງນະຄອນຫລວງ ຮ່າໂນ້ຍ ມີຜົນສັກສິດຢ່າງເປັນທາງການ. ຕາມນັ້ນແລ້ວ, ເນື້ອທີ່ຂອງຮ່າໂນ້ຍ ລວມເອົາເນື້ອທີ່ສ່ວນຫນຶ່ງຂອງແຂວງ ຫວີງຟຸກ, ທັງແຂວງ ຮ່າໄຕ ແລະ ສ່ວນຫນຶ່ງຂອງແຂວງ ຮ່ວາບີງ. ປະຈຸບັນ ຮ່າໂນ້ຍ ມີເນື້ອທີ່ກວ່າ 3.300 ກິໂລຕາລາງແມັດ, ກວ້າງທົບ 3,6 ເທົ່າເມື່ອທຽບໃສ່ກ່ອນນີ້. ເລື່ອງດັດປັບ ແລະ ເປີດກວ້າງເຂດປົກຄອງນະຄອນຫລວງຄັ້ງນີ້ ມີຂອບຂະຫນາດ ແລະ ມີຄວາມໝາຍທີ່ສຸດ, ຮັບປະກັນໃຫ້ ຮ່າໂນ້ຍ ພັດທະນາໃນໄລຍະຕໍ່ຫນ້າກໍຄືຍາວນານ. ກ່າວຄຳເຫັນຕໍ່ການນຳນະຄອນຫລວງ ຮ່າໂນ້ຍ ໃນໂອກາດປະກາດແຜນຜັງເປີດກວ້າງເຂດປົກຄອງນະຄອນຫລວງ ຮອດປີ 2030 ແລະ ວິໄສທັດ ຮອດປີ 2050, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈ້ງວ່າ:
“ນະຄອນຫລວງມີເນື້ອທີ່ກວ່າ 3000 ກິໂລຕາລາງແມັດ ແມ່ນນະຄອນຫລວງມີໃຫຍ່ໃນໂລກ ແລະ ຈຸດປະສົງຂອງການວາງແຜນຜັງນະຄອນຫລວງແມ່ນເພື່ອເປີດກວ້າງເນື້ອທີ່ດິນພັດທະນາ. ໃນການວາງແຜນຜັງ, ຂົງເຂດເສດຖະກິດ, ວັດທະ ນະທຳ ຕ້ອງປະຕິບັດຢ່າງລະອຽດ, ຕ້ອງຄິດໄລ່ເຖິງປັດໄຈພັດທະນາ. ການວາງແຜນຜັງເປີດກວ້າງນະຄອນຫລວງ ແມ່ນບາດກ້າວຍາວນານ. ຮ່າໂນ້ຍ ເປີດກວ້າງ ແມ່ນນະຄອນຫລວງຂອງປະເທດຊາດໃນອະນາຄົດດ້ວຍພົນລະເມືອງ 120 ລ້ານຄົນ, ນະຄອນຫລວງຂອງປະເທດແຫ່ງສີວິໄລ, ທັນສະໄຫມ, ຫັນເປັນອຸດສາຫະກຳ ແລະ ທັນສະໄຫມ.”
ດ້ວຍການວາງແຜນຜັງນະຄອນຫລວງ, ຄວາມໄຝ່ຝັນກ່ຽວກັບນະຄອນທີ່ສວຍງາມຢູ່ແຄມແມ່ນ້ຳແດງ ພວມ ແລະ ຈະປະກົດຜົນເປັນຈິງ. ນະຄອນຫລວງ ຍັງຄົງສືບຕໍ່ສືບທອດບັນດາຄຸນຄ່າວິທະຍາສາດ, ສິລະປະ, ປະຫວັດຄວາມເປັນມາ ແລະ ພັດທະນາຂອງຕົວເມືອງຫວຽດນາມ ແລະ ຍາມໃດກໍຕິດພັນກັບສະພາບແວດລ້ອມແຫ່ງການດຳລົງຊີວິດຂອງປະຊາຊົນ ແລະ ທັດສະນີຍະພາບທຳມະຊາດ.