ໂດຍແມ່ນແຂວງແຄມທະເລທີ່ຂຶ້ນກັບເຂດທົ່ງພຽງແມ່ນ້ຳແດງ, ທ້າຍບີງມີດ້ານໜຶ່ງຕິດກັບທະເລ, ສ່ວນ 3 ດ້ານຍັງເຫຼືອຖືກໂອບອ້ອມດ້ວຍ 3 ລຳແມ່ນ້ຳໃຫຍ່ເຊັ່ນ: ແມ່ນ້ຳຮ້ວາ, ແມ່ນ້ຳຫຼວກ ແລະ ແມ່ນນ້ຳແດງ. ເພາະສະນັ້ນ, ທ້າຍບີງຖືກທຳມະຊາດດົນບັນດານດ້ວຍບັນດາຫາດຊາຍທະເລທີ່ສວຍສົດງົດງາມ, ບັນດາທົ່ງນາ, ຕົ້ນໄມ້ໃບຫຍ້າຂຽວອຸ່ມທຸ່ມ. ບໍ່ພຽງແຕ່ແມ່ນອູ່ໃຫ້ກຳເນີດສິລະປະຂັບແຈວເທົ່ານັ້ນ, ທ້າຍບີງຍັງມີຄວາມເອກອ້າງທະນົງໃຈຍ້ອນແມ່ນດິນແດນທີ່ມີລະບົບວັດວາອາຮາມ, ພະວິຫານ, ສາລາທີ່ອຸດົມສົມບູນ ພ້ອມກັບບັນດາເຍື່ອງອາຫານພິເສດຂອງທ້ອງຖິ່ນ. ມາຢ້ຽມຢາມຢູ່ແຂວງ ທ້າຍບີງ, ແຂກທ່ອງທ່ຽວຕ່າງກໍປະຫຼາດໃຈຕໍ່ໜ້າທິວທັດທຳມະຊາດ ແລະ ຄວາມເປັນມະນຸດຂອງເຂດບ້ານນາ ຊຶ່ງໄດ້ຮັບຖືວ່າ ແມ່ນອູ່ເຂົ້າຂອງ ເຂດທົ່ງພຽງແມ່ນ້ຳແດງ.
ທ້າຍບີງ-ເຂດບ້ານນາທີ່ລຽບງ່າຍ ແລະສະຫງົບສຸກ |
ຈາກຮ່າໂນ້ຍຜ່ານໄລຍະທາງປະມານກ່ວາ 100 ກມ, ຂີ່ລົດໂອໂຕປະມານ 2 ຊົ່ວໂມງ, ແຂກທ່ອງທ່ຽວກໍຈະຮອດນະຄອນ ທ້າຍບີງ. ມາທ່ອງທ່ຽວຢູ່ ທ້າຍບີງ, ແຂກທ່ອງທ່ຽວຈະມີໂອກາດໄດ້ຄົ້ນຫາຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳແດງ ທີ່ທຳການຜະລິດກະສີກຳເປັນຕົ້ນຕໍ ເພື່ອຈະໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດແບບລຽບງ່າຍຢູ່ເຂດບ້ານນາ. ອ້າຍຫງວຽນວັນນາມ ຊາວທ້າຍບິງ ແບ່ງປັນວ່າ :
“ ມາທ້າຍບີງ, ແຂກທ່ອງທ່ຽວບໍ່ເຄີຍເຫັນບັນດາ Resort , ບັນດາລົດເກັ່ງທີ່ມີລາຄາແພງຫຼືຮ້ານອາຫານ, ໂຮງແຮງ 4, 5 ດາວ, ບັນດາສູນທ່ອງທ່ຽວໃຫຍ່ ແທນທີ່ແມ່ນທິວທັດຢູ່ 2 ຟາກທາງດ້ວຍທົ່ງໄຮ່ທົ່ງນາຂຽວອຸ່ມທຸ່ມ, ບັນດາເຮືອນພັກທຳມະດາໃນທ່າມກາງບັນຍາກາດທີ່ສະຫງົບສຸກ. ມັນແຕກຕ່າງກັບຄວາມຟົດຟື້ນເນື່ອງນັນຢູ່ບັນດາເຂດຕົວເມືອງໃຫຍ່. ”
ຈາກນະຄອນທ້າຍບີງ, ມຸ່ງໜ້າສູ່ເມືອງດົງຮຶງ ປະມານ 10 ກມ, ແຂກທ່ອງທ່ຽວກໍຈະໄປຮອດກຸ່ມບ້ານວັດທະນະທຳທີ່ລື່ຊື່ຂອງແຂວງທ້າຍບີງ, ໃນນັ້ນ ມີບ້ານຄ໋ວກ, ບ້ານດົງ ແລະ ບ້ານຫງວຽນ.
ເຂົ້າໄປໝູ່ບ້ານດົງ, ແຂກທ່ອງທ່ຽວຈະເຫັນປະຈັກຕາຊາວກະສີກອນ ຜູ້ບັນຊາຕົວລະຄອນຕຸກກະຕາຢ່າງຄ່ອງແຄ້ວ. ບັນດານັກສິລະປະການໃນໝູ່ບ້ານດົງບໍ່ພຽງແຕ່ຮູ້ຟ້ອນເທົ່ານັ້ນ, ຫາກຍັງສາມາດແກະ, ຄວັດສະຫຼັກຮູບປັ້ນ ແລະ ຕົວລະຄອນຕຸກກະຕາອີກດ້ວຍ. ມາຢ້ຽມຢາມບ້ານດົງ, ແຂກທ່ອງທ່ຽວຍັງຈະໄດ້ຢ້ຽມຊົມການສະແດງລະຄອນຕຸກກາຕາໃນທ່າງກາງສຽງຂັບແຈ່ວອີກດ້ວຍ.
ເມື່ອເຂົ້າໄປຕາແສງຟອງເຈົາ, ເມືອງ ດົງຮຶງ, ແຂກທ່ອງທ່ຽວຍັງຈະໄດ້ຮັບຊົມການສະແດງລະຄອນແຈ່ວຂອງບັນດານັກສິລະປີນໃນໝູ່ບ້ານຄ໋ວກ. ລຸງບຸຍວັນຣໍ ຊາວບ້ານຄ໋ວກ ເປີດເຜີຍວ່າ :
“ ຢູ່ຫວຽດນາມມີ 2 ແຂວງມີສິລະປະຂັບແຈວ ນັ້ນແມ່ນ ນີງບີງ ແລະ ທ້າຍບີງ. ບັນດານັກສິລະປີນທ້າຍບີງ ຍັງສາມາດຮັກສາໄດ້ 28 ທຳນອງເພງແຈ່ວທີ່ເປັນເອກະລັກສະເພາະ ຊຶ່ງຍັງບໍ່ທັນໄດ້ຮັບການສະແດງຢ່າງແຜ່ຫຼາຍ ແລະ ມີພຽງຊາວບ້ານຄ໋ວກສາມາດຂັບເປັນເທົ່ານັ້ນ. ອາຊີບນີ້ ຢູ່ທ້ອງຖິ່ນ ບໍ່ແມ່ນອາຊີບເພື່ອຫາເງິນລ້ຽງຊີບ, ແຕ່ບັນພະບູລຸດມອບໝາຍໃຫ້ເຮົາຮັກສາໄວ້, ດັ່ງນັ້ນເຮົາຕ້ອງມີຄວາມຮັບຜິດຊອບກັບອາຊີບ ”
ມາຢ້ຽມຢາມທ້າຍບີງ, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ສະຫງົບສຸກຢູ່ຕາມຫາດຊາຍທະເລທີ່ຍາວຢຽດສຸດສາຍຕາ. ກ່ອນໜ້ານີ້, ຂະແໜງທ່ອງທ່ຽວທະເລຢູ່ທ້າຍບີງ ພຽງແຕ່ຂຸດຄົ້ນການເຄື່ອນໄຫວຢູ່ຫາດຊາຍທະເລດົງເຈົາໃນເມືອງຕຽນຫາຍເທົ່ານັ້ນ, ແຕ່ໃນປະຈຸບັນ, ທ້າຍບີງຍັງມີ 2 ຫາດຊາຍທະເລໃໝ່ ທີ່ສວຍສົດງົດງາມ ແລະ ດູດື່ມ. ນັ້ນແມ່ນເຂດທ່ອງທ່ຽວທຳມະຊາດທະເລ ກົນແວ່ງ, ແລະ ເຂດທ່ອງທ່ຽວທຳມະຊາດທະເລ ກົນແດນ. ອ້າຍວູ້ດັງທຽນຫຼີ, ຜູ້ນຳທ່ຽວຊາວທ້າຍບີງ ໃຫ້ຮູ້ວ່າ :
“ ມາຢ້ຽມຢາມທ້າຍບີງ, ບັນດາເພື່ອນຈະໄດ້ຟັງສຽງຂຸ່ຍວ່າວດັ່ງວີໆຢູ່ຕາມທົ່ງນາທີ່ກ້ວາງໃຫຍ່, ຝູງນົກຍ່າງບິນເຈີດໄປເຈີດມາ. ຢູ່ທະເລກົນແດນ, ແຂກທ່ອງທ່ຽວຈະເຫັນໄດ້ເຖິງລັກສະນະເພີ່ນຈິດ, ເພາະຢູ່ແຫ່ງນີ້ ແຂກທ່ອງທ່ຽວທັງຫຼາຍຈະບໍ່ຖືກລົບກວນ. ເປັນໜ້າປະທັບໃຈທີ່ສຸດ ແມ່ນຍາມດວງຕາວັນອອກ ”
ທ້າຍບີງແມ່ນແຂວງເຂດທົ່ງພຽງແມ່ນ້ຳແດງ, ມີຄວາມລຽບງ່າຍ, ຊາວທ້ອງຖິ່ນມີຈິດໃຈຮັກແພງແຂກ. ຍ້ອນຄວາມລຽບງ່າຍ ແລະ ນິດໄສຂອງຊາວທ້ອງຖິ່ນນີ້ເອງ ກໍແມ່ນຄວາມເປັນເອກະລັກສະເພາະ ແລະ ຄວາມມີສະເໜ່ຂອງແຫ່ງໃຫ້ກຳເນີດສິລະປະຂັບແຈ່ວ.