ນັກທຸລະກິດຍິງຜູ້ສຸດຈິດສຸດໃຈກັບການຜະລິດເຄື່ອງເຄືອບດິນເຜົາ

(vovworld) “ໂດຍແມ່ນຄົນລຽບງ່າຍໃນຊີວິດກນເປັນຢູ ແຕ່ພັດມີ ຄວາມຂະຫຍັນຂັນເຂື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ແລະ ມີ​ຄວາມ ສະດຸ້ງໄວ ໃນການດຳເນີນທຸລະກິດ” ນັ້ນແມ່ນຂໍ້ສັງເກດຂອງ ຫຼາຍຄົນທີ່ສະຫງວນ ໃຫ້ແກ່ທ່ານນາງ Ha Thi Vinh, ຜູ້ອຳນວຍການບໍລິສັດ Quang Vinh ຈຳກັດ, ຢູ່ຕາແສງບາດຈ່າງ, ເມືອງຢາເລິມ, ນະຄອນຮ່າໂນ້ຍ. ທ່ານນາງແມ່ນຜູ້ທີ່ຍາມໃດກໍ່ຄິດເຖິງເລື່ອງປັບປຸງດ້ານເຕັກນິກ, ຍົກສູງຄຸນ ນະພາບຜະລິດຕະພັນເຄື່ອງເຄືອບດິນເຜົາ. ມາຮອດປະຈຸບັນ, ຜະລິດຕະ ພັນເຄື່ອງເຄືອບດິນເຜົາຂອງບາດຈ່າງ ໄດ້ມີໜ້າຢູ່ຫຼາຍປະເທດໃນໂລກ ແລະ ມີທີ່ຕັ້ງໃນຕະຫຼາດ.

ນັກທຸລະກິດຍິງຜູ້ສຸດຈິດສຸດໃຈກັບການຜະລິດເຄື່ອງເຄືອບດິນເຜົາ - ảnh 1

ນັກທຸລະກິດ Ha Thi Vinh
(ພາບ: HM)

ໂດຍ​ໄດ້​ຮັບ​ການ​ກຳ​ເນີ​ດ ​ແລະ ​ເຕີບ​ໃຫຍ່​ຢູ່​ເຂດ​ໝູ່​ບ້ານ​ທີ່​ມີ​ມູນ​ເຊື້ອ​ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ​ມາ​ເປັນ​ເວລາ​ກວ່າ 600 ປີ​, ດັ່ງ​ນັ້ນ, ອາຊີບນີ້​ຈຶ່ງ​ຊືມ​ເລິກ​ໃນ​​ເລືອດ​ເນື້ອ​ຂອງ​ພວກ​ເດັກນ້ອຍ​ໃນ​ໝູ່​ບ້ານ​ຄື​ທ່ານ​ນາງ Ha Thi Vinh. ປີ 1989, ທ່ານ​ນາງ​ຕົກລົງ​ພັກ​ການ​ຢູ່​ໂຮງງານ​ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາບາດ​ຈ່າງ ​ແລ້ວ​ກັບ​ມາ​ສ້າງ​ຕັ້ງ​ໜ່ວຍ​ຜະ​ລິດ​ເຄື່ອງ​ເຄືອບ​ດິນ​ເຜົາ​ສົ່ງ​ອອກ My Hanh ດ້ວຍ​ຈຳນວນ​ທຶນ​ໃນ​ເບື້ອງ​ຕົ້ນ​ພຽງ​ແຕ່​ພໍ​ຊື້​ລົດ​ຖີບຄັນ​ໜຶ່ງ​​ໃນ​ເວລາ​ນັ້ນ​ໄດ້ເທົ່າ​ນັ້ນ. ​ໃນ​ເບື້ອງ​ຕົ້ນ, ທ່ານ​ນາງ​ໄດ້​ກຳນົດຍຸດ​ທະ​ສາດ​ດຳ​ເນີນ​ທຸລະ​ກິດ​ແມ່ນ​ສຸມ​ໃສ່​ການ​ຜະລິດ​ເພື່ອ​ສົ່ງ​ອອກ​ຕະຫຼາດ​ຕ່າງປະ​ເທດ. ​ແຕ່​ເວລາ​ນັ້ນ, ​​ເຄື່ອງໝາຍ​ການ​ຄ້າ​ຂອງ​ບໍລິສັດບໍ່​ທັນ​​ໄດ້​ຮັບ​ການຢັ້ງຢືນ, ທ່ານ​ນາງຈຶ່ງ​ຕ້ອງ​​ໄປ​ໂຄສະນາ​ຜະລິດ​ຕະພັນ​ຂອງ​ຕົນ​​ໃນ​ບໍລິສັດ​ຂາ​ອອກ​ຂາ​ເຂົ້າ​ຫຼາຍ​ແຫ່ງ​ຢູ່​ຮ່າ​ໂນ້ຍ ​ແຕ່​ກໍ່​ບໍ່​ມີ​ບໍລິສັດ​ໃດ​ສັ່ງ​ຊີ້​ສິນຄ້າ​​ເທື່ອ.

”​ເວລານັ້ນຂ້າພະເຈົ້າຕົກລົງເຂົ້ານະຄອນໂຮ່ຈີມິນເພື່ອຊອກຫາລູກຄ້າ, ທຳອິດແມ່ນລູກຄ້າອີຕາລີ. ​ໃນວິວັດການຜະລິດເຄື່ອງເຄືອບດິນເຜົາຕາມໃບສັ່ງຊື້ສິນຄ້ານີ້, ພວກຂ້າພະເຈົ້າໄດ້ເຊີນບັນດາບໍລິສັດຢູ່ພາກເໜືອມາຊົມ ​​ແລະຢັ້ງຢືນກຳລັງຄວາມສາມາດຂອງພວກຂ້າພະເຈົ້າ. ດັ່ງນັ້ນ, ຖັດຈາກໃບສັ່ງຊື້ສິນຄ້ານີ້, ບໍລິສັດຂາອອກຂາເຂົ້າຈຳນວນໜຶ່ງຢູ່ຮ່າໂນ້ຍ ກໍ່ສືບຕໍ່ສັ່ງຊື້ສິນຄ້າຂອງພວກເຮົາ. ນີ້ແມ່ນກາລະໂອກາດທຳອິດ​​ເພື່ອໃຫ້ໜ່ວຍປະສົມຜະລິດເຄື່ອງເຄືອບດິນເຜົາ My Hanh ພັດທະນາເປັນປົກກະຕິແລະ ຮັບປະກັນວຽກເຮັດງານທຳ

ນັກທຸລະກິດຍິງຜູ້ສຸດຈິດສຸດໃຈກັບການຜະລິດເຄື່ອງເຄືອບດິນເຜົາ - ảnh 2

ນັກທຸລະກິດ Ha Thi Vinh ແນະນຳຄວາມງາມ

ຂອງຜະລິດຕະພັນເຄື່ອງປັ້ນດິນເຜົາ Quang Vinh
(ພາບ: HM)

​ໃນ​ເບື້ອງ​ຕົ້ນໜ່ວຍ​ປະສົມຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ My Hanh ມີ​ຜູ້​ອອກ​ແຮງ​ງານພຽງ 6 ​ຄົນ ​ເທົ່າ​ນັ້ນ, ປະຈຸ​ບັນ, ​ໄດ້​ກາຍ​ເປັນ​ບໍລິສັດ​ເຄື່ອງ​ເຄືອບ​ດິນ​ເຜົ່າ Quang Vinh ຈຳກັດ ດ້ວຍ​ຈຳນວນຜູ້​ອອກ​ແຮງ​ງານ​ເກືອບ 400 ຄົນ. ກ່ອນ​ນີ້​, ​ຜະລິດ​ຕະພັນ​ຖືກ​ເຜົາ​ດ້ວຍ​ຖ່ານ, ຟືນ, ​ໄດ້​ກໍ່​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຢ່າງ​ໜັກໜ່ວງ. ທ່ານ​ນາງ Ha Thi Vinh ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ນຳ​ເຂົ້າ​ເຕົາ​ເຜົາ​ດ້ວຍ​ແກ​ດ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຜະລິດ​ຢູ່​ບາດ​ຈ່າງ. ຈາກ​ນັ້ນ​ໄດ້​ປຸກລຸກ​ຂະ​ບວນການ​ນຳ​ໃຊ້​ເຕົາ​ເຜົາ​ດ້ວຍ​ແກ​ດ, ສ້າງ​ບາດ​ລ້ຽງ​ໃໝ່​ໃຫ້​ແກ່​ເຕັກ​ໂນ​ໂລ​ຢີຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ​ຢູ່​ບາດ​ຈ່າງ. ທ່ານ​ນາງ​ກໍ່​ແມ່ນ​ຜູ້ນຳ​ໜ້າ​ໃນ​ການ​ສົ່ງ​ອອກ​​ເຄື່ອງ​ເຄືອບ​ດິນ​ເຜົາ​ໄປ​ຍັງ​ຕະຫຼາດ​ອາ​ເມ​ລິ​ກາ. ການ​ສ້າງ​ຕັ້ງ​ຂອງ​ບໍລິສັດ Quang Vinh ຖືກ​ຖື​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ຮັກສາ​ສີສັນ​ສະ​ເພາະ​ຂອງ​ເຄື່ອງ​ເຄືອບ​ດິນ​ເຜົາ​ບາດ​ຈ່າງ, ທັງ​ສົມທົບ​ລະຫວ່າງ​ແບບ​ວິທີ​ເດີມກັບ​ວິທີທັນ​ສະ​ໄໝ, ທັງ​ມີ​ລັກສະນະ​ປະດິດ​ສ້າງ​ສະ​ເພາະ​ທີ່​ເໝາະ​ສົມ​ກັບ​ຍຸກ​ສະ​ໄໝ, ​ນີ້​ກໍ່ແມ່ນ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ວັດທະນະທຳ​ຮ່າ​ໂນ້ຍ. ທ່ານ Le Xuan Pho, ປະທານ​ສະມາຄົມໝູ່​ບ້ານ​ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ​ບາດ​ຈ່າງ, ​ໃຫ້​ຮູ້​ວ່າ:

ທ່ານນາງ Vinh ​ແມ່ນໜຶ່ງໃນບັນດາຜູ້ທີ່ໄດ້ສ້າງຄວາມສະຫງ່າອົງອາດໃຫ້ແກ່ບາດຈ່າງເພື່ອໃຫ້ທົ່ວໂລກ ນັບແຕ່ອາເມລິກາ, ​ເອີລົບ, ອົດສະຕາລີ ຕະຫຼອດຮອດ ຍີ່ປຸ່ນຮູ້ຈັກເຖິງບາດຈ່າງ”.

ນັກທຸລະກິດຍິງຜູ້ສຸດຈິດສຸດໃຈກັບການຜະລິດເຄື່ອງເຄືອບດິນເຜົາ - ảnh 3

"ພົນລະເມືອງດີເດັ່ນນະຄອນຫຼວງປີ " Hà Thị Vinh.

(ພາບ: laodong)

ບໍ່​ພຽງ​ແຕ່​ສຸມ​ໃສ່​ພັດທະນາ​ຮາກ​ຖານ​ການ​ຜະລິດ, ນຳ​ເຄື່ອງໝາຍ​ເຄື່ອງ​ເຄືອບ​ດິນ​ເຜົາ​ບາດ​ຈ່າງ​ອອກ​ສູ່​ຕະຫຼາດ​ໂລກ​ເທົ່າ​ນັ້ນ, ຫາກຍາມ​ໃດ​ທ່ານ​ນາງກໍ່​ພະຍາຍາມ​ຮັກສາ ​ແລະ ຖ່າຍ​ທອດ​ສິ່ງ​ທີ່​ຍອດ​ຢ້ຽມ​ຂອງ​ອາຊີບໃຫ້​ແກ່ລຸ້ນຫຼັງ. ຍ້ອນ​ເຫດ​ນັ້ນ, ທ່ານ​ນາງ​ໄດ້​ພ້ອມ​ກັບ​ພີ່ນ້ອງ​ໃນ​ຄອບຄົວ​ກໍ່ສ້າງ​ບໍລິສັດ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ. ທ່ານ Le Van Loi, ຫົວໜ້າ​ຄະນະ​ຜູ້​ຕາງ​ໜ້າ​ວັດທະນະ​ທຳໝູ່​ບ້ານ​ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ​ບາດ​ຈ່າງ, ​ໃຫ້​ຮູ້​ວ່າ:

​”ເອື້ອຍ Vinh ​ແມ່ນ​ຜູ້​ສຸດ​ຈິດ​ສຸດ​ໃຈ​ກັບ​ໝູ່​ບ້ານ​ອາຊີບ​ທີ່​ສຸດ, ​ເອື້ອຍ​ແມ່ນ​ຜູ້​ມີ​ແນວ​ຄວາມ​ຄິດ​ຂຽນ​ປື້​ມປະຫວັດ​ຄວາມ​ເປັນ​ມາ​ຂອງ​ໝູ່​ບ້ານ​ບາດ​ຈ່າງ, ​ໃນ​ນັ້ນ​​ເວົ້າ​ເຖິງ​ຊີວິດ​ການ​ເປັນ​ຢູ່, ຮີດຄອງ​ປະ​ເພນີ, ງານ​ບຸນ, ອາຊີບ​ຫັດຖະກຳ​ທີ່​ມີ​ມາ​ກ່ອນ​ນີ້​ນັບ​ຮ້ອຍ​ປີ. ຂ້າພະ​ເຈົ້າ​ເຫັນ​ວ່າ​ປື້​ມປະຫວັດ​ນີ້​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ​ເພື່ອ​ຕັກ​ເຕືອນ​ໃຫ້​ລູກ​ຫຼານເຂົ້າ​ໃຈ ​ແລະ ຄິດ​ຮອດ​ຄິດ​ເຖິງ​ໝູ່​ບ້ານ. ​ເຖິງ​ວ່າ​ຈະ​ຢູ່​​ໃກ້​ຫຼື​ຢູ່​ໄກ, ​ເມື່ອ​ມີ​ປື້​ມຫົວ​ນີ້, ​ເຂົາ​ເຈົ້າ​ລ້ວນ​ແຕ່​ເຂົ້າ​ໃຈ​ໝົດ​ກ່ຽວ​ກັບປະຫວັດ​ຄວາມ​ເປັນມາ​ຂອງ​ໝູ່​ບ້ານ​ນັບ​ແຕ່​ບູຮານ​ນະ​ການ​ມາ​ຮອດ​ປະຈຸ​ບັນ”.

ປະຈຸ​ບັນ, 80% ຈຳນວນ​ຜະລິດ​ຕະພັນ​ຂອງ​ບໍລິສັດ Quang Vinh ​ແມ່ນ​ໄດ້​ສົ່ງ​ອອກ​ໃຫ້​ບັນດາ​ລູກ​ຄ້າ​ລາຍ​ໃຫຍ່​ຄື​ອາ​ເມ​ລິ​ກາ, ຍີ່ປຸ່ນ, ບັນດາ​ປະ​ເທດ​ເອີ​ລົບ… ​ເຖິງ​ວ່າ​ເຄື່ອງ​ເຄືອບ​ດິນ​ເຜົາ​ຂອງ​ບໍລິສັດ Quang Vinh ​ໄດ້​ມີໜ້າ​ຢູ່​ຫຼາຍ​ປະ​ເທດ​ແລ້ວ​ກໍ່ຕາມ, ​ແຕ່​ທ່ານ​ນາງ Vinh ພັດ​ບໍ່ພໍ​ໃຈ​ກັບ​ຜົນງານ​ດັ່ງກ່າວ​ເທື່ອ, ຍາມ​ໃດ​ທ່ານນາງ​ກໍ່​ພະຍາຍາມ​ຊອກ​ຫາ​ເຕັກ​ໂນ​ໂລ​ຢີ​ໃໝ່, ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ. ສຳລັບ​ນັກທຸລະກິດ​ຍິງ Ha Thi Vinh ​ແລ້ວ, ຜະລິດ​ຕະພັນ​ແຕ່​ລະ​ອັນ​ລ້ວນ​ແຕ່​ແມ່ນ​ຜະລິດ​ຕະພັນ​ສິລະ​ປະ, ​ແມ່ນ​ແຫ່ງ​ເພື່ອ​ໃຫ້​ກຳມະກອນ​ພັດທະນາ ດ້ວຍ​ຫົວຄິດ​ປະດິດ​ສ້າງ​ທີ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ