ຢາວຫາຍ ແມ່ນໜຶ່ງໃນບັນດາຕາແສງທີ່ຂຶ້ບກັບເຂດເຊື່ອມຕໍ່ຂອງເຂດນິເວດທຳມະຊາດ ທາງທິດໃຕ້ຂອງເຂດທົ່ງພຽງແມ່ນ້ຳແດງ, ຊຶ່ງແມ່ນປະຕູເຂົ້າສູ່ເຂດປ່າສະຫງວນແຫ່ງຊາດຊວນຖີມ ແຂວງ ນາມດິ້ງ. ຢາວຫາຍມີເງື່ອນໄຂທຳມະຊາດຫຼາຍຢ່າງ ແລະ ມີຈຸດວັດທະນະທຳທີ່ເປັນເອກະລັກຂອງເຂດປາກແມ່ນ້ຳ-ແຄມທະເລ. ໃນນັ້ນ, ຕະຫຼາດຂາຍປາ ຢາວຫາຍ ບໍ່ພຽງແຕ່ແມ່ນຕະຫຼາດແລກປ່ຽນຊື້ຂາຍສິນທະເລເທົ່ານັ້ນ, ຕະຫຼາດຂາຍປາແຫ່ງນີ້ ຍັງມີທັດສະນີຍະພາບທີ່ຈັບໃຈ ແລະ ເປັນເອກະລັກຂອງວັດທະນະທຳຕະຫຼາດເຂດທະເລອີກດ້ວຍ.
ບັນຍາກາດຊື້ຂາຍສິນໃນນ້ຳຢູ່ຕະຫຼາດຢາວຫາຍ |
ເວລາ 5 ໂມງເຊົ້າ, ຢູ່ໃນເຮືອນຫຼັງໜຶ່ງທີ່ມີອາຍຸກ່ວາ 50 ປີ ຂະນະທີ່ພວມເຫງົານອນ, ອ້າຍຈີ້ງວັນເຫົ້າ ຜູ້ເຮັດວຽກງານທ່ອງທ່ຽວເຂດຊຸມຊົນໃນທ້ອງຖິ່ນ ໄດ້ໄປເຄາະປະຕູ ແລະ ແນະນຳກ່ຽວກັບການກະກຽມເຄື່ອງຂອງຈຳເປັນເພື່ອໄປຢ້ຽມຊົມຕະຫຼາດຂາຍປາ ຢາວຫາຍ
ນ້ຳໝອກກີ້ວປົກຄຸມໄປທົ່ວຂອບຟ້າ, ລົມໜາວຄ່ອຍໆພັດມາ, ບົນເສັ້ນທາງຈາກເຮືອນເກົ່າແກ່ໄປຍັງຕະຫຼາດຂາຍປາ ຢາວຫາຍ, ຢູ່ 2 ຟາກທາງແມ່ນເນື້ອທີ່ຫຍ້າອ່ອນຂຽວອຸ່ມທຸ່ມ. ເບື້ອງໜຶ່ງແມ່ນທາງ ແລະ ອີກເບື້ອງໜຶ່ງແມ່ນແມ່ນ້ຳ, ເສັ້ນທາງມີບາງຕອນຊື່ຖັດ ແຕ່ກໍຍັງມີຕອນຄົດໂຄ້ງ. ບຶດດຽວກໍຈະຮອດຄັນຄູທະເລຢາວຖີ ໃນຕາແສງຢາວຫາຍ. ອ້າຍຈິ້ງວັນເຫົ້າ ເປີດເຜີຍວ່າ :
“ ເວລາ 5 ໂມງເຊົ້າ, ຊຶ່ງແມ່ນຍາມຂ້ອນແຈ້ງ, ເຮືອ, ກຳປັ່ນແລ່ນໄປມາເຂົ້າອອກທ່າເຮືອຢ່າງໜາແໜ້ນ. ເວລານີ້ຖ້າຫາກແຂກທ່ອງທ່ຽວມາຮອດ, ກໍຈະເຫັນປະຈັກຕາບັນຍາກາດຊື້ຂາຍຢ່າງຄຶກຄື້ນຢູ່ທີ່ນີ້ ”
ບົນຄັນຄູຍາວຢຽດ, ຖ້າຫາກຫຼຽວເບິ່ງຈາກໄກ ກໍເຫັນບັນຍາກາດຊື້ຂາຍແລກປ່ຽນສິນຄ້າຂອງພວກພໍ່ຄ້າຊາວຂາຍຢູ່ທ່າເຮືອຢ່າງຟົດຟື້ນ. ບັນດາເຮືອຫາປາໄດ້ທອດສະໝໍ ເພື່ອຢຸດເຄື່ອນໄຫວພາຍຫຼັງອອກໄປຫາປາໝົດຄືນ. ພວກຊາວປະມົງທີ່ອອກແຮງງານດ້ວຍຄວາມອິດເມື່ອຍເພື່ອຈັບຫາສິນໃນນ້ຳໃນຄືນວານນີ້ ກໍໄດ້ພາກັນນອນລັບ ພາຍຫຼັງທີ່ໄດ້ມອບສິນທະເລໃຫ້ຍາດພີນ້ອງເອົາໄປຈຳໜ່າຍຢູ່ທ້ອງຕະຫຼາດ
ບັນຍາກາດຜູ້ຊື້ຄົນຂາຍແມ່ນຄຶກຄື້ນແທ້. ຢູ່ນີ້ສິນທະເລຖືກຂາຍດ້ວຍລາຄາປົກກະຕິມ ບໍ່ເຄື່ອນເໜັງຈັກໜ້ອຍ ແລະ ລູກຄ້າສ່ວນຫຼາຍກໍແມ່ນຂາປະຈຳ. ນາງ ຫງວຽນທິເມີ ເມຍຂອງເຈົ້າຂອງເຮືອຫາປາລຳໜຶ່ງໃຫ້ຮູ້ວ່າ : ສິນທະເລຢູ່ນີ້ ລ້ວນແຕ່ແມ່ນສິນທະເລສົດ ແລະ ຮັບປະກັນຄຸນນະພາບສູງ. ນາງ ຫງວຽນທິເມີ ເວົ້າວ່າ :
“ ນັບແຕ່ເດືອນກັນຍາຫາເດືອນ 3 ແມ່ນຍາມຈັບຫາສິນທະເລລະດູໜາວ ຊຶ່ງຊ່ວງເວລາທຳມາຫາກິນຂອງໝູ່ບ້ານ. ສິນທະເລມີຄົບທຸກປະເພດເຊັ່ນ: ກຸ້ງ, ກະປູ, ປາມືກ…ສິນທະເລແມ່ນຈັບຫາຈາກທຳມະຊາດ, ດັ່ງນັ້ນຮັບປະກັນຄຸນນະພາບ ”
ເບິ່ງຄືວ່າ ຜູ້ຊຶ້, ຄົນຂາຍຢູ່ນີ້ ແມ່ນບັນດາຜູ້ລຶ້ງກັນ,: ດັ່ງນັ້ນ ສິນທະເລເມື່ອເອົາຂຶ້ນຈາກເຮືອ ກໍຖືກສົ່ງໃຫ້ພວກພໍ່ຄ້າຊາວຂາຍ. ຕາມການປະເມີນແລ້ວ, ຢູ່ທ່າເຮືອຢາວຫາຍ ມີເຮືອຫາປານ້ອຍໃຫຍ່ປະມານ 1000 ລຳເຂົ້າທຽບທ່າ. ເຮືອແຕ່ລະລຳເດີນທະເລແຕ່ລະຖ້ຽວປະມານ 12 ຊົ່ວໂມງ, ຄ່າໃຊ້ຈ່າຍສຳລັບແຕ່ລະຖ້ຽວແມ່ນປະມານ 2,5 ລ້ານດົງ. ຍ້ອນຈັບຫາສິນທະເລຢູ່ໃກ້ຝັ່ງ, ໃຊ້ເວລາສັ້ນໆ, ດັ່ງນັ້ນ ປະລິມານສິນທະເລທີ່ຈັບຫາມານັ້ນ ຂາຍໄດ້ພຽງປະມານ 5-6 ລ້ານດົງຕໍ່ຖ້ຽວ, ເວັ້ນເສຍໃນຍາມລະດູປາມືກ, ແມງກະພຸນ, ປະລີມານການຈັບຫາສິນໃນນ້ຳກໍໄດ້ຫຼາຍກ່ວາ. ການຈັບຫາສິນໃນກໍເຊັ່ນດຽວກັນກັບການຕຶກປາ ຊຶ່ງຕ້ອງຂຶ້ນກັບສະພາບດິນຟ້າອາກາດ, ລະດູ, ແຕ່ຍາມໃດຊາວປະມົງຢາວຊວນ ກໍຍຶດໝ້ັ້ນຮັກສາອາຊີບການປະມົງນີ້ເຖິງວ່າຈະມີຜົນໄດ້ ແລະ ຜົນເສຍ. ນາງ ຫງວຽນທິເມີ ເວົ້າຄວາມໃນໃຈສູ່ຟັງວ່າ :
“ ການເດີນທະເລໄປຈັບຫາສິນໃນນ້ຳແຕ່ລະຖ້ຽວ, ພາຍຫຼັງທີ່ໄດ້ຫັກຄ່າໃຊ້ຈ່າຍຕ່າງໆອອກແລ້ວ, ກໍພໍຢູ່ພໍກິນ. ຖ້າຫາສິນທະເລໄດ້ຫຼາຍ, ກໍໄດ້ເງິນຫຼາຍ, ຫາໄດ້ໜ້ອຍກໍໄດ້ເງິນໜ້ອຍ ”
ຄຳເວົ້າອັນລຽບງ່າຍຂອງຊາວຢາວຫາຍ ຍິ່ງເຮັດໃຫ້ລູກຄ້າມາຕະຫຼາດຂາຍປາເພີ່ມຄວາມຊົມຊອບດິນແດນ ແລະ ປະຊາຊົນຢູ່ແຫ່ງນີ້. ຮອດເວລາ 6 ໂມງເຊົ້າ, ຜູ້ຊື້ຄົນຂາຍຢູ່ຕະຫຼາດຂາຍປາໄດ້ຄ່ອຍກັບເມືອ. ດວງຕາເວັນໄດ້ເລື່ອນຂຶ້ນສູງກວ່າ, ແສງແດດສາດສ່ອງລົງມາຕະຫຼາດ. ຊາວປະມົງ, ເຮືອ ກຳປັ່ນກໍຄ່ອຍເດີນທະເລ, ບົ່ງບອກເຖິງມື້ໃໝ່ໄດ້ເລີ່ມຂຶ້ນ. ການດຳລົງຊີວິດທີ່ອີ່ມໜຳສຳລານ ແລະ ສະຫງົບສຸກຢູ່ເຂດບ້ານນາໄດ້ສືບຕໍ່ມີຂຶ້ນໃນທ່າມກາງແສງອະລຸນໃໝ່.