(vovworld) - ຊາວຫວຽດນາມທຸກຄົນຍັງຄົງຈື່ຈຳບົດເພງບຸກເຂົ້າຮ່າໂນ້ຍຂອງນັກປະພັນດົນຕີ ວັນກາວ, ໃນນັ້ນມີຕອນທີ່ວ່າ: “5 ປະຕູ ເມືອງຫຼວງຕ້ອນຮັບກອງທະຫານບຸກເຂົ້າ, ຄືດອກໄມ້ 5 ກີບຕ້ອນຮັບ ນຳ້ໝອກຍາມເຊົ້າ“. ສຳນວນບົດເພງໄດ້ເຮັດໃຫ້ຜູ້ຄົນທັງຫຼາຍຫວນຄືນຮູບພາບປະຕູເມືອງຫຼວງ 5 ແຫ່ງຕ້ອນຮັບກອງທະຫານບຸກເຂົ້າປົດປ່ອຍນະຄອນຫຼວງກ່ອນນີ້ 60 ປີ. ປະຕູເມືອງຫຼວງທັງລອງ (ໝາຍເຖິງນະຄອນຫຼວງຮ່າໂນ້ຍໃນປະຈຸບັນ) ບໍ່ພຽງແຕ່ແມ່ນກິດຈະກຳທີ່ມີຄວາມງາມດ້ານສະຖາປັດຕະຍະກຳເທົ່ານັ້ນ, ຫາກຍັງເປັນຮ່ອງຮອຍປະຫວັດສາດຂອງຮ່າໂນ້ຍໃນເມື່ອກ່ອນອີກດ້ວຍ.
ປະຕູກວານເຈືອງ
ຕາມເອກະສານເດີມແລ້ວ, ປະຕູເມືອງຫຼວງ ແມ່ນປະຕູຜ່ານກຳແພງເມືອງອ້ອມຮອບເມືອງຫຼວງທັງລອງ. ປະຕູເມືອງຫຼວງແຕ່ລະແຫ່ງໄດ້ຮັບການກໍ່ສ້າງເປັນຮູບຈັດຕຸລັດ. ກ່ອນນີ້ປະຕູເມືອງຫຼວງໄດ້ຮັບການປ້ອງກັນຢ່າງເຄັ່ງຄັດ, ເປີດໃນກາງເວັນ, ອັດໃນກາງຄືນ, ມີຮົ້ວ ແລະ ມີທະຫານລາດຕະເວນ ເພື່ອສະກັດກັ້ນການລັດຖະປະຫານ, ການຈະລາຈົນ… ຕາມປື້ມປະຫວັດສາດແລ້ວ, ໃນສະໄໝເຈົ້າຊີວິດ ເລຮ໋ຽນຕົງ (1740 – 1786), ເມືອງຫຼວງທັງລອງມີເຖິງ 16 ປະຕູ. ຮອດຕົ້ນສະຕະວັດທີ 20 ຍັງເຫຼືອພຽງ 5 ປະຕູເທົ່ານັ້ນເຊັ່ນ: ປະຕູເກົ່າໄຢ໋, ປະຕູເກົ່າເຢັ່ນ, ປະຕູເຈີ້ເຢື່ອ, ປະຕູດົງມາກ, ປະຕູກວານເຈືອງ. ຜ່ານການຜັນແປຂອງປະຫວັດສາດ ແລະ ສົງຄາມມາຫຼາຍປີ, ປະຕູເມືອງຫຼວງທັງລອງຫຼາຍແຫ່ງໄດ້ຖືກເສຍຫາຍໄປ. ແຕ່ຊື່ຂອງປະຕູເຫຼົ່ານັ້ນຍັງຄົງຮັກສາໄວ້ຈົນເຖິງປະຈຸບັນ ແລະ ກາຍເປັນຊື່ເມືອງ, ຕາແສງຂອງນະຄອນຫຼວງຄື: ເມືອງເກົ່າໄຢ໋, ຕາແສງ ໂອດົງມາກ, ຕາແສງໂອເກົ່າເຢັ່ນ ຕາແສງໂອເຈີ້ເຢື່ອ… ຮ່າໂນ້ຍ ໃນປະຈຸບັນຍັງເຫຼືອປະຕູເມືອງຫຼວງພຽງແຫ່ງດຽວເທົ່ານັ້ນ, ນັ້ນແມ່ນປະຕູກວານເຈືອງ. ບັນດານັກຄົ້ນຄ້ວາກຳນົດວ່າ, ກິດຈະກຳສະຖາປັດຕະຍະກຳນີ້ແມ່ນປະຕູຜ່ານກຳແພງທາງທິດຕາເວັນອອກຂອງເມືອງຫຼວງທັງລອງໃນເມື່ອກ່ອນ. ປະຕູກວານເຈືອງໃນປະຈຸບັນນອນບົນຖະໜົນຮ່າງຈ໋ຽວ, ຕາແສງດົ່ງຊວນ, ເມືອງຮ່ວານກ໋ຽມ, ຮ່າໂນ້ຍ. ສັງເກດຈາກທາງໄກກໍ່ສາມາດເຫັນໄດ້ກຳແພງຕອນໜຶ່ງ ແລະ ປະຕູທີ່ເກົ່າແກ່. ເທິງປະຕູຍັງມີແຖວໜັງສື “ປະຕູທາງທິດຕາເວັນອອກຂອງຮ່າໂນ້ຍ“, ແຕ່ປະຊາຊົນເຄີຍເອີ້ນວ່າໂອກວານເຈືອງ. ນັກຄົ້ນຄ້ວາປະຫວັດສາດ ເຢືອງຈູງກວົກ, ໃຫ້ຮູ້ວ່າ:
“ນີ້ແມ່ນແຫ່ງໜຶ່ງດຽວທີ່ຍັງຄົງຮັກສາສະຖາປັດຕະຍະກຳເກົ່າໄວ້, ຢູ່ທີ່ນີ້ຍັງມີສີລາເລກສະໄໝລາຊະວົງຫງວຽນ, ສະຕະວັດທີ 19, ໃນນັ້ນກຳນົດວ່າ: ການລາດຕະເວນຕ້ອງເຄັ່ງຄັດ, ແຕ່ບໍ່ໄດ້ກໍ່ຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວິທີຄຸ້ມຄອງ, ການປະພືດທີ່ມີຕໍ່ປະຊາຊົນຂອງຄົນສະໄໝກ່ອນ“.
ໃນເອກະສານປະຫວັດສາດໄດ້ຢືນຢັນວ່າ: ປະຊາຊົນຕັ້ງຊື່ໃຫ້ປະຕູແຫ່ງນີ້ແມ່ນກວານເຈືອງ ເພື່ອແນໃສ່ຈົດຈຳບຸນຄຸນ ແລະ ການເສຍສະຫຼະຂອງອາດຍາເຈົ້ານາຍ ເຈືອງເກີ ທີ່ໄດ້ບັນຊາທະຫານພິທັກ ພ້ອມກັບທະຫານລາດຊະວົງຫງວຽນ ປະມານ 100 ຄົນຕໍ່ສູ້ຢ່າງພິລະອາດຫານເພື່ອຕ້ານທະຫານຝລັ່ງ ເມື່ອພວກມັນບຸກໂຈມຕີນະຄອນຮ່າໂນ້ຍເທື່ອທຳອິກໃນປີ 1873 ຢູ່ປະຕູທາງທິດຕາເວັນອອກຮ່າໂນ້ຍ.
ປະຕູກວານເຈືອງໄດ້ຮັບການອອກແບບຕາມສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຂອງສະໄໝລາຊະວົງຫງວຽນ, ກິດຈະກຳປະຕູໃຫຍ່ລວມມີ 2 ຊັ້ນ: ຊັ້ນລຸ່ມມີ 3 ປະຕູ, ປະຕູຢູ່ໃຈກາງແມ່ນສູງ ແລະ ກວ້າງກວ່າ 2 ປະຕູສຳຮອງຢູ່ສອງຂ້າງ. ປະຕູທັງສາມລ້ວນແຕ່ມີຮູບໂກ່ງ, ຊັ້ນເທິງມີປ້ອມສັງເກດ. ກ່ອນນີ້ທະຫານລາດຕະເລນເຄີຍຢືນຢູ່ປ້ອມນີ້ເພື່ອສັງເກດອ້ອມຮອບ. ຜ່ານການເວລາມາຫຼາຍປີ, ແຕ່ປະຕູກວານເຈືອງຍັງຄົງໄດ້ຮັບການຮັກສາໄວ້ປຽບເໝືອນປະຫວັດສາດເດີມຄົງຕົວຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ, ກາຍເປັນຄວາມເອກອ້າງທະນົງໃຈຂອງຊາວນະຄອນຫຼວງ. ທ່ານ ເຈືອງວັນແຄ໋ງ, ຜູ້ດຳລົງຊີວິດຢູ່ມໍ່ກັບປະຕູກວານເຈືອງ, ເວົ້າວ່າ:
“ປະຊາຊົນພວກຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ໄດ້ດຳລົງຊີວິດຢູ່ໃກ້ກັບປະຕູກວານເຈືອງ. ຂ້າພະເຈົ້າຫວັງວ່າປະຕູແຫ່ງນີ້ໄດ້ຮັບການບຸລະນະໃຫ້ ຍືນຍົງຄົງຕົວ, ເພື່ອໃຫ້ນັກທ່ອງທ່ຽວ ກໍ່ຄືລູກຫຼານມາຢ້ຽມຢາມ ແລະ ເຫັນໄດ້ມູນເຊື້ອຕໍ່ສູ້, ວັດທະນະທຳຂອງຊາດຕົນ “.
ກິດຈະກຳປະຕູກວານເຈືອງໄດ້ຮັບການບຸລະນະ, ສ້ອມແປງ 2 ເທື່ອ, ແຕ່ສະໄໝເຈົ້າຊີວິດ ຢາລອງ ປີ 1804 ແລະ ປີ 1817. ປີ 1994 ປະຕູກວານເຈືອງຮ່າໂນ້ຍໄດ້ຮັບການຮັບຮອງວ່າເປັນປູຊະນີຍະສະຖານປະຫວັດສາດ ແລະ ປີ 2010, ປູຊະນີຍະສະຖານແຫ່ງນີ້ສືບຕໍ່ໄດ້ຮັບການບຸລະນະເພື່ອຮັກສາຮູບເດີມໄວ້. ສຳລັບຊາວຮ່າໂນ້ຍ, ປູຊະນີຍະສະ ຖານໂອກວານເຈືອງບໍ່ພຽງແຕ່ແມ່ນຂີດໝາຍຂອງເມືອງຫຼວງທັງລອງໃນເມື່ອກ່ອນເທົ່ານັ້ນ, ຫາກຍັງແມ່ນສັນຍາລັກແຫ່ງນຳ້ໃຈພິລະອາດຫານຕ້ານພວກຮຸກຮານຕ່າງດ້າວອີກດ້ວຍ. ພ້ອມກັບການເວລາ, ບັນດາປູຕູເມືອງຫຼວງຮ່າໂນ້ຍຍັງຄົງຍືນຍົງຄົງຕົວໃນຈິດໃຈຂອງຊາວຫວຽດນາມ, ໃນວັນນະຄະດີ, ສິລະປະ ແລະ ໃນປະຫວັດສາດຢູ່.