ບັນດາຜະລິດຕະພັນທ່ອງທ່ຽວໃໝ່ຢູ່ໂຫ້ຍອານ

(VOVWORLD) -ນະຄອນໂຫ້ຍອານຂຶ້ນກັບແຂວງກວາງນາມ ແຕ່ດົນນານມາແລ້ວ ໄດ້ດຶງດູດແຂກທ່ອງທ່ຽວດ້ວຍບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ແລະ ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຄຸ້ມເມືອງໂຫ້ຍອານ, ໃນນັ້ນ ມີລາຍການຄຸ້ມຖະໜົນເກົ່າ

ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂອງແຂກທ່ອງທ່ຽວ, ທາງນະຄອນໂຫ້ຍອານ ໄດ້ມີບັນດາຜະລິດຕະພັນທ່ອງທ່ຽວໃໝ່, ທັງເປີດກ້ວາງບໍລິເວນທ່ອງທ່ຽວຢູ່ຄຸ້ມຖະໜົນເກົ່າ, ທັງນຳສິ່ງທີ່ໃໝ່ອຽມມາໃຫ້ແຂກທ່ອງທ່ຽວທັງຢູ່ໃກ້ຫຼືໄກອີກດ້ວຍ.

ບັນດາຜະລິດຕະພັນທ່ອງທ່ຽວໃໝ່ຢູ່ໂຫ້ຍອານ - ảnh 1ຕະຫຼາດກາງຄືນໂຫ້ຍອານ 

     ເມື່ອນະຄອນໂຫ້ຍອານເລີ່ມແຈ້ງສະຫວ່າງດ້ວຍລະບົບໄຟເຍືອງທາງໃນຍາມຄ່ຳຄືນ ກໍແມ່ນຈຸດເວລາທີ່ຕະຫຼາດກາງຄືນໃນຄຸ້ມເມືອງໂຫ້ຍອານ ກໍເລີ່ມຄຶກຄື້ນມ່ວນຊື່ນຫຼາຍຂຶ້ນ. ລຽບຕາມແມ່ນ້ຳຮ່ວາຍທີ່ສວຍງານດັ່ງໃນຝັນນັ້ນ ແມ່ນບັນດາຮ້ານວາງສະແດງສິນຄ້າ, ເຄື່ອງຂອງທີ່ລະນຶກ, ຜະລິດຕະພັນເຄື່ອງສິລະປະຫັດຖະກຳຂອງໂຫ້ຍອານ, ນັັ້ນແມ່ນບັນດາໂຄມໄຟທີ່ມີສີສັນຫຼາກຫຼາຍ, ບັນດາຮູບປັ້ນຕໍແຮ-ເຄື່ອງຫຼິ້ນຂອງເດັກ ຊຶ່ງຖືກເຮັດດ້ວຍສີມືອັນຄ່ອງແຄ້ວຂອງນາຍຊ່າງເຮັດເຄື່ອງຜັ້ນດິນເຜົາ ແທງຮ່າ ຫຼືບັນດາຜະລິດຕະພັນແພໄໝ ແລະ ບັນດາເຍື່ອງອາຫານພິເສດຂອງທ້ອງຖິ່ນເຊັ່ນ: ປັນອິດ, ນ້ຳຫວານສາລີ, ກາວເລົາ… ຊຶ່ງບໍ່ວ່າຜູ້ໃດທີ່ມີໂອກາດໄດ້ຊິມແລ້ວ ກໍບໍ່ອາດຫຼົງລືມໄດ້. ແຂກທ່ອງທ່ຽວເມື່ອມາຢ້ຽມຢາມແຫ່ງນີ້ ບໍ່ພຽງແຕ່ມີໂອກາດໄດ້ຊື້ສິນຄ້າ, ເຄື່ອງຂອງທີ່ລະນຶກຫຼາຍຢ່າງເທົ່ານັ້ນ, ຫາກຍັງໄດ້ຍ່າງເລາະຫຼິ້ນ, ຄົ້ນຫາສິ່ງທີ່ໃໝ່ອຽມ ອັນເປັນເອກະລັກສະເພາະອີກດ້ວຍ. ນາງ ດານເຟືອງ ຢູ່ ດານັ້ງ ໄດ້ມາທ່ຽວຊົມຢູ່ຕະຫຼາດກາງຄືນໂຫ້ຍອານ ໃຫ້ຮູ້ວ່າ : 

    “ ສຳລັບຂ້າພະເຈົ້າແລ້ວ, ບໍ່ເຂົ້າໃຈວ່າ ຢູ່ໂຫ້ຍອານມີອັນໃດພິເສດແທ້ ຊຶ່ງໄດ້ດຶງດູດໃຈ ແລະ ເຮັດໃຫ້ຂ້າພະເຈົ້າມັກໄປທ່ຽວຊົມເລື້ອຍໆ. ພິເສດແມ່ນ ຕະຫຼາດກາງຄືນໂຫ້ຍອານເມື່ອຫາກໍເລີ່ມຂຶ້ນ, ໄດ້ຍ່າງເລາະອ້ອມຕະຫຼາດ, ໄດ້ຊິມລົດຊາດພິເສດຂອງບັນດາເຍື່ອງອາຫານທ້ອງຖິ່ນ, ແລ້ວກໍໄດ້ຮັບຊົມບັນດາຮ້ານຂາຍ ຜະລິດຕະພັນເຄື່ອງສິລະປະຫັດຖະກຳ, ບັນຍາກາດຢູ່ນີ້ ແມ່ນຄຶກຄື້ນມ່ວນຊື່ນ ແລະ ເປັນໜ້າຈັບໃຈທີ່ສຸດ ”

     ທ່ານ ຫງວຽນວັນເຊີນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຫ້ຍອານ ໃຫ້ຮູ້ວ່າ : ແຕ່ລະຄຳຄືນ, ຕະຫຼາດຫງວຽນຮ່ວາງໄດ້ດຶງດູດແຂກທ່ອງທ່ຽວປະມານ 8.700 ຄົນມາທ່ຽວຊົມ, ຊື້ເຄື່ອງຂອງ ອັນໄດ້ເຮັດໃຫ້ບໍລິເວນທາງກ້ຳຕາເວັນຕົກຂອງຄຸ້ມຖະໜົນເກົ່າຖືກແອອັດເກີນໄປ. ເລື່ອງນຳຕະຫຼາດກາງຄືນ ເຈີນກຸ້ຍກາບ, ແບກດັງ ເຂົ້າເຄື່ອນໄຫວ, ຫຼັງຈາກນັ້ນ ກໍສືບຕໍ່ເປີດກ້ວາງບໍລິເວນຕະຫຼາດກາງຄືນອອກສູ່ຖະໜົນ ຕ່ຽວລາ ແມ່ນແຜນນະໂຍບາຍເປີດກ້ວາງບໍລິເວນທ່ອງທ່ຽວໃນຄຸ້ມຖະໜົນເກົ່າຂອງນະຄອນ. ທ່ານ ຫງວຽນວັນເຊີນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຫ້ຍອານ ກ່າວວ່າ : 

    “ພວກຂ້າພະເຈົ້າຢາກເປີດກ້ວາງບໍລິເວນທ່ຽວຊົມໄປທາງກ້ຳຕາເວັນອອກ ໂດຍຜ່ານຕະຫຼາດກາງຄືນ  ແລະ ຜ່ານການເປີດບັນດາລາຍການສະແດງສິລະປະວັດທະນະທຳຄື ຂັບບ່າຍຈອຍ, ຮ້ອງເພງ ໂບເລໂຣ… ທັງນີ້ກໍເປັນການຫຼຸດຜ່ອນກຳລັງດັນທີ່ເຕົ້າໂຮມໃນບໍລິເວນໜຶ່ງຄືໃນປະຈຸບັນ. ນັບແຕ່ເວລາເປີດການເຄື່ອນໄຫວນີ້ມາຮອດປະຈຸບັນ, ຈຳນວນແຂກທ່ອງທ່ຽວກໍໄດ້ມາຫຼາຍຂຶ້ນ ແລະ ບັນດາຄອບຄົວທຳມາຄ້າຂາຍ, ເຮັດບໍລິການໄດ້ດີຫຼາຍ ”

    ໃນຂະນະນັ້ນ, ການບໍລິການຂີ່ເຮືອໂມ ພາແຂກທ່ອງທ່ຽວໄປທ່ຽວຊົມປ່າພ້າວ ໄບເມົ້າ ຢູ່ຕາແສງເກີມແທງ, ນະຄອນໂຫ້ຍອານ ໃນ 2-3 ປີມໍ່ມານີ້ ກໍໄດ້ດຶງດູດແຂກໃຈທ່ອງທ່ຽວຫຼາຍຄົນ. ຈາກຄຸ້ມຖະໜົນເກົ່າໂຫ້ຍອານ ແຂວງກວາງນາມ, ແຂກທ່ອງທ່ຽວຂີ່ເຮືອທວນກະແສນ້ຳແມ່ນ້ຳຮວ່າຍປະມານ 3 ກມ ກໍຈະຮອດປ່າພ້າວນ້ຳຖ້ວມ ໄບເມົ້າ ຊຶ່ງນອນໃນລະບົບຊີວະພາບປ່າຊາຍເລັນເຂດ ເກືອດ້າຍ. ຢູ່ແຫ່ງນີ້ ມີເຂດປ່າພ້າວນ້ຳຖ້ວມຮົກເຮື້ອຂຽວອຸ່ມທຸ່ມ ໃນທ່າມກາງອາກາດປອດໂປ່ງ ເຢັນສະບາຍ. ນາງ ອີອອນ ອີອຸງ ໂຢ ຊາວ ສ.ເກົາຫຼີ ພ້ອມກັບຄອບຄົວໄດ້ມາທ່ອງທ່ຽວຢູ່ເກີມແທງ, ນາງໃຫ້ຮູ້ວ່າ ຢູ່ທີ່ນີ້ ມີຫຼາຍສິ່ງທີ່ໃໝ່ອຽມ ແລະ ເປັນໜ້າຈັບໃຈ: 

  “         ຂ້າພະເຈົ້າເຫັນວ່າຊາວທ້ອງຖິ່ນແຫ່ງນີ້ເປັນຜູ້ໃຈດີແລະມີຄວາມສະໜິດຕິດພັນ, ອາກາດຢູ່ນີ້ປອດໂປ່ງ ເຢັນສະບາຍ. ນັ່ງເທິ່ງເຮືອໂມ ຮັບຊົມທິວທັດປ່າພ້າວ ກໍເປັນໜ້າຈັບໃຈອີ່ຫຼີ. ຂ້າພະເຈົ້າກໍຊົມຊອບລາຍການສະແດງເຮືອໂມ ແລະ ແກວງແຫຫາປາບົນແມ່ນ້ຳຂອງຊາວປະມົງທ້ອງຖິ່ນ, ເບິ່ງເຂົາເຈົ້າ ປຽບເໝືອນນັກສິລະປີນ ”

     ແຂກທ່ອງທ່ຽວມາທ່ຽວຊົມຢູ່ປ່າພ້າວ ໄບເມົ້າ ຕົ້ນຕໍແມ່ນ ແຂກທ່ອງທ່ຽວຕ່າງປະເທດ, ສະເພາະ ແຂກທ່ອງທ່ຽວຊາວ ສ.ເກົາຫຼີ ແມ່ນກວມເອົາ 70%, ສະເລ່ຍໃນແຕ່ລະວັນ ຢູ່ນີ້ສາມາດຕ້ອນຮັບ ແຂກທ່ອງທ່ຽວປະມານ 1500 ຄົນ. ພິເສດໃນໂອກາດວັນບຸນໃຫຍ່ ກໍສາມາດຕ້ອນຮັບ ແຂກທ່ອງທ່ຽວປະມານ 2000-3000 ຄົນ. ສະເພາະ 2 ເດືອນຕົ້ນປີນີ້, ມີແຂກທ່ອງທ່ຽວປະມານ 85.000 ເທື່ອຄົນມາທ່ອງທ່ຽວຢູ່ເກີມແທງ. ທ່ານ ຫງວຽນວັນເຊີນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຫ້ຍອານ ໃຫ້ຮູ້ຕື່ມອີກວ່າ :

    “ ໄລຍະມໍ່ໆນີ້, ເມື່ອລະບົບທາງໄປມານຳເຂົ້າເຄື່ອນໄຫວເປັນປົກກະຕິ, ທາງນະຄອນຈະຕັ້ງປ້າຍໂຄສະນາ ວາດພາບເຖິງເຂດປູຊະນີຍະສະຖານປະຫວັດສາດປະຕິວັດປ່າພ້າວ ໄບເມົ້າ, ຟື້ນຟູຮູບພາບບັນດາທີ່ໝັ້ນ, ຂຸມຄອງເມື່ອກ່ອນນີ້. ພ້ອມກັນນັ້ນ, ກໍລົງທຶນກໍ່ສ້າງບັນດາພື້ນຖານໂຄງລ່າງເຊັ່ນ: ຂົວໃຫ້ເຮືອເຂົ້າທຽບທ່າ, ບັນດາສະຖານທີ່ຕ້ອນຮັບແຂກທ່ອງທ່ຽວ… ”

       ປີ 2017 ນະຄອນໂຫ້ຍອານຕ້ອນຮັບແຂກທ່ອງທ່ຽວເຂົ້າມາທ່ອງທ່ຽວໄດ້ປະມານ 3,5 ລ້ານເທື່ອຄົນ. ເພື່ອໃຫ້ການທ່ອງທ່ຽວຢູ່ໂຫ້ຍອານພັດທະນາ ແບບຍືນຍົງກ່ວານັ້ນ, ທາງນະຄອນໄດ້ສືບຕໍ່ເປີດກ້ວາງບໍລິເວນທ່ອງທ່ຽວອອກສູ່ບໍລິເວນອ້ອມຂ້າງ ພ້ອມທັງສ້າງຮູບແບບການທ່ອງທ່ຽວເປັນຫຼາຍຮູບຫຼາຍສີ, ສ້າງຜະລິດຕະພັນທ່ອງທ່ຽວໃຫ້ອຸດົມສົມບູນ ເພື່ອດຶງດູດແຂກທ່ອງທ່ຽວເຂົ້າມາໂຫ້ຍອານນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ