ປູຊະນີຍະສະຖານ ງົວະເວິນ: ເສັ້ນທາງກັບຄືນສູ່ກົກເຄົ້າເຫງົ້າກໍຂອງຊາດ

(VOVWORLD) -ອຽນຕື່ ແລະ ງົວະເວິນ ແມ່ນສະຖານທີ່ສອງແຫ່ງນອນບົນສາຍພູ ດົງຈ່ຽວ (ແຂວງ ກວ໋າງນິງ) ແລະ ລ້ວນແຕ່ມີຄວາມໝາຍພິເສດໃນການບວດ ແລະ ປະລິນີບພານຂອງພະພຸດ ເຈົ້າຊີວິດ ເຈິ່ນເຍິນຕົງ (1258 - 1308) ເຈົ້າຊີວິດອົງນີ້ ໄດ້ປະລະສິດອຳນາດຂອງພະເຈົ້າແຜ່ນດິນ ເພື່ອເບິ່ງແຍງໃຫ້ແກ່ຈິດວິນຍານ ທາງດ້ານວັດທະນະທຳຂອງຊາດ ຫວຽດນາມ. ຖ້າຫາກວ່າ ອຽນຕື໋ ແມ່ນສະຖານທີ່ບວດຂອງພະພຸດ ເຈົ້າຊີວິດ ເຈິ່ນເຍິນຕົງ ນັ້ນ, ງົວະເວິນ ກໍພັດແມ່ນສະຖານທີ່ ເຊິ່ງພະອົງໄດ້ສຳເລັດການບວດ ຂອງສາດສະດາຜູ້ສ້າງຕັ້ງສາສະໜາພຸດນິກາຍ ຈຸກເລິມອຽນຕື໋ ເຊິ່ງແມ່ນຄວາມເອກອ້າງທະນົງໃຈຂອງພຸດທະສາສະໜາ ຫວຽດນາມ.
ປູຊະນີຍະສະຖານ ງົວະເວິນ: ເສັ້ນທາງກັບຄືນສູ່ກົກເຄົ້າເຫງົ້າກໍຂອງຊາດ  - ảnh 1 ທາງຂຶ້ນວັດ ງົວະເວິນ

   ວັດ ງົວະເວິນ ຖືກຕັ້ງບົນເນີນພູ ບ໊າວດ່າຍ ມີຫຼັງຄາດ້ວຍຮູບໂຄ້ງ ມຸ່ງໄປສູ່ທະເລ, ຢູ່ແຫ່ງນີ້ຖືກປົກຄຸມດ້ວຍເມກຂາວຕະຫຼອດປີ. ນີ້ແມ່ນບ່ອນຢຸດແວ່ສຸດທ້າຍ ໃນໄລຍະການເດີນທາງບວດຈຳສິນ ສອນສາສະໜາ ແລະ ຕັດສະລຸຂອງພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ. ມໍລະດົກທາງດ້ານຈິດໃຈອັນໃຫຍ່ຫຼວງທີ່ສຸດ ເຊິ່ງພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ ປະໄວ້ໃຫ້ນັ້ນ ແມ່ນການສ້າງຕັ້ງສາສະໜາພຸດນິກາຍ ຈຸກເລິມ ເຊິ່ງມີທິດສະດີທຳມະຂອງພະພຸດຕິດພັນກັບຊີວິດຂອງປະຊາຊົນ. ສາດສະດາຈານ, ປອ ວິທະຍາສາດ ຫວູມິງຢາງ ຮອງປະທານສະພາມໍລະດົກວັດທະນະທຳແຫ່ງຊາດ ໄດ້ຕີລາຄາວ່າ: ພາຍຫຼັງກວ່າ 7 ສະຕະວັດ, ແນວຄິດຂອງພະພຸດ ເຈົ້າຊີວິດ ເຈິ່ນເຍິນຕົງ ຍັງມີລັກສະນະວັດທະນະທຳມະນຸດເໝືອນເດີມ ແລະ ແທດເໝາະກັບທ່າອ່ຽງພັດທະນາຂອງປະເທດຊາດໃນປັດຈຸບັນ. ທ່ານ ຫວູມິງຢາງ ກາ່ວວ່າ:

     “ກ່ອນໜ້ານັ້ນໄດ້ມີນັກບວດຫຼາຍຄະນະ ໄດ້ຖືກສ້າງຕັ້ງຂຶ້ນ ແຕ່ຖືກຜົນສະທ້ອນຈາກບັນດານິກາຍທີ່ແຕກຕ່າງກັນ. ແຕ່ຮອດສະໄໝພະພຸດ ເຈົ້າຊີວິດ ເຈິ່ນເຍິນຕົງ, ພະອົງໄດ້ສ້າງຕັ້ງເປັນສາສະໜາພຸດນິກາຍ ຈຸກເລິມ. ແລະ ໄດ້ນຳເຂົ້ານັ້ນ ບັນດາຄຸນຄ່າວັດທະນະທຳ ຫວຽດນາມ ແລະ ສ້າງເປັນລະບົບແນວຄິດ”.

     ບັນດານັກຄົ້ນຄວ້າບູຮານຄະດີ ໄດ້ຢັ້ງຢືນວ່າ ໃນໄລຍະເຄິ່ງຕົ້ນສະຕະວັດທີ XIV, ງົວະເວິນ ໄດ້ກາຍເປັນກຸມສະຖານທີ່ບູຊາໃຫຍ່ຂອງສາສະໜາພຸດ ເຊິ່ງປະກອບດ້ວຍຫຼາຍກຸ່ມສະຖານທີ່, ກິດຈະກຳຕ່າງໆຖືກປຸກສ້າງຢູ່ອ້ອມແອ້ມຈອມພູ  ງົວະເວິນ. ພະອາຈານໃຫຍ່ ທິກດ້າວຮ່ຽນ ຮອງຫົວໜ້າຄະນະບໍລິຫານງານ, ຫົວໜ້າຄະນະເລຂາທິການ ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

     “ງົວະເວິນມີຄຸນຄ່າພິເສດ ເຊິ່ງບໍ່ມີຢູ່ແຫ່ງອື່ນ. ນັ້ນແມ່ນສະຖານທີ່ ເຊິ່ງພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ ໄດ້ມາບວດ, ຈຳສິນ ແລະ ເລືອກເອົາສະຖານທີ່ແຫ່ງນີ້ ແມ່ນບ່ອນຕັດສະຮູ້ເປັນພະພຸດ ເພາະວ່ານີ້ກໍ່ແມ່ນບ້ານເກີດເມືອງນອນຂອງລາດຊະວົງ ເຈິ່ນ. ຖ້າຫາກວ່າຢູ່ອິນເດຍມີພະອໍລະຫັນສີ່ອົງ ຕິດພັນກັບຊີວິດຂອງພະພຸດທະເຈົ້າ, ໃນນັ້ນມີສະຖານທີ່ເຊິ່ງພະພຸດທະເຈົ້າໄດ້ຕັດສະຮູ້ ເປັນພະພຸດແມ່ນສັກສິດທີ່ສຸດນັ້ນ, ສ່ວນຢູ່ ຫວຽດນາມ ງົວະເວິນ ກໍ່ໄດ້ຮັບຖືວ່າແມ່ນສະຖານທີ່ສັກສິດທີ່ສຸດ ເພາະວ່າແມ່ນບ່ອນຕັດສະຮູ້ ແລະ ປະລິນີບພານຂອງພະພຸດ ເຈົ້າຊີວິດ ເຈິ່ນເຍິນຕົງ. ພິເສດຢູ່ແຫ່ງນີ້ ຍັງເກັບຮັກສາວັດຖຸພັນຫຼາຍຢ່າງ ທີ່ມີມາແຕ່ສະໄໝລາດຊະວົງ ເຈິ່ນ ຄື ກັບດອກບົວເຮັດດ້ວຍຄຳ ເຊິ່ງຫາກໍ່ຄົ້ນພົບໃນປີ 2019  ແລະ ໄດ້ຮັບການຢັ້ງຢືນ ແມ່ນຂອງປະເສີດແຫ່ງຊາດ”.

      ເມື່ອກ່ອນນີ້ ເພື່ອຂຶ້ນຮອດ ງົວະເວິນ, ມີວິທີພຽງຢ່າງດຽວ ນັ້ນແມ່ນຍ່າງຂຶ້ນຕາມທາງຊອຍທີ່ພໍດີໃຫ້ຜູ້ໜຶ່ງຍ່າງໄດ້ເທົ່ານັ້ນ, ເບື້ອງໜຶ່ງແມ່ນປ່າໄມ້ໄຜ່ ແລະ ດອກເໝີຍ, ສ່ວນເບື້ອງໜຶ່ງແມ່ນເຫວເລິກ. ໄລຍະທາງກໍ່ທຸລະກັນດານທີ່ສຸດ ເມື່ອຢາກໄປຮອດບັນດາປູຊະນີຍະສະຖານຕ່າງໆ ຍ້ອນຖືກຕັດແຍກດ້ວຍຫ້ວຍນ້ຳລຳເຊ. ທ່ານ ຫງວຽນວັນເຊີນ ຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານແຫ່ງຊາດ ລາດຊະວົງ ເຈິ່ນ ເທດສະບານເມືອງ ດົງຈ່ຽວ ໃຫ້ຮູ້ວ່າ:

     “ຢູ່ສອງເຂດປູຊະນີຍະສະຖານພິເສດແຫ່ງຊາດ ລາດຊະວົງ ເຈິ່ນ ແລະ ເຂດປູຊະນີຍະສະຖານ ອຽນຕື໋ ນັ້ນ, ຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໄດ້ລົງທຶນກໍ່ສ້າງເສັ້ນທາງລຽບຕາມທາງຊອຍ 18B ເກົ່າ ແມ່ນເສັ້ນທາງນະມັດສະການຂອງບັນດາເຈົ້າຊີວິດ ໃນລາດຊະວົງ ເຈິ່ນ ເມື່ອກ່ອນນີ້. ໄລຍະທີ່ໜຶ່ງ ກໍ່ສ້າງເສັ້ນທາງດ້ວຍຄວາມຍາວ 20 ກິໂລແມັດ ເຊິ່ງເຊື່ອມຕໍ່ຈາກ ເທື້ອງອຽນກົງ, ອຽນຕື໋ ໄປຮອດສາມແຍກ ຢົກລູ່ນ ຂອງ ດົງຈ່ຽວ. ຮອດໄລຍະທີ່ສອງ ແມ່ນກໍ່ສ້າງທົ່ວເສັ້ນທາງກັບເຂດປູຊະນີຍະສະຖານ ງົວະເວິນ. ປັດຈຸບັນເສັ້ນທາງນີ້ ກໍ່ໄດ້ສຳເລັດການກໍ່ສ້າງ ອັນໄດ້ສ້າງເງື່ອນໄຂສະດວກ ເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວໄປທ່ຽວຊົມຢູ່ເຂດປູຊະນີຍະສະຖານສອງແຫ່ງດັ່ງກ່າວ”.

       ບໍ່ພຽງແຕ່ເກັບຮັກສາບັນດາຮ່ອງຮອຍສະຖານທີ່ສັກສິດ ກ່ຽວກັບພະພຸດ ເຈົ້າຊີວິດ ເຈິ່ນເຍິ່ນຕົງ ເທົ່ານັ້ນ, ແຕ່ປູຊະນີຍະສະຖານ ງົວະເວິນ ຍັງແມ່ນແຫ່ງທີ່ມີທິວທັດທຳມະຊາດ ຮົກເຮື້ອ, ໃຫຍ່ໂຕມະໂຫຖານ ອັນໄດ້ດຶງດູດແຂກທ່ອງທ່ຽວນັບພັນຄົນທີ່ມາຈາກສາລະທິດ ມານະມັດສະການ ໄຫວ້ບູຊາ ແລະ ຢ້ຽມຊົມຄວາມງາມຂອງສະຖານທີ່ແຫ່ງນີ້ ພ້ອມກັນນັ້ນ ກໍ່ເພື່ອເຊື່ອມຊຶມແນວຄິດສ້າງການດຳລົງຊີວິດ ແລະ ສາສະໜາໃຫ້ດີງາມ, ທັງນີ້ກໍ່ເພື່ອປົກປັກຮັກສາ ກໍ່ສ້າງ ແລະ ພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ