ທ້ອງຖິ່ນແຕ່ລະແຫ່ງໃນປະເທດຫວຽດນາມ ລ້ວນແຕ່ຊ້ອນແຝງໃນດິນແດນຂອງຕົນອາຫານພິເສດເຍື່ອງໜຶ່ງ ທີ່ບໍ່ສາມາດຫາໄດ້ຢູ່ແຫ່ງອື່ນ. ຖ້າມີໂອກາດໄປຢ້ຽມຢາມແຂວງທ້າຍບີງ, ແຂກທ່ອງທ່ຽວຈະໄດ້ຊີມລົດຊາດພິເສດຂອງອາຫານເຍື່ອງໜຶ່ງທີ່ມີຊື່ສຽງຢູ່ເຂດບ້ານນາແຫ່ງນີ້, ນັ້ນແມ່ນປັນໄກ້. ດ້ວຍລົດຫວານ ແລະ ຫອມຂອງເຂົ້າໜຽວເມັດໃຫຍ່ ປະສານກັບລົດເຜັດຂອງຂີງ ແລະ ລົດຫອມພິເສດຂອງນ້ຳມັນໝູ… ປັນໄກ້ຂອງແຂວງທ້າຍບີງ ແມ່ນອາຫານພິເສດມີຄວາມເປັນເອກະລັກຂອງເຂດບ້ານນາ.
ປັນໄກ້ບ້ານຫງວຽນ-ອາຫານພິເສດຂອງແຂວງທ້າຍບີງ |
ໝູ່ບ້ານຫງວຽນຫຼືເອີ້ນວ່າ ຫມູ່ບ້ານງວຽນຊ້າ, ເມືອງດົງຮຶງ ແມ່ນໝູ່ບ້ານທີ່ມີຊື່ສຽງກ່ຽວກັບສິລະປະລະຄອນຕຸກກະຕານ້ຳ ແລະ ອາຊີບເຮັດ ປັນໄກ້. ຕາມການເລົ່າຂານກັນມາວ່າ ຢູ່ແຫ່ງນີ້ ປັນໄກ້ແມ່ນເຂົ້າໜົມຊະນິດໜຶ່ງທີ່ຊາວບ້ານເຄີຍເຮັດກິນໃນຍາມບຸນເຕັດ, ໂດຍແມ່ນປ້າຫງວຽນທິເຕີນ ຄົນລຸ່ນທີ 6 ຂອງວົງຕະກຸນຫງວຽນກົງໃນ ຫມູ່ບ້ານງວຽນຊ້າປຸງແຕ່ງຂຶ້ນ. ປ້າຫງວຽນທິເຕີນ ເກີດເມື່ອປີ 1724. ປີ 1739, ປ້າຖືກຮຽກຕົວເຂົ້າເປັນເຈົ້າອາມາດໃນລາດຊະວັງ. ປ້າໄດ້ປຸງແຕ່ງຊະນິດໜຶ່ງທີີ່ມີ 5 ລົດຊາດເພື່ອຖະຫວາຍຕໍ່ເຈົ້າຊີວິດ. ເຈົ້າຊີວິດກິນແລ້ວ, ຍ້ອງວ່າແຊບຫຼາຍ, ແລ້ວກໍຕັ້ງຊື່ໃຫ້ເຂົ້າໜົມຊະນິດນີ້ ແມ່ນ ປັນໄກ້. ນັບແຕ່ນັ້ນ ເປັນຕົ້ນມາ, ຮອດຍາມບຸນເຕັດ, ຊາວບ້ານຫງວຽນກໍພ້ອມກັນເຮັດ ປັນໄກ້ເພື່ອຖະຫວາຍຕໍ່ເຈົ້າຊີວິດ ແລະ ອາຊີບເຮັດ ປັນໄກ້ໄດ້ຖືກຮັກສາໄວ້ ແລະ ຂະຫຍາຍຕົວຢູ່ບ້ານຫງວຽນ
ຕາມອ້າຍຫງວຽນວັນແມ້ງ, ຜູ້ເຮັດ ປັນໄກ້ ຢູ່ບ້ານຫງວຽນແລ້ວ, ເພື່ອປຸງແຕ່ງ ປັນໄກ້ທີ່ແຊບນົວນັ້ນ ແມ່ນຈຳເປັນຕ້ອງຜ່ານຫຼາຍຂັ້ນຕອນ, ແຕ່ສຳຄັນກວ່າໝູ່ແມ່ນຂອດກະກຽມວັດຖຸດິບເຊັ່ນ: ເຂົ້າໜຽວເມັດໃຫຍ່, ໝາກຟັກເຂົ້າ, ໝາກຖົ່ວດິນ, ງ່າ, ຂີງ, ກວນໝາກອຶ, ນ້ຳຕານ, ນ້ຳມັນໝູ…ວັດຖຸດິບທັງໝົດເຫຼົ່ານີ້ຖືກປະສົມເຂົ້າກັນ ແລ້ວຕັດຊອຍເປັນເສັ້ນ. ອ້າຍຫງວຽນວັນແມ້ງໃຫ້ຮູ້ວ່າ ຢາກເຮັດປັນໄກ້ທີ່ແຊບນັ້ນ, ແມ່ນຕ້ອງເອົາປູນ້ອຍໃສ່ຖົງຢ່າງ, ແລ້ວມັດໃຫ້ແຈບ, ປະໄວ້ປະມານ 6 ເດືອນຈຶ່ງນຳມາປຸງແຕ່ງປັນໄກ້. ປູນ້ອຍປະໄວ້ດົນ, ເມື່ອນຳມາຈືນຈຶ່ງແຊບ. ອ້າຍຫງວຽນວັນແມ້ງ ເວົາ້ວ່າ:
“ ຢາກປຸງແຕ່ງປັນໄກ້ໃຫ້ແຊບນັ້ນ ກໍຕ້ອງມີວັດຖຸດິບຊະນິດທີ່ດີຄື : ເຂົ້າໜຽວເມັດໃຫຍ່. ຕໍ່ຈາກນັ້ນ ວິທີການປຸງແຕ່ງກໍສຳຄັນທີ່ສຸດ. ຖ້າເຮັດໄຟໃຫຍ່ເກີນໄປ, ປັນໄກ້ຈະແຂງແຕ່ຖ້າຫາກເຮັດໄຟຄ່ອຍເກີນໄປ, ປັນໄກ້ຈະຊຸມປຽກ ແລະ ເປືອຍໄປ. ພ້ອມກັນນັ້ນ ຂອດຕົ້ມນ້ຳຕານກໍຕ້ອງເຮັດໃຫ້ຖືກຕ້ອງ ເພາະເມື່ອເອົາປູນ້ອຍປະສົມໃສ່ ຈຶ່ງເຮັດໃຫ້ປັນໄກ້ມີລົດຊາດພິເສດ ”
ບັນດາວັດຖຸດິບ ພາຍຫຼັງນຳມາປຸງແຕ່ງ, ຈະເອົາໃສ່ເບົ້າເພື່ອອັດໄວ້ ແລ້ວກໍນຳມາຕັດເປັນຕອນນ້ອຍທີ່ແຊບນົວ. ເຕັກນິກການປຸງແຕ່ງນີ້ ເມື່ອເບິ່ງກໍເຫັນວ່າງ່າຍດາຍ, ແຕ່ເມື່ອລົງມືເຮັດຕົວຈິງຈຶງເປັນການຍາກ. ອ້າຍ ຫງວຽນຮິ້ວຈີ້ງ ຜູ້ເຮັດ ປັນໄກ້ ຢູ່ບ້ານຫງວຽນໃຫ້ຮູ້ວ່າ :
“ ຄອບຄົວຂ້າພະເຈົ້າເຮັດ ປັນໄກ້ມາແຕ່ດົນນານແລ້ວ. ຮອດລຸ່ນຂ້າພະເຈົ້າແມ່ນໄດ້ 50 ປີແລ້ວ. ອາຫານເຍື່ອງນີ້ໄດ້ປະກົດຕົວຢູ່ໝູ່ບ້ານຂ້າພະເຈົ້າມາເປັນເວລາ 300 ປີແລ້ວ. ປະຈຸບັນ, ປັນໄກ້ພວມຢູ່ທ່າພັດທະນາ, ຊຶ່ງຕົ້ນຕໍແມ່ນເພື່ອຮັບໃຊ້ແຂກທ່ອງທ່ຽວ. ແຕ່ປາງກ່ອນ, ພວກຜູ້ເຖົ້າຜູ້ແກ່ພຽງແຕ່ເຮັດເຂົ້າໜົມເພື່ອເປັນຂອງກິນຍາມບຸນເຕັດ, ສ່ວນໃນປະຈຸບັນ, ແຂກຄົນ ແມ່ນກິນຕະຫຼອດປີ ”
ຢູ່ ຫມູ່ບ້ານງວຽນຊ້າໃນປະຈຸບັນ, ມີຄອບຄົວຜະລິດ ປັນໄກ້ນັບຮ້ອຍຄອບຄົວ, ແຕ່ລະຄອບຄົວແມ່ນມີແບບວິທີຜະລິດ ແລະ ຈຸດພິເສດສະເພາະຂອງໃຜຂອງລາວ. ໃນວັນນີ້, ສັງຄົມໄດ້ພັດທະນາ, ໃນທ້ອງຕະຫຼາດມີເຂົ້າໜົມທີ່ແຊບຫຼາຍຊະນິດທີ່ແທດເໝາະກັບຄວາມນິຍົມບໍລິໂພກຂອງຜູ້ບໍລິໂພກ, ອັນໄດ້ພາໃຫ້ອາຊີບເຮັດ ປັນໄກ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ຄອບຄົວອ້າຍຈີ້ງ ຍັງຄົງຍຶດໝັ້ນເດີນຕາມອາຊີບນີ້. ອ້າຍຈິ້ງເວົ້າວ່າ :
“ ໃນການຜະລິດ, ບາງຄັ້ງບາງຄາວ ກໍປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ອັນໄດ້ພາໃຫ້ເກີດຄວາມເບືອໜ່າຍເພາະ ປັນໄກ້ ບໍ່ແມ່ນຂຶ້ນກັບຄອບຄົວຕົນຜະລິດ, ແຕ່ລະຄອບຄົວກໍມີວິທີຜະລິດສະເພາະຂອງໃຜຂອງລາວ. ຂ້າພະເຈົ້າໄດ້ຄິດວ່າ ນີ້ແມ່ນອາຊີບທີ່ປູ່ຍ່າປະໄວ້ໃຫ້ນັ້ນ, ດັ່ງນັ້ນ ຕ້ອງເຮັດແນວໃດເສີມຂະຫຍາຍ ແລະ ຮັກສາໄວ້. ມີຫຼາຍຄົນທີ່ຈິດໃຈຮ່ວມກັນ ໄດ້ລົງທຶນ, ໂຄສະນາເຂົ້າໜົມຊະນິດນີ້. ປັນໄກ້ໃນປະຈຸບັນ ສາມາດຟື້ນຟູອິດທິພົນຊື່ສຽງໃນທ້ອງຕະຫຼາດຄືນ. ສຳລັບຂ້າພະເຈົ້າເອງ, ກໍບໍ່ປະລະອາຊີບນີ້, ເພາະຍ້ອນປະກອບອາຊີບນີ້ ຂ້າພະເຈົ້າຈຶ່ງມີຊີວິດຄືໃນທຸກວັນນີ້ ”
ພ້ອມກັບເຂົ້າໜົມໝາກຖົ່ວຂຽວຂອງແຂວງຫາຍເຢືອງ, ເຂົ້າໜົມໄຂ່ຂອງແຂວງຮຶງອຽນນັ້ນ, ປັນໄກ້ກໍແມ່ນອາຫານພິເສດຂອງແຂວງເຂດບ້ານນາທ້າຍບີງ ທີ່ເຂົ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງທ້ອງຖິ່ນແຫ່ງນີ້.