(VOVWORLD) - ໃນຕະຫຼອດກວ່າສະຕະວັດທີ່ຜ່ານມານັບຕັ້ງແຕ່ປີ 1894, ປະພາຄານລອງເຈົາທີ່ມີມາແຕ່ດົນນານແລະໃຫຍ່ທີ່ສຸດຢູ່ ຫວຽດນາມ ມາຮອດປັດຈຸບັນຍັງຄົງຕົວຢູ່ກາງທະເລທ້ອງຟ້າຫ່າງຈາກນະຄອນຫ໋າຍຟ່ອງປະມານ 50 ກິໂລແມັດ ເຊິ່ງໄດ້ຮັບຖືວ່າເປັນຕາວິເສດສ່ອງແສງສະຫວ່າງເຍືອງທາງໃຫ້ເຮືອກຳປັ່ນນັບໝື່ນລຳໄປມາຢູ່ເຂດທະເລອ່າວທະເລພາກເໜືອ ແລະ ເຂດທະເລຂອງຫວຽດນາມ. ການຄົ້ນຫາປະພາຄານລອງເຈົາ ແມ່ນໜຶ່ງໃນບັນດາການເດີນທາງທີ່ເປັນໜ້າຈົດຈຳທີ່ສຸດໃນຊີວິດຂອງແຕ່ລະຄົນ.
ປະພາຄານຢູ່ໝູ່ເກາະລອງເຈົາ |
ເລີ່ມຈາກທ່າກຳປັ່ນທ່ອງທ່ຽວ ກ໊າຍແບ່ວ ຢູ່ໃຈກາງເທດມະບານເມືອງກ໊າດບ່າ ແຂກທ່ອງທ່ຽວຈະໄດ້ຂີ່ເຮືອຈັກຄວາມໄວສູງແລ່ນຜ່ານອ່າວລານຮະ ຜ່ານຜ່າຄື້ນທະເລສູງແຕ່ 1,5 - 2,5 ແມັດ ໂດຍໃຊ້ເວລາປະມານ 1 ຊົ່ວໂມງກໍ່ຈະຮອດໝູ່ເກາະລອງເຈົາເຊິ່ງແມ່ນແຫ່ງມີປະພາຄານທີ່ມີມາແຕ່ດົນນານແລະໃຫຍ່ທີ່ສຸດຢູ່ ຫວຽດນາມ.
ເກາະໃຫຍ່ກວ່າໝູ່ຢູ່ໝູ່ເກາະລອງເຈົາມີເນື້ອທີ່ປະມານ 1 ຕະລາງກິໂລແມັດ ດ້ວຍຫີນແຫຼມນ້ອຍພຽງຢ່າງດຽວສູງຢູ່ກາງທະເລທ້ອງຟ້າຫວຽດນາມ. ຈາກທ່າກຳປັ່ນໄປຍັງປະພາຄານຢູ່ຈອມພູສູງທີ່ສຸດຢູ່ທີ່ນີ້ ກໍ່ຕ້ອງຍ່າງບົນເສັ້ນທາງຄົດງໍປະມານ 20 ນາທີ. ຜູ້ເວນຍາມປະພາຄານຢູ່ທີ່ນີ້ ເປີດເຜີຍວ່າ:
“ຕົ້ນນີ້ໄດ້ປູກມາເປັນເວລາ 21 ປີແລ້ວ, ພ້ອມກັບການເວລາຂ້າພະເຈົ້າໄດ້ມານີ້ເຮັດວຽກ. ສ່ວນຕົ້ນນັ້ນກໍ່ໄດ້ປູກມາເປັນເວລາສອງປີແລ້ວ ນັ້ນແມ່ນຕົ້ນໝາກໂດຍອ້າຍຂອງຂ້າພະເຈົ້າເອົາມາຈາກອານຫຼາວມາໃຫ້ເຮົາປູກ”.
ປະພາຄານລອງເຈົາກໍ່ແມ່ນສະຖາປັດຕະຍາກຳມີຮູບໂຄ້ງຖືກອ້ອມຮອບດ້ວຍແວ່ນໜາ. ອ້າຍຫງວຽນແມັ້ງຮຸ່ງ ຫົວໜ້າສະຖານີປະພາຄານລອງເຈົາໃຫ້ຮູ້ວ່າ:
“ປະພາຄານນີ້ ໂດຍຊາວຝຣັ່ງກໍ່ສ້າງແລະ ນຳເຂົ້າໃຊ້ການ ເມື່ອປີ 1894, ໜ້າທີ່ຕົ້ນຕໍ່ແມ່ນສົ່ງສັນຍານຊີ້ນຳການສັນຈອນໄປມາໃຫ້ແກ່ເຮືອກຳປັ່ນແລ່ນຜ່ານເຂດທະເລອ່າວພາກເໜືອ. ຊາວຝຣັ່ງໄດ້ນຳໃຊ້ຮອດປີ 1955 ແລະນັບແຕ່ນັ້ນເປັນຕົ້ນມາຫວຽດນາມໄດ້ຮັບຄຸ້ມຄອງປະພາຄານນີ້. ພາຍຫຼັງໄລຍະ125 ປີ ປະພາຄານລອງເຈົາຍັງຄົງຕົວເປັນປົກກະຕິ”.
ພາຍຫຼັງຫາຍໃຈແຮງ,ພວກຂ້າພະເຈົ້າໄດ້ຂຶ້ນຮອດຍອດພູທີ່ມີປະພາຄານ ລອງເຈົາ.ພາແຂກໄປຢ້ຽມຊົມຫໍປະພາຄານດ້ວຍການຂຶ້ນຂັ້ນໄດກົ້ນຫອຍເຮັດດ້ວຍໄມ້ ແລະເຫຼັກນັບ 100 ຂັ້ນ, ອ້າຍຮຸ່ງໃຫ້ຮູ້ວ່າ:
“ລວງສູງຂອງປະພາຄານນັບຈາກລະດັບນ້ຳທະເລເລກສູນຫາບ່ອນແຜ່ລັດສະໝີຂອງປະພາຄານແມ່ນ 110 ແມັດ, ລວງສູງຂອງພື້ນດິນແມ່ນ 80 ແມັດ, ລວງສູງຂອງກິດຈະກຳນັບເສົາກິດຈະກິດແມ່ນ 30 ແມັດ”.
ຕາມອ້າຍຫງວຽນແມັ້ງຮຸ່ງແລ້ວ 129 ປີທີ່ຜ່ານມາ ຍັງບໍ່ທັນມີຄ່ຳຄືນໃດທີ່ປະພາຄານນີ້ຢຸດສົ່ງແສງສະຫວ່າງໃນຍາມອາກາດດີຝົນບໍ່ຕົກ, ກຳປັ່ນຢູ່ຫ່າງຈາກລອງເຈົາເຖິງ 50 ກິໂລແມັດ ຍັງເຫັນແສງສະຫວ່າງແຜ່ຈາກປະພາຄານແຫ່ງນີ້. ອ້າຍຮຸ່ງໃຫ້ຮຸ້ຕື່ມອີກວ່າ:
“ໃນລະບົບສົ່ງສັນຍານການເດີນທະເລ, ບໍ່ມີເລື່ອງປະພາຄານຢຸດເຄື່ອນໄຫວ. ດັ່ງນັ້ນປະພາຄານລວມມີລະບົບດອກໄຟຫຼັກແລະດອກໄຟສຳຮອງ. ເມື່ອດອກໄຟຫຼັກຖືກຕິດຂັດນັ້ນ, ໃນທັນທີດອກໄຟສຳຮອງຈະເຄື່ອນໄຫວເພື່ອສົ່ງແສງສະຫວ່າງ, ປະພາຄານນີ້ເຄື່ອນໄຫວບໍ່ມີວັນຢຸດເຊົາ”.
ຈາກຍອດປະພາຄານຫຼຽວເບິ່ງລົງລຸ່ມ, ໝູ່ເກາະລອງເຈົາມີຄວາມສວຍສົດງົດງາມດັ່ງໃນຝັນ ເຊິ່ງໃນນັ້ນເກາະລອງເຈົາ ແລະ ປະພາຄານແມ່ນຈຸດເດັ່ນ. ເມື່ອດວງຕາເວັນຕົກດິນ ຄ່ຳຄ່ອຍລົງມາຢູ່ເກາະກໍ່ແມ່ນເວລາທີ່ປະພາຄານເລີ່ມສົ່ງແສງສະຫວ່າງໄປທົ່ວເຂດນ້ຳແດນດິນດ້ວຍເຮືອກຳປັ່ນນັບລ້ານລຳໄປມາເຂົ້າອອກອ່າວພາກເໜືອ. ໂດຍບໍ່ຫົວຊາຕໍ່ຄວາມຮ້າຍແຮງຂອງທຳມະຊາດຕາມການເວລາ, ຜ່ານພະຍຸນັບພັນ ລູກ ການບຸກໂຈມຕີຫຼາຍກວ່າ 300 ຄັ້ງຂອງກອງທັບອາກາດອາເມລີກາ ດ້ວຍການຖິ້ມລະເບີດທຳລາຍນັບຮ້ອຍໂຕນ, ແຕ່ປະພາຄານລອງເຈົາຍັງຄົງຕົວໃນທ່າມກາງເຂດທະເລທີ່ກ້ວາງໃຫຍ່ໄພສານຂອງບ້ານເກີດເມືອງນອນຫວຽດນາມ.