(vovworld) - ໃນສົງຄາມ, ມີນັກຮົບນັບໝື່ນຄົນຖືກເສຍສະຫຼະຊີວິດຢູ່ສະໜາມຮົບກວາງຈີ້. ເມື່ອປະເທດຊາດໄດ້ຮັບສັນຕິພາບແລ້ວ, ກວາງຈີ້ ກໍ່ຕາງໜ້າໃຫ້ທົ່ວປະເທດເບິ່ງແຍງສຸສານ 72 ແຫ່ງ, ບ່ອນທີ່ຝັງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເກືອບ 65.000 ຄົນ . ເພື່ອ ”ສ້າງຄວາມອົບອຸ່ນໃຫ້ດວງວິນຍານຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ແລະ ຄວາມອຸ່ນອ່ຽນໃຈໃຫ້ແກ່ຍາດຕິພີ່ນ້ອງຂອງເຂົາເຈົ້າ”, ບັນດາຜູ້ທີ່ເຮັດວຽກງານຄຸ້ມຄອງສຸສານຢູ່ກວາງຈີ້ ໄດ້ເອົາໃຈໃສ່ບົວລະບັດ, ຮັກສາ ແລະ ຈູດທູບທຽນໃຫ້ວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດຢູ່ທີ່ນີ້. ຕໍ່ໄປນີ້, ພວກເຮົາຂໍແນະນຳທ່ານ Ho Xuan Thanh, ຜູ້ທີ່ໄດ້ເຮັດວຽກງານຄຸ້ມຄອງສຸສານຢູ ຕາແສງ ຫາຍເທື້ອງ, ເມືອງຫາຍລັງ, ແຂວງກວາງຈີ້ ມາເປັນເວລາ 30 ປີແລ້ວ.
ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ ແຂວງກວາງຈີ້
(ພາບ:google.com.vn)
|
ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ຕາແສງ ຫາຍເທື້ອງ, ເມືອງ ຫາຍລັງ, ແຂວງກວາງຈີ້ ແມ່ນແຫ່ງທີ່ຝັງອັດຖິຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເກືອບ 2000 ຄົນ. ແຕ່ທ່ານ Ho Xuan Thanh ຜູ້ຄຸ້ມຄອງເຂດສຸສານນີ້ ພັດຈື່ອາຍຸ, ວັນເສຍສະຫຼະຊີວິດ, ກົມກອງ, ບ້ານເກີດເມືອງນອນ, ຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດແຕ່ລະຄົນໄດ້ຢ່າງລະອຽດ. ທ່ານໄດ້ເລົ່າສູ່ຟັງວ່າ, ມີເທື່ອໜຶ່ງທ່ານໄດ້ຝັນເຫັນນັກຮົບ ຜູ້ໜຶ່ງຮ້ອງຂໍນ້ຳດື່ມ, ທ່ານເລີຍຕື່ນນອນແລ້ວນຳເອົາຖັງນ້ຳເຢັນມາວາງຢູ່ພື້ນອະນຸສາວະລີໃຫ້ແກ່ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ນັບແຕ່ນັ້ນມາ, ມື້ໃດທ່ານກໍ່ນຳເອົານ້ຳເຢັນມາວາງຢູ່ທີ່ນີ້
”ເຮົາແມ່ນນັກຮົບເກົ່າຜູ້ໜຶ່ງທີ່ໄດ້ຜ່ານຜ່າສົງຄາມ, ເມື່ອເຮັດວຽກຢູ່ທີ່ນີ້, ຍາມໃດເຮົາກໍ່ມີແນວຄວາມຄິດທີ່ວ່າ ”ກິນເຂົ້າຕ້ອງຮູ້ຄຸນນາ, ກິນປາຕ້ອງຮູ້ຄຸນນ້ຳ””
ໂດຍໄດ້ເປັນນັກຮົບທີ່ເຄີຍຕໍ່ສູ້ຢູ່ສະໜາມຮົບ ກຳປູເຈຍ ຫຼາຍປີ, ທ່ານໄດ້ເຫັນປະຈັກຕາເພື່ອນຮ່ວມກົມກອງຂອງຕົນທີ່ໄດ້ຕໍ່ສູ້ ແລະ ເສຍສະຫຼະຊີວິດຄືແນວໃດ. ສຳຫຼັບທ່ານແລ້ວ, ບັນດາຮູບພາບດັ່ງກ່າວແມ່ນບໍ່ອາດຫຼົງລືມໄດ້. ເມື່ອເຮັດຫຼ້ອນພັນທະເປັນທະຫານ, ກັບເມືອບ້ານເກີດເມືອງນອນ, ທ່ານບໍ່ເລືອກເອົາວຽກງານທີ່ຫາເງິນໄດ້, ຫາກພັດຕິດພັນກັບວຽກງານຮັກສາ, ຄຸ້ມຄອງສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ໃນຕາແສງ ຫາຍເທື້ອງ. ໃນ 30 ປີທີ່ຜ່ານມາ, ມື້ໃດທ່ານກໍ່ເຮັດອະນາໄມ, ຕັດຫຍ້າ, ຫົດນ້ຳ, ຈັດແຕ່ງໂຖປັກທູບ, ຮອດຍາມຄ່ຳຄືນ, ທ່ານກໍ່ຈູດທູບທຽນຢູ່ບ່ອນຝັງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດແຕ່ລະຄົນ. ວຽກງານເຫຼົ່ານັ້ນທ່ານໄດ້ເຮັດຢ່າງລອບຄອບຖີ່ຖ້ວນ. ເມື່ອຍາດຕິພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດມາໄຫວ້ອາໄລ ຫຼືຢາກນຳເອົາອັດຖິນັກຮົບກັບເມືອບ້ານ, ທ່ານລ້ວນແຕ່ແນະນຳຢ່າງສຸດຈິດສຸດໃຈ. ບາງຄົນກັບເມືອບໍ່ທັນລົດ, ທ່ານກໍ່ເຊີນກິນ ແລະ ພັກເຊົາໃນຄອບຄົວຂອງຕົນ. ເມື່ອຕຽງນອນບໍ່ຄົບ, ທັງເຈົ້າຂອງ ແລະ ແຂກຮ່ວມນອນໃນຕຽງດຽວ ແລະ ເລົ່າຄືນເລື່ອງລາວກ່ຽວກັບສົງຄາມໃຫ້ກັນຟັງຕະຫຼອດຄືນ. ບາງເທື່ອມີເວລາ, ທ່ານກໍ່ເອົາລົດຈັກມາຊ້ອນເຂົາເຈົ້າໄປຢ້ຽມຢາມສະໜົມຮົບເກົ່າ, ບ່ອນທີ່ບັນດານັກຮົບໄດ້ເສຍສະຫຼະຊີວິດ. ປ້າ Tran Thi Yen, ເມຍຂອງທ່ານໄດ້ແບ່ງປັນວ່າ:
”ຂ້າພະເຈົ້າເຮັດທຸກສິ່ງທຸກຢ່າງ ເພື່ອໃຫ້ຜົວຂອງຕົນປະຕິບັດສຳເລັດໜ້າທີ່. ເມື່ອເຮັດວຽກບ້ານຮຽບຮ້ອຍແລ້ວ, ຂ້າພະເຈົ້າກໍ່ຊ່ວຍຜົວຫົດນ້ຳ ກໍ່ຄືວຽກງານຕ່າງໆໃນເຂດສຸສານ”
ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ ແຂວງກວາງຈີ້
(ພາບ:google.com.vn)
ເຖິງວ່າເງິນອຸດໜູນໃຫ້ແກ່ຜູ້ທີ່ເຮັດວຽກງານຄຸ້ມຄອງເຂດສຸສານໃນແຕ່ລະເດືອນພຽງແຕ່ມີ 150.000 ດົ່ງກໍ່ຕາມ, ແຕ່ທ່ານໄດ້ໃຊ້ເງິນຈຳນວນດັ່ງກ່າວເພື່ອຊື້ທູບທຽນບູຊາໃຫ້ແກ່ບັນດານັກຮົບນິລະນາມ. ທ່ານເວົ້າວ່າ, ພວກອ້າຍໄດ້ເສຍສະຫຼະອາຍຸທີ່ໜຸ່ມແໜ້ນຂອງຕົນເພື່ອປະເທດຊາດ, ແຕ່ປະຈຸບັນພັດຖືກນອນຢູ່ໄກຈາກບ້ານເກີດເມືອງນອນ, ໄກຈາກຄອບຄົວ, ອີດູຫຼາຍ. ເມື່ອເຂົ້າເປັນທະຫານ, ແມ່ນມີຊື່ອາຍຸ, ມີບ້ານເກີດເມືອງນອນຢ່າງຄົບຖ້ວນ, ແຕ່ເມື່ອເສຍຊີວິດພັດກາຍເປັນນັກຮົບນິລະນາມ. ຄວາມມຸ້ງຫວັງໜຶ່ງດຽວຂອງທ່ານແມ່ນຊອກຫາຊື່ອາຍຸໃຫ້ແກ່ນັກຮົບນິລະນາມໂດຍໄວ, ເພື່ອໃຫ້ວິນຍານຂອງພວກອ້າຍໄດ້ຢູ່ໄກ້ກັບຍາດຕິພີ່ນ້ອງຢ່າງສົມບູນ. ທ່ານ Le Ngoc Anh, ປະທານຄະນະກຳມະການປະຊາຊົນຕາແສງ ຫາຍເທື້ອງ ກໍ່ຮູ້ສຶກນັບຖືຈິດໃຈຂອງນັກຮົບເກົ່າ Ho Xuan Thanh ທີ່ສຸດ. ທ່ານສະເໜີວ່າພັກ ແລະ ລັດຄວນມີນະໂຍບາຍໜູນຊ່ວຍໃຫ້ແກ່ຜູ້ທີ່ເຮັດວຽກງານຄຸ້ມຄອງສຸສານຢ່າງເໝາະສົມ.
”ຂ້າພະເຈົ້າຂໍສະເໜີວ່າ, ລັດຄວນມີນະໂຍບາຍອຸດໜູນຜູ້ທີ່ເຮັດວຽກງານຄຸ້ມຄອງເຂດສຸສານ, ບ່ອນທີ່ຝັງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຫຼາຍຄົນຄືແນວໃດໃຫ້ເໝາະສົມ, ເພື່ອຮັບປະກັນໃຫ້ເຂົາເຈົ້າມີຊີວິດເປັນປົກກະຕິ ແລະ ອຸ່ນອ່ຽນໃຈປະຕິບັດວຽກງານທີ່ມີຄວາມໝາຍນີ້”.
ເຖິງວ່າສົງຄາມໄດ້ລ່ວງເລີຍໄປເປັນເວລາເກືອບ 40 ປີ ແລ້ວກໍ່ຕາມ, ແຕ່ຍັງມີ ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດນັບໝື່ນຄົນຍັງປົງໃນເຂດສຸສານແຫ່ງຕ່າງໆຢູ່ແຂວງກວາງຈີ້, ໃນນັ້ນມີນັກຮົບນິລະນາມຫຼາຍຄົນ. ການກະທຳ ແລະ ນ້ຳໃຈຂອງທ່ານ Ho Xuan Thanh ກໍ່ຄືບັນດາຜູ້ທີ່ພວມເຮັດວຽກງານຄຸ້ມຄອງສຸສານ ໄດ້ເຮັດໃຫ້ເພື່ອນຮ່ວມກົມກອງ ກໍ່ຄືປະຊາຊົນໃນທົ່ວປະເທດອຸ່ນອ່ຽນໃຈ. ສຳຫຼັບທ່ານ Thanh ແລ້ວ, ເມື່ອໄດ້ເຮັດວຽກງານເບິ່ງແຍງ, ຮັກສາ, ຈູດທູບທຽນບູຊານັກຮົບທີ່ເສຍສະເຫຼະຊີວິດເພື່ອສັນຕິພາບ, ເອກະລາດຂອງຊາດນັ້ນ ແມ່ນຄວາມເອກອ້າງທະນົງໃຈ. ນີ້ກໍ່ແມ່ນອາລົມຈິດຂອງນັກຮົບເກົ່າຜູ້ໜຶ່ງທີ່ສະຫງວນໃຫ້ແກ່ເພື່ອນຮ່ວມກົມກອງ, ຜູ້ທີ່ໄດ້ເສຍສະຫຼະຊີວິດຢູ່ດິນແດນສັກກະລະບູຊາກວາງຈີ້ນີ້.