(vovworld) – ແຕ່ລະເທື່ອ, ເມື່ອລະດູບານໃໝ່ວຽນມາ, ປະຊາຊົນຢູ່ໝູ່ບ້ານຕ່າງໆໃນເຂດໄຕງວຽນ ເຄີຍສະແດງດົນຕີຄ້ອງຕ້ອນຮັບປີໃໝ່. ເພື່ອຮັກສາສິລະປະຕີຄ້ອງໄວ້ນັ້ນ, ແມ່ນມີການປະກອບສ່ວນບໍ່ໜ້ອຍຂອງຖັນແຖວຜູ້ທີ່ມີຄວາມສຸດຈິດສຸດໃຈກັບວັດທະນະທຳທີ່ເປັນມູນເຊື້ອນີ້. ໃນນັ້ນມີອ້າຍຄູ ເລຫືວຟອງ, ຜູ້ສຸດຈິດສຸດໃຈກັບວຽກງານຮັກສາສິລະປະຕີຄ້ອງຂອງຊາວເຜົ່າບານາ, ເມືອງມາງຢາງ, ແຂວງຢາລາຍມາເປັນເວລາກວ່າ 20 ປີ.
ອ້າຍຄູ ເລຫືວຟອງພວມສອນນັກຮຽນຕີຄ້ອງ
(ພາບອິນເຕີແນດ)
ອ້າຍຄູ ເລຫືວຟອງ, ຜູ້ອຳນວຍການໂຮງຮຽນກິນນອນຊົນເຜົ່າເມືອງມາງຢາງ, ແຂວງຢາລາຍ, ແມ່ນຜູ້ທຳອິດຢູ່ແຂວງຢາລາຍ ທີ່ໄດ້ນຳຄ້ອງ ແລະ ຟ້ອນຊວາງ ເຂົ້າໃນຫຼັກສູດຮຽນຂອງໂຮງຮຽນສຳເລັດຜົນ. ດ້ວຍການແນະນຳຂອງອ້າຍຄູ ແລະ ນັກສິລະປະກອນຈຳນວນໜຶ່ງ, ພວກນ້ອງນັກຮຽນຊາວເຜົ່າສ່ວນໜ້ອຍເກືອບທັງໝົດໃນໂຮງຮຽນລ້ວນແຕ່ນຳໃຊ້ເຄື່ອງດົນຕີປະເພດຕ່າງໆຂອງເຜົ່າຕົນຢ່າງຄ່ອງແຄ້ວ. ໂຮງຮຽນມີຫ້ອງຮຽນທັງໝົດ 5 ຫ້ອງ, ແລະຫ້ອງໃດກໍ່ມີກອງສະແດງຄ້ອງ ແລະ ຂັບເພງພື້ນເມືອງ. ພວກນ້ອງນັກຮຽນໃນກອງດັ່ງກ່າວກໍ່ເຄີຍເຂົ້າຮ່ວມງານປະກວດ, ການສະແດງຢູ່ເມືອງ ແລະ ແຂວງ. ມີນັກຮຽນຫຼາຍຄົນແມ່ນແກ່ນສານໃນກອງສະແດງຄ້ອງຂອງໝູ່ບ້ານ. ສິ່ງສຳຄັນນັ້ນແມ່ນ, ສິລະປະ ວັດທະນະທຳທີ່ເປັນມູນເຊື້ອ ໄດ້ສ້າງກຳລັງໜູນຫຼາຍທີ່ສຸດໃຫ້ແກ່ພວກນ້ອງໃນການຮຳ່ຮຽນ. ນ້ອງ ແອວ, ຊາວເຜົ່າບານາ, ຢູ່ບ້ານບົງບິມ, ຕາແສງດັກເຢີຕາ, ນັກຮຽນຫ້ອງ 9 ໂຮງຮຽນກິນນອນຊົນເຜົ່າເມືອງມາງຢາງ, ແບ່ງປັນວ່າ:
“ຢູ່ໂຮງຮຽນ, ນ້ອງໄດ້ຮຽນຕີຄ້ອງ ແລະ ຮຽນໜັງສື. ນ້ອງຮູ້ສຶກພາກພູມໃຈຫຼາຍເມື່ອໄດ້ຮຽນຄືແນວນັ້ນ, ເພາະມັນຈະປະກອບສ່ວນອະນຸລັກຮັກສາວັດທະນະທຳຂອງເຜົ່າໄວ້“
ພວກນ້ອງນັກຮຽນໃນໂຮງຮຽນກິນນອນຊົນເຜົ່າພວມສະແດງຕີຄ້ອງ
(ພາບອິນເຕີແນດ)
ພ້ອມກັບສິລະປະຕີຄ້ອງ, ຂັບຊວາງແລ້ວ, ອ້າຍຄູ ຟອງ ແລະ ຖັນແຖວຄູສອນໃນໂຮງຮຽນກິນນອນຊົນເຜົ່າເມືອງມາງຢາງ ຍັງນຳເອົາບັນດາເນື້ອໃນອື່ນໆກ່ຽວກັບວັດທະນະທຳທີ່ເປັນມູນເຊື້ອຂອງເຜົ່າບານາ ເຂົ້າໃນຫຼັກສູດຮຽນ. ໃນນັ້ນມີຕຳ່ຜ້າພື້ນເມືອງ, ຂັບເພງພື້ນເມືອງ. ປີ 1994, ລາຍການສິລະປະຂັບເພງພື້ນເມືອງສົມທົບກັບຟ້ອນຊວາງ ແລະ ຕີຄ້ອງຂອງພວກນ້ອງນັກຮຽນ ໃນໂຮງຮຽນມັດທະຍົມຕອນຕົ້ນ ເລີບາງ, ເມືອງມາງຢາງ ໂດຍອ້າຍຄູ ຟອງ ເປັນຜູ້ຈັດລາຍການ ແລະ ກຳກັບການສະແດງໄດ້ຮັບ 3 ຫຼຽນຄຳ ໃນງານປະກວດຂັບຮ້ອງ, ດົນຕີສຳລັບເຍົາວະຊົນບັນດາເຜົ່າທົ່ວປະເທດ.
ທີ່ທ່ານຫາກໍ່ຮັບຟັງແລ້ວນັ້ນແມ່ນຕອນໜຶ່ງໃນບົດເພງພື້ນເມືອງ ”ຍາມເຂົ້າສຸກ” ໂດຍໝູ່ນັກຮຽນໃນໂຮງຮຽນກິນນອນຊົນເຜົ່າເມືອງມາງຢາງ, ແຂວງຢາລາຍສະແດງ.
ອ້າຍຄູ ຟອງ ໄດ້ຮັບການກຳເນີດຢູ່ແຂວງຮຶງອຽນ. ປີ 1984, ອ້າຍຄູຍ້າຍໄປເຮັດວຽກໃນຂະແໜງວັດທະນະທຳ ແລະ ສຶກສາຢູ່ເມືອງມາງຢາງ, ແຂວງຢາລາຍ. ຮອດປີ 2007, ອ້າຍຄູເປັນຜູ້ອຳນວຍການໂຮງຮຽນກິນນອນຊົນເຜົ່າມາງຢາງ. ນີ້ແມ່ນໄລຍະທີ່ບັນດາເນື້ອໃນອະນຸລັກຮັກສາວັດທະນະທຳພື້ນເມືອງຖືກນຳເຂົ້າຫຼັກສູດຂອງໂຮງຮຽນ. ສຽງຄ້ອງໄດ້ຊືມເລິກໃນດວງໃຈຂອງອ້າຍຄູນັບແຕ່ຊຸມມື້ທຳອິດທີ່ລາວມາຮັບໜ້າທີ່ຢູ່ມາງຢາງ. ໃນໄລຍະເຮັດວຽກເປັນເວລາເກືອບ 30 ປີ, ອ້າຍຄູໄດ້ສະຫງວນເວລາລົງໄປແຕ່ລະໝູ່ບ້ານເພື່ອຊອກຮູ້, ຄົ້ນຄ້ວາວັດທະນະທຳພື້ນເມືອງຂອງຊາວທ້ອງຖີ່ນ. ຄວາມເມົາມົວກັບວັດທະນະທຳ ແລະ ດົນຕີທີ່ເປັນມູນເຊື້ອຂອງຊາວເຜົ່າໃນເຂດ ໄດ້ເຮັດໃຫ້ອ້າຍຄູເຈືອຈານເຂົ້າກັບຊີວິດຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້. ອ້າຍຄູ ເລຫືວຟອງ, ເວົ້າຄວາມໃນໃຈສູ່ຟັງວ່າ:
”ເພື່ອໄດ້ຮັບຊົມ ແລະ ຟັງສຽງຄ້ອງ, ຂ້າພະເຈົ້າຕ້ອງລົງທຸກໝູ່ບ້ານເພື່ອເຂົ້າຮ່ວມງານບຸນຕ່າງໆ. ຈາກນັ້ນຂ້າພະເຈົ້າກໍ່ຮູ້ສຶກເມົາມົວ, ຍ້ອນຄິດວ່າຜ່ານການເວລາ, ຮີດຄອງປະເທດນີກໍ່ຄ່ອຍໆເສຍຫາຍໄປ, ຂ້າພະເຈົ້າຈຶ່ງຊອກຫາວິທີເພື່ອຮັກສາໄວ້. ຂ້າພະເຈົ້າໄດ້ໄປຊອກຫາບັນດາບົດເພງ, ບົດຄ້ອງບູຮານເພື່ອຮຽນຕາມແລ້ວສອນໃຫ້ນັກຮຽນໃນໂຮງຮຽນກິນນອນຊົນເຜົ່າຂອງຕົນ”.
ອ້າຍຄູ ເລຫືວຟອງແລະວັດຈະນານຸກົມພາສາຫວຽດ - ບານາ
(ພາບອິນເຕີແນດ)
ບໍ່ພຽງແຕ່ແມ່ນຜູ້ທຳອິດທີ່ນຳຄ້ອງເຂົ້າໃນຫຼັກສູດຮຽນໃນໂຮງຮຽນເທົ່ານັ້ນ, ອ້າຍຄູຟອງ ຍັງແມ່ນນັກຄົ້ນຄ້ວາພາສາຂອງເຜົ່າບານາອີກດ້ວຍ. ລາວແມ່ນຫົວໜ້າຄະນະຮຽບຮຽງວັດຈະນານຸກົມພາສາຫວຽດ - ບານາ; ບານາ - ຫວຽດ ດ້ວຍ 12.000 ຄຳສັບ, ທີ່ພິມຈຳໜ່າຍເມື່ອປີ 2008. ລາວຍັງແມ່ນຫົວໜ້າຄະນະຮຽບຮຽບປື້ມ 2 ເຫຼັ້ມຄື: ”ແນະນຳວິທີສອນພາສາເຜົ່າບານາ” ແລະ ”ປື້ມຮຽນພາສາບານາ ສຳລັບພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ”, ເຊິ່ງພິມຈຳໜ່າຍເມື່ອປີ 2010. ປະຈຸບັນພວມນຳໃຊ້ຢ່າງກວ້າງຂວາງຢູ່ແຂວງຢາລາຍ. ດ້ວຍຄວາມເມົາມົວ ແລະ ສຸດຈິດສຸດໃຈກັບວັດທະນະທຳທີ່ເປັນມູນເຊື້ອ, ອ້າຍຄູ ເລຫືວຟອງ ພວມປະກອບສ່ວນເຂົ້າໃນການຮັກສາສິລະປະຕີຄ້ອງ ໃຫ້ວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າບານາຢູ່ເມືອງມາງຢາງ ໄວ້.