ພັນໂທ Nguyen Hoang Thang ຜູ້ທີ່ໄດ້ປະກອບສ່ວນຮັກສາຄວາມສະຫງົບ

(vovworld) - ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ຕຳຫຼວດ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ສ້າງ​ວິລະ​ກຳ​ອັນ​ໃຫຍ່​ຫຼວງ​ເມື່ອມ້າງ​ທຳລາຍຄະດີ​ຢາ​ເສບ​ຕິດກ່ວາ 800 ກໍລະນີ, ຈັບ​ຕົວ​ການ​ເກືອບ 1.600 ຄົນ, ​ຢືດ heroin 6,4 ກິ​ໂລກຼາມ, ຢາ​ເສບ​ຕິດ 30 ກິ​ໂລກຼາມ ສຳ​ເລັດ​ຜົນ, ຜ່ານ​ນັ້ນ​ໄດ້​ປະກອບສ່ວນ​ຍູ້​ໄພ​ຢາ​ເສບ​ຕິດ​ໃຫ້​ຖອຍ​ໄປ, ປະກອບສ່ວນ​ຮັກສາ​ຄວາມ​ສະຫງົບ​ຂອງ​ນະຄອນ. ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ, ​ແມ່ນ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ກອງ​ບັນຊາ​ການ​ຕຳຫຼວດ​ສືບສວນ​ອາດ​ສະ​ຍາ​ກຳ​ຢາ​ເສບ​ຕິດ (PC 47), ​ເຊິ່ງພົ້ນ​​ເດັ່ນ​ແມ່ນ​ພັນ​ໂທ Nguyen Hoang Thang, ຫົວໜ້າ PC 47, ຕຳຫຼວດ​ນະຄອນ ​ໂຮ່ຈີ​ມິນ.

ພັນໂທ Nguyen Hoang Thang ຜູ້ທີ່ໄດ້ປະກອບສ່ວນຮັກສາຄວາມສະຫງົບ - ảnh 1

        ພັນ​ໂທ Nguyen Hoang Thang, ຫົວໜ້າ PC 47, ຕຳຫຼວດ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ຮັບ​ການ​ກຳ​ເນີ​ດ​ໃນ​ຄອບຄົວ​ທີ່​ມີ​ມູນ​ເຊື້ອ​ປະຕິວັດ, ຍາມ​ໃດອ້າຍກໍ່​ມີ​ສະຕິ​ຫຼໍ່​ຫຼອມ​ຕົນ​ເອງ​ເພື່ອ​ຕໍ່ສູ້​ຕ້ານ​ສິ່ງ​ທີ່​ບໍ່​ດີ, ​ໂດຍ​ແມ່ນ​ຜູ້​ທີ່​ມີ​ຄຸນ​ນະ​ທາດ, ມານະ​ຈິດ​ຂ້າມ​ຜ່ານ​ຄວາມ​ຫຍຸ້ງຍາກ, ສິ່ງ​ກີດຂວາງ ​ແລະ ​ເມົາ​ມົວ​ກັບ​ວຽກ​ງານ, ​ໃນ 24 ປີ ທີ່​ເຮັດ​ວຽກ​​ໃນຂະ​ແໜງ​ຕຳຫຼວດ, ພັນ​ໂທ Nguyen Hoang Thang ​ໄດ້​​ມ້າງ​ທຳລາຍຄະດີ​ໃຫຍ່​ທີ່​ມີ​ລັກສະນະສັບສົນ​ນັບ​ຮ້ອຍ​ຄະດີ, ​ເພື່ອ​ປະກອບສ່ວນ​ນຳ​ມາ​ເຊິ່ງຄວາມ​ສະຫງົບ​​ໃຫ້​ທົ່ວສັງຄົມ. ​ເມື່ອ​ໂອ້​ລົມ​ກັບ​ພວກ​ເຮົາ, ອ້າຍ​ເມົວ​ມົວ​ເລົ່າ​ເລື່ອງ​ກ່ຽວ​ກັບ​ຊຸມ​ເດືອນ​ປີ​​ແຫ່ງ​ການ​ມ້າງທຳລາຍ​ຄະດີ​ທີ່​ຫຍຸ້ງຍາກ​ລຳບາກ, ດ້ວຍ​ອະນຸສອນ​ທີ່​ບໍ່​ອາດ​ລືມ​ໄດ້. ອ້າຍ​ໄດ້​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ, ​ເມື່ອ​ມ້າງທຳລາຍ​ຄະດີ​ແມ່ນ​ຕ້ອງ​ສຸມ​ຈິດ​ສຸມ​ໃຈ​ຈົນ​ບໍ່​ຮູ້ສຶກ​ເຫ​ງົານອນ​ອີກ, ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ເຄື່ອນ​ຍ້າຍ​ໄປ​ສະຖານ​ທີ່ໃໝ່; ​​​ຕ້ອງ​ແກ້​ໄຂ​ສະຖານະ​ການຢ່າງ​ວ່ອງ​ໄວ, ຖືກ​ກັບ​ເປົ້າ​ໝາຍ ​ເພື່ອ​ຫຼຸດຜ່ອນຄວາມ​ລົ້ມ​ຫາຍ​ຕາຍ​ຈາກ ​ແລະ ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ປະຊາຊົນ.

        ນັບ​ແຕ່​ປີ 2010, ​ໃນຖານະ​ແມ່ນຫົວໜ້າ​ກອງ​ບັນຊາ​ການ​ຕຳຫຼວດ​ສືບສວນ​ອາດ​ສະ​ຍາ​ກຳ​ຢາ​ເສບ​ຕິດ, ອ້າຍ​​ໄດ້ບັນຊາ​ພະນັກງານ, ນັກຮົບ​ນັບ​ຮ້ອຍ​ຄົນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່, ​ໃນ​ນັ້ນ​​ໄດ້​ສ້າງ​ຜົນງານ​ທີ່​ດີ​ເດັ່ນ​ຫຼາຍ​ຢ່າງ​ຄື​ຄະດີ 107 E ສາມາດ​ຈັບອາດ​ສະ​ຍາກ​ອນ​ໄດ້ 4 ຄົນ, ​ຢາບ້າ 27.000 ​ເມັດ, ​ເກ​ຕາ​ມິນ (ketamine) 4,7 ກິ​ໂລກ​ຼາມ, ນີ້​ແມ່ນ​ການ​ມ້າງທຳລາຍ​ຄະດີ​ຢາ​ບ້າ​ໃຫຍ່​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ​ເມື່ອ​ປີ 2011. ​ເພື່ອ​ປະຕິບັດ​ສິ່ງ​ດັ່ງກ່າວ​ໃຫ້​ໄດ້, ພັນ​ໂທ Nguyen Hoang Thang ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງວຽກ​ງານ​ກໍ່ສ້າງ​ກຳລັງ

        ”ຂ້າພະ​ເຈົ້າ​ແມ່ນ​ຫົວໜ້າ​ກົມກອງ, ຮັບຜິດຊອບ​ໜ້າ​ທີ່​ຕໍ່​ຕຳຫຼວດ​ນະຄອນ​. ຍາມ​ໃດຂ້າພະ​ເຈົ້າ​ກໍ່​ຕິດ​ພັນ​ກັບ​ອ້າຍ​ນ້ອງ​ໃນ​ກົມ​ກອງ, ຮ່ວມ​ກິນ, ຮ່ວມ​ຢູ່, ຮ່ວມ​ດຳລົງ​ຊີວິດ, ຮ່ວມ​ເຮັດ​ວຽກ ​ແລະ ​ ສ້າງຜົນງານ​ຮ່ວມ​ກັນ, ຖື​ກົມ​ກອງ​ເປັນ​ຄອບຄົວ​ຂອງ​ຕົນ. ຕ້ອງ​ເຮັດ​​ແນວ​ໃດ​ທັງ​ປະຕິບັດ​ສຳ​ເລັດ​ບົດບາດ​ແມ່ນ​ຫົວໜ້າ​ກົມ​ກອງ, ທັງ​ສະ​ແດງ​​ໃຫ້​ເຫັນຄວາມ​ຮັບຜິດຊອບ​ຕໍ່​ພັກ, ຕໍ່ຂະ​ແໜງ​ການ ​ແລະປະຊາຊົນ​”.

ພັນໂທ Nguyen Hoang Thang ຜູ້ທີ່ໄດ້ປະກອບສ່ວນຮັກສາຄວາມສະຫງົບ - ảnh 2

        ອ້າຍ​ຄິດ​ວ່າວຽກ​ງານ​ນີ້​ບໍ່​ພຽງ​ແຕ່ແມ່ນ​ໜ້າທີ່​, ​ແມ່ນ​ພັນທະ​ຂອງ​ນັກຮົບຕຳຫຼວດ​ປະຊາຊົນ​ແຕ່ລະຄົນ, ຫາກຍັງ​ແມ່ນ​ການ​ປະກອບສ່ວນ​​​ເຂົ້າ​ໃນ​ການ​ຍູ້​ຢາ​ເສບ​ຕິດ​ໃຫ້​ຖອຍ​ໄປ​ອີກ​ດ້ວຍ. ພາຍຫຼັງ​ວາງ​ແຜນການມ້າງ​ທຳລາຍຄະດີ​​ແຕ່​ລະ​ຄັ້ງ, ອ້າຍ​ລ້ວນ​ແຕ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ກໍ່​ຄື​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ຜູ້​ຮ່ວມ​ງານ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ພັນ​ໂທ Bui Van Ngan, ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ຕຳຫຼວດ​ປາບ​ປາມຢາ​ເສບ​ຕິດ. ຕຳຫຼວດ​ຕະຄອນໂຮ່ຈີ​ມິນ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        ”​ພັນ​ໂທ Nguyen Hoang Thang ແມ່ນ​ຜູ້ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ​ມີ​ຄວາມສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ​ສືບສວນ ​ແລະ ຮູ້​ບືນ​ຕົວ​ຂຶ້ນ​ເພື່ອຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ​ໃນ​ວຽກ​ງານ​ວິຊາ​ການ, ອ້າຍ Thang ​ແມ່ນ​ຄົນ​ແນ່​ວ​ແນ່, ​​ແກ້​ໄຂ​ວຽກງານຢ່າງ​ສົມ​ເຫດ​ສົມ​ຜົນ, ດັ່ງ​ນັ້ນ​ຈຶ່ງ​ສ້າງ​ເງື່ອນ​ໄຂ​ ມ້າງ​ທຳລາຍຄະດີຕ່າງໆ​ສຳ​ເລັດຜົນ”

        ບໍ່​ພຽງ​ແຕ່​ແມ່ນ​ຜູ້​ເມົາ​ມົວ​ກັບ​ວຽກ​ງານ​ເທົ່າ​ນັ້ນ, ພັນ​ໂທ Thang ຍັງ​​ເປັນ​​ອ້າຍ, ​ເປັນເພື່ອນ​ຮ່ວມ​ກົມ​ກອງ​ຜູ້ສະໜິດສະໜົມ​ກັບ​ອ້າຍ​ນ້ອງ​ໃນ​ກົມ​ກອງ​ອີກ​ດ້ວຍ. ພັນ​ຕີ Son Ngoc Lanh , ຫົວໜ້າ​ກອງ​ເສນາ​ທິການ​ສັງ​ລວມ, ກອງ​ບັນຊາ​ການ​ຕຳຫຼວດ​ສືບສວນ​ອາດ​ສະ​ຍາ​ກຳ​ເວົ້າ​ວ່າ:

        ”​ໃນ​ວິຊາ​ການ, ຫົວໜ້າ​ກອງ​ບັນຊາ​ການ Nguyen Hoang Thang ​ແມ່ນ​ຄົນ​ເຄັ່ງ​ຂຶມ ​ແຕ່​ໃນ​ຊີວິດ​ປະຈຳ​ວັນ, ອ້າຍ Thang ພັດ​ແມ່ນ​ຜູ້​ທີ່​ມີ​ຄວາມ​ໄກ້​ສິດ​ສະໜິດສະໜົມ​ກັບ​ອ້າຍນ້ອງ​ທີ່​ສຸດ.  ​ໃນ​ໂອກາດ​ບຸນປີ​ໃໝ່​ຫຼື​ວັນພັກ​ການ, ອ້າຍ​ເຄີຍ​ໄປ​ຢ້ຽມຢາມຖາມ​ຂ່າວ, ລະດົມ​ກຳລັງ​ໃຈ​ບັນດາ​ຄອບຄົວ​ນັກຮົບ, ພິ​ເສດ​ແມ່ນ​ຄອບຄົວທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເພື່ອ​​​ຊອກ​ຫາ​ວິທີແກ້​ໄຂ​... ຈາກ​ນັ້ນ​ສ້າງ​ຄວາມ​ອຸ່ນອ່ຽນ​ໃຈໃຫ້​ພະນັກງານ​ນັກຮົບ​ ​ປະຕິບັດ​ງານ”.

ພັນໂທ Nguyen Hoang Thang ຜູ້ທີ່ໄດ້ປະກອບສ່ວນຮັກສາຄວາມສະຫງົບ - ảnh 3

        ​ເຖິງ​ວ່າ​​ໄດ້​ຮັບວິລະ​ກຳ​ຫຼາຍຢ່າງ​ກໍ່ຕາມ, ​ແຕ່​ເມື່ອ​ເຕື້ອງ​ເຖິງ​ຜົນງານ​ຂອງ​ຕົນ, ຍາມ​ໃດພັນໂທ  Nguyen Hoang Thang ກໍຖື​ວ່າ​ນັ້ນ​ແມ່ນຜົນງານ​ລວມຂອງ​ໝູ່​ຄະນະ​ພະນັກງານ​ນັກຮົບ PC 47, ຫາກ​ບໍ່​ແມ່ນ​ຂອງຕົວ​ລາວ​ເອງ. ພັນ​ໂທ Nguyen Hoang Thang ​ໄດ້​ຮັບໃບ​ຍ້ອງຍໍ​ຂອງ​ນາຍົກລັດຖະມົນຕີ 3 ​ໃບ ​ແລະ​ໃບ​ຍ້ອງຍໍ​ຂອງ​ກະຊວງ​ຕຳຫຼວດ​, ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນຫຼາຍ​ໃບ...

        ດ້ວຍ​ບັນດາ​ຜົນງານ​ທີ່​ດີ​ເດັ່ນ​​ຂອງ​ຕົນ. ຫວ່າງ​ແລ້ວ​ນີ້, ພົນ​ໂທ Nguyen Hoang Thang ​ໄດ້​ຮັບ​ເລືອກ​​ເປັນໜຶ່ງ​ໃນ​ຈຳນວນຜູ້​ແທນ​ສອງ​ຄົນ​ຂອງ​ນະຄອນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ແບບຢ່າງ​ທີ່​ດີ​ເດັ່ນ​ທົ່ວ​ປະ​ເທດ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ກຳລັງ​ຕຳຫຼວດ​ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ