(VOVWORLD) -ເຂດທ່ອງທ່ຽວ “ພາບພົດ ຫວຽດນາມ” ນອນຢູ່ບ້ານ ຝູບິ່ງ ຕາແສງ ອານຝູ ເມືອງ ກູ໋ຈີ ຫ່າງຈາກໃຈກາງ ນະຄອນໂຮ່ຈີມິນ ປະມານ 50 ກິໂລແມັດ. ເຂດທ່ອງທ່ຽວດັ່ງກ່າວ ບໍ່ພຽງແຕ່ຊ່ວຍໃຫ້ທຸກໆຄົນ ສາມາດເຊື່ອມຕົວເຂົ້າກັບບັນຍາກາດຂອງຊາດ ຫວຽດນາມ ຜ່ານບັນດາໄລຍະແຫ່ງການກໍ່ຕັ້ງ, ປົກປັກຮັກສາປະເທດຊາດເທົ່ານັ້ນ ຫາກຍັງປະກອບສ່ວນສຶກສາອົບຮົມໄວໜຸ່ມມີຄວາມເຄົາລົບຖະຫນຸຖະໜອມແຫຼ່ງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຕື່ມອີກ.
ນາງ ເຈິ່ນທິຕວຽດງາ ຜູ້ອຳນວຍການ ເຂດທ່ອງທ່ຽວ “ພາບພົດ ຫວຽດນາມ” |
ເຂດທ່ອງທ່ຽວ “ພາບພົດ ຫວຽດນາມ” ມີເນື້ອທີ່ກວ່າ 20 ເຮັກຕາ ຖືກປົກຄຸມໄປດ້ວຍສີຂຽວຂອງຕົ້ນໄມ້ໃບຫຍ້າ ແລະ ດອກໄມ້ນາໆຊະນິດ. ພໍແດ່ມາຮອດປະຕູໂຂງ ກໍ່ມີຮູບພາບໄຂ່ໜ່ວຍໃຫຍ່ ເຊິ່ງເປັນການບອກເຕືອນກ່ຽວກັບກົກເຄົ້າເຫງົ້າກໍຂອງຊາດ ຫວຽດນາມ ດ້ວຍເລື່ອງລາວຂອງພະບິດາ ລາກລອງກວານ ແລະ ພະແມ່ເອົາເກີ. ຕໍ່ຈາກນັ້ນແມ່ນບັນດາຮູບພາບທີ່ເປັນເອກະລັກທາງວັດທະນະທຳ ປະຫວັດສາດຂອງສາມພາກ ພາກເໜືອ ພາກກາງ ແລະ ພາກໃຕ້ ຄື ປະຕູໂຂງ ໂກ໋ລວາ, ນ້ຳຕົກຕາດ ບ໋ານຢົກ, ໜອງປາໃນ ປ່ຽນເປັນມັງກອນ, ນາຂັ້ນໄດ, ຊາລາບ້ານຢູ່ເຂດ ເຕິຍງວຽນ... ໄດ້ຖືກເຮັດເປັນຮູບຈຳລອງ ຢູ່ບໍລິເວນເຂດທ່ອງທ່ຽວ. ແຕ່ລະກິດຈະກຳ ກໍ່ລ້ວນແຕ່ມີເລື່ອງລາວ, ເປັນສານທາງດ້ານວັດທະນະທຳປະຫວັດສາດ ເຊິ່ງເຈົ້າຂອງເຂດທ່ອງທ່ຽວໄດ້ຝາກຝັງຢູ່ໃນນັ້ນ. ມີບໍ່ເທົ່າໃດຄົນທີ່ຮູ້ວ່າເພື່ອສ້າງເປັນເຂດທ່ອງທ່ຽວ “ພາບພົດ ຫວຽດນາມ” ຄືໃນວັນນີ້, ນາງ ເຈິ່ນທິຕວຽດງາ ເຊິ່ງເປັນລູກຮັກຂອງເຂດດິນ ກູ໋ຈີ ກໍ່ຕ້ອງອອກເຮື່ອເທແຮງ ເປັນເວລາກວ່າ 30 ປີ ເພື່ອຖົມເຂດບຶງທີ່ເຕັມໄປດ້ວຍຂຸມລະເບີດ. ເມື່ອສັນຕິພາບກັບຕ່າວຄືນມາ ດ້ວຍຄວາມຫວັງຢາກຟື້ນຟູດິນແດນແຫ່ງບ້ານເກີດເມືອງນອນ ກໍ່ຄືເກັບຮັກສາບັນດາຄຸນຄ່າທາງດ້ານວັດທະນະທຳຂອງ ຫວຽດນາມ, ນາງ ຕວຽດງາ ໄດ້ສ້າງຕັ້ງສະຫະກອນໝູ່ບ້ານອາຊີບ ພາບພົດ ຫວຽດນາມ ແລະ ໄລຍະຕໍ່ມາໄດ້ຂະຫຍາຍເປັນເຂດທ່ອງທ່ຽວ. ນາງ ງາ ເວົ້າວ່າ:
“ໂດຍແມ່ນລຸ້ນຄົນທີ່ໄດ້ເຂົ້າຮ່ວມການຕໍ່ຕ້ານ ຕ້ານສັດຕູ, ດັ່ງນັ້ນຄວາມເຈັບແສບທຸກຢ່າງຢູ່ດິນແດນແຫ່ງນີ້ ຂ້າພະເຈົ້າກໍ່ໄດ້ເຫັນປະຈັກຕາຫຼາຍກວ່າຜູ້ອື່ນ. ພາຍຫຼັງທີ່ໄດ້ຮັບການປົດປ່ອຍ, ເມື່ອຂ້າພະເຈົ້າອອກໄປຮຽນຢູ່ຕ່າງປະເທດກັບຄືນມາ ຂ້າພະເຈົ້າເຫັນວ່າ ມີສິ່ງໃດໜຶ່ງທີ່ເຮົາຕ້ອງປະຕິບັດ. ດັ່ງນັ້ນ ຂ້າພະເຈົ້າໄດ້ຕັດສິນໃຈ ສ້າງເຂດທ່ອງທ່ຽວນີ້. ຂ້າພະເຈົ້າເອງກໍ່ມີຄວາມເຂົ້າໃຈວ່າ ປະເທດຊາດຕ້ອງມີບັນດາຜູ້ຍອມຮັບຄວາມຫຍຸ້ງຍາກ ຄວາມທົດສອບ ເພື່ອເຮັດວຽກງານວັດທະນະທຳຢ່າງເຂັ້ມງວດ, ດັ່ງນັ້ນຂ້າພະເຈົ້າພະຍາຍາມສືບຕໍ່ເຮັດວຽກງານວັດທະນະທຳ”.
ຜ່ານໄລຍະ 30 ປີແຫ່ງການສ້າງເຂດທ່ອງທ່ຽວ “ພາບພົດ ຫວຽດນາມ”ກໍ່ແມ່ນໄລຍະເວລາທີ່ນາງ ງາ ຕ້ອງຜ່ານບັນດາໄລຍະທີ່ຫຍຸ້ງຍາກ ເພື່ອເດີນຕາມທິດສະດີສ້າງການທ່ອງທ່ຽວແບບຍືຍຍົງ ແລະ ຝາກຝັງຢູ່ໃນນັ້ນ ຄວາມເອກອ້າງທະນົງໃຈຂອງຊາດ, ອະນຸລັກ ແລະ ພັດທະນາບັນດາສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳ ຫວຽດນາມ. ນາງ ງາ ໄດ້ໄປທຸກຫົນແຫ່ງທົ່ວປະເທດ ເພື່ອເກັບກຳບັນດາວັດຖຸພັນປະຫວັດສາດ ວັດທະນະທຳ ຫຼື ພຶກສາຊາດນັບ 100 ຊະນິດ ຢູ່ທົ່ວທຸກແຫ່ງໃນປະເທດ ຫວຽດນາມ; ເຊື້ອເຊີນນັກສິລະປະການທີ່ມາຈາກບັນດາໝູ່ບ້ານອາຊີບ ມາແນະນຳໃນເຂດທ່ອງທ່ຽວ. ນາງ ຫງວຽນທິເຮືອງ ເປັນນັກສິລະປະການມາຈາກໝູ່ບ້ານອາຊີບຜະລິດເຈ້ຍ ດົ໊ງກາວ ແຂວງ ບັກນິງ ໃຫ້ຮູ້ວ່າ:
“ບັນດາເພື່ອນເຍົາວະຊົນ ກໍ່ມີຄວາມຊົມຊອບວຽກງານນີ້ທີ່ສຸດ, ນັບທັງການພິມພາບ, ພວກເພື່ອນເຫຼົ່ານັ້ນກໍ່ມີຄວາມຊົມຊອບ. ເຮົາເອງກໍ່ຮູ້ສຶກເບີກບານມ່ວນຊື່ນ ເພາະວ່າອາຊີບຫັດຖະກຳຂອງບ້ານເກີດເມືອງນອນຂອງຕົນ ໄດ້ຖືກຂະຫຍາຍ ແລະ ແນະນຳໃຫ້ທຸກໆຄົນຮູ້ຈັກເຖິງ”.
ພ້ອມກັບການອະນຸລັກຮັກສາວັດທະນະທຳຂອງຊາດ, ມີອີກສິ່ງໜຶ່ງທີ່ນາງ ເຈິ່ນທິຕວຽດງາ ມີຄວາມຫວັງຢາກເຮັດ ແມ່ນຜ່ານການທ່ອງທ່ຽວ ເພື່ອສຶກສາອົບຮົມໃຫ້ໄວໜຸ່ມ. ໃນບໍລິເວນເຂດທ່ອງທ່ຽວທີ່ກວ້າງໃຫຍ່ນີ້ ກໍ່ມີເຂດເຕັກໂນລຊີສູງສະເພາະ, ເຊິ່ງແມ່ນແຫ່ງທີ່ແຂກທ່ອງທ່ຽວ ພິເສດແມ່ນພວກນ້ອງນັກຮຽນຢາກມາຊອກຮູ້ກ່ຽວກັບບົດບາດຂອງທີ່ດິນ ແລະ ນ້ຳ ບັນດາຂັ້ນຕອນຜະລິດກະສິກຳ ຫຼື ຊອກຮູ້ກ່ຽວກັບວິທີປູກເຫັດ, ບັນດາຂັ້ນຕອນຜະລິດນ້ຳມັນ ຈາກຕົ້ນໄມ້ໃບຫຍ້າ, ຕົ້ນຢາສະໝູນໄພຂອງ ຫວຽດນາມ... ທ່ານ ວັນກົງຮຸ່ງ ຮອງຜູ້ອຳນວຍການເຂດທ່ອງທ່ຽວ ພາບພົດ ຫວຽດນາມ ແບ່ງປັນວ່າ:
“ແນວຄວາມຄິດທີ່ສ້າງເປັນເຂດສະບຽງອາຫານທີ່ສະອາດ, ເຂດນຳໃຊ້ເຕັກໂນໂລຊີທີ່ສະອາດ ກໍ່ແມ່ນແນວຄວາມຄິດທີ່ດີຂອງນາງ ງາ. ພວກນັກຮຽນນັກສຶກສາ ກໍ່ສາມາດມານີ້ ເພື່ອຊອກຮູ້ທາງດ້ານວີທະຍາສາດ ເພື່ອຮູ້ຈັກວິທີເຮັດແນວໃດ ເພື່ອຈະມີນ້ຳສະອາດ, ເຮັດແນວໃດ ເພື່ອໃຫ້ດິນສະອາດ, ເຮັດແນວໃດເພື່ອໃຫ້ສິ່ງແວດລ້ອມສະອາດ ແລະ ທຳມະຊາດສະອາດ. ນີ້ແມ່ນສິ່ງທີ່ເຂດທ່ອງທ່ຽວ ພາບພົດ ຫວຽດນາມ ພວມຝັກໃຝ່ຈາກອັນນ້ອຍໆ ແຕ່ກໍ່ສາມາດແຜ່ຂະຫຍາຍເປັນສິ່ງທີ່ມີຄຸນຄ່າ ອັນໃຫຍ່ຫຼວງກວ່າ”.
ໃນທຸກໆເວລາໃນປີ, ເມື່ອແຂກທ່ອງທ່ຽວຢາກຊອກຫາເຂດທ່ອງທ່ຽວ ທີ່ປະທັບໃຈເພື່ອພັກຜ່ອນຢ່ອນອາລົມ ແຂກທ່ອງທ່ຽວທັງຫຼາຍ ອາດຈະຊອກຫາມາພັກຜ່ອນຢູ່ເຂດທ່ອງທ່ຽວ “ພາບພົດ ຫວຽດນາມ”. ເຂດທ່ອງທ່ຽວແຫ່ງນີ້ ພວມປະກອບສ່ວນທາງດ້ານສີສັນໃຫ້ແກ່ ຮູບພາບທ່ອງທ່ຽວຂອງ ນະຄອນໂຮ່ຈີມິນເພີ່ມຄວາມສວຍງາມຕື່ມອີກ.