ມາຢາມເກາະເຈື່ອງຊາ

(vovworld) – ເຈື່ອງ​ຊາ - ແມ່ນ​ເມືອງ​ເກາະ​ດ່ານ​ໜ້າ​ຂອງ​ຫວຽດ​ນາມ, ຢູ່​ຫ່າງ​ຈາກ​ດິນ​ຕໍ່​ແຜ່ນປະ​ມານ 400 ກມ. ເຖິງວ່າ​​ໄກ​ຈາກດິນ​ຕໍ່​ແຜ່ນ, ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຍັງ​ຂາດ​ເຂີນ, ຫ​ຍຸ້ງ​ຍາກ​ກໍ່​ຕາມ, ແຕ່​ປະ​ຊາ​ຊົນ, ພະ​ນັກ​ງານ​ນັກ​ຮົບ​ຢູ່​ເກາະ​ແຫ່ງນີ້​ ຍັງ​ຄົງ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ ແລະ ກໍ່​ສ້າງ​ເມືອງ​ເກາະ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ. ໃນ​ລາຍ​ການ​ຄົ້ນ​ຫາ​ຫວຽດ​ນາມ ມື້ນີ້, ງອກ​ຟອງ, ນັກ​ຂ່າວວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ ຂໍ​ພາ​ທ່ານ​ໄປ​ຢ້ຽມ​ຢາມ​ເມືອງ​ເກາະ​ເຈື່ອງ​ຊາ​ຜ່ານ​ບົດ​ຂຽນ “ມາ​ຢາມ​ເຈື່ອງ​ຊາ”.

        ໝູ່​ເກາະ​ເຈື່ອງ​ຊາ​​ ຕັ້ງຢູ່​ກາງ​ທະ​ເລ​ຕາ​ເວັນ​ອອກ, ​ທາງທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ຫວຽດ​ນາມ, ຢູ່​ທິດ​ເໜືອ​ແມ່ນ​ໝູ່​ເກາະ​ຮ່​ວາງ​ຊາ, ທິດ​ໃຕ້​ຕິດ​ກັບ​ທະ​ເລ​ມຽນ​ມາ, ບ​ຮູ​ໃນ ແລະ ອິນ​ໂດ​ເນ​ເຊຍ. ໝູ່​ເກາະ​ເຈື່ອງ​ຊາ​ ລວມ​ມີເກາະ​ນ້ອຍ​ໃຫ​ຍ່ ແລະ ຫາດຫີນ​ປະ​ກາ​ລັງ​ນັບ 100 ແຫ່ງ, ດ້ວຍ​​ເຂດທະ​ເລ​ທີ່ມີເນື້ອ​ທີ່​ປະ​ມານ 410.000 ຕາ​ລາງ​ກິ​ໂລ​ແມດ.

ມາຢາມເກາະເຈື່ອງຊາ - ảnh 1

ໝູ່​ເກາະ​ເຈື່ອງ​ຊາ
(ພາບ: thanhnien.com.vn)

        ພາຍຫຼັງ​ເດີນ​ທາງ​ຂ້າມ​ທະ​ເລ​ໃນ​ເວ​ລາ 2 ວັນ ແລະ ຄືນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ມາ​ຮອດ​ເຈື່ອງ​ຊາ… ຄິດ​ວ່າ​ເຈື່ອງ​ຊາ ​ມີ​ພຽງ​ຂີ້ຊາຍ, ຫີນ​ປະ​ກາ​ລັງ ພ້ອມ​ກັບ​ແດດ​ກ້າ, ລົມພັດ​ທີ່​ຮ້າຍ​ແຮງ​ເທົ່າ​ນັ້ນ, ແຕ່​ກົງ​ກັນ​ຂ້າມ, ເຈື່ອງ​ຊາ ​ເຕັມ​ໄປ​ດ້ວຍ​ສີ​ຂຽວ​ອຸ່ມ​ທູ່ມ​ຂອງ​ຕົ້ນ​ໄມ້ຫຼາຍ​ປະ​ເພດ​ຄື​ຢູ່​ເຂດ​ດິນ​ຕໍ່​ແຜ່ນເຊັ່ນ: ​ຕົ້ນ​ກ້ວຍ, ຕົ້ນ​ໝາກ​ຮຸ່ງ ພ້ອມ​ກັ​ບ​ໄກ່, ເປັດ, ງົວ​ເປັນ​ຝູງ ແລະ ເຮືອນ​ມຸງ​​ດິນ​ຂໍຫຼາຍຫຼັງ, ອັ​ນ​ໄດ້​ເຮັດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກມີ​ຄວາມ​ໃກ້ຊິດ, ສະໜິດ​ສະ​ໜົມ. ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ບັນ​ດາ​ວັດ​ວາ​ອາ​ຮາມ​ຢູ່​ຕາ​ແສງ​ຕ່າງໆ​ຄື: ເຈື່ອງ​ຊາ​ໃຫ​ຍ່, ຊອງ​ຕື, ຊິງ​ໂຕ່ນ… ກໍ່​ໄດ້​ຮັບ​ການ​ບຸ​ລະ​ນະ ເພື່ອ​ຮັບ​ໃຊ້​ຊີ​ວິດ​ທາງ​ດ້ານ​ຈິດ​ວີນ​ຍານ​ຂອງ​ຊາວ​ປະ​ມົງ​. ຢູ່​ເກາະ​ຍັງ​ມີ​ອະ​ນຸ​​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ, ພ້ອມ​ກັບ​ບັນ​ດາ​ກິດ​ຈະ​ກຳ​ຄື: ຫໍ​ວັດ​ທະ​ນະ​ທຳ, ເຮືອນ​ພັກ​ຖູ​ໂດ… ອີກ. ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ສ້າງ​ເປັນຮູບ​ພາບ​ໝູ່​ບ້ານ​ສັນ​ຕິ​ສຸກ​​ຄືຢູ່​ເຂດ​ດິນ​ຕໍ່​ແຜ່ນ.

        ໃນ​ຍາມ​ແລງ, ໃຕ້​ຮົ່ມ​ໄມ້​ຂຽວ​ເຢັນ​ສະ​ບາຍຂອງ​ຕົ້ນ​ຫູກວາງ, ພວກ​ເດັກ​ນ້ອຍ​​ພ້ອມ​ກັນລະ​ຫຼິ້ນ​ ແລະ ​ອ່ານສຸ​ພາ​ສິດຢ່າງ​ເບີກ​ບານ​ມ່ວນ​ຊື່ນ.

        “ທະ​ເລກວ້າງ​ໃຫ​ຍ່, ເຈື່ອງ​ຊາ, ຮ່​ວາງ​ຊາ, ໝູ່​ເກາະແສນ​ຮັກ ຂອງ​ຊາວ​ຫວຽດ​ນາມ”.

ມາຢາມເກາະເຈື່ອງຊາ - ảnh 2

ພວກ​ເດັກ​ນ້ອຍ​​ພ້ອມ​ກັນລະ​ຫຼິ້ນ​ໃຕ້​ຮົ່ມ​ໄມ້​ຂຽວ​ເຢັນ​ສະ​ບາຍຂອງ​ຕົ້ນ​ຫູກວາງ

(ພາບ: thanhnien.com.vn)

        ປະ​ຈຸ​ບັນ, ຢູ່​ໝູ່​ເກາະ​ເຈື່ອງ​ຊາ ໄດ້​ປະ​ກົດ​ມີ​ກິດ​ຈະ​ກຳ​ໄຟ​ຟ້າ, ທາງ​ຄົມ​ມະ​ນາ​ຄົມ, ໂຮງ​ຮຽນ, ສຸກ​ສາ​ລາ. ກໍ່​ເຊັ່ນ​ດຽວ​ກັບ​ເກາະ​ເຈື່ອງ​ຊາ​ໃຫ​ຍ່, ຢູ່​ບັນ​ດາ​ຕາ​ແສງ​ຄື​ອານ​ບາງ, ເຈື່ອງ​ຊາ ​ຕາ​ເວັນ​ອອກ, ຟານ​ວິງ, ນາມ​ອຽດ, ເຊີນ​ກາ ລ້ວນ​ແຕ່​ເຕັມ​ໄປ​ດ້ວຍ​ສີ​ຂຽວ​ຂອງ​ຕົ້ນ​ໄມ້, ສວນ​ຜັກຫຼາຍ​ປະ​ເພດ​ຄື: ຜັກ​ບົ້ງ, ຜັກ​ກາດ, ຜັກ​ບວບ​, ຜັກ​ປັງ… ຢູ່ບັນ​ດາ​ເກາະຈົມ​ນ້ຳ​ຄື​ເກາະ​ດ໋າ​ລາດ, ທ່​ວຽນ​ຈ່າຍ, ດ໋າ​ໄຕ, ຕຽນ​ໜື ຕົກ​ຕານ ເຖິງວ່າ​ເນື້ອ​ທີ່ປູກ​ຝັງ​ຖືກ​ຈຳ​ກັດກໍ່​ຕາມ ແຕ່​ພະ​ນັກ​ງານ​ນັກ​ຮົບ​​ຢູ່​ທີ່ນີ້​ໄດ້​​ໝູນໃຊ້​ເນື້ອ​ທີ່​ນ້ອຍໆ​ເພື່ອ​ເຮັດ​ສວນ ແລະ ໃຊ້​ກະ​ຖາງ​ເປັນບ່ອນ​ປູກ​ຜັກ. ຍ້ອນ​ເຫດ​ນັ້ນ, ບໍ່​ພຽງ​ແຕ່​ຢູ່​ເຈື່ອງ​ຊ​າ​ໃຫ​ຍ່​ ເທົ່າ​ນັ້ນ, ຫາກ​ໃນ​ທົ່ວ​ເມືອງ​ເກາະ​ເຈື່ອງ​ຊາ, ນັບ​ທັງ​ຜັກ, ຊີ້ນ, ປາ​ທະ​ເລ​ລ້ວນ​ແຕ່​ຮັບ​ປະ​ກັນຫຼັກ​ອະ​ນາ​ໄມ, ຕອບ​ສະ​ໜອງ​ອາ​ຫານ​ປະ​ຈຳ​ວັນ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບ, ທ່ານ ຫງວຽນ​ວຽດ​ທວນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ​ເຈື່ອງ​ຊາ, ແຂວງ​ແຄ໋ງ​ຮ່​ວາ, ໃຫ້​ຮູ້​ວ່າ:

        “ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ. ນັບ​ແຕ່​ມີ​ມະ​ຕິ​ກ່ຽວ​ກັບ​ຍຸດ​ທະ​ສາດ​ທະ​ເລ​ຫວຽດ​ນາມ​ເຖິງ​ປີ 2020, ​ຊີ​ວິດ​ຂອງ​ພະ​ນັກ​ງານ​ນັກ​ຮົບ ແລະ ປະ​ຊາ​ຊົນເມືອງ​ເກາະ​ເຈື່ອງ​ຊາ ໄດ້ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ປະ​ຈຸ​ບັນ, ບັນ​ດາ​ຕາ​ແສງ​ໃນ​ເມືອງ​ໄດ້​ມີ​ໄຟ​ຟ້າ​ພະ​ລັງ​ແສງ​ຕາ​ເວັນ, ພື້ນ​ຖານ​ໂຄງ​ລ່າງ, ບັນ​ດາ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ໄດ້​ຮັບ​ການ​ບຸ​ລະ​ນະ​ສ້ອມ​ແປງ, ຮັບ​ປະ​ກັນ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທ​ຳເພື່ອ​ໃຫ້​ປະ​ຊາ​ຊົນ​ໃນ​ເກາະພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄຄົມ, ດັ່ງ​ນັ້ນ​ຍາມ​ໃດ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ​ຂອງພະ​ນັກ​ງານ​ນັກ​ຮົບ ແລະ ປະ​ຊາ​ຊົນເມືອງ​ເກາະ​ເຈື່ອງ​ຊາ ກໍ່​ໄດ້​ຮັບ​ປະ​ກັນ”

ມາຢາມເກາະເຈື່ອງຊາ - ảnh 3

ບັນ​ດາ​ຕາ​ແສງ​ໃນ​ເມືອງ​ໄດ້​ມີ​ໄຟ​ຟ້າ​ພະ​ລັງ​ແສງ​ຕາ​ເວັນ

(ພາບ: thanhnien.com.vn)

        ບັນ​ດາ​ຄອບ​ຄົວ​ປະ​ຊາ​ຊົນ​ຢູ່​ເມືອງ​ເກາະ​ເຈື່ອງ​ຊາ ລ້ອນ​ແຕ່​ມີ​ເຮືອນ​ຕຶກ​ແບບ​ຖາ​ວອນ ດ້ວຍ​ເຄື່ອງ​ໃຊ້​ໄມ້​ສອຍ​ໃນ​ການ​ດຳ​ລົງ​ຊີ​ວິດ​ຢ່າງ​ຄົບ​ຖ້ວນ. ສາຍ​ພົວ​ພັນ​ລະ​ຫວ່າງ​ທະ​ຫານ ແລະ ປະ​ຊາ​ຊົນ​ນັບ​ມື້​ນັບ​ໃກ້​ຊິດ​ສະ​ໜິດ​ສະ​ໜົມ. ພິ​ເສດ, ອຳ​ນາດ​ການ​ປົກ​ຄອງ​ໃນ​ເກາະ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ໃນ​ການ​ຜະ​ລິດ, ປັບ​ປຸງ​ຊີ​ວິດ ກໍ່​ຄື​ເບິ່ງ​ແຍງ​ເຖິງ​ການ​ຮ່ຳ​ຮຽນ​ໃຫ້​ລູກຫຼານ​ຂອງ​ເຂົາ​ເຈົ້າ​ອີກ​ດ້ວຍ. ເອື້ອຍ ບູ່ຍ​ທິ​ຍູງ, ​ຄູ​ສອນຢູ່​ເທດ​ສະ​ບານ​ເຈື່ອງ​ຊາ, ເມືອງ​ເຈື່ອງ​ຊາ, ແຂວງ​ແຄ໋ງ​ຮ່​ວາ, ໃຫ້​ຮູ້​ວ່າ:

        “ເມື່ອ​ຫາ​ກໍ່​ມາ​ດຳ​ລົງ​ຊີ​ວິດ​ຢູ່​ເກາະ​ແຫ່ງນີ້ ຊີ​ວິດ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ, ແຕ່​ປະ​ຈຸ​ບັນ​​ຄ່ອຍໆ​ເປັນ​ປົກ​ກະ​ຕິ​ແລ້ວ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ເຈື່ອງ​ຊາ ນັບ​ມື້​ນັບ​ໃຫ​ຍ່​ໂຕ, ສວຍ​ງາມ ແລະ ໄດ້​ຮັບ​ການ​ກໍ່​ສ້າງ​ຢ່າງ​ໝັ້ນ​ຄົງ​ກວ່າ​ອີກ”.

ມາຢາມເກາະເຈື່ອງຊາ - ảnh 4

ສາຍ​ພົວ​ພັນ​ລະ​ຫວ່າງ​ທະ​ຫານ ແລະ ປະ​ຊາ​ຊົນ​​ຢູ່​ເມືອງ​ເກາະ​ເຈື່ອງ​ຊານັບ​ມື້​ນັບ​ໃກ້​ຊິດ​ສະ​ໜິດ​ສະ​ໜົມ

(ພາບ: thanhnien.com.vn)

        ດ້ວຍນ້ຳ​ໃຈ​ທົ່ວ​ປະ​ເທດ​ເພື່ອ​ເຈື່ອງ​ຊາ. ໃນ​ຊຸມ​ປີ​ຜ່ານ​ມາ, ພ້ອມ​ກັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ, ນັກ​ຮົບ​ໃນ​ທົ່ວ​ປະ​ເທດ, ທະ​ຫານ ແລະ ປະ​ຊາ​ຊົນ​ເຈື່ອງ​ຊາ ຍາມ​ໃດ​ກໍ່​ມີ​ຄວາມ​ອູ່ນ​ອ່ຽນ​ໃຈ​ດຳ​ລົງ​ຊີ​ວິດ​ຢູ່​ທີ່​ຕັ້ງ​ດ່ານ​ໜ້າ​, ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດທະ​ເລໝູ່​ເກາະ, ເປັນ​ບ່ອນ​ອີງ​ຢ່າງ​ໝັ້ນ​ຄົງ​ເພື່ອໃຫ້​ຊາວ​ປະ​ມົງ​ໄປ​ຫາ​ປາ​ຢູ່​ທະ​ເລ; ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ແບ່ງ​ປັນ, ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ​ຈາກ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ