(VOVWORLD) -ຊອກຈັງ ແມ່ນແຂວງພາກໃຕ້ຫວຽດນາມ, ມີຊາວເຜົ່າຂະແມດຳລົງຊີວິດຢ່າງຫຼວງຫຼາຍ. ຊາວເຜົ່າຂະແມຖືເປັນສຳຄັນພິເສດບັນດາການເຄື່ອນໄຫວວັດທະນະທຳການເຫຼື້ອມໃສທາງດ້ານຈິດວິນຍານ, ດັ່ງນັ້ນ, ວັດຢູ່ ຊອກຈັງບໍ່ພຽງແຕ່ແມ່ນບ່ອນເພື່ອໃຫ້ບັນດາພິກຂຸສຳມະເນັນບູຊາພະພຸດທະເຈົ້າເທົ່ານັ້ນ, ຫາກຍັງແມ່ນແຫ່ງດຳເນີນຊີວິດວັດທະນະທຳທີ່ເປັນມູນເຊື້ອຂອງວົງຄະນະຍາດຊຸມຊົນທ້ອງຖິ່ນອີກດ້ວຍ
ວັດ ມະຫາຕຸບໃນແຂວງຊອກຈັງ |
ທົ່ວແຂວງ ຊອກຈັງມີເຖິງ 99 ວັດຂອງຊາວເຜົ່າຂະແມ. ພົ້ນເດັ່ນຂຶ້ນແມ່ນວັດ kh ່ leang, ວັດ ມະຫາຕຸບ, ວັດດິນດາກ, ວັດຊ່າຫຼອນ…
ວັດຊ່າຫຼອນທີ່ຂຶ້ນກັບຕາແສງດ້າຍເຕີມ, ເມືອງມີ້ຊວຽນ ຫ່າງຈາກນະຄອນ ຊອກຈັງປະມານ 12 ກມ. ວັດໄດ້ຮັບການປຸກສ້າງເມື່ອປີ 1815. ຈຸດທີ່ເປັນເອກະລັກຂອງວັດແມ່ນຝາຖືກຕິດ, ປະດັບປະດາດ້ວຍປ່ຽງຖ້ວຍ, ຈານທີ່ເຮັດດ້ວຍດິນເຜົາເຄືອບ, ອັນໄດ້ສ້າງເປັນສີສັນຫຼາກຫຼາຍ ແລະ ມີຊີວິດຊີວາ. ທ່ານ ຈິມຈອດ ຫົວໜ້າຄະນະຄຸ້ມຄອງ ວັດຊ່າຫຼອນ ໃຫ້ຮູ້ວ່າ :
“ ໃນໄລຍະສົງຄາມ, ວັດຖືກຖີ້ມລະເບີດທຳລາຍ. ບັນດາພະພິກຂຸພ້ອມກັບຄະນະຄຸ້ມຄອງວັດໄດ້ໄປຂົນຂວາຍແຜ່ບໍລິຈາກເງິນ, ເກັບເອົາແຕ່ລະປ່ຽງຈາກເຄື່ອງວັດຖຸແຕກເພື່ອປຸກສ້າງວັງບູຊາໃຫຍ່ໃນວັດ. ດັ່ງນັ້ນ, ວັງບູຊາໃຫຍ່ຖືກອອກແບບຕາມສະຖາປັດຕະຍະກຳໂດຍນຳໃຊ້ທັງເຄື່ອງໃໝ່, ທັງເຄື່ອງວັດຖຸຖືກແຕກ”
ກໍເຊັ່ນດຽວກັນກັບວັດຂະແມອື່ນໆ, ຫຼັງຄາວັດຊ່າຫຼອນປະກອບດ້ວຍ 3 ຫຼັງຄາ ຖືກປະດັບປະດາດ້ວຍລວດລາຍຢ່າງລະອຽດອ່ອນ, ງາມຕາສະແດງໃຫ້ເຫັນຄວາມຫວັງມີສັນຕິສຸກ. ຢູ່ 2 ຝາວັດ, ມີຫຼາຍຮູບແຕ້ມພັນລະນາເຖິງການດຳລົງຊີວິດຂອງພະພຸດທະເຈົ້າ ນັບຕັ້ງແຕ່ວັນວິສາຂະບູຊາຕະຫຼອດຮອດວັນປະລິນີບພານ. ຫ້ອງບູຊາໃນວັງໃຫຍ່ລວມມີຮູບປັ້ນພະພຸດນ້ອຍໃຫຍ່ 20 ຮູບຖືກຈັດວາງຢ່າງເໝາະສົມ.
ສ່ວນວັດ kh ່ leang ແມ່ນວັດເກົ່າແກ່ທີ່ສຸດໃນແຂວງ ຊອກຈັງ, ຖືກຕັ້ງຢູ່ທີ່ເລກທີ 71 ຖະໜົນເມົ້າເທີນ, ນະຄອນ ຊອກຈັງ, ວັດນິ້ີ້ໄດ້ຮັບການປຸກສ້າງບົນພື້ນທີ່ສູງ, ຢູ່ອ້ອມແອ້ມມີກົກຕານຫຼາຍກົກແມ່ນຕົ້ນໄມ້ສັນຍາລັກຂອງຊາວເຜົ່າຂະແມ. ປະຕູໂຂງຂອງວັດຖືກປະດັບປະດາດ້ວຍລວດລາຍຢ່າງລະອຽດອ່ອນ, ມີສີສັນຫຼາກຫຼາຍ ເຂັ້ມຂົ້ນໄປດ້ວຍວັດທະນະທຳເຜົ່າຂະແມ. ຫຼັງຄາວັດຖືກກໍ່ສ້າງແບບ 3 ຊັ້ນ, ປະດັບປະດາດ້ວຍຮູບແກະຄວັດສະຫຼັກ ໂຕນົກ, ສັດປະເພດຕ່າງໆ ສະແດງໃຫ້ເຫັນຄວາມສຳນຶກຂອງຊາວເຜົ່າຂະແມກ່ຽວກັບສາຍກ່ຽວພັນລະຫວ່າງພະພຸດທະເຈົ້າ - ມະນຸດ - ສະຫວັນ. ໃນວັງບູຊາໃຫຍ່, ມີ 16 ເສົາເຮັດດ້ວຍໄມ້ ຖືກຟອກຄຳປິວ ແລະ ຄວັດຮູບພາບຕ່າງໆທີ່ພັນລະນາກ່ຽວກັບຊີວິດຂອງພະພຸດທະເຈົ້າ ແລະ ການດຳເນີນຊີວິດ ທຳມະເທດສະໜາ. ຢູ່ໃຈກາງວັງບູຊາໃຫຍ່, ແມ່ນພະພຸດທະຮູບນັ່ງຢູ່ເທິງດອກບົວດ້ວຍຄວາມສູງ 6,8 ແມັດ ຖືກຫຼໍ່ເມື່ອປີ 1916. ຢູ່ອ້ອມແອ້ມພະພຸດທະຮູບ ມີວັດຖຸພັນຫຼາຍຢ່າງຂອງຊາວເຜົ່າຂະແມຖືກນຳມາວາງສະແດງ, ຊຶ່ງປຽບເໝືອນວິທີອະນຸລັກຮັກສາ ແລະ ເສີມຂະຫຍາຍຄວາມເປັນເອກະລັກໃນການດຳເນີນຊີວິດວັດທະນທຳເມື່ອກ່ອນນີ້.
ສ່ວນວັດ ມະຫາຕຸບຖືກຕັ້ງຢູ່ທີ່ເລກທີ 73 B ຖະໜົນ ເລຮົ່ງຟອງ, ນະຄອນ ຊອກຈັງ. ວັດ ມະຫາຕຸບຍັງຖືກເອີ້ນວ່າ ວັດເຈຍ ເພາະວ່າ ໃນວັດມີເຈຍນັບໝື່ນໂຕພວມມີຊີວິດໃນບໍລິເວນວັດ..ຢູ່ເດີນວັດ ຍັງຄຶກຄື້ນໄປດ້ວຍສຽງດົນຕີຈາກວົງດົນຕີ 5 ຢ່າງ. ອ້າຍຈິ້ງຕຽນ ສັງກັດວົງດົນຕີ 5 ຢ່າງໃຫ້ຮູ້ວ່າ :
“ໃນຊຸມວັນບຸນຄື ຈອນທມານເທີໄມ, ພິທີດອນຕາ, ໃນ 2-3 ວັນນັ້ນ, ວົງດົນຕີ 5 ຢ່າງກໍເຕົ້າໂຮມກັນຫຼິ້ນດົນຕີໃນວັດເພື່ອສະແດງໃຫ້ເຫັນຄວາມເຄົາລົບນັບຖືຂອງຊາວເຜົ່າຂະແມເມື່ອຖະຫວາຍເຂົ້າຕໍ່ວັດ ”
ຍັງມີວັດອີກວັດໜຶ່ງ, ນັ້ນແມ່ນວັດດິນດາກຕັ້ງຢູ່ທີ່ເລກທີ 163 A ຖະໜົນເລືອງດິງກົວ, ແມ່ນວັດພຽງວັດດຽວຢູ່ຊອກຈັງຖືກອອກແບບຕາມສະຖາປັດຕະຍະກຳຂອງຊາວຫວຽດນາມ. ວັດນີ້ໂດຍທ່ານ ໂງກິມໄຕ ປຸກສ້າງເມື່ອປີ 1906, ຫຼັງຄາວັດຖືກຄ້ຳຢັນດ້ວຍ 24 ເສົາ, ແຕ່ລະເສົາ ລ້ວນແຕ່ຖືກປະດັບປະດາດ້ວຍຮູບມັງກອນພວມເລື່ອນລອຍດ້ວຍດິນດາກ. ປະຈຸບັນ, ວັດນີ້ຍັງເກັບຮັກສາຮູບປັ້ນຂະໜາດນ້ອຍໃຫຍ່ 1991 ຮູບພ້ອມກັບຫຼາຍກິດຈະການອື່ນໆທີ່ເປັນເອກະລັກ.
ວັດຂະແມແມ່ນມີຄວາມໝາຍສຳຄັນໃນຊີວິດວົງຄະນະຍາດ. ທ່ານ ເຈີມແຊງ ຢູ່ຕາແສງດ້າຍເຕີມ, ເມືອງມີ້ເຊີນ, ແຂວງຊອກຈັງ ໃຫ້ຮູ້ວ່າ :
“ ວັດແມ່ນບ່ອນຈັດຕັ້ງບັນດາການເຄື່ອນໄຫວດຳເນີນຊີວິດວັດທະນະທຳ, ແມ່ນບ່ອນດຳເນີນຊີວິດທາງດ້ານຈິດວິນຍານ, ການເຫຼື້ອມໃສຂອງພໍ່ແມ່ພີນ້ອງບັນດາເຜົ່າ. ເພື່ອເຮັດແນວໃດ ໃນວັນບຸນ ທຸກຄົນຈະໄດ້ໄປວັດໄຕ້ທູບທຽນບູຊາພະພຸດທະເຈົ້າ ຕາມການເຊື່ອຖືທາງດ້ານຈິດວິນຍານ, ການເຫຼື້ອມໃສຂອງຕົນ”
ບັນດາວັດຂະແມແມ່ນການເຕົ້າໂຮມຍອດຍິ່ງລະຫວ່າງສິລະປະອັນເປັນມູນເຊື້ອ ແລະ ລັກສະນະປະດິດຄິດສ້າງຂອງຊົນເຜົ່າດ້ວຍບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ສະແດງອອກຜ່ານສະຖາປັດຕະຍະກຳ, ລວດລາຍປະດັບປະດາ. ວັດແມ່ນບ່ອນຊ້ອນແຝງບັນດາຄຸນຄ່າທາງດ້ານຈິດວິນຍານ, ການເຫຼື້ອມໃສ, ວັດທະນະທຳອັນເລິກເຊິ່ງຂອງຊົນເຜົ່າຂະແມ.