ວັດ ວ້ານແຮັ້ງ ຢູ່ ດ່າລາດ ແຫ່ງເກັບຮັກສາ ບັນດາຜະລິດຕະພັນສິລະປະກຳເຮັດດ້ວຍຫີນ
Thu Hang -  
(VOVWORLD) -ໂດຍຖືກຕັ້ງຢູ່ຖະໜົນ ຟູ່ດົ່ງທຽນເວືອງ ນະຄອນ ດ່າລາດ ແຂວງ ເລິມດົ່ງ, ວັດ ວ້ານແຮັ້ງ ແມ່ນສະຖານທີ່ບູຊາທີ່ເຄັ່ງຂຶມ ທີ່ສະຫງວນໃຫ້ແກ່ພະສົງສຳມະເນນ ພຸດທະສາສະນິກກະຊົນແຂກສາລະທິດ ທີ່ມານະມັດສະການໄຫວ້ບູຊາ ແລະ ຍັງໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາກິດຈະກຳວັດທະນະທຳທີ່ເປັນເອກະລັກ ສະແດງໃຫ້ເຫັນສະຖາປັດຕະຍາກຳ ພິເສດສະເພາະຂອງພຸດທະສາສະໜາ. ຢູ່ແຫ່ງນີ້ຍັງເກັບຮັກສາບັນດາຮູບພາບ ເຮັດດ້ວຍຫີນແກ້ວ ພ້ອມກັບບັນດາວັດຖຸບູຮານ ເຊິ່ງພະອາຈານໃຫຍ່ ທິກວຽນແທັງ ເຈົ້າອະທິການວັດໄດ້ເກັບກຳ ໃນໄລຍະກວ່າ 30 ປີທີ່ຜ່ານມາ
ຮູບປັ້ນພະພຸດທະເຈົ້າມືຈັບດອກບົວ |
ສຽງລະຄັງໄດ້ດັງກ້ອງກັງວານຂຶ້ນ ອັນໄດ້ເຮັດໃຫ້ບັນຍາກາດເພີ່ມຄວາມສະຫງົບງຽບ ໃນບໍລິເວນວັດ ວ້ານແຮັ້ງ ເຊິ່ງຖືກຕັ້ງບົນໂນນໜ່ວຍໜຶ່ງ. ພະອາຈານໃຫຍ່ ທິກວຽນແທັງ ໄດ້ເລົ່າກ່ຽວກັບບັນດາລະຄັງທີ່ເປັນເອກະລັກນີ້ວ່າ: ອາດຕະມາໄດ້ເກັບກຳເປືອກລູກລະເບີດທີ່ຍັງບໍ່ທັນແຕກຫຼາຍລູກຢູ່ແຂວງ ກວ໋າງຈິ, ກວ໋າງນາມ, ກວ໋າງຫງາຍ ແລະ ຕາແສງ ຮວ່າຍດຶກ ເມືອງ ເລິມຮ່າ ແຂວງ ເລິມດົ່ງ. ລູກລະເບີດເຫຼົ່ານັ້ນ ໄດ້ກໍ່ຄວາມເຈັບປວດໃຫ້ແກ່ຊາວ ຫວຽດນາມ ຫຼາຍຄົນ. ປັດຈຸບັນລູກລະເບີດເຫຼົ່ານັ້ນ ໄດ້ກາຍເປັນບັນດາລະຄັງ ເພື່ອຮັບໃຊ້ໃຫ້ແກ່ສັນຕິພາບ. ໂດຍໄດ້ເປັນເຈົ້າອະທິການວັດ ວ້ານແຮັ້ງ ມາແຕ່ປີ 1980, ພະອາຈານໃຫຍ່ ທິກວຽນແທັງ ໄດ້ມີຄຸນງາມຄວາມດີໃນການກໍ່ສ້າງວັດ ດ້ວຍສິ່ງທີ່ເປັນເອກະລັກຂອງວັນນີ້. ພະອາຈານໃຫຍ່ ເວົ້າວ່າ:
“ວັດ ວ້ານແຮັ້ງ ດ່າລາດ ໄດ້ຮັບການບກໍ່ສ້າງຂຶ້ນນັບແຕ່ປີ 1952 ໂດຍພຸດທະສາສະນິກກະຊົນຈຳນວນໜຶ່ງຊຶ່ງເດີນທາງຈາກພາກກາງຂຶ້ນແຂວງ ເລິມດົ່ງ ເພື່ອສ້າງອາຊີບ. ຄາວນັ້ນ ວັດມີເນື້ອທີ່ພຽງ 9 ຕາແມັດເທົ່ານັ້ນ ແລະ ຫຼັງຄາຖືກມຸງດ້ວຍສັງກະສີ. ຮອດປີ 1980 ສະມາຄົມພຸດທະສາສະໜາ ໄດ້ແຕ່ງຕັ້ງອາດຕະມາ ເປັນເຈົ້າອະທິການວັດ. ນັບແຕ່ນັ້ນມາຮອດປີ 1994 ພວກອາດຕະມາໄດ້ບູລະນະ ປະຕິສັງຂອນເປັນວັດ ວ້ານແຮັ້ງ ທີ່ເຄັ່ງຂຶມ ແລະ ໃຫຍ່ໂຕຄືວັນນີ້. ຮອດປີ 2002 ພວກອາດຕະມາ ໄດ້ສ້າງຮູບປັ້ນພະພຸດທະເຈົ້າມືຈັບດອກບົວ ເພື່ອໃຫ້ພຸດທະສາສະນິກກະຊົນຢ້ຽມຊົມ ແລະ ໄຫວ້ບູຊາ”.
ຮູບປັ້ນພະພຸດທະເຈົ້າມືຈັບດອກບົວ ມີລວງສູງ 24 ແມັດ, ມີນ້ຳໜັກ 60 ໂຕນ. ໃນບໍລິເວນຂອງວັດກໍ່ມີສິ່ງໜຶ່ງພິເສດທີ່ສຸດ ນັ້ນແມ່ນຢູ່ໃນສອງຫ້ອງນ້ອຍ ຢູ່ຄຽງຂ້າງສວນຕົ້ນໄມ້ປະດັບ, ຢູ່ແຫ່ງນີ້ພະພຸດທະຮູບໄດ້ປົກຄຸມຄວາມເຢັນ ໃຫ້ແກ່ບັນດາໂງ່ນຫີນແກ້ວ ເຊິ່ງເຈົ້າອະທິການວັດໄດ້ເກັບກຳ ໃນໄລຍະ 30 ປີທີ່ຜ່ານມາ. ບໍ່ພຽງແຕ່ແມ່ນທຳມະຊາດດົນບັນດານໃຫ້ເທົ່ານັ້ນ, ສິ່ງທີ່ເປັນໜ້າຈັບໃຈກວ່ານີ້ອີກ ນັ້ນແມ່ນບັນດາຮູບພາບ, ບັນດາແຜນທີ່ຂອງປະເທດ ຫວຽດນາມ ດ້ວຍຕົວໜັງສື S ຖືກເຮັດດ້ວຍບັນດາເມັດຫີນແກ້ວຕິດຕໍ່ກັນ. ພະອາຈານໃຫຍ່ ທິກວຽນແທັງ ເວົ້າວ່າ:
“ອາດຕະມາເລີ່ມເຮັດຮູບພາບຫີນນັບແຕ່ປີ 2007. ອາດຕະມາໄດ້ເຮັດຮູບພາບຕ່າງໆ ດ້ວຍຫີນແກ້ວຄື ຮູບພາບກ່ຽວກັບນ້ຳໃຈຂອງແມ່, ໄຖນາ… ເພື່ອປະໄວ້ໃຫ້ຊີວິດມະນຸດໃນຍຸກປັດຈຸບັນ, ໃນນັ້ນມີການປະສານສົມທົບກັບຊາຍຊະນິດຕ່າງໆ ທີ່ເອົາມາຈາກແຂວງ ບິ່ງທ້ວນ, ນິງທ້ວນ. ອາດຕະມາໄດ້ເຮັດຮູບພາບເຫຼົ່ານັ້ນ ເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຊົມ ດ້ວຍຈຸດປະສົງວາງສະແດງເທົ່ານັ້ນ”.
ດ້ວຍຈຸດປະສົງປະໄວ້ໃຫ້ຊີວິດມະນຸດ, ໃນການເດີນທາງເຄື່ອນໄຫວທາງສາສະໜາ ພະອາຈານໃຫຍ່ ທິກວຽນແທັງ ຍັງເກັບກຳວັດຖຸບູຮານ ໄດ້ກວ່າ 2.000 ຢ່າງ ເຊິ່ງສ່ວນຫຼາຍກໍ່ລ້ວນແຕ່ຕິດພັນກັບວັດທະນະທຳ ຂອງໂລກມະນຸດ. ເລີ່ມຈາກຄົກຫີນໜ່ວຍໜຶ່ງ ເຊິ່ງພະອາຈານໃຫຍ່ໄດ້ເກັບກຳມາໄດ້ຈາກເມືອງ ເລິມຮ່າ ແຂວງ ເລິມດົ່ງ ໃນໄລຍະກ່ອນນີ້ກວ່າ 30 ປີ, ມາຮອດປັດຈຸບັນ ພະອາຈານໃຫຍ່ ທິກວຽນແທັງ ໄດ້ຊອກຫາ ແລະ ນຳຄົກຫີນ 200 ໜ່ວຍມາເກັບຮັກສາຢູ່ວັດ ວ້ານແຮັ້ງ ໃນນັ້ນມີຄົກເກົ່າແກ່ຖືກນຳມາຈາກແຂວງ ກວ໋າງຫງາຍ ໄດ້ມີອາຍຸກວ່າ 300 ປີ. ພ້ອມກັນນັ້ນກໍ່ແມ່ນຮູບແກະຄວັດສະຫຼັກຫີນ ສຳລັບສັດປະເພດຕ່າງໆ, ໝໍ້ທອງ, ພາເຂົ້າເຮັດດ້ວຍທອງ, ຄົກຕຳເຂົ້າ, ມີດຕັດໝາກ, ຄັນໄຖເຮັດດ້ວຍເຫຼັກ…
ບັນດາເລື່ອງລາວຂອງເຈົ້າອະທິການວັດ ໄດ້ເປັນສິ່ງທີ່ຈັບໃຈ ແລະ ດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍ. ຖ້າມີໂອກາດມາຢ້ຽມຊົມວັດ ວ້ານແຮັ້ງ, ແຂກທ່ອງທ່ຽວຈະໄດ້ຮັບຟັງບັນດາເລື່ອງລາວ ທີ່ເປັນໜ້າຈັບໃຈ ຫຼື ຮັບຟັງຄຳສອນສາສະໜາພຸດ ເພື່ອສາມາດເຫັນໄດ້ເຖິງຄວາມສຸກໃນການດຳລົງຊີວິດ.
Thu Hang