ອາຫານການກິນຢູ່ພາກໃຕ້ເວົ້າລວມ ແລະ ດິນແດນດົງທາບເມື່ອຍເວົ້າສະເພາະແມ່ນການເຕົ້າໂຮມສິ່ງຍອດຍິ່ງຂອງທັງຂະບວນວິວັດປະຫວັດສາດແຫ່ງການອອກແຮງງານເພື່ອບຸກເບີກພື້ນທີ່ກ່ອນນີ້ນັບຮ້ອຍປີ. ບັນດາເຍື່ອງອາຫານທີ່ລຽບງ່າຍ, ເຕັມໄປດ້ວຍລົດຊາດເຂດພາກໃຕ້.
ປີ້ງປາ, ເຍື່ອງອາຫານພິເສດຢູ່ດົງທາບເມື່ອຍ |
ດົງທາບເມື່ອຍແມ່ນດິນແດນໂດຍທຳມະຊາດເອື້ອອຳນວຍຄວາມສະດວກດ້ວຍລະບົບສັດພຶກສາຊາດທີ່ອຸດົມສົມບູນ. ຍ້ອນຈຸດພິເສດທາງດ້ານພູມສາດຂອງເຂດດິນນ້ຳຖ້ວມທີ່ກ້ວາງໃຫຍ່ໄພສານ, ດົງທາບເມື່ອຍແຕ່ດົນນານມາແລ້ວ ໄດ້ກາຍເປັນອູ່ປາໃຫຍ່ ແລະ ເປັນຂີດໝາຍໃນຊີວິດດ້ານອາຫານການກິນຂອງປະຊາຊົນ. ເຂດແມ່ນ້ຳລຳເຊທີ່ກ້ວາງໃຫຍ່, ມີຄວາມອຸດົມສົມບູນທາງດ້ານສັດນ້ຳ, ນົກຊະນິດຕ່າງໆ ຍັງໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນໃນການປຸງແຕ່ງອາຫານຫຼາຍເຍື່ອງທີ່ເປັນເອກະລັກສະເພາະ. ທ່ານ ຝ້າມວັນເຈີ້ນ ນັກຄົ້ນຄ້ວາວັດທະນະທຳ ທ່ອງທ່ຽວຢູ່ ດົງທາບເມື່ອຍໃຫ້ຮູ້ວ່າ :
“ດົງທາບເມື່ອຍແມ່ນເຂດນ້ຳຖ້ວມ, ດັ່ງນັ້ນທາງດ້ານ ອາຫານການກິນຢູ່ທີ່ນີ້ຖືກຄອບງຳຍ້ອນຈຸດພິເສດສະເພາະ. ບັນດາເຍື່ອງອາຫານມີຈຸດພິເສດສະເພາະຈາກທຳມະຊາດ, ບໍ່ເອົາໃຈໃສ່ຫຼາຍເຖິງເຕັກນິກການປຸງແຕ່ງ, ແຕ່ສຳຄັນແມ່ນຫຼາກຫຼາຍທາງດ້ານສັດນ້ຳ, ພືດພັນເພື່ອຮັບໃຊ້ການປຸງແຕ່ງອາຫານ ”
ປາແມ່ນແຫຼ່ງວັດຖຸດິບຫຼາກຫຼາຍເພື່ອໃຫ້ປະຊາຊົນປຸງແຕ່ງອາຫານໄດ້ຫຼາຍເຍື່ອງທີ່ແຕກຕ່າງກັນເຊັ່ນ: ປີ້ງປາ, ຕົ້ມເຄັມປາ, ອົບປາ, ເຮັດນ້ຳປາ…
ປາສະລອຍກໍແມ່ນແຫຼ່ງວັດຖຸດິບເພື່ອໃຫ້ຊາວທ້ອງຖິ່ນປຸງແຕ່ງອາຫານໄດ້ຫຼາຍເຍື່ອງ. ຊີ້ນຂອງ ປາສະລອຍແມ່ນຫວານ, ບໍ່ມີກະດູກ. ຍາມນ້ຳຂຶ້ນ, ປາຊະນິດນີ້ລອຍຕາມສາຍນ້ຳເປັນຝູງມາເຕັມທົງນາ. ລຸງຕືແບ ປະກອບອາຊີບຫາປາຢູ່ ດົງທາບເມື່ອຍ ໃຫ້ຮູ້ວ່າ :
“ ກ່ອນນີ້, ປາສະລອຍມີຂາຍຢູ່ຕະຫຼາດດ້ວຍລາຄາຖືກທີ່ສຸດ, ແຕ່ມາບັດນີ້, ປາສະລອຍໄດ້ກາຍເປັນປາຊະນິດທີ່ມີຄ່າຫາຍາກ. ປະຊາຊົນຢູ່ແຫ່ງນີ້ເຄີຍຊື້ປາສະລອຍມາຕົ້ມເຄັມ ຫຼືຕົ້ມແກ່ງສົ້ມກໍໄດ້ ”
ຕາມລຸງຕືແບແລ້ວ, ຊີ້ນປາສະລອຍແມ່ນຫວານທີ່ສຸດ, ດັ່ງນັ້ນສາມາດປຸງແຕ່ງອາຫານໄດ້ທຸກເຍື່ອງ, ເຍື່ອງໃດກໍແຊບໝົດ. ສຳລັບເຍື່ອງອາຫານຕົ້ມເຄັມແມ່ນມີຄວາມເປັນເອກະລັກສະເພາະຂອງດິນແດນ ດົງທາບເມື່ອຍ, ເພາະໃນນັ້ນແມ່ນປະກອບດ້ວຍຄົບທຸກຊະນິດເຊັ່ນ: ປາ, ອຽນ, ປູນາ.. ພ້ອມກັບຜັກຫຼາຍຊະນິດ.
ທ່ານຝ້າມວັນເຈີ້ນ, ນັກຄົ້ນຄ້ວາວັດທະນະທຳທ່ອງທ່ຽວດົງທາບ ຖືວ່າ ວັດທະນະທຳທາງດ້ານອາຫານການກິນຢູ່ເຂດ ດົງທາບເມື່ອຍແມ່ນສະແດງໃຫ້ເຫັນຄວາມສະປອດ, ບໍ່ລະອຽດລະອໍ, ແຕ່ມີຄວາມອຸດົມສົມບູນ ແລະ ບໍ່ເອົາໃຈໃສ່ເຖິງວິທີປຸງແຕ່ງ ແລະ ການວາງສະແດງ. ໃນຊີວິດປະຈຳວັນ, ອາຫານການກິນຢູ່ ດົງທາບເມື່ອຍກໍແມ່ນບັນຍາກາດວັດທະນະທຳຂອງວົງຄະນະຍາດ. ທ່ານຝ້າມວັນເຈີ້ນ, ນັກຄົ້ນຄ້ວາວັດທະນະທຳທ່ອງທ່ຽວດົງທາບ ໃຫ້ຮູ້ຕື່ມອີກວ່າ :
“ ກ່ຽວກັບຄວາມໝາຍປະຫວັດສາດ, ອາຫານການກິນຢູ່ ດົງທາບເມື່ອຍໄດ້ສ່ອງແສງເຖິງຄວາມລຳບາກກາກກຳຂອງປູ່ຍ່າຕາຍາຍເມື່ອທຳການບຸກເບີກພື້ນທີ່ຢູ່ດິນແດນທີ່ຮ້າຍແຮງແຕ່ເຕັມໄປດ້ວຍທ່າແຮງບົ່ມຊ້ອນ. ທາງດ້ານວັດທະນະທຳ, ນີ້ແມ່ນການສືບຕໍ່ ແລະ ຂະຫຍາຍຕົວຂອງຊົນຊາດບົນດິນແດນແຫ່ງໃໝ່. ທາງດ້ານຊີວິດສັງຄົມ, ມັນໄດ້ສ່ອງແສງອາລົມຈິດ, ນ້ຳໃຈແຫ່ງບ້ານເກີດເມືອງນອນ, ແມ່ນພາຫະນະແລກປ່ຽນ, ເຊື່ອມຕໍ່ທາງດ້ານຈິດໃຈຂອງຊາວທ້ອງຖິ່ນກັບວົງຄະນະຍາດ. ດ້ວຍຄວາມໝາຍເຊັ່ນນັ້ນ, ແມ່ນຄວນອະນຸລັກ ແລະ ເສີມຂະຫຍາຍມໍລະດົກ ອາຫານການກິນ, ທັງນີ້ກໍເປັນການປະກອບສ່ວນໂຄສະນາວັດທະນະທຳທ່ອງທ່ຽວ, ຮັກສາສິ່ງແວດລ້ອມຊີວະພາບ ແລະ ລະບົບສັດ, ພຶກສາຊາດຢູ່ ດົງທາບເມື່ອຍ ”
ບັນຍາກາດທາງດ້ານອາຫານການກິນຢູ່ດົງທາບເມື່ອຍແມ່ນມີສີສັນສະເພາະໃນບັນຍາກາດວັດທະນະທຳເຂດພາກໃຕ້. ບັນດາເຍື່ອງອາຫານຕິດພັນກັບຈຸດພິເສດຢູ່ບ່ອນຢູ່ອາໄສ ແລະ ເງື່ອນໄຂຈັບຫາສັດ, ສິ່ງຂອງທຳມະຊາດ. ສິລະປະທາງດ້ານ ອາຫານການກິນຢູ່ດົງທາບເມື່ອຍແມ່ນເຂັ້ມຂົ້ນໄປດ້ວຍປັດໄຈທຳມະຊາດ, ປະກອບສ່ວນ ອະນຸລັກຮັກສາຈຸດວັດທະນະທຳນັບແຕ່ສະໄໝສ້າງບ້ານເມືອງມາເຖິງທຸກວັນນີ້.