(vovworld) - ວັດເຢົາ, ຍັງມີຊື່ວ່າຢຽນອື໋ງ, ຟາບເວີນ, ຫຼືໂກເຈົາ ແມ່ນວັດບູຮານເຊິ່ງຕັ້ງຢູ່ຕາແສງແທງເຄືອງ, ເມືອງທ້ວນແທ່ງ, ແຂວງບັກນິງ, ຫ່າງຈາກຮ່າໂນ້ຍ ປະມານ 30 ກມ. ນີ້ແມ່ນວັດທີ່ໄດ້ຮັບຕີລາຄາວ່າແມ່ນວັດບູຮານທີ່ເກົ່າແກ່ກວ່າໝູ່, ທັງແມ່ນແຫ່ງກຳເນີດຂອງພຸດທະສາສະໜາຫວຽດນາມ.
ວັດເຢົາ ແມ່ນວັດບູຮານຢູ່ແຂວງບັກນິງ
(ພາບ: google.com.vn)
ຕາມເອກະສານບູຮານແລ້ວ, ວັດເຢົາ ໄດ້ຮັບການກໍ່ສ້າງເມື່ອຕົ້ນຄິດຕະສັກກະລາດ. ບັນດາພະສົງອົງທຳອິດຂອງອິນເດຍ ເຄີຍມາແຫ່ງນີ້ແລ້ວ. ໃນທ້າຍສະຕະວັດທີ 16, ພະສົງ Ty Ni Da Luu Chi ຈາກຈີນໄດ້ມາວັດແຫ່ງນີ້, ແລະສ້າງພຸດທະສາສະໜາຢູ່ຫວຽດນາມ. ວັດໄດ້ຮັບການລົງມືກໍ່ສ້າງເມື່ອປີ 187 ແລະ ກໍ່ສ້າງສຳເລັດເມື່ອປີ 226, ນີ້ແມ່ນວັດບູຮານເກົ່າແກ່ກວ່າໝູ່ ແລະ ຕິດພັນກັບປະຫວັດແຫ່ງວັດທະນະທຳຂອງພຸດທະສາສະໜາຫວຽດນາມ. ຫວນຄືນຫຼັງຈຶ່ງເຫັນໄດ້ຄວາມໝາຍ ແລະ ຄວາມງາມທັງໝົດຂອງເຂດປູຊະນີຍະສະຖານວັດທະນະທຳວັດເຢົາ. ວັດຖືກກໍ່ສ້າງຂຶ້ນຢູ່ເຂດ ລູຍເລົາ, ເຊິ່ງແມ່ນສູນກາງພຸດທະສາສະໜາທຳອິດຢູ່ຫວຽດນາມ, ວັດທະນະທຳພຸດສາສະໜາຫວຽດນາມ ແມ່ນວັດທະນະທຳເປີດ ແລະ ພື້ນຖານວັດທະນະທຳຫວຽດນາມ ກໍ່ແມ່ນພື້ນຖານວັດທະນະທຳເປີດ, ດັ່ງນັ້ນໃນຕະຫຼອດຂະບວນວິວັດແຫ່ງປະຫວັດສາດຫວຽດນາມ, ຍາມໃດພຸດທະສາສະໜາກໍ່ໄດ້ຮັບການພັດທະນາພ້ອມກັບປະເທດຊາດ. ສາດສະດາຈານ Tran Lam Bien, ນັກຄົ້ນຄ້ວາຢູ່ສະພາມໍລະດົກຫວຽດນາມ, ໃຫ້ຮູ້ວ່າ:
”ກ່ຽວກັບທາງດ້ານພູມມີສັນຖານ, ພວກເຮົາເຫັນວ່ານີ້ແມ່ນເຂດຂັ້ນລະຫວ່າງເຂດດິນສັນດອນພື້ນທີ່ສູງ ກັບເຂດດິນສັນດອນພື້ນທີ່ຕ່ຳ. ຢູ່ເຂດດິນສັນດອນພື້ນທີ່ສູງ, ປະຊາຊົນຍາມໃດກໍ່ພາວະນາຂໍໃຫ້ດິນຟ້າເອື້ອອຳນວຍຄວາມສະດວກ, ດັ່ງນັ້ນໃນການເຊື່ອຖືຂອງຊາວຫວຽດນາມຈຶ່ງເອົາໃຈໃສ່ເຖິງເລື່ອງຂໍໃຫ້ດິນຟ້າເອື້ອອຳນວຍຄວາມສະດວກ ກໍ່ຄືພາວະນາບັນດາເທວະດາທີ່ກ່ຽວຂ້ອງເຖິງດິນຟ້າອາກາດ ເພື່ອໃຫ້ຊີວິດມີຄວາມຢູ່ເຢັນເປັນສຸກ, ການປູກຝັງໄດ້ຮັບຜົນດີ, ຈາກນັ້ນໄດ້ເກີດໃຫ້ມີລະບົບວັດວາອາຮາມ ເຊິ່ງພົ້ນເດັ່ນແມ່ນວັດເຢົາ”.
ໃນວັດເຢົາມີທາດໃຫຍ່ເອີ້ນວ່າທາດຮ່ວາຟອງ (ຟອງແມ່ນລົມ, ສ່ວນຮ່ວາແມ່ນປອງດອງ) ໝາຍຄວາມວ່າພຸດສະສາສະໜາບໍ່ຈຳແນກຊົນຊັ້ນວັນນະ, ສາສະໜາ. ທາດຖືກກໍ່ສ້າງດ້ວຍດິນຈີ່ຂະໜາດໃຫຍ່, ລວມມີ 9 ຊັ້ນ. ແຕ່ຜ່ານການເວລາທາດຖືກເປ່ເພຢ່າງໜັກໜ່ວງ, ປະຈຸບັນຍັງເຫຼືອພຽງ 3 ຊັ້ນ, ສູງປະມານ 17 ແມດເທົ່ານັ້ນ. ສິ່ງທີ່ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວເມື່ອມາຢ້ຽມຢາມວັດເຢົານັ້ນແມ່ນບັນດາຮູບປັ້ນທີ່ບູຊາຢູ່ທີ່ນີ້. ພິເສດ, ຢູ່ໃຈກາງວັດມີຮູບປັ້ນພະນາງເຢົາ ຫຼືເທວະດາ ຟາບເວິນ ແລະ ຮູບປັ້ນພະນາງເດົ້າ ຫຼືເອີ້ນວ່າຟາບວູ້, ໃນນັ້ນຮູບປັ້ນພະນາງເຢົາແມ່ນຮູບທີ່ໃຫຍ່ໂຕ, ເຄັ່ງຂຶມ, ສີທອງ, ສູງເກືອບ 2 ແມັດ, ໃບໜ້າສວຍງາມຄືດັ່ງນາງລະບຳທີ່ມາຈາກອິນເດຍ. ວັດເຢົາຕິດພັນກັບເລື່ອງລາວພະພຸດ ເມົ້າມານເນືອງ ທີ່ບູຊາໃນວັດ ໂຕ (ບັນພະບຸລຸດ) ຢູ່ບ້ານແມ່ນ, ຫ່າງຈາກວັດເຢົາ 1 ກມ. ວັດຖືກກໍ່ສ້າງຄືນເມື່ອປີ 1313 ແລະ ໄດ້ຮັບການບຸລະນະຫຼາຍເທື່ອແລ້ວ. ທ່ານ ກວົກຫາຍ, ນັກຄົ້ນຄ້ວາປະຫວັດສາດຢູ່ແຂວງບັກນິງ, ໃຫ້ຮູ້ວ່າ:
”ພະພຸດເມົ້າມານເນືອງ ແມ່ນຜູ້ກຳເນີດພະນາງ 4 ອົງຄື: ຟາບເວິນ, ຟາບວູ້, ຟາບໂລຍ ແລະ ຟາບດ້ຽນ. ພະນາງທັງ 4 ນັ້ນສະແດງໃຫ້ເຫັນສິດອຳນາດຂອງທຳມະຊາດເມື່ອ ຟ້າຮ້ອງ, ຟ້າແມບ, ເມກເຝື້ອ, ຝົນຕົກ… ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມມຸ້ງມາດປາຖະໜາຂອງຊາວກະສີກອນໃນເມື່ອກ່ອນ. ນອກຈາກວັດເຢົາ ທີ່ບູຊາພະນາງຟາບເວິນ ແລ້ວ, ຍັງມີວັດບູຊາ ຟາບວູ້, ຟາບໂລຍ ແລະ ຟາບດ້ຽນ ອີກ”.
ຮູບປັ້ນຟາບເວິນ, ຟາບວູຢູ່ວັດເຢົາແຂວງກວາງນິງ
(ພາບ: google.com.vn)
ບັນດາເຈົ້າຊີວິດໃນສະໄໝລາດຊະວົງອື່ນໆ ເຄີຍມາວັດເຢົາ ເພື່ອແຫ່ພະພຸດຟາບເວິນ ມາບູຊາຢູ່ວັດບ໋າວທຽນ (ຮ່າໂນ້ຍ) ເພື່ອພາວະນາຂໍໃຫ້ດິນຟ້າເອື້ອອຳນວຍຄວາມສະດວກໃຫ້ແກ່ການປູກຝັງ. ເຈົ້າຊີວິດ ຫຼີແທ໋ງຕົງ ກໍ່ເຄີຍມາບູຊາຢູ່ວັດເຢົາ. ວັດເຢົາຖືກຖືວ່າ ແມ່ນວັດມີຄວາມສັກສິດທີ່ສຸດ ດັ່ງນັ້ນຈຶ່ງເອີ້ນວ່າວັດຢຽນອື້ງ (ຢຽນແມ່ນພາວະນາ, ອື້ງແມ່ນມີປະສິດທິຜົນ, ໝາຍຄວາມວ່າພາວະນາສິ່ງໃດແມ່ນຈະໄດ້ຮັບສິ່ງນັ້ນ). ມາຢ້ຽມຢາມວັດເຢົາ, ນັກທ່ອງທ່ຽວສາມາດເຫັນໄດ້ຄວາມປະສານສົມທົບລະຫວ່າງແນວຄິດພຸດທະສາສະໜາ ແລະ ວັດທະນະທຳມາຈາກຕ່າງປະເທດດ້ວຍຈິດວີນຍານ, ຈິດໃຈເພື່ອປະຊາຊົນ ແລະ ຕິດພັນກັບຄວາມເຊື່ອຖືບູຊາເຈົ້າແມ່ຂອງຊາດຫວຽດນາມ. ສາສະດາຈານ ເຈິ່ນເລິມບຽນ, ຖືວ່າ:
”ໂດຍເລີ່ມມາຈາກການເຊື່ອຖືບູຊາເຈົ້າແມ່ຂອງຊາດ, ດັ່ງນັ້ນການນັບຖືບູຊາເຈົ້າແມ່ຂອງຊາດຫວຽດນາມຈຶ່ງຄົງຕົວໄວ້ພ້ອມກັບປະຫວັດແຫ່ງການພັດທະນາຂອງປະເທດຊາດ ນັບແຕ່ສະໄໝປະຖົມບູຮານມາຮອດປະຈຸບັນ. ດັ່ງນັ້ນການເຊື່ອຖືບູຊາເຈົ້າແມ່ໄດ້ຝັງເລິກໃນຈິດໃຈຂອງຊາວຫວຽດນາມ.”
ວັດເຢົາ, ແມ່ນວັດທີ່ຊ້ອນແຝງບັນດາປັດໃຈດ້ານວີນຍານໃນການເຊື່ອຖືບູຊາເຈົ້າແມ່, ແມ່ນແຫ່ງກຳເນີດຂອງພຸດທະສາສະໜາຫວຽດນາມ. ປະຫວັດສາດເຄີຍຢັ້ງຢືນທີ່ຕັ້ງຂອງວັດເຢົາ ໃນຊີວິດທາງດ້ານວັດທະນະ ທຳ, ຈິດວີນຍານຂອງຊາດ. ນີ້ກໍ່ແມ່ນທັດສະນີຍະພາບອັນດັບໜຶ່ງຂອງແຂວງ ບັກນິງ. ນັບແຕ່ປີ 1962, ວັດເຢົາ ໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳຫວຽດນາມວ່າແມ່ນປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ລະດັບຊາດ.