ໃນລະບົບວັດວາອາຮາມຢູ່ເຂດທົ່ງພຽງພາກເໜືອນັ້ນ, ຜູ້ຄົນທັງຫຼາຍກໍລ້ວນແຕ່ມັກເຕື້ອງເຖິງວັດແກວ ໃນແຂວງທ້າຍບີງ. ວັດແກວແມ່ນກິດຈະກຳສິລະປະອັນເປັນເອກະລັກທີ່ເຮັດດ້ວຍໄມ້ ຊຶ່ງເປັນສັນຍາລັກໃຫ້ແກ່ສະຖາປັດຕະຍະກຳທີ່ເກົ່າແກ່ຫວຽດນາມ. ເຖິງວ່າ ໄດ້ມາວັດແກວຫຼາຍເທື່ອກໍຕາມ, ແຕ່ແຂກທ່ອງທ່ຽວຈະບໍ່ເບື່ອໜ່າຍເພາະວ່າເມື່ອໄປວັດແຕ່ລະເທື່ອ ກໍລ້ວນແຕ່ໄດ້ຄົ້ນຫາສິ່ງທີ່ໃໝ່ອຽມຢູ່ວັດທີ່ລື່ຊື່ນີ້.
ວັດແກວ - ວັດທີ່ມີຊື່ສຽງໃນເຂດທົ່ງພຽງພາກເໜືອ |
ຈາກນະຄອນທ້າຍບີງ , ຜ່ານໄລຍະທາງບໍ່ຮອດ 15 ກມ, ແຂກທ່ອງທ່ອງກໍຈະຮອດວັດແກວ. ວັດແກວແມ່ນຂຶ້ນກັບຕາແສງຢີເຍິດ, ເມືອງວູ້ທື, ແຂວງ ທ້າຍບີງ. ໂດຍຖືກຕັ້ງຢູ່ແຄມແມ່ນ້ຳແດງ, ໃນທ່າມກາງທົ່ງນາທີ່ຂຽວອຸ່ມທຸ່ມ. ວັດແກວມີສະຖາປັດຕະຍະກຳແບບພື້ນເມືອງ. ຕາມບັນດານັກຄົ້ນຄ້ວາແລ້ວ, ປະຈຸບັນ, ວັດຍັງເຫຼືອພຽງ 17 ກິດຈະກຳປະກອບດ້ວຍ 128 ຫ້ອງ ຊຶ່ງລ້ວນແຕ່ຖືກຈັດວາງຕາມລ້ຳດັບ “ ທາງໜ້າແມ່ນພະພຸດ, ທາງຫຼັງແມ່ນພະອໍລະຫັນ” ໝາຍເຖິງຫ້ອງທາງໜ້າບູຊາພະພຸດ, ຫ້ອງທາງຫຼັງແມ່ນບູຊາພະອໍລະຫັນ. ໃນບໍລິເວນວັດແກວ ມີ 3 ໜອງນ້ຳ, ຢູ່ຕໍ່ໜ້າວັດມີໜອງໜຶ່ງ ປຽບເໝືອນສາກບັງໜ້າ ແລະ ທັງ 2 ເບື້ອງແມ່ນ 2 ໜອງນ້ຳອີກ, ອັນສ້າງທັດສະນີຍະພາບທີ່ສວຍງາມດັ່ງໃນຝັນ.
ມາວັດແກວ, ແຂກທ່ອງທ່ຽວຈະຕົກສະເງີ້ຕໍ່ໜ້າບານປະຕູວັດທີ່ສູງ 2 ແມດ, ກ້ວາງ 2,6 ແມດ ແລະ ພົ້ນເດັ່ນຂຶ້ນດ້ວຍຮູບແກະຄວັດສະຫຼັກຝູງມັງກອນແບບໄລຍະສຸດທ້າຍສະໄໝລາດຊະວົງເລ(1428-1789). ນາງເລເຟືອງຢຸງ ຜູ້ນຳທ່ຽວສັງກັດຄະນະຄຸ້ມຄອງວັດແກວ ເປີດເຜີຍວ່າ :
“ ສະເພາະມັງກອນແບບໄລຍະສຸດທ້າຍສະໄໝລາດຊະວົງເລ(1428-1789), ນອກຈາກຮູບພາບມັງກອນແມ່ທີ່ຮ້າຍກາດແລ້ວ, ຢູ່ໄກໆແມ່ນຮູບພາບລູກມັງກອນທີ່ພວມນອນໃຕ້ເງົາຂອງມັງກອນແມ່. ໂດຍສັງລວມແລ້ວ, ເຂົາເຈົ້າເອີ້ນວ່ານີ້ແມ່ນຝູງມັງກອນ ”
ທັງໝົດເຂດບູຊາພະພຸດຢູ່ວັດແກວ ມີຮູບປັ້ນເກືອບ 100 ຮູບ. ຢູ່ທາງຫຼັງເຂດບູຊາພະພຸດ ແມ່ນບໍລິເວນບູຊາພະອໍລະຫັນ, ໝາຍເຖິງການບູຊາພະອາຈານມະຫາ ຄົງໂລ້ ຊຶ່ງແມ່ນພະພິກຂຸອົງໜຶ່ງໃນສະໄໝລາດຊະວົງຫຼີ(1010 – 1226). ຢູ່ທາງຂ້າງຂອງຫ້ອງ ບູຊາພະອໍລະຫັນນັ້ນ, ແມ່ນນ້ຳສ້າງຂອງວັດ.
ຄວາມປະທັບໃຈອັນເປັນເອກະລັກທີ່ສຸດໃນ ວັດແກວນັ້ນແມ່ນຫໍລະຄັງ. ຫໍລະຄັງໃນ ວັດແກວແມ່ນສະຖາປັດຕະຍະກຳທີ່ສວຍງາມ, ສູງ 11,04 ແມດ, ປະກອບດ້ວຍຫຼັງຄາ 3 ຊັ້ນ. ຢູ່ຊັ້ນໜຶ່ງ ແຂວນເຄື່ອງມົງຄຸນຫີນ ມີຄວາມສູງ 1,2 ແມດ. ຢູ່ຊັ້ນ 2 ມີລະຄັງທອງໃຫຍ່ ຖືກຫຼໍ່ເມື່ອປີ 1686 ສູງ 1,30 ແມັດ, ມີເສັ້ນຜ່າສູນກາງ 1 ແມດ. ສ່ວນຢູ່ຊັ້ນ 3 ແລະ ຊັ້ນດາດຟ້າ ກໍລ້ວນແຕ່ມີລະຄັງນ້ອຍ ຖືກຫຼໍ່ເມື່ອປີ 1796 ສູງ 0,62 ແມັດ, ມີເສັ້ນຜ່າສູນກາງ 0,69 ແມດ. ອ້າຍຫງວຽນວັນນາມ, ແຂກທ່ອງທ່ຽວມາຢ້ຽມຊົມວັດແກວ ໃຫ້ຮູ້ວ່າ :
“ ຫໍລະຄັງສູງເຊັ່ນນັ້ນ, ແຕ່ປາງກ່ອນ ບໍ່ມີຄັນຍົກ, ບໍ່ຮູ້ວ່າ ເຂົາເຈົ້າຈະຫາວິທີໃດເພື່ອຍົກລະຄັງຂຶ້ນໄດ້. ຕາມການຊອກຮູ້ຂອງຂ້າພະເຈົ້າ ກໍຮູ້ວ່າ ຄົນລຸ່ນກ່ອນໄດ້ຂຸດດິນເປັນທາງຂຶ້ນ. ແລ້ວກໍເອົາດິນລົງ ເພື່ອແຂວນລະຄັງໜ່ວຍທີ 2 , ແລ້ວກໍຮອດໜ່ວຍທີ 3 . ຍ້ອນເຫດນີ້ເອງ, ເຂົາເຈົ້າຕ້ອງການດິນຫຼາຍທີ່ສຸດ, ດັ່ງນັ້ນ ຈຶ່ງຂຸດເອົາດິນເພື່ອປ້ານໃຫ້ສູງ, ແລ້ວຍົກລະຄັງຂຶ້ນສູງ, ບ່ອນທີ່ຂຸດດິນນັ້ນ ກໍໄດ້ກາຍເປັນໜອງນ້ຳທີ່ສວຍງາມ ”
ມາວັດແກວ, ແຂກຄົນທັງຫຼາຍບໍ່ພຽງແຕ່ໄດ້ຮັບຊົມທິວທັດຂອງວັດເທົ່ານັ້ນ, ຫາກຍັງໄດ້ຊື້ເຄື່ອງທີ່ລະນຶກ ແລະ ຜະລິດຕະພັນກະເສດຢູ່ທ້ອງຖິ່ນ. ປ້າຝ້າມທິງາ ຊາວທ້ອງຖິ່ນເວົ້າວ່າ :
“ ຢູ່ນີ້ມີບັນດາຜະລິດຕະພັນກະເສດຄື: ໝາກຖົ່ວເຫຼືອງ, ຖົ່ວດຳ, ຖົ່ວຂຽວ, ເຂົ້າໜຽວ, ເຂົ້າໜົມ…. ຍາມຕົ້ນປີ, ແຂກມານີ້ຢ່າງຫຼວງຫຼາຍ ໄດ້ຊື້ເມືອເປັນຂອງຕ້ອນ ”
ຜ່ານໄລຍະກວ່າ 4 ສະຕະວັດ, ວັດແກວ ຍັງຄົງສາມາດຮັກສາຄຸນຄ່າສະຖາປັດຕະຍະກຳໄວ້ໄດ້ເໝືອນເດີມ. ແຕ່ລະປີ, ງານວຸນວັດແກວ ຖືກຈັດຂຶ້ນດ້ວຍຂອບຂະໜາດໃຫຍ່, ອັນໄດ້ດຶງດູດແຂກສາລະທິດມາຮ່ວມຢ່າງຫຼວງຫຼາຍ. ປ້າຝ້າມທິງາ ໃຫ້ຮູ້ວ່າ ວັດແກວແມ່ນສະຖານທີ່ທ່ອງທ່ຽວດ້ານຈິດວິນຍານທີ່ຂາດບໍ່ໄດ້ສຳລັບແຂກທ່ອງທ່ຽວເມື່ອມາຢ້ຽມຢາມ. ປ້າຝ້າມທິງາ ເວົ້າວ່າ :
“ ປີໜຶ່ງ ຈັດງານບຸນ 2 ເທື່ອ, ເດືອນ 9 ແມ່ນງານບຸນໃຫຍ່, ແຂກມາຮ່ວມຫຼາຍກວ່າເມື່ອທຽບໃສ່ງານບຸນຕົ້ນປີ. ຍາມຕົ້ນລະດູບານໃໝ່ຄື ເດືອນ 1, 2, 3 ແຂກກໍມາຫຼາຍຢູ່. ”
ໃນຄວາມຊົງຈຳຂອງຊາວຫວຽດນາມແລ້ວ, ເຖິງວ່່າຈະຂ້ອງຄາວຽກງານຫຼາຍປານໃດກໍຢາ, ປະຊາຊົນກໍສະຫຼະເວລາເພື່ອເຂົ້າຮ່ວມງານບຸນວັດແກວ. ມາວັດແກວ, ແຂກທ່ອງທ່ຽວທັງຫຼາຍບໍ່ພຽງແຕ່ເຂົ້າໃຈຕື່ມກ່ຽວກັບສະຖາປັດຕະຍະກຳສາສະໜາພຸດເທົ່ານັ້ນ, ຫາກຍັງໄດ້ຊອກຮູ້ກ່ຽວກັບບັນດາຄວາມແຕກຕ່າງກັນຂອງປະເທດຊາດ ແລະ ຊາວທ້າຍບີງໃນປູຊະນີຍະສະຖານພິເສດລະດັບຊາດອີກດ້ວຍ.