ສີສັນບັນດາຕະຫຼາດນັດຫວຽດນາມ

ຕະຫຼາດຢູ່​ຫວຽດ​ນາມແມ່ນ​ມີຫຼາຍ​ແຫ່ງ, ບໍ່​ສາ​ມາດ​ນັບ​ຈົນ​ໝົດ​ໄດ້, ແຕ່​ແນ່ນອນ​ວ່າ ຕະຫຼາດບໍ່​ພຽງ​ແຕ່​ແມ່ນ​ແຫ່ງ​ແລກ​ປ່ຽນ​ຊື້​ຂາຍ​ສິນ​ຄ້າ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ແຫ່ງ​ເຂັ້ນ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ອີກ​ດ້ວຍ. ເມື່ອ​ໄປ​ຮອດ​ດິນ​ແດນ​ແຫ່ງ​ໃໝ່, ຢາກ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບວັດ​ທະ​ນະ​ທຳ​ຢູ່ນີ້, ພວ​ກ​ເພື່ອນ​ຄວນ​ໄປ​ຕະຫຼາດ. ດິນ​ແດນ​ແຕ່​ລະ​ແຫ່ງ​ມີ​ຄວ​າມ​ແຕກ​ຕ່າງ​ກັນ, ຕະຫຼາດ​ກໍ​ມີຫຼາຍ​ຈຸດ​ເປັນ​ເອ​ກະ​ລັກ​ສະ​ເພາະ. ແລະ ຍ້ອນ​ບັນ​ດາຈຸດ​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ບັນ​ດາ​ຕະຫຼາດ​ນັດ​ນີ້​ເອງ ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ດຶງ​ດູດແຂກ​ທ່ອງ​ທ່ຽວ​ມາ​ຄົ້ນ​ຫາ, ຊອກ​ຮູ້​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. 

ສີສັນບັນດາຕະຫຼາດນັດຫວຽດນາມ - ảnh 1
ຕະຫຼາດ​ບົນ​ແມ່​ນ້ຳກ້າຍ​ຣັງ

           ຕະຫຼາດ​ຫວຽດ​ນາມ, ມີ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ເປັນ​ເອ​ກະ​ລັກ​ສະ​ເພາະ. ແຕ່​ລະ​ເຂດ, ແຕ່​ລະ​ພາກ​ກໍ​ມີ​ຄວາມ​ງາມ​ເປັນ​ເອ​ກະ​ລັກສະ​ເພາະ. ຕະຫຼາດ​ຢູ່​ເຂດ​ທົ່ງ​ພຽງ​ພາກ​ເໜືອສ່ວນຫຼາຍ​ແມ່ນ​ຕະຫຼາດ​ບ້ານ​ນາ. ຕະຫຼາດ​ບ້ານ​ນາ​ແມ່ນ​ບ່ອນ​ແລກ​ປ່ຽນ​ສິນ​ຄ້າ, ເປັນ​ບ່ອນພົບ​ປະ​ແລກ​ປ່ຽນ, ​ດຳ​ເນີນ​ຊ​ີ​ວິດວັດ​ທະ​ນະ​ທຳ​ວົງ​ຄະ​ນະ​ຍາດ, ມັນ​ຕິ​ດພັນຢ່າງ​ແໜ້ນ​ແຟ້ນ ແລະ ແມ່ນ​ສ່ວນ​ໜຶ່ງ​ທີ່​ຂາດບໍ່​ໄດ້​ຂອງວັດ​ທະ​ນະ​ທຳ​ເຂດ​ບ້ານ​ນາ​ຫວຽດ​ນາມ. ຢູ່​ເຂດບ້ານນ​າ​ເມື​່ອ​ກ່ອນນີ້, ແຕ່​ລະ​ໝູ່​ບ້ານ​ກໍ​ລ້ວນ​ແຕ່​ມີ​ຕະຫຼາດນ້ອຍ​ຊຶ່ງ​ຖືກ​ເອີ້ນ​ວ່າ ຕະຫຼາດ​ບ້ານ​ເພື່ອ​ໃຫ້​ຊາວ​ບ້ານ​ເຕົ້າ​ກັນ​ຊື້​ຂາຍ​ອາ​ຫານ, ເຄື່ອງ​ຂອງ​ຈຳ​ເປັນ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ. ບາງ​ຕາ​ແສງ​ກໍ​ມີ​ຕະຫຼາດ​ໃຫ​ຍ່ກວ່າ​ຊຶ່ງ​ຖືກເອີ້ນ​ວ່າ ຕະຫຼາດ​ເມືອງ.

     ໄປ​ຮອດ​ຕາ​ແສງ​ມິນ​ນົງ, ແຂວງ​ຟູ້​ເຖາະ, ແຂກ​ຄົນ​ທັງຫຼາຍ​ຈະ​ມີ​ໂອ​ກາດ​ແວ່​ຕະຫຼາດ​ລູ້ຊຶ່ງ​ມີ​ຂຶ້ນ​ເປັນ​ຕະຫຼາດ​ນັດ​ໃນ​ມື້​ທີ 3, ທີ 8, 13, 18 ແລະ 23 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ. ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕະຫຼາດ​ບ້ານ​ນາ​ເມື່ອ​ກ່ອນນີ້, ຜູ້​ຂາຍ​ເຄື່ອງ​ສ່ວນຫຼາຍ​ໃນ​ຕະຫຼາດ​ແມ່ນ​ພວກ​ຊາວ​ກະ​ສີ​ກອນ​ຂາຍ​ຜະ​ລິດ​ຕະ​ພັນ​ຕ່າງໆ​ໂດຍ​ເຂົາ​ເຈົ້າ​ຜະ​ລິດເອງ. ປ້າ​ເລ​ທິ​ດັກ ຜູ້​ຂາຍ​ເຄື່ອງ​ຢູ່​ຕະຫຼາດ​ມິນ​ນົງ ແຂ​ວງ ຟູ້​ເຖາະ ໃຫ້​ຮູ້​ວ່າ : 

    “ ​ແຕ່​ດົນ​ນານ​ມາ​ແລ້ວ, ນັບ​ແຕ່​ລຸ່ນ​ປູ່​ຍ່າ​ຕາ​ຍາຍ​ພວກ​ຂ້າ​ພະ​ເຈົ້າ, ກໍ​ໄດ້​ມີ​ຕະຫຼາດ​ລູ້​ແລ້ວ. ຢູ່​ຕະຫຼາດ, ເຂົ້າ​ສານ​ຖືກວາງ​ຂາຍ​ເປັນ​ແຖວ ແລະ ປະ​ຈຸ​ບັນ​ຍັງ​ຂາຍ​ຄື​ເກົ່າ, ສິນ​ຄ້າ​ແຕ່​ລະ​ເພດ​ກໍ​ຖືກ​ຂາຍ​ເປັນ​ກຸ່ມ​ຕ່າງ​ຫາກ. ຜູ້​ໄປ​ຕະຫຼາດ​ຊື້​ເຄື່ອງ ຢາກ​ຊື້​ຫຍັງ​ກໍ​ສາມາດ​ຫາ​ໄດ້ຢ່າງ​ງ່າຍ​ດາຍ ”

    ຢູ່​ບັນ​ດາ​ແຂວງ​ເຂດ​ພູ​ດອຍ​ທາງ​ທິດ​ເໜືອ, ກໍ​ມີ​ບັນ​ດາ​ຕະຫຼາດ​ນັດ​ພິ​ເສດ​ສະ​ເພາະ. ຊ​າວ​ທ້ອງ​ຖິ່ນໄປ​ຕະຫຼາດ​ປຽບ​ເໝືອນ​ໄປ​ງານ​ບຸນ. ໃນ​ມື້​ມີ​ຕະຫຼາດ​ນັດ, ທຸກ​ຄົນ​ໄປ​ຕະຫຼາດ​ຕ່າງ​ກໍ​ນຸ່ງຊຸດ​ເຄື່ອງ​ທີ່​ສວຍ​ງາມ, ໃສ່ເຄື່ອງເອ້​ຢ້ອງຫຼາຍ​ຢ່າງ.                               

      ຈຸດ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່​ຢູ່​ບັນ​ດາ​ຕະຫຼາດ​ນັດ​ເຂດ​ພູ​ສູງ ແມ່ນ​ມີ​ສີ​ສັນຫຼາກຫຼາຍ​ສວຍ​ງາມ​ຈາກ​ຊຸດ​ເຄື່ອງ​ປະ​ຈຳ​ເຜົ່າ​ຂອງ​ພໍ່​ແມ່​ພີ​ນ້ອງ​ບັນ​ດາ​ເຜົ່າ​ຕະຫຼອດ​ຮອດ​ແຜ່ນ​ແພ​ພື້ນ​ເມືອງ​ຖືກວາງ​ຂາຍເດຍ​ລະ​ດາດ. ບໍ່​ວ່າ​ຜູ້​ໃດ​ທີ່​ໄດ້​ມາ​ຮ່າ​ຢາງ, ໄດ້​ແວ່​ຢາມ​ຕະຫຼາດ​ນັດ​ຢູ່​ບັນ​ດາ​ເມືອງ​ແມ່ວ​ຫວາກ, ດົງ​ວັນ, ກວານ​ບະ, ຮ່​ວາ​ຊູ​ຟີ່… ກໍ​ບໍ່​ອາດຫຼົງ​ລືມ​ຄວາມ​ເປັນ​ເອ​ກະ​ລັກ​ຢູ່​ບັນ​ດາ​ຕະຫຼາດ​ນັດ​ແຫ່ງນີ້. ຮອດມື້​ມີ​ຕະຫຼາດ​ນັດ, ພວກ​ນາງ​ສາວ​ຊົນ​ເຜົ່າ​ນຸ່ງ​ຊຸດ​ປະ​ຈຳ​ເຜົ່າ​ດ້ວຍ​ສີຫຼາກຫຼາຍ, ມື​ຈັບ​ຄັນ​ຮົ່ມ, ເປ້​ເຄື່ອງ​ຢູ່ຫຼັງ, ສ່ວນ​ພວກ​ຜູ້​ບ່າວກໍ​ນຳ​ເອົາ​ໄກ່, ຫາບ​ໝູ, ຈູງ​ງົວ​ໄປ​ຕະຫຼາດ. ນັກ​ທ່ອງ​ທ່ຽວຊາວ​ອີ​ຕາ​ລີ ຄົນ​ໜຶ່ງ​ແບ່ງ​ປັນ​ວ່າ : 

     “ ຢູ່​ອີ​ຕາ​ລີ, ບໍ່​ເຫັນ​ມີ​ສັດ​ລ້ຽງ​ຖືກ​ຂາຍ​ຢູ່​ຕະຫຼາດ​ຄື​ຢູ່ນີ້. ມາ​ຕະຫຼາດ​ແຫ່ງນີ້, ຂ້າ​ພະ​ເຈົ້າ​ມັກ​ກິນ​ອາ​ຫານ​ຢູ່​ນີ້​ທີ່​ສຸດ. ຊຸດ​ອາ​ພອ​ນ​ປະ​ຈຳ​ເຜົ່າ​ຂອງ​ຊາວ​ທ້ອງ​ຖິ່ນ​ແຫ່ງນີ້​ກໍ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ ”

 ຖ້າ​ມີ​ໂອ​ກາດ​ໄປ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມນັ້ນ, ແຂກ​ທ່ອງ​ທ່ຽວຈະ​ໄດ້​ໄປ​ຢ້ຽມ​ຊົມ​ບັນ​ດາ​ຕະຫຼາດ​ນັດ​ບົນ​ລຳ​ແມ່​ນ້ຳ​ທີ່​ກ້​ວາງ​ໃຫຍ່​ໄພ​ສານ.                                      

      ​ຕະຫຼາດ​ນັດ​ເທິງ​ແມ່​ນ້ຳ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກຊຶ່ງ​ໄດ້​ຄົງ​ຕົວ​ເປັນ​ເວ​ລາ​ດົນ​ນານ ແລະ ຜູກພັນຢ່າງ​ສະ​ໜິດ​ແໜ້ນ​ກັບ​ການ​ດຳ​ເນີນ​ຊີ​ວິດ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ​ໃນ​ພາກ​ພື້ນ. ເພາະ​ສະ​ນັ້ນ, ເມື່ອ​ໄປ​ຮອດ​ເກີນ​ເທີ, ແຂກ​ທ່ອງ​ທ່ຽວ​ຈະ​ມີ​ໂອ​ກາດ​ແວ່​ຕະຫຼາດ​ກ້າຍ​ຣັງ​ຕັ້ງ​ບົນ​ລຳ​ແມ່​ນ້ຳ​ທີ່​ມີ​ຜູ້​ຄົນ​ມາຊື້​ຂາຍເຄື່ອ​ງ​ຢ່າງ​ໜາ​ແໜ້ນ. ທັງ​ຜູ້​ຊື້ ແລະ ຄົນ​ຂາຍກໍ​ລ້ວນ​ແຕ່​ຕ້ອງ​ຂີ່​ເຮືອ​ຈຶ່ງ​ໄປ​ຮອດ​ຕະຫຼາດ​ໄດ້. ​ຕະຫຼາດ​ນັດ​ບົນແມ່​ນ້ຳ​ ກ້າຍ​ຣັງ​ໄດ້​ມີ​ຂຶ້​ນໝົດ​ມື້, ແຕ່​ຄຶກ​ຄື້ນ​ທີ່​ສຸດ​ແມ່ນ​ນັບ​ແຕ່​ຮຸ່ງ​ເຊົ້າ​ຫາ 9-10 ໂມງ, ຫຼັງ​ຈາກນັ້ນ​ກໍ​ຄ່ອຍຫຼຸດ​ໜ້ອຍ​ລົງ. ບົນ​ລຳ​ແມ່​ນ້ຳ​ທີ່​ກ້​ວາງ​ໃຫຍ່, ບັນ​ດາ​ຍານ​ພາ​ຫະ​ນະ​ທາງ​ນ້ຳເຊັ່ນ: ເຮືອ, ກຳ​ປັ່ນ​ໄດ້​ເຕົ້າ​ໂຮມ​ກັນ​ແລກ​ປ່ຽນ​ຊື້​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ເສດ, ໝາກ​ໄມ້, ອາ​ຫານ, ຂອງ​ກິນ ເຄື່ອງ​ດື່ມ…

           ຈຸດ​ທີ່​ພົ້ນ​ເດັ່ນ​ຢູ່​ບັນ​ດາ​ຕະຫຼາດ​ນັດ​ບົນ​ລຳ​ແມ່​ນ້ຳ​ນັ້ນ ແມ່ນ​ຜູ້​ຂາຍ​ເຄື່ອງ​ມີ​ຄວາມ​ເພີດ​ເພີນ, ຂາຍ​ດ້ວຍ​ລາ​ຄາ​ຈິງ , ຜູ້​ຊື້ບໍ່​ຕ້ອງ​ຕໍ່​ລອງ​ລາ​ຄາ. ເຂົາເຈົ້າ​ສ່ວນຫຼາຍ​ແມ່ນ​ຊາວ​ທ້ອງ​ຖິ່ນ​ທີ່​ມາ​ຈາກເຂດ​ສວນ, ​ແມ່​ນ້ຳ​ລຳ​ເຊຊຶ່ງ​ໄດ້​ນຳ​ເອົາ​ໝາກ​ໄມ້​ທີ່​ຕົນ​ເອງ​ປູກ​ມາ​ຂາຍ. ອ້າຍ​ໂດ້​ວັນ​ເຈືອງ ແລະ ນາງ​ໂດ້​ທິ​ງາ ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ : 

      “ ນ້ອງ​ເຫັນ​ວ່າ ໄປ​ຕະຫຼາດ​ບົນ​ແມ່​ນ້ຳ​ແມ່ນ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ. ເພາະ​ມັນ​ມີ​ລັກ​ສະ​ນະ​ບ້ານ​ນາ, ແມ່​ນ້ຳ​ລຳ​ເຊ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ. ມັນ​ແຕກ​ຕ່າງ​ກັບ​ບ້ານ​ນາ​ຢູ່​ພາກ​ເໜືອ​ຫວຽດ​ນາມ ”

    “ ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າໄດ້​ມາ​ເຂດ​ແມ່​ນ້ຳ​ລຳ​ເຊ​ພາກ​ຕາ​ເວັນ​ຕົກ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ຄວາມ​ສະ​ຫວາດ​ສະ​ເຫວີຍທີ່​ສຸດ. ສິ່ງ​ທີ່​ປະ​ທັບ​ໃຈ​ທີ່​ສຸດ ແມ່ນ​ບັນ​ຍາ​ກາດ​ຊື້​ຂາຍ​ໝາກ​ໄມ້ນາໆ​ຊະ​ນິດ ”

     ຖ້າ​ມີ​ໂອ​ກາດ​ໄປ​ທ່ອ​ງ​ທ່ຽວ​ຕາມ​ລວງ​ຍາວ​ຂອງ​ປະ​ເທດ​ຊາດນັ້ນ, ແນ່ນອນວ​່າ​ຜູ້​ຄົນ​ທັງຫຼາຍ​ຈະ​ມີ​ຄວາມ​ຈ​ັບ​ອົກ​ຈັບ​ໃຈ​ທີ່​ສຸດ, ບັນ​ດາ​ຕະຫຼາດ​ນັດ​ຈະ​ເປັນອະ​ນຸ​ສອນຫຼາຍ​ຢ່າງ​ຍາກ​ຈະ​ລືມ​ໄດ້​ສຳ​ລັບ​ແຂກ​ທ່ອງ​ທ່ຽວ. ຢູ່​ຫວຽດ​ນາມ, ຕະຫຼາດ​ນັດ​ແຕ່​ລະ​ແຫ່ງ ກໍ​ລ້ວນ​ແຕ່​ມີ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ກາຍ​ເປັນ​ສະ​ຖານ​ທີ່​ທ່ອ​ງ​ທ່ຽວ​ທີ່​ດູດ​ດື່ມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ສາ​ລະ​ທິດ.

ຕອບກັບ

ຂ່າວ/ບົດ​ອື່ນ