ສຸສານເຈື່ອງເຊີນ:ສັນຍາລັກຂອງເຈດຈຳນົງແຫ່ງການຕໍ່ສູ້ຍາດເອົາເອກະລາດຂອງຊາດຫວຽດນາມ

(vovworld)- ເດືອນ 7 ຂອງ​ທຸກ​ປີ, ບັນ​ດ​າ​ເສັ້ນ​ທາງ​ໄປ​ເຖິງ​ສຸ​ສານ ເຈື່ອງ​ເຊີນ (ຢູ່ ຕາ​ແສງ ຫວີງ​ເຈືອງ ເມືອງ​ຢໍ​ລີງ ແຂວງ ກວ໋າງ​ຈີ້ ) ຊື່ງ​ແມ່ນ​ສະ​ຖານ​ທີ່ຝັງ​ສົບຂອງ​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ​ທີ່​ເສຍ​ສະ​ຫລະ​ຊີ​ວິດ​ບົນເສັ້ນ​ທາງ​ໂຮ່​ຈິ​ມີນ ຍາມ​ໃດ​ກໍ​ຄັບ​ຄາ​ຫ​ນາ​ແຫ​ນ້ນ ດ້ວຍ​ລົດ​ລາງ ແລະ ຂະບວນຄົນມາ​ໄຫວ້​ອາ​ໄລ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.. ໃນ​ນັ້ນ ມີ​ນັກ​ຮົບ​ເກົ່າ​ຫລາຍ​ຄົນມາ​ຢ້ຽມ​ຢາມ​ເພື່ອນ​ຮ່ວມ​ກົມ​ກອງ, ມີ​ຜູ້​ເປັນ​ເມຍ, ເປັນ​ລູກ​ຫລາຍ​ຄົນມາ​ຖະ​ຫວາຍ​ທູບ​ທຽນໄຫວ້​ອາ​ໄລດວງວິນ​ຍານ​ຜົວ, ພໍ່. ນອກນັ້ນ ຍັງ​ມີ​ແຂກ​ທີ່​ມາຈາກທຸກ​ສາ​ລະ​ທິດເພື່ອ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ທີ່​ໄດ້​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ເອ​ກະ​ລາດ, ເສ​ລີ​ພາບ​ຂອງ​ປະ​ເທດ​ຊາດ. ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງວັນ​ທະ​ຫານ​ເສຍ​ອົງ​ຄະ ແລະ ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ (27/7), ໃນ​ລາຍ​ກາ​ນ​ຄົ້​ນ​ຫາ​ຫວຽດ​ນາມ​ພາກນີ້ ພວກເຮົາຂໍແນະນຳບົດ​ຂອງ​ນັກ​ຂ່າວ ຫວີງ​ຟອງທີ່​ມີ​ຫົວ​ຂໍ້​ວ່າ: ສຸ​ສານ​ເຈື່ອງ​ເຊີນ: ສັນ​ຍາ​ລັກ​ຂອງ​ເຈດ​ຈຳ​ນົງ​ແຫ່ງ​ການຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ຂອງ​​ຊາດ​ຫວຽດ​ນາມ

ສຸສານເຈື່ອງເຊີນ:ສັນຍາລັກຂອງເຈດຈຳນົງແຫ່ງການຕໍ່ສູ້ຍາດເອົາເອກະລາດຂອງຊາດຫວຽດນາມ - ảnh 1
ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ ເຈື່ອງ​ເຊີນ

        ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ ເຈື່ອງ​ເຊີນ (ສາຍ​ພູ​ຫລວງ) ຕັ້ງ​ຢູ່​ໂນນ​ ເບນ​ຕັດ​, ​ແຄມ​ທາງ​ຫລວງ 15 ຫ່າງ​ຈາກ​ນະ​ຄອນ ດົງ​ຮ່າ ແຂວງ ກວ໋າງ​ຈີ້ ປທາງ​ທິດ​ຕາ​ເວັນ​ຕົກ​ສຽ​ງ​ເຫ​ນືອປະ​ມານ 30 ກິ​ໂລ​ແມັດ. ສຸ​ສານ​ເຈື່ອງ​ເຊີນ ​ແມ່ນ​ບ່ອນ​ຝັງ​ສົບ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດກວ່າ 10.000 ຄົນ ຊື່ງ​ແມ່ນ​ບັນ​ດາ​ນາງ​ສາວ, ຊາຍ​ຫ​ນຸ່ມ​ມີ​ອາ​ຍຸ​ພຽງ 18 – 20 ປີ  ທີ່​ໄດ້ເສຍ​ສະ​ຫລະ​ຊີ​ວິດຢ່າງອົງ​ອ​າດ​ກ້າ​ຫານ​​ ​​ເມື່ອເປີດ​ ແລະ ປ້ອງ​ກັນ​​ເສັ້ນ​ທາງ​ເຈື່ອງ​ເຊີນ ໃນ ຕະ​ຫລອດ 6000 ວັນ ແລະ​ຄືນ​. ນີ້​ແມ່ນ​ກິດ​ຈະ​ກຳ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ, ການ​ເຊີ​ດ​ຊູ​ຂອງ​ລັດ, ຂອງກອງ​ທັບ​ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ທີ່​ມີ​ຕໍ່​ບັນ​ດາ​ນັກ​ຮົບ​ທີ່​ໄດ້​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ພາ​ລະ​ກິດ​ປົ​ດ​ປ່ອຍຊາດ ແລະ ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ.

        ພົນ​ຈັດ​ຕະ​ວາ ເລືອງ​ຊີ້​ຍູງ, ອະ​ດີດ​ຜູ້​ບັນ​ຊາ​ການ​ພົນ​ລະ​ພາກ​ຫລວງ 12- ພົນ​ລະ​ພາກ​ຫລວງ ເຈື່ອງ​ເຊີນ ຊື່ງ​ແມ່ນ​ຜ​ູ້​ເຂົ້າ​ຮ່ວມ​ການ​ອອກ​ແບບ, ກໍ່​ສ້າງ​ສຸ​ສານ ເຈື່ອງ​ເຊີນ (ກ່ອນນີ້​ແມ່ນ ກອງ 559) ແບ່ງ​ປັນ​ວ່າ: ພາຍ​ຫລັງ​ສັນ​ຍາ ປາ​ຣີ ໄດ້​ຮັບ​ການ​ລົງ​ນາມ, ​ເດືອນ 1/1973, ກອງ 559  ​ໂດຍ​ພົນ​ຕີ ດົງ​ຊີ້ງວຽນ​ເປັນ​ຫົວໜ້າ​ໄດ້ ຕົກ​ລົງ​ກໍ່​ສ້າງ​ສຸ​ສານ​ແຫ່ງ​ຫ​ນຶ່ງ ແລະ ຈັດ​ສົ່ງ​ຫຼາຍຄະ​ນະ​ໄປ​​ຊອກ​ຫາ ແລະ ທ້ອນ​ໂຮມ​ອັດ​ຖິ​ບັນ​ດາ​ນັກ​ຮົບ​ທີ່​ເສຍ​ສະ​ຫລະ​ຊີ​ວິດ​ບົນ​ເສັ້ນ​ທາງ ເຈື່ອງ​ເຊີນ. ແລະ ວັນ​ທີ 24/10/1975 ສຸ​ສານ​ເຈື່ອງ​ເຊີນ ​ໄດ້​ຮັບ​ການ​ລົງ​ມືກໍ່​ສ້າງ ແລະ​ ກໍ່​ສ້າງສຳ​ເລັດ​ໃນ​ວັນ​ທີ 10/4/1977.

        ຄວາມ​ຈິງ​ແລ້ວ, ​ໄດ້ມີ​ພະນັກງານ, ນັກ​ຮົບ​ເຈື່ອງ​ເຊີນ​ເສຍ​ສະ​ຫລະ​ຊີ​ວິດກວ່າ 33.000 ຄົນ, ແຕ່​ເມື່ອ​ໄປ​​ຊອກຫາພຽງ​​ແຕ່ພົບ​ເຫັນ​ອັດ​ຖິ​ ເກືອບ 13.000 ຊຸດ​ເທົ່າ​ນັ້ນ, ສ່ວນ​ຍັງ​ເຫລືອ​ຖືກ​ຫາຍສາບ​ສູນຍ້ອນຖືກລະ​ເບີ​ດ​​ທຳລາຍຫຼື​ຖືກນ້ຳ​ຖ້ວມຊຸ​ໄປ,. ສຸ​ສານ​ເຈື່ອງ​ເຊີນ​ມີ​ທີ່​ຕັ້ງ​ສວຍ​ງາມ ແລະ ສະ​ດວກ, ຕັ້ງ​ຢູ່​ໂນນພູ. ຖ້າ​ຫາກສັງ​ເກດ​ຈາກທາງ​ໄກ​ກໍ່ເຫັນ​ວ່າ​ສຸສານ​ມີ​ຮູບ​ຄ້າຍຄື​ນົກ​ອິນ​ຊີ​ພວມ​ບິນ.”

        ດ້ວຍ​ເນື້ອ​ທີ່ 140.000 ຕາ​ລາງ​ແມັດ, ສຸ​ສານ​ເຈື່ອງ​ເຊີນ ​ຖືກແບ່ງ​ເປັນຫລາຍ​ເຂດ, ​ຕາມ​ແຂວງ, ນະ​ຄອນ ຫຼືເຂດ​ສະຫງວນ​ໃຫ້​ວິລະ​ຊົນ​ທີ່​ເສຍ​ສະຫຼະ​ຊີວິດ, ​​ເຂດສຳລັບນັກ​ຮ​ົບ​ນິລະນາມ​. ​ຢູ່​ໃຈ​ກາງ​ສຸ​ສານ​ເທິງ​ໂນນ​ທີ່ມີ​ຄວາມ​ສູງ 32 ແມັດ​ມີອະນຸສາວະລີ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ດ້ວຍ​​ຫີນ​ຂາວ​ທີ່ສູງ​ພ​ໍ​ສົມ​ຄວນ. ຢູ່​ທີ່ນີ້ ມີ​ຮູບ​ຄວັດ​ແກະ​ສະ​ຫລັກ​ດ້ວຍ​ຫິນ 6 ແຜ່ນ ທີ່​​ວາດ​ພາບ​ບັນ​ດາ​ເຫຼົ່າ​ຮົບ​ດີ​ເດັ່ນ​ຂອງ​ທະ​ຫານ​ເຈື່ອງ​ເຊີນ ດ້ວຍຄຳ​ຂວັນ​ທີ່​ວ່າ: “ເປີດ​ເສັ້ນ​ທາງ​ເພື່ອ​​​ເຄື່ອນ​ທັບ- ຕີ​ສັດ​ຕູ​ເພື່ອ​ກ້າວ​ຂຶ້ນ”. ​ທາ​ງ​ໄປໃນ​ສຸ​ສານ​ລ້ວນ​ແຕ່​ຖືກ​ປູ​ດ້ວຍຫີນ​ຫລື​ດິນ​ຂໍ, ຢູ່​ສອງ​ຟາກ​ທາງ​​ມີດອກ​ໄມ້ທຸກ​ຊະ​ນີດ​ພວມ​ເບັ່ງ​ບານ. ເຂດ​​ຝັງ​ສົບ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​​ຂອງ​ແຕ່​ລະ​ແຂວງ, ນະ​ຄອນ ລ້ວນ​ແຕ່​ມີ​ອະນຸສອນ​ສະຖານໄດ້​ຮັບ​ການ​ອອກ​ແບບ​ຕາມ​ຮູບ​ພາບ​​ເຂດ​ບ້ານ​ນາ. ພົນ​ຈັດ​ຕະ​ວາ ເລືອງ​ຊີ້​ຍູງ ໃຫ້​ຮູ້​ຕື່ມ​ອີກວ່າ:

“ສຸ​ສານ ເຈື່ອງ​ເຊີນ ມີ​ຈຸດ​ພິ​ເສດ​ສະ​ເພາະ. ການ​ອອກ​ແບບ, ວາງ​ແຜນ​ກຳ​ນົດ ແລະ ກໍ່​ສ້າງ​, ຄຸ້ມ​ຄອງລ້ວນ​ແຕ່​​ໂດຍ​ທະ​ຫານ​ເຈື່ອງ​ເຊີນ​ຮັບ​ຜິດ​ຊອບ. ບັນ​ດາ​ຂຸມ​ຝັງ​ສົບ​​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ ກໍ່ແມ່ນ​ເພື່ອນ​ຮ່ວມ​ກົມ​ກອງ​ ທີ່​ເຄີຍ​ຮ່ວມ​​ກັນ​ຕໍ່​ສູ້​ຢູ່​ເຈື່ອງ​ເຊີນ​​ເປັນ​ຜູ້​ຊອກ​ຫາ, ທ້ອນ​ໂຮມ​, ​ນຳ​ມາ​ປົງ​ແລະ ເບິ່ງ​ແຍງຢູ່​ທີ່​ນີ້​ເອງ. ມາ​ຮອດ​ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ຍັງ​ສືບ​ຕໍ່​ໄປ​ຊອກ​ຫາອັດ​ຖິ​ບັນ​ດານັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ປ່າ​ເຈື່ອງ​ເຊີນ ແລະ ລາວ​ ​ເພື່ອ​ນຳ​ມາປົງ​ສົບ​ຢູ່​ສຸ​ສານ​ເຈື່ອງ​ເຊີນ.”

        ແຕ່​ລະ​ປີ, ສຸ​ສານ ເຈື່ອງ​ເຊີນ ໄດ້​ຕ້ອນ​ຮັບ 4 ລ້ານ​ເທື່ອ​ຄົນ​ມາ​ໄຫວ້​ອາ​ໄລ. ຕາມ​ຄະ​ນະ​ຄຸ້ມ​ຄອງ​ສຸ​ສານ​ແລ້ວ, ມີ​ບາງ​ຄອບ​ຄົວ​ຢູ່​ລ້າງ​ເຊີນ, ຮ່າ​ຢາງ, ຮ່າ​ໂນ້ຍ,ຫລື ຢູ່ ນະ​ຄອນ​ໂຮ່​ຈິ​ມີ, ກາ​ເມົາ ….ປີ​ໃດ​ກໍ​ມາ​ຖະ​ຫວາຍ​ທູບ​ທຽນ​ໄຫວ້​ອາ​ໄລ​ດວງວິນ​ຍານ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ. ນອກນັ້ນ​ຍັງມີ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຫລາຍ​ຄະນະກໍ​​ໄດ້​ຜ່ານ​ຜ່າໄລ​ຍະ​ທາງ​ນັບ​ພັນ​ກິ​ໂລ​ແມັດ​​ມາ​​ແຫ່ງ​ນີ້​ເພື​່ອ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາດວງວິ​ນ​ຍານ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ.

        ພັນ​ເອກ ຫງວຽນ​ຢາ​ກາມ, ນັກ​ຮົບ​ເກົ່າ​ກອງ 559 ແບ່ງ​ປັນ​ວ່າ: ໃນ​ກວ່າ 20 ປີ​ຜ່ານ​ມາ, ປີ​ໃດ ທ່ານ​ກໍ​ມາ​ຢ້ຽ​ມ​ຢາມ ແລະ ຖະ​ຫວາຍ​ທູບ​ທຽນ​​ບັນ​ດາ​ເພື່ອນ​ຮ່ວມ​ກົມ​ກອງ. ຢູ່​ສຸ​ສານນີ້, ນອກ​ຈາກ​ຂຸມ​ຝັງ​ສົບ​ຂອງ​ບັນ​ດາ​ເພື່ອນ​ຮ່ວມ​ກົມ​ກອງ​ແລ້ວ ຍັງ​ມີ​ຂຸ​ມ​ຝັງ​ສ​ົບ​ຂອງ​ເພື່ອນ​ຜູ້​ສະໜິດສະໜົມທີ່​ໄດ້​ໃກ້​ຊິດ​ສະ​ຫ​ນິດ​ສະ​ຫ​ນົມກັບ​​ທ່ານ​ມາ​ແຕ່​ຄາວ​ຍັງ​ນ້ອຍ. ພັນ​ເອກ ຫງວຽນ​ຢາ​ກາມ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ໄດ້ພ້ອມ​ກັນ​ເຕີບ​ໃຫ​ຍ່​ ແລະ ພ້ອມ​ກັເຄື່ອນ​ທັບ​ອອກ​ສູ່​ສະ​ຫ​ນາມ​ຮົບ.. ສະ​ນັ້ນ​ແຕ່​ລະ​ເທື່ອ​​ເມື່ອມາ​ແຫ່ງນີ້ ຂ້າ​ພະ​ເຈົ້າ​ກໍ່ຮູ້​ສຶກ​ຕື້ນ​ຕັນ​ໃຈ. ​ເມ​ື່ອ​ມາ​ຮອດ ກວ໋າງ​ຈີ້ ວຽກ​ງານທຳ​ອິດ​ທີ່​ຂ້າ​ພ​ະ​ເຈົ້າ​ຕ້ອງ​ເຮັດ ນັ້ນ​ແມ່ນ​ມາ​ຢ້ຽມ​ຢາມ ແລະ ຖະ​ຫວາຍ​ທູບ​ທຽນ​ບັນດາເພື່ອນ​ຮ່ວມ​ກົມ​ກອງ​, ດ້ວຍ​ຄວາມ​ຫວັງວ່າ​ເຂົາ​ເຈົ້າຈະ​ມາ​ຄວາມອຸ່ນ​ອ່ຽນ​ໃຈ ​ແລະ ​ເຊື່ອ​ໝັ້ນ​ຕໍ່ຜູ້​ທີ່​ຍັງ​ມີ​ຊີ​ວິດຢູ່ ແລະ ພວກ​ຂ້າ​ພະ​ເຈົ້າ​ກໍ່ໝັ້ນ​ໝາຍ​ຈະ​ຮັກ​ສາ​ມູນ​ເຊື້ອ​ຂອງ​ທະ​ຫານ​ເຈື່ອງ​ເຊີນ, ທະ​ຫານລຸງ​ໂຮ່​, ກໍ​ຄື​ສຶກ​ສາ​ໃຫ້​ລູກ​ຫລານ​ຮັກ​ສາ​ເອ​ກະ​ລາດ, ເສ​ລີ​ພາບ​ຂອງ​ປະ​ເທດ​ຊາດ.”

        ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ ​ເຈື່ອງ​ເຊີນ ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່ຝັງ​ສົບ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະ​ຫລະ​ຊີ​ວິດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສັນ​ຍາ​ລັກ​​ແຫ່ງນ້ຳ​ໃຈ, ເຈດ​ຈຳ​ນົງ​​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ ແລະ ຄວາມ​ມູ່ງ​ຫວັງ​ສັນ​ຕິ​ພາບ​ຂອງ​ຊາດ​ຫວຽດ​ນາມ. ​ທັງແມ່ນ​ສະ​ຖານ​ທີ່​ເພື່ອ​ໃຫ້​ບັນ​ດາ​ຄອບ​ຄົວ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ, ບັນ​ດາ​ຄະ​ນະ​ຜູ້​ແທນ​ຂອງ​ພັກ, ລັດ, ບັນ​ດາ​ທ້ອງ​ຖິ່ນ, ປະ​ຊາ​ຊົນ​ຫວຽດ​ນາມ ແລະ ເພື່ອນ​ມິດ​ສາ​ກົນ ມາ​ຢ້ຽມ​ຢາມ​ໄຫວ້​ອາ​ໄລ ຕາມ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາດ​ຫວຽດ​ນາມທີ່​ວ່າ: ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ - ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ.

       

 

ຕອບກັບ

ຂ່າວ/ບົດ​ອື່ນ