ອະດີດທ່ານໝໍເສນາຮັກທີ່ໄດ້ປິ່ນປົວພະຍາດຊ່ວຍຄົນເຈັບ ມາເປັນເວລາໄດ້ 20 ກວ່າປີ

(vovworld) - ​ໃນສະພາບ​ການ​ດຳລົງ​ຊີວິດ​ທີ່​ເຕັມ​ໄປດ້ວຍ​ຄວາມ​ລຳບາກ, ຫາ​ທາງ​ລ້ຽງ​ຊີບ​ນັ້ນ, ​ແຕ່​ຍັງ​ມີ​ຜູ້​ທີ່​ໄດ້​ສະຫງວນ​ເວລາ​ປິ່ນປົວ​ພະຍາດ​​ໂດຍບໍ່​​ເສຍຄ່າໃຫ້​ຜູ້​ທີ່​ທຸກ​ຍາກ​. ນັ້ນ​ແມ່ນ​ອະດີດ​ທ່ານໝໍ​ເສນາຮັກ Dang Cat, ຢູ່​ເມືອງ​ໄຕ​ໂຮ່, ຮ່າ​ໂນ້ຍ.

ອະດີດທ່ານໝໍເສນາຮັກທີ່ໄດ້ປິ່ນປົວພະຍາດຊ່ວຍຄົນເຈັບ ມາເປັນເວລາໄດ້ 20 ກວ່າປີ - ảnh 1

ທ່ານໝໍ  Dang Cat

        ຂ້າພະ​ເຈົ້າ​ໄດ້​ພົບ​ປະກັບອະດີດ​ທ່ານໝໍ​ເສນາຮັກ Dang Cat ​ໃນ​ເຮືອນ​ຫຼັງ​ນ້ອຍ​ທີ່​ມີ​ເນື້ອ​ທີ່​ປະມານ 10 ຕາລາງ​ແມັດ, ຢູ່​ຮ່ອມ​ບ້ານ 416 ຖະໜົນ​ຫຼາກ​ລອງ​ກວນ, ​ເມືອງ​ໄຕ​ໂຮ່, ຮ່າ​ໂນ້ຍ. ນີ້​ແມ່ນ​ແຫ່ງ​ທີ່​ທ່ານ​ກວດ ​ແລະ ປິ່ນປົວ​ພະຍາດ​ໃຫ້​ແກ່​ຄົນ​ເຈັບ​ນັບ​ສິບ​ຄົນ​ໃນ​ແຕ່​ລະ​ວັນ. ທ່ານ​ໄດ້​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ: ກວ່າ 30 ປີ ​ແຫ່ງ​ການ​ຮັບ​ໃຊ້​ໃນ​ກອງທັບ​ ​ຜ່ານ​ສອງ​ໄລຍະ​ແຫ່ງ​ການ​ຕໍ່ຕ້ານ​ຄື​ຕ້ານພວກ​ລ່າ​ເມືອງ​ຂຶ້ນ​ຝຼັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ. ທ່ານ​ຖືກ​ຈັດ​ສົ່ງ​ໄປ​ຮຽນ ​ແລະ ຕິດ​ພັນ​ກັບ​ອາ​ຊີບ​ນັ້ນ​ມາ​ຮອດ​ປະຈຸ​ບັນ. ​ໃນ​ໄລຍະ​ນັ້ນ, ທ່ານ​ໄດ້​ມີໜ້າ​ຢູ່​ສະໜາມຮົບ​ເກືອບ​ທັງ​ໝົດ​ຈາກ​ເໜືອ​ຮອດ​ໃຕ້ ​ເພື່ອ​ກວດ, ປິ່ນປົວ​ພະຍາດ​ໃຫ້​ແກ່​ບັນດາ​ນັກຮົບ​ໃນ​ກອງທັບ, ພໍ່​ແມ່​ປະຊາຊົນ​ຢູ່​ໝູ່​ບ້ານ​ຕ່າງໆ ນັບ​ທັງ​ປະຊາຊົນ​ສອງ​ປະ​ເທດ​ລາວ ​ແລະ ກຳປູ​ເຈຍ. ການ​ປະຕິບັດ​ງານ​ດັ່ງກ່າວ​​ໄດ້​ກາຍ​ເປັນອະນຸສອນຫຼາຍ​ຢ່າງທີ່​ໜ້າ​ຈົດ​ຈຳ​ສຳລັບ​ທ່ານ:

        ”ອະນຸສອນ​ທີ່​ໜ້າ​ຈືຈຳ​ທີ່​ສຸດ​ນັ້ນ​ແມ່ນ, ປີ 1965, ​ເມື່ອຢູ່​ກາງ​ປ່າ​ໃນ​ເຂດ​ໄຕ​ບັກ (ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ) ​​ສະຫາຍ Dinh Xuan Bi ບາດ​ເຈັບ​ໂດຍ​ສາຍ​ເອັນ​ສົ້ນ​ຕີນຂາດ​, ບໍ່​ສາມາດ​ຍ່າງ​ໄດ້, ຂ້າພະ​ເຈົ້າ​ໄດ້​ຕໍ່​ສາຍ​ເອັນ​ນັ້ນ​ສຳ​ເລັດຜົນ, ອັນ​ໄດ້​ຊ່ວຍ​ໃຫ້​ສະຫາຍ Bi ສືບ​ຕໍ່​ການ​ສູ້​ຮົບຢູ່​ໃນ​ເຂດ​ດັ່ງກ່າວ. ຈາກ​ນັ້ນ, ຂ້າພະ​ເຈົ້າ​ຈຶ່ງ​ເມົາ​ມົວ​ກັບ​ການ​ຄົ້ນ​ຄ້ວາ​ວິທະຍາສາດ”.

ອະດີດທ່ານໝໍເສນາຮັກທີ່ໄດ້ປິ່ນປົວພະຍາດຊ່ວຍຄົນເຈັບ ມາເປັນເວລາໄດ້ 20 ກວ່າປີ - ảnh 2

ທ່ານໝໍ  Dang Cat

        ສຳ​ຫຼັບ​ທ່ານ​ແລ້ວ, ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ປິ່ນປົວ​ພະຍາດ ຈຳ​ເປັນ​ຕ້ອງ​ມີ​ການ​ສົມທົບ​ລະຫວ່າງ​ການ​ແພດ​ຫຼວງ​ກັບ​ການ​ແພດ​ພື້ນ​ເມືອງ, ພິ​ເສດ​ແມ່ນ​ສຳ​ຫຼັບ​ບັນດາ​ພະຍາດອັນຕະລາຍ. ມີ​ຫຼາຍ​ພະຍາດ​ທ່ານ​ຕ້ອງ​ສະຫງວນ​ເວລາ​ຫຼາຍ​ວັນ​ເພື່ອ​ຄົ້ນ​ຄ້ວາ​, ຊອກ​ຫາ​ວິທີ​ປິ່ນປົວ. ທ່ານ​ໄດ້​ຄົ້ນຄ້ວາສຳ​ເລັດ ​ແລະ ປິ່ນປົວ​ພະຍາດ​ ແມ່​ທ້ອງ​​ແປ, ​ແລະ ພະຍາດ​ເຈັບຄໍ, ບ່າ​ໄຫຼ່, ງ່ອນ, ກະດູກ​ສັນຫຼັງຢ່າງ​ມີ​ປະ​ສິດ​ທິດ​ຜົນ. ຍ້ອນ​ເຫດ​ນັ້ນ, ພໍ່​ແມ່​ປະຊາຊົນ, ຜູ້​ໃດ​ກໍ່​ມີ​ຄວາມ​​ໄວ້ເນື້ອ​ເຊື່ອ​ໃຈ, ​ເພິ່ງ​ພາອາ​ໄສ​ທ່ານ ​ເມື່ອ​ຄອບຄົວ​ມີ​ຄົນ​ເຈັ​ບ​ແຕ່​​ໄປ​ໂຮງໝໍ​ບໍ່​ທັນ. ທ່ານ  Do Van Long, ຢູ່​ໜ່ວຍ 19, ກຸ່ມ 3 ​ເມືອງ ​ໄຕ​ໂຮ່, ທັງ​ແມ່ນ​ຄົນ​ຢູ່​​ໃກ້​ຊິດ, ​ເປັນ​ເພື່ອນ​ຮ່ວມ​ກົມ​ກອງ, ທັງ​ແມ່ນ​ຄົນ​ເຈັບ​ທີ່​ໄດ້​ຮັບ​ການ​ປິ່ນປົວ​ຈາກ​ທ່ານ ທ່ານໝໍ  Dang Cat ຢ່າງ​ສຸດ​ຈິດ​ສຸດ​ໃຈ, ​ໄດ້​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

        ”ປີ 1999, ຂ້າພະ​ເຈົ້າ​​ເປັນ​ພະຍາດ U (ກ້ອນ​ເບົ້າ)ຢູ່ ຂະໝັບຊ້າຍ, ​​ແຕ່​ພາຍຫຼັງ​ໄດ້​ຮັບ​ການ​ປິ່ນປົວ​ມາ​ເປັນ​ເວລາ​ດົນ​ພໍ​ສົມຄວນຈາກ​ທ່ານ​ໝໍ, ດ້ວຍ​ການ​ສັກ​ຢາ​ຕ້ານ​ເຊື້ອປະມານ 200 ຄັ້ງ, ພະຍາດ​ຂອງ​ຂ້າພະ​ເຈົ້າ​ເຊົາ. ຂ້າພະ​ເຈົ້າ​ນິຍົມ​ນັບຖືທ່ານໝໍ​ທີ່​ສຸດ ​ແລະ ຖື​ລາວ​ແມ່ນ​ຜູ້​ກູ້​ເອົາ​ຊີວິດ​ຂອງ​ຕົນ”.

        ທ່ານໝໍ  Dang Cat ພັກ​ກິນ​ເບ້ຍ​ບຳນານ​ນັບ​ແຕ່​ປີ 1989, ​ແຕ່ 20 ກວ່າ​ປີ​ທີ່​ຜ່ານ​ມາ, ທ່ານ​ຍັງ​ຄົງ​ໄປ​​ຍັງ​ຄອບຄົວ​ຄົນ​ເຈັບ​ເພື່ອ​ກວດ ​ແລະ ປິ່ນປົວ​ພະຍາດ​ໃຫ້​ແກ່​​ເຂົາ​ເຈົ້ານັບ​ທັງ​ມື້​ຝົນ​ຕົກ​ຫຼື​ແດດ​ຮ້ອນ. ​ໃນ​ສິບ​ປີ​ທີ່​ຜ່ານ​ມາ, ມີ​ຫຼາຍ​ຄອບຄົວ​ຢາກ​ມອບ​ຂອງຂວັນ, , ​ເງິນສົດ, ຫຼື​ວັດຖຸ​ທີ່​ມີຄ່າ​ໃຫ້​ທ່ານ ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່​ຜູ້​ທີ່​ໄດ້​ປິ່ນປົວ​ພະຍາດ​ໃຫ້​ແກ່ຍາດຕິ​ພີ່ນ້ອງ​ຂອງ​ຕົນ, ​ແຕ່​ທ່ານ​ພັດບໍ່​ເອົາ​. ຊ້ຳ​ບໍ່​ໜຳ, ມີ​ບາງ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ຜູ້​ທີ່​ມີ​ໃຈ​ບຸນ, ​ໃຈ​ກຸສົນ​ຢາກ​ຊ່ວຍ​ທ່ານ​ເປີດ​ຫ້ອງ​ກວດ​ພະຍາດ, ​ແຕ່​ທ່ານ​ກໍ່​ປະຕິ​ເສດ, ດ້ວຍ​ສາຍ​ເຫດ​ທີ່​ວ່າ ”​ເຂົາ​ເຈົ້າມີ​ຄວາມ​ຕ້ອງການ, ຂ້າພະ​ເຈົ້າ​ຈະ​ຊ່ວຍ​ໃຫ້” ດັ່ງ​ນັ້ນ​ບໍ່​ຕ້ອງ​ຕອບ​ບຸນ​ແທນ​ຄຸນ, ບໍ່​ຕ້ອງ​ຈ່າຍ​ເງິນ​ອີກ. ປ້າ Le Bich Thinh, ອາຍຸ​ກວ່າ 70 ປີ, ຢູ່ ຮ່າ​ດົງ, ນະຄອນ​ຮ່າ​ໂນ້ຍ ​ເຄີຍ​ເຈັບ​ຕີນ​ຍ້ອນ​ຖືກ​ອຸບັດ​ຕິ​ເຫດ, ​​ແລະ ​ເຈັບກະ​ເພາະ ​ເປັນ​ປະຈຳ​ເວົ້າ​ວ່າ:

        ”ຖ້າ​ຢາ​ມີ​ລາຄາ​ຖືກ​ທ່ານ​ຈະ​ບໍ່​ເອົາ, ສ່ວນ​ຢາ​ແພງ ​ແລະ ນຳ​​ເຂົ້າ​ຈາກ​ຕ່າງປະ​ເທດ​ທ່ານ​ຈະ​ຊ່ວຍ​ຊື້​ໃຫ້. ພິ​ເສດ​ແມ່ນ​ເຖິງ​ວ່າ​ຈະ​ແມ່ນ​ກາງຄືນ, ຫຼື​ຝົນຕົກ, ​ແດດ​ຮ້ອນ​ທ່ານ​ກໍ່​ໄປ​ກວດ​ພະຍາດ​​ໃຫ້​ແກ່​ຄົນ​ເຈັບ. ​ພາຍຫຼັງ​ກວດ​ພະຍາດ​ແລ້ວ, ທ່ານໝໍ​ຈຶ່ງ​ແນະ​ນຳ​ຊື້​ຢາ​ປະ​ເພດໃດ ຫຼື ຄວນ​ກິນ​ຫຍັງ, ບໍ່​ຄວນ​ກິນ​ຫຍັງ​ຢ່າງ​ຈິງ​ໃຈ”

ອະດີດທ່ານໝໍເສນາຮັກທີ່ໄດ້ປິ່ນປົວພະຍາດຊ່ວຍຄົນເຈັບ ມາເປັນເວລາໄດ້ 20 ກວ່າປີ - ảnh 3

ທ່ານໝໍ  Dang Cat

        ​ໂດຍ​ແມ່ນ​ຜູ້​ທີ່​ເຄີຍ​ເປັນ​ຫົວໜ້າ​ກອງ​ເສນາ​ຮັກ​ຕຳຫຼວດ​ປະກອບ​ອາວຸດ​ແຂວງ​ເຊີນ​ລາ, ​ເປັນ​ຫົວໜ້າ​ກອງ​ເສນາ​ຮັກ​ໂຮງຮຽນ​ນາຍ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ວົງ​ການ​ນັກວິຊາການ ​ໃນ​ການກວດ ​ແລະ ປິ່ນປົວ​ພະຍາດ, ດັ່ງ​ນັ້ນ​ທ່ານ Dang Cat ຍາມ​ໃດ​ກໍ່​ຄິດ​ວ່າ: ຊີວິດ​ແມ່ນ​ທຶນຮອນ​ອັນ​ລ້ຳ​ຄ່າ, ຖ້າ​ຍັງ​ມີ​ຊີວິດ​ແມ່ນ​ຍັງ​ມີ​ທຶນຮອນ​ຢູ່. ຜູ້​ໃດ​ມີ​ຄວາມຕ້ອງການ, ທ່ານ​ກໍ່​ຊ່ວຍ​ເຫຼືອ​ຢ່າງ​ຈິງ​ໃຈ. ​ທ່ານ​ບໍ່​ພຽງ​ແຕ່​ກວດ ​ແລະ ປິ່ນປົວ​ພະຍາດ​ເທົ່າ​ນັ້ນ, ຫາກ​ຍັງ​​ໂຄສະນາຄວາມ​ຮູ້​ຕ່າງໆໃຫ້​ຄົນ​ເຈັບ ​ເພື່ອ​ໃຫ້​ເຂົາ​ເຈົ້າຮັກສາ​ສຸຂະພາບ​ດ້ວຍ​ຕົວ​ເອງ​ອີກ​ດ້ວຍ. ທ່ານ  Dang Cat ຖືວ່າ:

        ”ສຸຂະພາບແມ່ນເງິນຄຳ, ເຮົາຕ້ອງຮູ້ສຸຂະພາບຂອງຕົນເພື່ອກັນພະ ຍາດໃຫ້ດີ. ພິ​ເສດ​ແມ່ນ​ບໍ່​ຄວນສູບຢາ, ບໍ່​ຄວນດື່ມ​ເຫຼົ້າ, ​ເບຍ, ​ອາຫານ​ຕ້ອງຮັບປະກັນ​ຫຼັກ​ອະນາ​ໄມ ​ແລະ ຕ້ອງ​ເຄົາລົບ​ວິທະຍາສາດ. ຂ້າພະ​ເຈົ້າ​ຄິດ​ວ່າ, ​ເຮົາ​ມີ​ຄວາມ​ສາມາດ​ຄື​ແນວ​ໃດ ກໍ່​ຮັບ​ໃຊ້​ຄົນ​ເຈັບຄື​ແນວ​ນັ້ນ, ວິທີ​ຂອງ​ຂ້າພະ​ເຈົ້າ​ແມ່ນ ຕ້ອງ​ເຮັດ​ແນວ​ໃດ​ສ້າງ​ຄວາມ​ສະດວກ​ທີ່​ສຸດ, ງ່າຍດາຍ​ທີ່​ສຸດ, ​ແລະ ມີ​ປະສິດທິ​ຜົນ​ທີ່​ສຸດ. ດັ່ງ​ນັ້ນ, ຢູ່​ບ່ອນ​ໃດ​ປະຊາຊົນ​ມີ​ຄວາມ​ຕ້ອງການ, ຂ້າພະ​ເຈົ້າ​ຈະ​ໄປ​ຍັງ​ບ່ອນ​ນັ້ນ”.

        ທ່ານ Dang Cat ຄິດວ່າ, ເມື່ອຄົບເຈັບຍັງມາຫາທ່ານເພື່ອກວດ ແລະ ປິ່ນປົວພະຍາດ, ໝາຍຄວາມວ່າເຂົາເຈົ້າມີຄວາມໄວ້ເນື້ອເຊື່ອໃຈ ຕໍ່ທ່ານ, ດັ່ງ​ນັ້ນ​ທ່ານ​ຕ້ອງ​ປິ່ນປົວ​ພະຍາດ​ໃຫ້​ແກ່​ເຂົາ​ເຈົ້າ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ​ເພື່ອ​ນຳ​ມາ​ເຊິ່ງສຸຂະພາບ​ໃຫ້​ແກ່​ຄົນ​ເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ