(vovworld)- ເຂດປູຊະນີຍະສະຖານປະຫວັດສາດ ແລະ ທັດສະນີຍະພາບອຽນຕື ຂຶ້ນກັບຕາແສງເຟືອງດົງ ແລະ ເທື້ອງອຽນກົງ, ນະຄອນອວງບີ໋, ແຂວງກວາງນິງ. ໂດຍນອນໃນເຂດປ່າທີ່ໃຫຍ່ໂຕໂອຖົງ ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ, ນັບແຕ່ດົນນານມາແລ້ວ, ຈອມພູອຽນຕື ໄດ້ມີຊື່ສຽງດ້ວຍວັດດົ່ງ ທີ່ຕັ້ງໃນຄວາມສູງ 1.068 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ. ເຂດປູຊະນີຍະສະຖານນີ້ມີລະບົບວັດວາອາຮາມ, ທາດ ແລະ ປ່າໄມ້ດົງດີບ ທ່າມກາງທີວທັດທຳມະຊາດທີ່ສວຍງາມ.
ທັດສະນີຍະພາບຢູ່ອຽນຕື
(ພາບ: ອິນເຕີແນດ)
ໃນແສງແດດກ້າທີ່ອົບເອົ້າຂອງລະດູຮ້ອນ, ເມື່ອຍ່າງຫຼິ້ນໃນເຂດປູຊະນີຍະສະຖານອຽນຕື ໄດ້ສູບອາກາດທີ່ປອດໂປ່ງຢູ່ເຂດປ່າໄມ້ທີ່ຂຽວອຸ່ມທູ່ມນັ້ນ ແມ່ນສິ່ງຈັບອົກຈັບໃຈທີ່ສຸດ.
ອຽນຕື ແມ່ນແຫ່ງຖືສິນກິນບວດຂອງພະສົງຫຼາຍອົງນັບແຕ່ທ້າຍສະໄໝລາດຊະວົງຫຼີ ແລະ ຕົ້ນສະໄໝລາດຊະວົງເຈິ່ນ ຄື: ພະອາຈານ ຫ້ຽນກວາງ, ດ້າວເວິນ, ພະພຸດເຈິ່ນເຍິນຕົງ, ແທ໋ງຕົງ. ອຽນຕື ຖືກຖືວ່າແມ່ນດິນແດນແຫ່ງພະພຸດ ນັບແຕ່ເຈົ້າຊີວິດ ເຈິ່ນເຍິນຕົງ ສະລະບັນລັງ ແລ້ວຖືສິນກິນບວດເປັນເວລາ 10 ປີຢູ່ອຽນຕື ແລະ ສ້າງເປັນນິກາຍຈຸກເລິມ, ພະອາຈານ ທິກເຕະຟຸກ (Thich Tue Phuc), ຮອງເຈົ້າອະທິການ ທ່ຽນວ້ຽນຈຸກເລິມອຽນຕື, ໃຫ້ຮູ້ວ່າ:
“ເມື່ອເວົ້າເຖິງວັດແມ່ນເວົ້າເຖິງນິກາຍຈຸກເລິມອຽນຕີ. ໃນສະຕະວັດທີ 14, ເຈົ້າຊີວິດ ເຈິ່ນເຍິນຕົງ, ເຊິ່ງແມ່ນເຈົ້າຊີວິດລຸ້ນທີ 3 ຂອງລາດຊະວົງເຈິ່ນ, ເມື່ອມີອາຍຸ 35 ປີ, ອົງໄດ້”ສະລະບັນລັງໃຫ້ລູກຊາຍຂອງຕົນແມ່ນ ແອງຕົງ ແລ້ວເປັນທີ່ປຶກສາໃຫ້ລູກເປັນເວລາ 6 ປີ, ເມື່ອອາຍຸ 41 ປີ, ອົງໄດ້ປະລະທຸກສິ່ງທຸກຢ່າງເພື່ອຖືສິນກິນບວດເທິງພູອຽນຕື. ສາສະໜາພຸດຖືກນຳເຂົ້າຫວຽດນາມ ແຕ່ສະຕະວັດທີ 1, ທີ 2 ແຕ່ສ່ວນຫຼາຍແມ່ນມາຈາກອິນເດຍ, ຕໍ່ມາກໍ່ມີນິກາຍອື່ນອີກ ແຕ່ບໍ່ທັນມີນິກາຍຂອງພຸດທະສາສະໜາຫວຽດນາມ ເທື່ອ, ດັ່ງນັ້ນ ເຈິ່ນເຍິນຕົງ ໄດ້ລວບລວມນິກາຍຕ່າງໆເພື່ອກໍ່ຕັ້ງເປັນນິກາຍ ຈຸກເລີມອຽນຕື”.
ວັດດົ່ງຢູ່ອຽນຕື
(ພາບ: ອິນເຕີແນດ)
ໃນລະດູຮ້ອນ, ທັດສະນີຍະພາບອຽນຕື ບໍ່ພຽງແຕ່ຕ້ອນຮັບນັກທ່ອງທ່ຽວທີ່ມາຈາກທຸກສາລະທິດເທົ່ານັ້ນ, ຫາກຍັງຕ້ອນຮັບນັກຮຽນ, ນັກສຶກສາຫຼາຍຄະນະມາຮັບຟັງເທດສະໜາຄຳພີຂອງສາສະໜາພຸດອີກດ້ວຍ. ພະອາຈານ ທິກເຕະຟຸກ (Thich Tue Phuc), ໃຫ້ຮູ້ວ່າ:
”ນັ່ງສະມາທິແມ່ນວິທີບຳເພັນຕົວດີທີ່ສຸດ. ພິເສດແມ່ນໃນລະດູຮ້ອນ, ເມື່ອນັກຮຽນ, ນັກສຶກສາໄດ້ພັກແລ້ງ, ຄູອາຈານກໍ່ສ້າງເງື່ອນໄຂໃຫ້ພວກນ້ອງມາແຫ່ງນີ້ ເພື່ອບຳເພັນຕົນໃຫ້ກາຍເປັນລູກຄຳຮູ້, ເປັນພົນລະເມືອງທີ່ດີ”.
ເສັ້ນທາງຂຶ້ນພູອຽນຕື ໃນປະຈຸບັນມີຄວາມສະດວກສະບາຍກວ່າກ່ອນນີ້ຫຼາຍ. ຖ້າເພື່ອນບໍ່ມີເວລາໄປນະມັດສະການຫຼາຍ ກໍ່ສາມາດຂຶ້ນພູດ້ວຍລະບົບກະເຊົ້າລອຍຟ້າໄດ້. ພາຍຫຼັງຂ້າມພູຫິນຊັນເປັນເວລາ 2 ຊົ່ວໂມງ, ເພື່ອນກໍ່ໄປຮອດຈອມພູອຽນຕື ໄດ້, ລະບົບກະເຊົ້າລອຍຟ້າຈະຊ່ວຍໃຫ້ນັກທ່ອງທ່ຽວລົດເວລາໄປຍັງດິນແດນພະພຸດລົງເຄິ່ງໜຶ່ງ. ທ່ານ ເລຈ້ອງແທງ, ຮອງຜູ້ອຳນວຍການບໍລິສັດ ຕຸ່ງເລິມ, ຄຸ້ມຄອງ, ລະບົບກະເຊົ້າລອຍຟ້າ, ໃຫ້ຮູ້ວ່າ:
”ວັນເສົາ ແລະ ວັນອາທິດ, ແຂກທ່ອງທ່ຽວມາແຫ່ງນີ້ຫຼາຍທີ່ສຸດ. ນັ້ນແມ່ນຄວາມຊິນເຄີຍຂອງເຂົາເຈົ້ານັບແຕ່ດົນນານມາແລ້ວ. ອີງໃສ່ຄວາມຊິນເຄີຍນັ້ນ, ບໍລິສັດໄດ້ວາງແຜນການຮັບໃຊ້ນັກທ່ອງທ່ຽວຢ່າງລອບຄອບຖີ່ຖ້ວນ, ກໍ່ຄືແນະນຳໃຫ້ນັກທ່ອງທ່ຽວທາງໄປວັດວາອາຮາມຄືແນວໃດ ເພື່ອຫຼີກເວັ້ນສະພາບຕິດຂັດ”.
ລະບົບກະເຊົ້າລອຍຟ້າຢູ່ອຽນຕື
(ພາບ: ອິນເຕີແນດ)
ສຳລັບນັກທ່ອງທ່ຽວທີ່ມີເວລາໄປນະມັດສະການຫຼາຍ, ສາມາດຍ່າງໄປຍັງວັດດົ່ງ ກໍ່ໄດ້. ເສັ້ນທາງໄປລະອິດລະອ້ຽວ ເລີ່ມຈາກຫ້ວຍ ຢາຍອວານ (ແກ້ກຳເວນ), ເຊິ່ງແມ່ນແຫ່ງທີ່ເຈົ້າຊີວິດ ເຍິນຕົງ ໄດ້ສັ່ງໃຫ້ກໍ່ສ້າງວັດເປັນບ່ອນສວດມົນເພື່ອແກ້ກຳເວນໃຫ້ຜູ້ປະສົບເຄາະຮ້າຍ. ວັດຕັ້ງຢູ່ໃຕ້ຮົ່ມໄມ້ທີ່ຂຽວອຸ່ມທູ່ມ, ຢູ່ທາງໜ້າແມ່ນຫ້ວຍນ້ຳທີ່ສ່ອງໃສ.
ວັດແກ້ກຳເວນຢູ່ອຽນຕື
(ພາບ: ອິນເຕີແນດ)
ລຽບຕາມເສັ້ນທາງໄປຍັງວັດດົ່ງ ຢູ່ເທິງຈອມພູສູງ 1068 ແມັດນັ້ນ, ນັກທ່ອງທ່ຽວຈະມີໂອກາດແວ່ຢາມວັດຫຼາຍແຫ່ງເພື່ອຈູດທູບທຽນ ນົບໄຫວ້ພະພຸດ ຄື: ວັດຮວາຮຽນ, ຫໍບູຊາຫງອກເວີນ, ວັດມົດມ໋າຍ (ຫຼັງຄາດຽວ) ບາວຊ໋າຍ, ເວິນຕຽນ…ແບກເຫີບ, ຜູ້ໄປນະມັດສະການແບ່ງປັນວ່າ:
”ເມື່ອຂຶ້ນຮອດວັດດົ່ງແມ່ນເວລາ 5 ໂມງເຊົ້າ, ເຖິງວ່າດິນຟ້າຍັງມືດມົວກໍ່ຕາມ, ແຕ່ຂ້າພະເຈົ້າຮູ້ສຶກອູ່ນອ່ຽນໃຈຫຼາຍ. ທັດສະນີຍະພາບຢູ່ອຽນຕື ທັງສະອາດ, ສວຍງາມ ແລະ ສະຫງົບງຽບ, ມັນສົມເປັນດິນແດນແຫ່ງພະພຸດທະເຈົ້າ”
(ພາບ: ອິນເຕີແນດ)
ໄປນະມັດສະການວັດດົ່ງ, ທັງພຸດທະສາສະນິກະຊົນ ແລະ ນັກທ່ອງທ່ຽວ ລ້ວນແຕ່ຮູ້ສຶກສະຫວາດສະເຫວີຍ ແລະ ເພິ່ງພໍໃຈ ຄືດັ່ງໄດ້ກ້າວເຂົ້າສູ່ແດນສະຫວັນແຫ່ງທີ່ເທວະດາ, ພະພຸດຫຼິ້ນໄພ້, ໂອ້ລົມສົນທະນາກ່ຽວກັບບັນຫາເສດຖະກິດ ແລະ ແຜ່ສາສະໜາໃຫ້ແກ່ໂລກມະນຸດ