ຮຶງອຽນ ສະຖານທີ່ທ່ອງທ່ຽວທີ່ດູດດື່ມ

(VOVWORLD) -ຮຶງອຽນ ແມ່ນແຂວງທີ່ເຕັມໄປດ້ວຍມູນເຊື້ອວັດທະນະທຳ. ມາຢ້ຽມຢາມຮຶງອຽນ, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ເຊື່ອມຕົວເຂົ້າກັບກຸ່ມປູຊະນີຍະສະຖານປະຫວັດສາດວັດທະນະທຳເທົ່ານັ້ນ, ຫາກຍັງໄດ້ຊິມລົດຊາດພິເສດຂອງອາຫານຢູ່ທີ່ນີ້ເຊັ່ນ: ເຂົ້າປຸ່ນ, ນ້ຳເຜີ້ງ, ໝາກລຳໄຍ, ແກ່ນດອກບົວ…

ມາຢ້ຽມຢາມຮຶງອຽນເພື່ອຈະຮູ້ເຖິງຄຸນຄ່າວັດທະນະທຳທີ່ມີຮູບຮ່າງ ແລະ ບໍ່ມີຮູບຮ່າງຂອງສະຖານທີ່ທີ່ລືຊື່ ຊຶ່ງເຄີຍເປັນແຂວງທ່າກຳປັ່ນທີ່ພັດທະນາໃນສະຕະວັດທີ 16 ແລະ 17.

ຮຶງອຽນ ສະຖານທີ່ທ່ອງທ່ຽວທີ່ດູດດື່ມ - ảnh 1ວິຫານພະແມ່ຢູ່ຮຶງອຽນ 

      ຜານການເວລາ ແລະ ບັນດາການປ່ຽນແປງຂອງປະຫວັດສາດ, ຮຶງອຽນໃນວັນນີ້ ແມ່ນແຫ່ງພວມຮັກສາປູຊະນີຍະສະຖານປະຫວັດສາດວັດທະນະທຳກ່ວາ 1200 ແຫ່ງ, ໃນນັ້ນມີປູຊະນີຍະສະຖານ, ກຸມປູຊະນີຍະສະຖານ 164 ແຫ່ງໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານລະດັບຊາດ. ທ່ານ ຝ້າມວັນຫ້ຽວ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງຮຶງອຽນໃຫ້ຮູ້ວ່າ      :

      “ຮຶງອຽນມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາການທ່ອງທ່ຽວ. ປະຈຸບັນ, ຮຶງອຽນມີຈຳນວນປູຊະນີຍະສະຖານ ໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານລະດັບຊາດ ຫຼາຍອັນດັບ 3 ໃນທົ່ວປະເທດ. ໃນນັ້ນ, ມີເຂດປູຊະນີຍະສະຖານລະດັບຊາດພິເສດ ນັ້ນແມ່ນຖະໜົນຮ້ຽນ ທີ່ນະຄອນ ຮຶງອຽນ. ນອກຈາກນັ້ນ, ກໍຍັງມີກຸ່ມປູຊະນີຍະສະຖານອີກຫຼາຍແຫ່ງທີ່ມີຊື່ສຽງອີກດ້ວຍ   ”

      ຖະໜົນຮ້ຽນເຄີຍແມ່ນທ່າກຳປັນການຄ້າໃຫຍ່ຊຶ່ງໄດ້ພັດທະນາຢ່າງຈະເລີນຮຸ່ງເຮືອງໃນສະຕະວັດທີ 16 ແລະ 17. ແລະ ຖະໜົນຮ້ຽນກໍໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນຈຳນວນ 3 ຄຸ້ມຖະໜົນເກົ່າຢູ່ຫວຽດນາມ ຖັດຈາກ ຄຸ້ມຖະໜົນເກົ່າຢູ່ຮ່າໂນ້ຍ ແລະ ໂຫ້ຍອານ. ຖະໜົນຮ້ຽນ ດຶງດູດແຂກທ່ອງທ່ຽວຍ້ອນມີລັກສະນະເກົ່າແກ່ຕາມການເວລາຂອງບັນດາ ປູຊະນີຍະສະຖານທີ່ມີມາກ່ອນນີ້ນັບຮ້ອຍປີ. ປ້າ ດິງທິລຽນ ຢູ່ຖະໜົນຮ້ຽນ, ຮຶງອຽນ ໃຫ້ຮູ້ວ່າ :

     “ ປະຊາຊົນຢູ່ ຖະໜົນຮ້ຽນມີຄວາມເອກອ້າງທະນົງໃຈຕໍ່ກຸ່ມປູຊະນີຍະສະຖານພິເສດນີ້. ນີ້ທັງແມ່ນຄວາມເອກອ້າງທະນົງໃຈຂອງຊາວແຂວງຮຶງອຽນອີກດ້ວຍ. ໃຜໆກໍປະກອບສ່ວນ ແລະ ຮັກສາ, ປົກປ້ອງພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະຂອງຮຶງອຽນ. ໃນກຸ່ມປູຊະນີຍະສະຖານນັ້ນ, ມີວັດລະຄັງ, ພະວິຫານເຈີນ, ວິຫານພະແມ່… ”

    ຮຶງອຽນແມ່ນແຂວງໃຈກາງເຂດທົ່ງພຽງແມ່ນ້ຳແດງ, ຫ່າງຈາກນະຄອນຫຼວງຮ່າໂນ້ຍປະມານ 60 ກມໄປທາງທິດຕາເວັນອອກສ່ຽງໃຕ້. ຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງຂອງຮຶງອຽນ ແມ່ນບັນດາຄຸນຄ່າປູຊະນີຍະສະຖານປະຫວັດສາດ ແລະ ວັດທະນະທຳເຂດຊຸມຊົນ, ງານບຸນ, ບັນດາໝູ່ບ້ານອາຊີບຫັດຖະກຳ...ນາງ ຫງວຽນທິທູເຮືອງ ຫົວໜ້າພະແນກສົ່ງເສີມການທ່ອງທ່ຽວ, ສູນສົ່ງເສີມການທ່ອງທ່ຽວແຂວງຮຶງອຽນ ໃຫ້ຮູ້ວ່າ :

    “ ບົນພື້ນຖານຂຸດຄົ້ນບັນດາຊັບພະຍາກອນທີ່ມີຢູ່ແລ້ວ, ປະຈຸບັນ, ຮຶງອຽນພວມເປີດ 5 ສາຍທ່ອງທ່ຽວພື້ນຖານ. ທີ 1 ແມ່ນສາຍທ່ອງທ່ຽວແມ່ນ້ຳແດງໄປເຂດ ດາຮ່ວາ, ຢະແຈກ. ສາຍທ່ອງທ່ຽວທາງບົກແມ່ນຢູ່ຖະໜົນຮ້ຽນດ້ວຍສະຖານທີ່ຕ່າງໆເຊັ່ນ: ວັດລະຄັງ, ວັນມ້ຽວ…ນອກຈາກນັ້ນຍັງມີລາຍການທ່ອງທ່ຽວສະຫງວນໃຫ້ແຂກທ່ອງທ່ຽວສາກົນ ຄືໄປຢ້ຽມຢາມໂບດ ເມ້ເສີຢູ່ວັນຢາງ, ຊອກຮູ້ວັດທະນະທຳທີ່ເປັນມູນເຊື້ອຂອງເຂດທົ່ງພຽງພາກເໜືອ. ນອກຈາກນັ້ນ ກໍຍັງລາຍການທ່ອງທ່ຽວໄປຢ້ຽມຢາມໝູ່ບ້ານອາຊີບຫັດຖະກຳຕ່າງໆ, ເຂດທ່ອງທ່ຽວຊີວະພາບຍາມທ້າຍອາທິດ ”

     ໃນທ່າອຽງພັດທະນາການທ່ອງທ່ຽວໃນປະຈຸບັນນັ້ນ, ການທ່ອງທ່ຽວຢູ່ໝູ່ບ້ານອາຊີບຫັດຖະກຳພວມແມ່ນຮູບແບບ ການທ່ອງທ່ຽວທີ່ດຶງດູດແຂກທ່ອງທ່ຽວ ມາຢ້ຽມຊົມທັດສະນະສຶກສາຊຶ່ງພົ້ນເດັນຂຶ້ນແມ່ນ 8 ໝູ່ບ້ານອາຊີບທີ່ສາມາດສ້າງເຄື່ອງໝາຍການຄ້າໃນຕະຫຼາດຢູ່ພາຍໃນປະເທດ ແລະ ຮັບໃຊ້ການສົ່ງອອກເຊັ່ນ: ໝູ່ບ້ານຫຼໍ່ທອງ ລົ້ງເທື້ອງ, ໝູ້ບ້ານຜະລິດທູບ ກາວທົນ, ໝູ່ບ້ານຜະລິດເຫຼົ້າ ເຈື່ອງຊ້າ… ທ່ານ ຝ້າມວັນຫ້ຽວ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງຮຶງອຽນໃຫ້ຮູ້ວ່າ  :

    “ການທ່ອງທ່ຽວວັດທະນະທຳ ອາຫານການກິນໄດ້ຕິດພັນກັບບັນດາໝູ່ບ້ານອາຊີບຫັດຖະກຳຂອງຮຶງອຽນ. ປະຈຸບັນ ພວກເຮົາຍັງມີທ່າແຮງອີກອັນໜຶ່ງ ນັ້ນແມ່ນການລ້ຽງໄກ່ດົງຕາວຢູ່ເມືອງ ຄ້ວາຍເຈົາ ຊຶ່ງແມ່ນແຫຼ່ງອາຫານທີ່ມີຊື່ສຽງໃນທົ່ວປະເທດ. ນອກຈາກນັ້ນ ຮຶ່ງອຽນຍັງມີເຍື່ອງອາຫານເຂົ້າປຸ້ນອ່ຽນ ທີ່ໄດ້ຮັບຄວາມນິຍົມບໍລິໂພກຈາກແຂກທ່ອງທ່ຽວທັງຫຼາຍ ”

     ມາຢ້ຽມຢາມຮຶງອຽນ, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ປອດໂປ່ງ ດ້ວຍກິນຫອມຫວນຈາກເນື້ອທີ່ນາທີ່ກ້ວາງໃຫຍ່ໄພສານ. ຖ້າຫາກມາຢ້ຽມຢາມຮຶງອຽນໃນຍາມລະດູຮ້ອນ, ບັນດາເພື່ອນຈະໄດ້ຊິມລົດຫວານ ແລະ ຫອມພິເສດຂອງໝາກລຳໄຍຢູ່ແຫ່ງນີ້ອີກດ້ວຍ. ການເດີນທາງຢ້ຽມຢາມຄົ້ນຫາຮຶງອຽນ ແນ່ນອນວ່າຈະສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ