ເຂດທັດສະນີຍະພາບຮວາລື - ຈ່າງອານ ກະກຽມສຳເນົາເພື່ອຮັບຮອງເປັນມໍລະດົກໂລກ


(vovworld) - ໃນ​ຊຸມ​ມື້​ນີ້, ​ແຂວງ​ນິງບິ່ງ ພວມ​ປັບປຸງ​ສຳ​ເນົາ​ເຂດ​ທັດສະນີ​ຍະ​ພາບ​ສັງ​ລວມຈ່າງ​ອານ ໃຫ້​ສຳ​ເລັດ​ບໍລິ​ບູນ ​ເພື່ອ​ຍື່ນສະ​ເໜີຕໍ່ UNESCO ຮັບ​ຮອງວ່າ: ​ແມ່ນ​ມໍລະດົກ​ທຳ​ມະ​ຊາດ​ໂລກ. ດ້ວຍ​ບັນດາ​ຄຸນຄ່າ​ອັນ​ໃຫຍ່​ຫຼວງ​ທາງ​ດ້ານ​ວັດທະນະທຳ​ປະຫວັດສາດ, ກ່ຽວ​ກັບ​ທັດສະນີ​ຍະ​ພາບ, ທໍລະນີ​ສາດ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຂດ​ທັດສະນີ​ຍະ​ພາບ​​ສັງ​ລວມກຸງ​ເກົ່າ ຮວາ​ລື - ຈ່າງ​ອານ, ຕາມ​ກົກ, ບິ​ກດົ້ງ ຂອງ​ແຂວງ​ນິງບິ່ງ ສົມ​ຄວນໄດ້ຮັບ​ການສະ​ເໜີ​ຕໍ່ UNESCO ​ຮັບຮອງວ່າ​​ແມ່ນ​ມໍລະດົກ​ໂລກ.

ເຂດທັດສະນີຍະພາບຮວາລື - ຈ່າງອານ ກະກຽມສຳເນົາເພື່ອຮັບຮອງເປັນມໍລະດົກໂລກ - ảnh 1
ທັດສະນີຍະພາບຮວາລື - ຈ່າງອານ
(ພາບ: google.com.vn)

        ​ໂດຍ​ຫ່າງ​ຈາກ​ຮ່າ​ໂນ້ຍ​ ​ໄປ​ທາງ​ທິດ​ໃຕ້ປະມານ 100 ກມ, ຮວາ​ລື ຂື້ນ​ກັບ​ແຂວງ​ນິງບິ່ງ ​ເຊິ່ງ​ແມ່ນ​ເຂດ​ດິນ​ທີ່​ມີ​ຊື່​ສຽງ​ໃນ​ປະຫວັດສາດ​ຂອງ​ຫວຽດນາມ. ນິ້​ແມ່ນ​ກຸງ​ເກົ່າ​ທຳ​ອິດ​ຂອງ​ປະ​ເທດ Dai Co Viet ​(ໝາຍ​ເຖິງປະ​ເທດຫວຽດນາມ)ໃນ​ສະຕະວັດ​ທີ X. ​​ແມ່ນ​ດິນ​ແດນ​ຂອງສາມ​ສະ​ໄໝ​ລາດ​ຊະ​ວົງຄື ດິງ, ​ເລ ​ແລະ ຫຼີ ດ້ວຍ​ເຈົ້າ​ຊີວິດ 6 ອົງ​ໃນ​ປະຫວັດສາດ. 10 ກວ່າ​ສະຕະວັດ​ໄດ້​ຜ່ານ​ໄປ​ແລ້ວ, ​ເຖິງ​ວ່າ​ກຸງ​ເກົ່າ​ຮວາ​ລື​ ບໍ່ສາມາດ​ຮັກສາ​ຮູບ​ເດີມ​ໄວ້​ໄດ້ຄື​ເກົ່າ​ກໍ່ຕາມ, ​ແຕ່​ບັນດາ​ປູຊະນີຍະສະຖານ​ທີ່​ຕິດ​ພັນ​ກັບ​ປະຫວັດສາດ​ຄື: ວິຫານ​ບູຊາ​ເຈົ້າ​ຊີວິດ Dinh Tien Hoang, ວິຫານ​ບູຊາ​ເຈົ້າ​ຊີວິດ Le Dai Hanh, ຂົວ​ດົງ, ຂົວ​ເຢັ່ນ; ບັນດາ​ຮ່ອງຮອຍ​ຂອງ​ກຳ​ແພງ​ທິດຕາ​ເວັນ​ອອກ, ກຳ​ແພງທິດ​ເໜືອ​, ກຳ​ແພງ​ເຢັ່ນ, ກຳ​ແພງ​ທິດ​ໃຕ້, ວັດ​ Nhat Tru (​ເສົາ​ດຽວ)... ຮວາ​ລື  ຍັງ​ມີ​ພູຜາ​ປ່າ​ໄມ້ ​ແມ່​ນ້ຳ​ລຳ​ເຊທີ່​ສວຍ​ງາມ​ອີກ​ເຊັ່ນ: ຕາມ​ກົກ - ບິກ​ດົ້ງ, ​ເມືອງ​ຫຼວງ​ຮວາ​ລື, ຈ່າງ​ອານ. ​ໃນ​ນັ້ນ​ເຂດ​ປູຊະນີຍະສະຖານ​ສັງ​ລວມຈ່າງ​ອານ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຫໍ​ພິພິດທະພັນ​ກາງ​ແຈ້ງ ດ້ວຍ​ເນື້ອ​ທີ່​ທັງ​ໝົດ​ກວ່າ 5 ພັນ​ເຮັກຕາ ​ພ້ອມ​ກັບບັນດາ​ສາຍພູ​ຫີນ​ປູນ, ໜອງ​ນ້ຳ​​ຂຽວສົດ​ໃສທີ່​ເຊື່ອມ​ຕໍ່​ກັບ​ຖ້ຳ 48 ​ແຫ່ງ. ​ໃນ​ຖ້ຳ​ມີ​ຫີນ​ນົມ​ຜາ​​ທີ່​ມີ​ມາ​ນັບ​ລ້ານ​ປີ. ນອກຈາກ​ບັນດາ​ຄຸນ​ຄ່າ​ດ້ານ​ປະຫວັດສາດວັດທະນະທຳ​ແລ້ວ, ບັນດາ​ຄຸນຄ່າ​ດ້ານ​ທໍລະນີສາ​ດ, ​ປູຊະນີຍະສະຖານ​ບູຮານ ​ແລະ ທັດສະນີ​ຍະ​ພາບ​ຢູ່​ທີ່​ນີ້​ໄດ້​ດຶງ​ດູດ​ນັກ​ຊ່ຽວຊານ, ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງ​ປະ​ເທດຫຼາຍ​ຄົນ​ມາ​ຢ້ຽມຢາມ ​ແລະ ຊອກ​ຮູ້. ​ເມື່ອ​ມາແຫ່ງ​ນີ້, ນັກ​ທ່ອງ​ທ່ຽວ​ມີ​ໂອກາດ​ໄດ້​ໄປ​ຢ້ຽມຢາມ​ວັດ ບ໋າ​ຍດິ໋ງ ​ເຊິ່ງ​ແມ່ນ​ເຂດ​ວັດວາອາ​ຮາມສັງ​ລວມ​ທັງ​ສວຍ​ງາມ, ທັງ​ໃຫຍ່​ກວ່າ​ໝູ່​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຜ່ານ​ການ​ຢ້ຽມຢາມ, ບັນດາ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ, ຜູ້​ຕາງ​ໜ້າ​ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ການ​ທູດ​ສາກົນ ລ້ວນ​ແຕ່​ສະໜັບ​ສະ​ໜູນ​​ເລື່ອງ​ຫວຽດນາມ​ ສະ​ໜີ UNESCO ຮັບຮອງ​ເຂດ​ທັດສະນີ​ຍະ​ພາບ​ກຸງ​ເກົ່າ ຮວາ​ລື - ຈ່າງ​ອານ ​ເປັນ​ມໍລະດົກ​ທຳ​ມະ​ຊາດ​ໂລກ. ທ່ານ​ເອກ​ອັກຄະ​ລັດຖະທູດ ກູ​ບາ ປະຈຳ​ຫວຽດນາມ Gonzalet, ​ເວົ້າ​ວ່າ:

        ”ຂ້າພະ​ເຈົ້າ​ມາ​ຈ່າງ​ອານ ຫຼາຍ​ເທື່ອ​ແລ້ວ. ​ແຕ່​ລະ​ເທື່ອມາ​ແຫ່ງ​ນີ້​ຂ້າພະ​ເຈົ້າ​ລ້ວນ​ແຕ່ພົບ​ເຫັນ​ບັນດາ​ສິ່ງ​ທີ່​ໃໝ່​ອ່ຽມ, ພິ​ເສດ​ທັດສະນີ​ຍະ​ພາບທຳ​ມະ​ຊາດ​ຢູ່​ທີ່​ນີ້​ແມ່ນ​ສວຍ​ງາມ​ທີ່​ສຸດ”.

ເຂດທັດສະນີຍະພາບຮວາລື - ຈ່າງອານ ກະກຽມສຳເນົາເພື່ອຮັບຮອງເປັນມໍລະດົກໂລກ - ảnh 2
ທັດສະນີຍະພາບຮວາລື - ຈ່າງອານ
(ພາບ: google.com.vn)

        ​ເອກ​ອັກຄະ​ລັດຖະທູດປະ​ເທດ​ຕ່າງໆ​ຫ​ຼາຍທ່ານ​ຖື​ວ່າ: ​ເຂດ​ທັດສະນີ​ຍະ​ພາບ​ສັງ​ລວມຮວາ​ລື - ຈ່າງ​ອານ ​ສົມ​ເປັນ​ມໍລະດົກ​ທຳ​ມະ​ຊາດ​ໂລກ ຍ້ອນ​ບັນດາ​ຄຸນຄ່າ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ມັນ. ​ເອກ​ອັກຄະ​ລັດຖະທູດ ​ແລະ ຜູ້​ຕາງ​ໜ້າ​ບັນດາ​ອົງການ​ຈັດ​ຕັ້ງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຫຼາຍ​ທ່ານ​ຍັງ​ຕັ້ງໜ້າ​ສະໜັບ​ສະ​ໜູນ​ການ​ໂຄສະນາ, ​ແນ​ະນຳ​ກ່ຽວ​ກັບ​ເຂດປູຊະນີຍະສະຖານ ທັດສະນີ​ຍະ​ພາບ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່ UNESCO ຮັບຮອງ​ເປັນມໍລະດົກ​ທຳ​ມະ​ຊາດ​ຂອງໂລກ. ທ່ານ Vu Xuan Hong ປະທານ​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບຫວຽດນາມ, ​ໃຫ້​ຮູ້​ວ່າ:

        ”ພວກ​ຂ້າພະ​ເຈົ້າ​ຈະ​ສົມທົບ​ກັບ​ແຂວງ ນິງບິ່ງ, ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ກໍ່​ຄື​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ​ເພື່ອ​ຂົນຂວາຍ​ເພື່ອນ​ມິດສາ​ກົນ​ມາ​ຫວຽດນາມ, ຢ້ຽມຢາມ​ຈ່າງ​ອານ​ ຫຼາຍ​ກວ່າ​ອີກ ບົນ​ພື້ນຖານ​ນັ້ນ​ຈະ​ຮູ້ ​ແລະ ສະໜັບສະໜູນ​ແນວ​ຄວາມ​ຄິດ​ຂອງ​ພວກ​ເຮົາ​ໃນ​ການ​ຮັບຮອງ​ປູຊະນີຍະສະຖານນີ້”.

ເຂດທັດສະນີຍະພາບຮວາລື - ຈ່າງອານ ກະກຽມສຳເນົາເພື່ອຮັບຮອງເປັນມໍລະດົກໂລກ - ảnh 3
ທັດສະນີຍະພາບຮວາລື - ຈ່າງອານ
(ພາບ: google.com.vn)

        ສຳ​ຫຼັບ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ນິງບິ່ງ​ ແລ້ວ, ບັນຫາ​ທີ່​ວາງ​ອອກ​ໃນ​ປະຈຸ​ບັນ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຮັກສາສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ສວຍ​ງາມນີ້​ໄວ້ ​ເຮັດ​ໃຫ້​ເຂດທັດສະນີ​ຍະ​ພາບ​ນີ້​ສົມ​ເປັນ​ມໍລະດົກ​ທຳ​ມະ​ຊາດ ວັດທະນະທຳ​ຂອງ​ໂລກ. ທ່ານ Bui Van Nam, ​ເລຂາ​ຄະນະ​ພັກ​ແຂວງ​ນິງບິ່ງ, ​ໃຫ້​ຮູ້​ວ່າ:

        ”ພວກ​ຂ້າພະ​ເຈົ້າ​ຂອບ​ອົກ​ຂອບ​ໃຈ​ບັນດາ​ກະຊວງ, ຂະ​ແໜງ​ການ, ພິ​ເສດ​ແມ່ນ​ກະຊວງ​ການ​ຕ່າງປະ​ເທດ​ທີ່​ໄດ້​ມີ​ການ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ອຳນາດ​ການ​ປົກຄອງ​ແຂວງ​ນິງບິ່ງ ​ໃນ​ການ​ປັບ​ປຸງສຳ​ເນົາ​ໃຫ້​ສຳ​ເລັດ​ບໍລິບູນ​, ​ແລະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ UNESCO ພິຈາລະນາ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຂອງລັດຖະບານ, ການ​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ​ແນ່ນອນ​ວ່າ​ມໍລະດົກ​ຈ່າງ​ອານ​ ຈະ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ​ແມ່ນ​ມໍລະດົກ​ທຳ​ມະ​ຊາດ​ຂອງ​ໂລກ”.

        ຕາມ​ແຜນການ​ແລ້ວ, ​ໃນ​ເດືອນ 9, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ນິງບິ່ງ ຕ້ອງ​ປັບປຸງ​ສຳ​ເນົາ​ໃຫ້​ສຳ​ເລັດ​ເພື່ອ​ຝາກ​ເຖິງ​ກົມ​ມໍລະດົກ​ວັດທະນະທຳ, ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​. ສຳ​ເນົາ​ທາງ​ການຈະ​ຍື່ນ​ຕໍ່ UNESCO ​ໃນ​ປີ 2013. ປະຈຸ​ບັນ, ຫວຽດນາມ​ມີ​ມໍລະດົກ 7 ​ແຫ່ງໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ​ແມ່ນ​ມໍລະດົກ​​ໂລກ. ຖ້າ​ຫາກ​ວ່າ​ເຂດ​ທັດສະນີ​ຍະ​ພາບ​ຈ່າງ​ອານ​ ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ​​ແລ້ວ, ນີ້​ຈະ​ແມ່ນ​ມໍລະດົກ​ໂລກແຫ່ງ​ທີ 8  ​ແລະ ​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຕາມ​ມາດຕະຖານ​ສັງ​ລວມ ດ້ວຍ​ບັນດາ​ຄຸທນ​ຄ່າ​ທຳ​ມະ​ຊາດ, ທໍ​ລະ​ນີສາດ ​ແລະ ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ